ສໍ້ຣາສ ບັງຫຼວງ ເປັນເຣື່ອງ ແກ້ໄຂໄດ້ຍາກ
ການສໍ້ຣາສ ບັງຫຼວງ ທີ່ຍັງມີແຜ່ຫຼາຍ ໃນລາວ ສ້າງຄວາມເສັຍຫາຍ ໃຫ້ປະເທດຊາຕ ຢ່າງມະຫາສານ ແຕ່ ບົດລົງໂທດຍັງ ປະຕິບັດບໍ່ໄດ້ຈິງ ໃນຂະນະທີ່ ປະຊາຊົນ ເຫັນວ່າ ການສໍ້ຣາສ ບັງຫຼວງ ຍັງຈະມີຢູ່ຕໍ່ໄປ ຈະບໍ່ສາມາດ ແກ້ໄຂໄດ້.
ສແກມເມີ້ຣ໌ ຖືກຈັບ ຢູ່ນະຄອນຫຼວງວຽງຈັນ 3 ຄົນ
2022-06-30ຊາວນະຄອນຫຼວງວຽງຈັນ 3 ຄົນຖືກຈັບ ເນື່ອງຈາກຜູ້ກ່ຽວທັງ 3 ໄດ້ໂພສຕ໌ ຮັບສມັກເອົາຄົນ ໄປເຮັດວຽກ ຜ່ານສື່ສັງຄົມອອນລາຍນ໌ ໂດຍອ້າງວ່າ ຈະໃຫ້ເງິນເດືອນ ຄ່າຕອບແທນສູງ ເຮັດໃຫ້ມີຜູ້ເສັຍຫາຍຫຼົງເຊື່ອ ຈຳນວນນຶ່ງ ຈຶ່ງນຳໄປສູ່ການ ຈັບໃນຄັ້ງນີ້.
ເປີດຂໍ້ລິເຣີ່ມ ສຶກສາ ການປ່ຽນແປງ ຂອງແມ່ນ້ຳຂອງ
2022-06-30ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຮ່ວມກັບອົງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເປີດຂໍ້ລິເຣີ່ມ ສຶກສາຄົ້ນຄວ້າ ກ່ຽວກັບ ການປ່ຽນແປງ ໃນແມ່ນ້ຳຂອງ ຊຶ່ງຈະສົ່ງຜົລກະທົບຕໍ່ ຊຸມຊົນ ລຸ່ມແມ່ນ້ຳຂອງ ແລະລະບົບ ນິເວດໃນແມ່ນ້ຳຂອງ.
ເມືອງໂຂງ ປາບປາມ ຜູ້ເສບ-ຜູ້ຄ້າ ຢາບ້າ
ເມືອງໂຂງ ມີການປາບປາມ ຜູ້ເສບຢາເສບຕິດ ແລະ ຈັບຜູ້ຕ້ອງສົງສັຍ ຄ້າຢາບ້າ ພ້ອມຍຶດ ຢາເສບຕິດໄດ້ຈຳນວນນຶ່ງ, ອີງຕາມຂໍ້ມູນ ຈາກທາງການເມືອງໂຂງ ແຂວງຈຳປາສັກ, ສ່ວນປະຊາຊົນ ເຫັນວ່າ ການປາບປາມ ຍັງບໍ່ທັນເຂັ້ມງວດ ເທົ່າທີ່ຄວນ.