ຊ່ອຍທາງດ້ານເທັກນິກ
ເປົ້າໝາຍ ຂອງວິທຍຸເອເຊັຽເສຣີ ແມ່ນເພື່ອສເນີຂ່າວ ແລະ ເຣື້ອງລາວຕ່າງໆ ທີ່ປະຊາຊົນລາວ ບໍ່ມີ ໂອກາດໄດ້ຍິນ ຍ້ອນຣັຖບານ ສປປລາວ ຈຳກັດເສຣີພາບ ຂອງ ສື່ມວນຊົນ. ເອເຊັຽເສຣີ ຈະບໍ່ເປັນ ກະບອກສຽງ ໃຫ້ແກ່ ພັກການເມືອງໃດໆ ຫລື ກຸ່ມຄົນໃດໆ ທັ້ງສີ້ນ ແລະ ຈະສເນີຂ່າວ, ເຣື້ອງລາວຕ່າງໆ ທີ່ມີແຕ່ ມູນຄວາມຈິງ.
ວິທຍຸເອເຊັຽເສຣີ ຜແນກ ພາສາລາວ ມີຣາຍການ ຫຍັງແດ່ ທີ່ ອອກອາກາດ ແລະ ອອກທາງ ອິນເຕີເນັຕ?
ຣາຍການ ຂອງ ພວກເຮົາມີຂ່າວ ແລະ ສາຣະຄະດີ. ສຳລັບ ຂ່າວນັ້ນ ປະກອບດ້ວຍ ຂ່າວລາວ, ຂ່າວ ຕ່າງປະເທດ ໃນຂົງເຂດ ເອເຊັຽ ແລະ ຂ່າວໂລກ. ພວກເຮົາມີ ສາຣະຄະດີ ແລະ ສາຣະຄະດີ ປະຈຳສັປດາ. ສາຣະຄະດີ ກໍມີ ບົດວິເຄາະ, ບົດວິຈານ. ສາຣະຄະດີ ປະຈຳ ສັປດາ ກໍມີ ແມ່ຍິງ ແລະ ເດັກນ້ອຍ, ບົດຮຽນ ພາສາລາວ, ຣາຍການ ອ່ານຈົດໝາຍ ຈາກຜູ້ຟັງ.
AudioNow = ຟັງເອເຊັຽເສຣີຈາກມືຖື
ຟັງວິທຍຸເອເຊັຽເສຣີ ພາສາລາວ ຈາກມືຖືຂອງທ່ານ. ໂທຣ (857) 232-0088.
ຕົວໜັງສືລາວ (Lao Font) ຊະນິດໃດ ທີ່ທາງ RFA ໃຊ້ອອກໃນ RFA Website ຂອງຜແນກ ພາສາລາວ?
ພວກເຮົາ ໃຊ້ຕົວໜັງສື ທີ່ເອີ້ນວ່າ Saysettha OT. ຖ້າທ່ານຕ້ອງການ ຕົວໜັງສືຊະນິດນີ້ ໃຫ້ທ່ານ ຍ້າຍ ລູກສອນ ໄປໃສ່ Saysettha OT ທີ່ມີສີຟ້າ ຂ້າງເທິງນັ້ນ ແລ້ວກົດປຸ່ມ, ທ່ານກໍຈະເຫັນ Web site ທີ່ທ່ານ ສາມາດເອົາຕົວໜັງສືລາວ ຊະນິດນີ້ ມາໃສ່ໄວ້ໃນ ເຄື່ອງ Computer ຂອງທ່ານໄດ້.
ເປັນຫຍັງຕົວໜັງສື ຢູ່ໃນ RFA Website ຂອງຜແນກພາສາລາວ ຈຶ່ງເປັນຕົວ ທີ່ບໍ່ສາມາດ ອ່ານອອກໄດ້ ແລະ ກໍບໍ່ແມ່ນຕົວໜັງສືລາວ?
ບັນຫາ ກໍແມ່ນທ່ານບໍ່ມີຕົວໜັງສືລາວ ທີ່ເອີ້ນວ່າ Saysettha OT. ຖ້າຫາກທ່ານໃຊ້ Window XP ທ່ານ ຈະບໍ່ມີບັນຫາ ເຣື້ອງຕົວໜັງສື. ແຕ່ຫາກ ທ່ານບໍ່ໄດ້ໃຊ້ Windows XP ທ່ານຈະຕ້ອງ ເອົາຕົວໜັງສື Saysettha OT ໄປໄວ້ ( install ) ໃນເຄື່ອງ Computer ຂອງທ່ານ. ແລ້ວທ່ານ ກໍ່ສາມາດ ເຫັນຕົວໜັງສືລາວ ໃນ Website ຂອງພວກເຮົາ.