ຊາວນາ ປະສົບບັນຫາ ແບກຮັບພາຣະ ຕົ້ນທຶນການຜລິຕ

ສຸພັດຕາ
2022.08.16
Share on WhatsApp
Share on WhatsApp
ຊາວນາ ປະສົບບັນຫາ ແບກຮັບພາຣະ ຕົ້ນທຶນການຜລິຕ ຊາວນາ ກຳລັງໄຖນາ ໃນຣະດູເຮັດນາ ທີ່ມາພ້ອມກັບ ລາຄານ້ຳມັນເຊື້ອເພີງ ທີ່ແພງຂຶ້ນ ຢ່າງຕໍ່ເນື່ອງ ຊຶ່ງກໍເປັນສ່ວນນຶ່ງ ຂອງຕົ້ນທຶນທີ່ແພງຫຼາຍ.
RFA

ມາຮອດປັດຈຸບັນ ຊາວນາຈໍານວນຫຼາຍ ຢູ່ຫຼາຍເມືອງ ແລະຫຼາຍແຂວງ ທົ່ວປະເທດລາວ ຖືກຜົລກະທົບຈາກນໍ້າມັນເຊື້ອເພີງ ທີ່ມີລາຄາແພງ ເຮັດໃຫ້ພວກເຂົາເຈົ້າ ຈໍາເປັນຕ້ອງແບກຮັບ ຕົ້ນທຶນການຜລິຕສູງ ແລະເຮັດໃຫ້ການຜລິຕມີຄວາມຫຼ້າຊ້າ.

ດັ່ງເຈົ້າໜ້າທີ່ ກົມປູກຝັງ ກະຊວງກະສິກັມ ແລະປ່າໄມ້ ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ທ່ານນນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 16 ສິງຫາ 2022 ນີ້ວ່າ:

“ອໍ ກະເພີ່ມຂຶ້ນໜ້ອຍນຶ່ງ ເພາະວ່າຄ່ານໍ້າມັນ ມັນຂຶ້ນສູງເດ້ເນາະ, ແຕ່ວ່າຄັນມັນເຮັດໃຫ້ ສະພາບການຜລິຕເຮົາຢາກຊັກຊ້າຫັ້ນນ່າເນາະ. ຊ້າໆໜ້ອຍນຶ່ງ ແຕ່ວ່າເຣື່ອງການຢຸດເຊົາອິຫຍັງ ມັນກໍບໍ່ມີດອກ. ມັນຊ້າແບບວ່າມັນບໍ່ໄປ, ມັນບໍ່ທັນແລ້ວຕາມອັນຕາມໄລຍະມັນຫັ້ນນ່າ.”

ນັບແຕ່ເດືອນກໍຣະກະດາ ມາຮອດປັດຈຸບັນ ລາຄານໍ້າເຊື້ອເພີງຂາຍຍ່ອຍ ພາຍໃນຂົງເຂດທົ່ວປະເທດລາວ ປັບລາຄາລົງ 5 ຄັ້ງ ພາຍຫຼັງມີການປັບຂຶ້ນມາຢ່າງຕໍ່ເນື່ອງ 15 ຄັ້ງ ນັບຕັ້ງແຕ່ຕົ້ນປີ 2022 ໂດຍນໍ້າມັນແອັດຊັງທັມມະດາ ປັບລົງ 2,170 ກີບ/ລິດ, ແອັດຊັງພິເສດ ປັບລົງ 4,500 ກີບ/ລິດ ແລະກາຊວນ ປັບລົງ 3,540 ກີບ/ລິດ ແຕ່ຢ່າງໃດກໍຕາມ ປະຊາຊົນຈໍານວນຫຼາຍ ກໍຍັງເຫັນວ່າ ນໍ້າມັນເຊື້ອເພີງໃນປັດຈຸບັນ ຍັງຄົງມີລາຄາສູງຄືເກົ່າ ເມື່ອທຽບໃສ່ລາຄານໍ້າມັນເຊື້ອເພີງ ໃນໄລຍະປີ 2020 ມີລາຄາບໍ່ກາຍ 10,000 ກີບ/ລິດ.

ເມື່ອນໍ້າມັນເຊື້ອເພີງມີລາຄາແພງ ກໍເຮັດໃຫ້ຕົ້ນທຶນໃກນານຜລິຕເຂົ້ານາ ເປັນຕົ້ນ ຄ່າແນວພັນເຂົ້າເປືອກ, ຄ່າຝຸ່ນເຄມີ, ຄ່າດໍານາ, ຄ່າຄາດ, ຄ່າຣົຖປັ່ນເຂົ້ານາ ແລະຄ່າຈ້າງຄົນງານເພີ່ມ ກໍສູງຂຶ້ນນໍາດ້ວຍ.

ດັ່ງຊາວນາ ຢູ່ເມືອງໜອງບົກ ແຂວງຄໍາມ່ວນທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

“ຈ້າງຣົຖນີ້ປະມານ ປີແລ້ວນີ້ ເຮັກຕ້າຣ໌ນຶ່ງ 2 ລ້ານ. ປີນີ້ມັນຂຶ້ນເປັນ 2 ລ້ານປາຍ ດໍານານີ້ ຫາຈ້າງແຮງງານຄົນນີ້. ປີແລ້ວ 50,000 ປີນີ້ 120,000 ຄ່າຄາດກໍຂຶ້ນເບິດ. ເພິ່ນເວົ້າວ່າ ຂຶ້ນຍ້ອນນໍ້າມັນແພງ ເພິ່ນເວົ້າຫັ້ນ. ທັງໄຖທັງປັ່ນຣົຖຫັ້ນນ່າ ແທັກເຕີ້ຣ໌ໃຫຍ່ຫັ້ນ 1,200,000. ປີນີ້ຫັ້ນ 1,500,000. ປຸ໋ຍຂອງຄົນໄທຍຫັ້ນ ເປົ໋າຕົກຢູ່ ອັນ 1,300-1,400 ບາດນີ້ແຫຼະ, ຖ້າໄລ່ເອົາເງິນກີບ ກໍຕົກ 700,000 ພຸ້ນແຫຼະ.”

ສໍາລັບສາເຫດ ທີ່ເຮັດໃຫ້ຕົ້ນທຶນໃນການຜລິຕເຂົ້ານາສູງຂຶ້ນ ສ່ວນນຶ່ງ ເປັນຍ້ອນແນວພັນ, ຝຸ່ນເຄມີ ແລະນໍ້າມັນເຊື້ອເພີງ ຈໍາເປັນຕ້ອງໄດ້ນໍາເຂົ້າມາຈາກປະເທດໄທຍ ໂດຍເງິນກີບລາວຂ້ອນຂ້າງອ່ອນຄ່າ ແລະຜັນຜວນ ເຊິ່ງຖ້າຫາກຕ້ອງການແລກເງິນໄທຍ 1,000 ບາດ ຈະຕ້ອງໃຊ້ເງິນກີບລາວ 470,000-500,000 ກີບ.

ດັ່ງຊາວນາ ຢູ່ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ອີກທ່ານນຶ່ງກ່າວວ່າ:

“ຕົ້ນທຶນສູງ ປຸ໋ຍຢານີ້ແຫຼ້ວ ມັນກໍແພງ ຈ້າງຄົນກໍແພງ ແພງເບິດ ໂອ້ຍກະມີແຕ່ແພງກໍຫັ້ນເນາະ ມັນກ່ຽວກັບເຣດເງິນບາທ ເປັນເງິນບາທ ຊື້ແນວເຂົ້າມາກໍດໍາ ປຸ໋ຍດຽວນີ້ ມັນກໍ 1,400-1,500 ຄັນປຸ໋ຍມັນແພງ ມັນກໍ 1,700-1,800 (ບາທ).”

ໃນຣະດູການ 3-4 ເດືອນ ຂອງການເຮັດນາເຂົ້າ 1 ໄຮ່ ຈະຕ້ອງໃຊ້ເງິນ ໃນການລົງທຶນ ປະມານ 700,000-1,000,000 ກີບ ເຊິ່ງການລົງທຶນດັ່ງກ່າວນີ້ ຊາວນາຈະໄດ້ຮັບຜົລຜລິຕໂດຍສເລັ່ຽ 700-1,000 ກິໂລກຣາມຕໍ່ໄຮ່, ແຕ່ກໍຂຶ້ນຢູ່ກັບສະພາບ ດິນຟ້າອາກາດນໍາດ້ວຍ.

ດັ່ງຜູ້ຮັບຊື້ ເຂົ້າເປືອກ-ເຂົ້າສານ ຢູ່ແຂວງໄຊຍະບູຣີ ນາງນຶ່ງ ກ່າວວ່າ:

“ເປັນໂລ ໂລນຶ່ງ 5,000 ປາຍ 5,500 ປີກາຍນີ້ ມີແຕ່ 3,000ປາຍ ແຕ່ປີນີ້ມັນຂຶ້ນ. ຮັບເຂົ້າເປືອກ ເປັນໂຕນນຶ່ງ ໄຣ່ນຶ່ງນ່າ, ກໍສິປະມານ ອັນ 600,000-700,000 ນີ້ຕິບໍ ໄຣ່ນຶ່ງ ຕົ້ນທຶນ.”

ໃນກໍຣະນີ ທີ່ຊາວນາ ບໍ່ທຶນໃນການເຮັດນາ ພວກເຂົາເຈົ້າຈະຂໍຢືມແນວພັນເຂົ້າ ແລະຝຸ່ນເຄມີ ຈາກຮ້ານຂາຍເຄື່ອງດັ່ງກ່າວນີ້ກ່ອນ ແລະພາຍຫຼັງຈາກທີ່ໄດ້ຜົນຜລິຕແລ້ວ ພວກເຂົາເຈົ້າຈະນໍາເງິນ ຫຼືເຂົ້ານາທີ່ໄດ້ ມາໃຊ້ຄືນ ໃຫ້ແກ່ເຈົ້າຂອງຮ້ານຂາຍເຄື່ອງ ຕາມລາຄາທີ່ຕົກລົງກັນໄວ້ ເຮັດໃຫ້ພວກເຂົາເຈົ້າ ບໍ່ໄດ້ກໍາໄລພໍເທົ່າໃດ ເມື່ອທຽບໃສ່ຕລອດໄລຍະເວລາການເຮັດນາ 3-4 ເດືອນ.

ດັ່ງຊາວນາ ຢູ່ເມືອງປາກເຊ ແຂວງຈໍາປາສັກ ທ່ານນຶ່ງ ກ່າວວ່າ:

“ກູ້ໄດ້ຢືມ ແບບວ່າເອົາປຸ໋ຍ ເພິ່ນມາລົງປຸ໋ຍລົງຢາ ກໍຫາໄປເອົານໍາເພິ່ນ. ເພິ່ນກໍຕີລາຄາເທົ່ານັ້ນເທົ່ານີ້ ບາດນີ້ເຮັດເຂົ້ານາແລ້ວ, ເຮົາກໍໄປໃຊ້ຈ່າຍໃຫ້ເພິ່ນ. ບາງເທື່ອເພິ່ນກໍເອົາເຂົ້າ, ບາງເທື່ອເພິ່ນກໍເອົາເງິນ. ປຸ໋ຍຢາແພງແບບສູ່ມື້ນີ້. ມັນຂາດ ກໍມັນຂາດຢູ່ຫັ້ນແຫຼະ. ບໍ່ມີເຮັດຫັ້ນ ບໍ່ມີກິນ, ບໍ່ໄດ້ເຮັດ ມັນພັດລະອຶດຢາກໝາກຫິວ ຈໍາເປັນ ດີກວ່າຊື້ເຂົ້າກິນ.”

ໃນຂະນະດຽວກັນ ລະບົບຊົລປະທານ ກໍເປັນອີກບັນຫາສໍາຄັນ ທີ່ເຮັດໃຫ້ຊາວນາໃນຫຼາຍເມືອງ ແລະຫຼາຍແຂວງ ພາຍໃນປະເທດລາວ ບໍ່ສາມາດເຮັດການຜລິຕໄດ້ ແບບເຕັມປະສິດທິພາບ ແລະເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະພຍາຍາມຊອກຫາແນວທາງ ໃນການແກ້ໄຂ ແຕ່ກໍຍັງບໍ່ທັນຖືກຈຸດພໍເທົ່າໃດ.

ດັ່ງຊາວນາ ຢູ່ເມືອງໜອງບົກ ແຂວງຄໍາມ່ວນ ອີກທ່ານນຶ່ງ ກ່າວວ່າ:

“ແຕ່ວ່າ ຄອງມັນຍັງບໍ່ທົ່ວເຖິງ. ບາດນີ້ ຄອງຄູມັນກະ ການຫຍຸ້ງຍາກ ນີ້ກະບ່ອນເອົານໍ້ານີ້ ມັນໄປຕາມຄອງ ແບບຣົຖຈົກເນາະ. ເຮົາກໍບໍ່ຮູ້ວ່າລະດັບນໍ້າ ມັນໄປຈັ່ງໃດບໍ່ເນາະ. ມັນກໍບັງຄັບຊາວນາຢູ່ອັນນີ້ກະດາຍ. ແບບວ່າ ຄອງມັນໄປຮອດແລ້ວ ມັນບໍ່ມີຣົຖຈົກໄປ. ມັນບໍ່ໄດ້ຈັກລະດັບຄອງເນາະ. ບາງເທືື່ອມັນກໍຕືງນໍ້າມັນກໍບໍ່ແຮງ ຈັ່ງໃດເນາະຫັ້ນນ່າ. ບ່ອນມັນສູງເນາະຫັ້ນນ່າ ມັນກໍໄປຕາມຄອງພື້ນດິນເນາະ. ມັນກໍຕ້ອງຮູ້ຈັກວ່າ ລະບົບມັນຈົກສໍ່າໃດໆຫັ້ນນ່າ.”

ໃນໄລຍະ 2-3 ເດືອນຜ່ານມາ ຊາວກະສິກອນຈໍານວນຫຼາຍ ພາຍໃນປະເທດລາວ ຈໍາເປັນຕ້ອງໄດ້ໂຈະການເຮັດໄຮ່, ເຮັດນາ ແລະເຮັດສວນຊົ່ວຄາວ ເນື່ອງຈາກທາງການລາວ ປະສົບບັນຫາຂາດເຂີນເງິນຕຣາຕ່າງປະເທດ ຈຶ່ງບໍ່ສາມາດນໍາເຂົ້ານໍ້າມັນເຊື້ອເພີງ ໃຫ້ພຽງພໍຕໍ່ຄວາມຕ້ອງການຂອງປະຊາຊົນ ໃນຂະນະທີ່ ຊາວກະສິກອນ ຕ້ອງໃຊ້ນໍ້າມັນເຊື້ອເພີງ ສໍາລັບໃສ່ຣົຖໄຖນາ, ໄຖສວນ ແລະ ຫົດນໍ້າຜັກຕ່າງໆ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.