ແຜນການຕັດໄຟຟ້າ ເພື່ອປາບປາມ ແກ້ງຄອລເຊັນເຕີ້ ຕາມລັດຖະບານໄທ ນັ້ນ, ຝ່າຍລາວ ຍັງມິດງຽບ ຢູ່

ພອນ ພູມມີທອນ/ເພັດສະຫຍາມ
2025.02.06
ແຜນການຕັດໄຟຟ້າ ເພື່ອປາບປາມ ແກ້ງຄອລເຊັນເຕີ້ ຕາມລັດຖະບານໄທ ນັ້ນ, ຝ່າຍລາວ ຍັງມິດງຽບ ຢູ່ ທ່ານ ອານຸທິນ ຊານວິລະກຸນ ຮອງນາຍົກລັດຖະມົນຕີ ປະເທດໄທ ຕັດໄຟຟ້າ 5 ແຫ່ງ ໃນພະມ້າ. ວັນທີ 5 ກຸມພາ ປີ 2025.
AP

ທາງການລາວ ຍັງຂາຍໄຟຟ້າ ໃຫ້ພະມ້າ ຕາມສັນຍາຊື້-ຂາຍ ປົກກະຕິ ຈຳນວນ 98.05 ກິກະວັດ ຕໍ່ຊົ່ວໂມງ ຫຼື ປະມານ 11 ເມກະວັດ ໃນປັດຈຸບັນ ຈຳນວນ 2 ຈຸດ ຜ່ານ ແຂວງບໍ່ແກ້ວ ກັບ ແຂວງທ່າຂີ້ເຫຼັກ. ສ່ວນແຜນການ ທີ່ຈະຕັດໄຟຟ້າ ຕາມມາດຕະການ ປາບປາມແກ້ງຄອລເຊັນເຕີ້ ຕາມລັດຖະບານໄທ ດຳເນິນການໄປ ນັ້ນ, ຕອນນີ້ ຝ່າຍລາວ ຍັງບໍ່ທັນ ໄດ້ຫາລືກັນ ເທື່ອ.

ສ່ວນກໍລະນີ ທີ່ປະເທດພະມ້າ ຈະຂໍຊື້ໄຟຟ້າ ຈາກລາວເພີ່ມ ນັ້ນ ກໍຂຶ້ນກັບການພິຈາລະນາ ແລະ ຂໍ້ຕົກລົງ ຂອງລັດຖະບານລາວ ເຊິ່ງຄາດວ່າ ລັດຖະບານລາວ ກໍອາດຈະໃຫ້ທາງການຈີນ ເຂົ້າມາຊ່ອຍພິຈາລະນາ ໃນເລື່ອງນີ້ ນຳດ້ວຍ, ດັ່ງ ເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າ ລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເຊັຽເສຣີ ໃນມື້ວັນທີ 6 ກຸມພາ ນີ້ວ່າ:

“ເຮົາມີສັນຍາ ຊື້-ຂາຍໄຟກັນ ເຮົາສົ່ງເປັນໄຟ 22 (ກິໂລວັດ) ແລະບາງຈຸດ ກະເປັນ 115 (ກິໂລວັດ) ແຕ່ວ່າ ເຂົາເຈົ້າ ຊິມີຂໍ ເພີ່ມກໍາລັງບໍ່. ອັນນີ້ ອ້າຍກະບໍ່ແນ່ໃຈ ເພາະວ່າ ມັນຂຶ້ນກັບສັນຍາເດ້ ຖ້າວ່າທາງໄທຕັດໄຟແລ້ວ ຖ້າທາງຈີນຢາກຕັດ ອ້າຍກະວ່າ ລາວກັບຈີນ ກະບໍ່ມີບັນຫາ ຖ້າຈີນສັ່ງມາ ເຮົາກະພ້ອມຢູ່ແລ້ວ.”

ທ່ານຍັງກ່າວອີກວ່າ ຫາກອີງຕາມສັນຍາຊື້-ຂາຍໄຟຟ້າ ລະຫວ່າງລາວ ກັບພະມ້າ ແມ່ນມີການເຊັນສັນຍາຊື້-ຂາຍໄຟຟ້າ ຈຳນວນ 100 ເມກະວັດ ພາຍໃນປີ 2030. 

ເຖິງຢ່າງໃດກໍຕາມ ລັດຖະບານລາວ ມີຄວາມກັງວົນວ່າ ຫາກຈະປາບປາມ ແກ້ງຄອລເຊັນເຕີ້ ໂດຍການຕັດໄຟຟ້າ ຕາມລັດຖະບານໄທ ນັ້ນ ອາດຈະເຮັດໃຫ້ ປະເທດລາວ ໄດ້ຮັບຜົນກະທົບ ທັງ ເລື່ອງຂອງລາຍຮັບ ຈາກການຂາຍໄຟຟ້າ, ກະທົບຕໍ່ຄວາມສຳພັນ ລະຫວ່າງປະເທດ ແລະ ກະທົບຕໍ່ລະບົບເສດຖະກິດ ລາວ ແລະ ພະມ້າ, ດັ່ງ ເຈົ້າໜ້າທີ່ ລັດວິສາຫະກິດໄຟຟ້າ ລາວ ທ່ານດຽວກັນ ນີ້ ກ່າວວ່າ:

“ຄິດວ່າຖ້າທາງຈີນ ກົດດັນທາງລັດຖະບານ (ລັດຖະບານພະມ້າ) ທາງນັ້ນ ຈະດີກວ່າ ອັນນີ້ ຈະໃຫ້ເຮົາເຮັດແບບນັ້ນ ມັນຈະເຮັດໃຫ້ສຳພັນ​ທະ​ໄມຕີ ເປັນແນວໃດ ຫັ້ນນ່າ, ຄວາມຜູກພັນ ການຮ່ວມມືກັນ ຫັ້ນນ່າ.”

ທາງດ້ານ ປະຊາຊົນລາວ ທີ່ເຮັດວຽກເປັນພາກປະຊາສັງຄົມໃນລາວ ຢູ່ແຂວງຫຼວງພຣະບາງ ເຫັນວ່າ ປັດຈຸບັນ ທາງການລາວ ກໍມີການຂາຍໄຟຟ້າ ໃຫ້ກັບພະມ້າຢູ່ແລ້ວ ປະມານ 11 ເມກະວັດ ຜ່ານແຂວງບໍ່ແກ້ວ. ຫາກທາງການພະມ້າ ມາຂໍເຈລະຈາ ຊື້ໄຟຟ້າເພີ່ມຈາກລາວ ກໍມີຄວາມເປັນໄປໄດ້ສູງ ເນື່ອງຈາກ ທາງການລາວ ແລະ ລັດວິສາຫະກິດໄຟຟ້າ ລາວ ກໍມີຄວາມຕ້ອງການຕະຫຼາດໃໝ່, ແລະ ລາຍຮັບທີ່ເພີ່ມຂຶ້ນ ເພື່ອນຳໄປຊຳລະໜີ້ສິນ ອັນມະຫາສານ. 

ທັງນີ້ ກໍຂຶ້ນກັບທາງການຈີນນຳດ້ວຍ ເນື່ອງຈາກ ສາຍສົ່ງໄຟຟ້າໃນລາວ ເກືອບທັງໝົດ ແມ່ນມີບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ທີ່ຮ່ວມລົງທຶນກັບຈີນ ເປັນຜູ້ຄຸ້ມຄອງ, ດັ່ງ ທ່ານກ່າວວ່າ:

“Power Grid ສ່ວນໜຶ່ງ ມັນຖືກລັດຖະບານຈີນ Take Over ແລ້ວ ລາວກະມີສາຍສົ່ງເຊື່ອມຕໍ່ ກັບຈີນ ກັບພະມ້າ ຢູ່ແລ້ວ. ມັນນ່າ ຈະເປັນໂອກາດ ໃຫ້ລາວ ຫາເງິນ ມາໃຊ້ໜີ້.”

ຂະນະທີ່ ທ່ານ ຣັງສິມັນ ໂຣມ (Rangsiman Rome) ສະມາຊິກສະພາຜູ້ແທນລາດຊະດອນ ສັງກັດພັກປະຊາຊົນ ຂອງປະເທດໄທ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 6 ກຸມພາ 2025 ນີ້ ກ່ຽວກັບການປາບປາມ ແກ້ງຄອລເຊັນເຕີ້ ໃນປະເທດພະມ້າ ວ່າ ການຕັດໄຟຟ້າ, ນ້ຳມັນເຊື້ອໄຟ ແລະ ອິນເຕີເນັດ ແມ່ນເປັນອີກໜຶ່ງບາດກ້າວ ຂອງການປາບປາມ ເຊິ່ງຈະສືບຕໍ່ປາບປາມ ຈົນກວ່າ ແກ້ງຄອລເຊັນເຕີ້ ໃນພະມ້າ ຈະໝົດໄປ.


ຂ່າວ ກ່ຽວກັນ

 

ແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີຂອງຈີນ ໃນປະເທດພະມ້າ ຍັງລໍຖ້າການຊ່ວຍເຫຼືອ

 

ຄວາມຄືບໜ້າແມ່ຍິງລາວ ທີ່ຕິດຢູ່ສູນສະແກມເມີ້ ຂອງຈີນ ໃນປະເທດມຽນມາ

 

ຄົນງານທີ່ເຮັດວຽກໃຫ້ຄອລເຊັນເຕີ້ ໃນສາມຫຼ່ຽມຄຳ ຈະຖືກສົ່ງກັບປະເທດ


ນອກຈາກນີ້ ທ່ານຍັງຈະຕິດຕາມ-ກວດສອບ ເພີ່ມຕື່ມ ກໍລະນີທີ່ປະເທດໄທ ຂາຍໄຟຟ້າ, ນ້ຳມັນເຊື້ອໄຟ ແລະອິນເຕີເນັດ ໃຫ້ກັບປະເທດກຳປູເຈຍ ແລະ ປະເທດລາວ. ຫາກພົບວ່າ ທັງ 2 ປະເທດ ເອື້ອຜົນປະໂຫຍດ ໃຫ້ກັບແກ້ງຄອລເຊັນເຕີ້ ໃນການສໍ້ໂກງ, ຄ້າມະນຸດ ຫຼື ອາດຊະຍາກຳອື່ນໆ ກໍຈະຫາມາດຕະການປາບປາມ ໃຫ້ເຂັ້ມງວດຂຶ້ນອີກ, ດັ່ງ ທ່ານກ່າວໃນງານຖະແຫຼງຂ່າວ ໃນຕອນໜຶ້ງ ວ່າ:

“ການຂະຫຍາຍຜົນໄປທີ່ ພື້ນທີ່ອື່ນໆ ຈະມີຫຼືບໍ່ ບໍ່ວ່າຈະເປັນທາງຝັ່ງຂອງກຳປູເຈຍ ບໍ່ວ່າຈະເປັນຂອງຝັ່ງລາວ ຈິງໆ ໄຟຟ້າທີ່ເຮົາຂາຍນີ້ ມັນມີທັງ 18 ຈຸດ ດຽວຕ້ອງໄປເບິ່ງວ່າ ມັນຖືກເອົາໄປໃຊ້ໃນການກະທຳຄວາມຜິດ ຫຼາຍ-ໜ້ອຍ ປານໃດ.”

ທຸລະກິດຜິດກົດໝາຍ ແລະ ການຫຼອກຫຼວງ ຄົນໄປເຮັດວຽກໃນພະມ້າ ນັບມື້ ຈະຮຸນແຮງຂຶ້ນ ໂດຍສະເພາະໃນພື້ນທີ່ເມືອງເມຍວະດີ ເຊິ່ງເປັນທີ່ຕັ້ງ ຂອງເຂດເສດຖະກິດພິເສດ ຍາໄຖ-ຊະເວກົກໂກ ຂອງກຸ່ມບໍລິສັດ ຍາໄຖ ອິນເຕີເນຊັ່ນແນລ ໂຮດິ້ງ ຂອງຄົົນຈີນ ແລະ ບໍລິສັດ ຊິດ ລິນ-ມຽງ ຂອງກອງກຳລັງ ພິທັກຊາຍແດນ (Border Guard Force – BGF) ທີ່ລັດຖະບານສະຫະລັດອາເມຣິກາ ລະບຸວ່າ ເປັນສູນກາງ ອາດຊະຍາກຳ ແລະ ກິດຈະກຳ ຜິດກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.