ລັດວິສາຫະກິດໄຟຟ້າ ລາວ ແລະທາງການລາວ ຫາລື ປັບປຸງໂຄງສ້າງລາຄາໄຟຟ້າ ໃໝ່

ສຸພັດຕາ/ເພັດສະຫຍາມ
2025.02.04
ລັດວິສາຫະກິດໄຟຟ້າ ລາວ ແລະທາງການລາວ ຫາລື ປັບປຸງໂຄງສ້າງລາຄາໄຟຟ້າ ໃໝ່ ຮູບພາບປະກອບ: ເສົາໄຟຟ້າ ຫຼັກໜຶ່ງ ຕັ້ງຢູ່ແຄມທາງ ຢູ່ ນະຄອນຫຼວງວຽງຈັນ. ເດືອນພະຈິກ ປີ 2024.
RFA

ລັດວິສາຫະກິດໄຟຟ້າ ລາວ ແລະທາງການລາວ ຫາລື ປັບປຸງໂຄງສ້າງລາຄາໄຟຟ້າ ໃໝ່ ປີ 2025 ຫາ ປີ 2029 ນີ້ ໂດຍມີແຜນ ຈະປັບຂຶ້ນ ໃນອັດຕາ 1 ຫາ 3% ຈາກອັດຕາເດີມ ຍ້ອນ ລັດວິສາຫະກິດໄຟຟ້າ ລາວ ມີຄວາມຈໍາເປັນ ຕ້ອງໃຊ້ທຶນຮອນ ອັນມະຫາສານ ໃນການຊຳລະໜີ້ສິນ ແລະພັດທະນາ ລະບົບໂຄງຮ່າງພື້ນຖານ. ເບື້ອງຕົ້ນ ຈະຍັງບໍ່ປັບລາຄາໄຟຟ້າ ປະເພດທີ່ຢູ່ອາໄສ, ດັ່ງ ເຈົ້າໜ້າທີ່ລັດວິສາຫະກິດໄຟຟ້າ ລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 4 ກຸມພາ ນີ້ວ່າ:

“ແມ່ນແຫຼະ ຄືເຮົາມີ 9 ເບາະ (ປະເພດ) ແຕ່ວ່າ ເຮົາຊິປັບແຕ່ 8 ກະຄື ປະເພດທີ່ຢູ່ອາໄສ ເຮົາຈະບໍ່ປັບ ແຕ່ວ່າ ດ້ານອື່ນໆ ເຮົາກະໄດ້ປັບ ກະອີງໃສ່ ກ່ຽວກັບເງິນເຟີ້ເຮົາແນ່ ການຊື້-ຂາຍ ອັດຕາຜັນຜວນຂອງເງິນໂດລ້າຫັ້ນແຫຼະ ຊ່ວງປັບປຸງປະຕິຮູບແນ່ ມັນຫຼາຍທິດ ຫຼາຍທາງ.”

ທ່ານກ່າວອີກວ່າ ແຜນການປັບປຸງໂຄງສ້າງ ລາຄາໄຟຟ້າ ໃໝ່ ນີ້ ຄາດວ່າຈະປັບຂຶ້ນ ປະມານ 8 ປະເພດ ທີ່ບໍ່ແມ່ນທີ່ຢູ່ອາໄສ ປະກອບມີ: ອົງການຈັດຕັ້ງສາສົນ, ທຸລະກິດທົ່ວໄປ, ທຸລະກິດບັນເທີງ, ສຳນັກງານລັດຖະບານ, ທຸລະກິດກະສິກຳເພື່ອການຄ້າ ແລະທຸລະກິດ ທີ່ສ້າງໃນເຂດນິຄົມອຸດສາຫະກຳ ການຂຸດຄົ້ນ ແລະປຸງແຕ່ງແຮ່ທາດ. ສ່ວນວ່າ ຈະປັບລາຄາໄຟຟ້າ ໃໝ່ ໃນມື້ໃດນັ້ນ ຍັງຕ້ອງໄດ້ຮັບການພິຈາລະນາ ຈາກລັດຖະບານລາວ ແລະສະພາແຫ່ງຊາດ ບໍ່ກາຍກາງ ປີ 2025 ນີ້.

ກ່ຽວກັບເລື່ອງນີ້ ຊາວລາວນາງໜຶ່ງ ໃນເມືອງວິລະບູລີ ແຂວງສະຫວັນນະເຂດ ກ່າວວ່າ ຫວັງວ່າ ລັດວິສາຫະກິດໄຟຟ້າ ລາວ ຈະບໍ່ປັບລາຄາໄຟຟ້າ ປະເພດທີ່ຢູ່ອາໄສ ຂຶ້ນ ເພາະປັດຈຸບັນ ປະຊາຊົນລາວ ຜູ້ມີລາຍໄດ້ໜ້ອຍ ກະຈ່າຍຄ່າໄຟຟ້າ ທີ່ແພງຢູ່ແລ້ວ ແລະຍັງຕ້ອງແບກຮັບຄ່າໃຊ້ຈ່າຍ ໃນຊີວິດປະຈຳວັນອີກ, ດັ່ງຊາວລາວນາງນີ້ ກ່າວວ່າ:

ໂອ້ຍ ແພງແລ້ວ ຄັນຂຶ້ນອີກເຊິ ບໍ່ໄດ້ເຮັດຫຍັງ ທຸລະກິດຫຍັງ (ປັດຈຸບັນ) ບໍ່ໄດ້ຖືກແລ້ວ ບໍ່ໄດ້ໄຕ້ຫຍັງ ການເວັນກະບໍ່ໄດ້ໄຕ້ ກາງຄືນກະໄຕ້ດອກດຽວ.”

ຊາວລາວອີກທ່ານໜຶ່ງ ໃນແຂວງຈຳປາສັກ ກ່າວວ່າ ລັດຖະບານລາວ ສ້າງເຂື່ອນໄຟຟ້າເປັນຈຳນວນຫຼາຍ ເພື່ອຄວາມໝັ້ນຄົງ ແລະຕ້ອງການຫຼຸດພົ້ນ ຈາກປະເທດທຸກຍາກ ແຕ່ປັດຈຸບັນນີ້ ມີປະຊາຊົນລາວ ຈຳນວນຫຼາຍ ໄດ້ຮັບຜົນກະທົບ ສູນເສຍທີ່ດິນ, ຖືກໂຍກຍ້າຍອອກຈາກພື້ນທີ່, ຂາດເຂີນບ່ອນທຳການກະເສດ ແລະອື່ນໆ ກໍຍັງຕ້ອງຈ່າຍຄ່າໄຟຟ້າຄືເກົ່າ ແລະນັບມື້ຈະແພງຂຶ້ນ, ດັ່ງທ່ານ ກ່າວວ່າ:

“ການໃຊ້ຈ່າຍໄຟ ຄັນເວົ້າແທ້ ກະບໍ່ຖືກ ເຂື່ອນກະເຮັດຢູ່ເຂດບ້ານເຮົາ ເຂດເຮົາຖືກຜົນກະທົບ ກະຖືກຜົນກະທົບບ້ານເຮົາ ບາດນີ້ເສຍຄ່າໄຟກະຍັງຄືເກົ່າ.”

ທາງດ້ານ ເຈົ້າໜ້າທີ່ທະນາຄານ ພັດທະນາອາຊີ ຫຼື ADB ປະຈຳລາວ ກ່າວວ່າ ຫາກລັດວິສາຫະກິດໄຟຟ້າ ລາວ ມີການປັບລາຄາໄຟຟ້າ ປະເພດທີ່ຢູ່ອາໄສຂຶ້ນໄປອີກ ຈະເຮັດໃຫ້ປະຊາຊົນລາວ ເກີດຄວາມຫຍຸ້ງຍາກ ທາງດ້ານການເງິນຫຼາຍສົມຄວນ ຍ້ອນສະພາບເສດຖະກິດ-ການເງິນ ຍັງບໍ່ທັນຟື້ນຕົວໄດ້ດີ. ທ່າມກາງຂໍ້ຫຍຸ້ງຍາກ ທາງດ້ານເງິນນີ້ ລັດວິສາຫະກິດໄຟຟ້າ ລາວ ແລະທາງການລາວ ບໍ່ຄວນຈະລົງທຶນ ໃນໂຄງການໃໝ່ ເພື່ອສ້າງໜີ້ສິນເພີ່ມ ແຕ່ຄວນຈະເລັ່ງປັບປຸງໂຄງສ້າງພາຍໃນ ແລະປະຕິຮູບ ລັດວິສາຫະກິດໄຟຟ້າ ລາວ ໃຫ້ມີປະສິດທິພາບ-ປະສິດທິຜົນສູງສຸດ, ດັ່ງທ່ານກ່າວວ່າ:

“ຄວາມຕ້ອງການ ພະລັງງານນີ້ຍັງສູງຢູ່ ຄິດວ່າ ຂີດຄວາມສາມາດຂອງລາວນ່າ ການຜະລິດກະໃຫຍ່ແລ້ວເນາະ ແລ້ວການລົງທຶນຫັ້ນ ຄັນລັດໄປຮ່ວມ ລັດຫັ້ນມີຂໍ້ຫຍຸ້ງຍາກເນາະ ທຸກມື້ນີ້ເນາະ ການກູ້ຢືມທີ່ເກີນຄວາມສາມາດຕົວເອງ.”ລັດຖະບານລາວ ໄດ້ປະຕິຮູບ ລັດວິສາຫະກິດໄຟຟ້າ ລາວ ເພື່ອແກ້ໄຂບັນຫາໂຄງສ້າງພາຍໃນ, ແກ້ໄຂບັນຫາໜີ້ສິນ ເນື່ອງຈາກເປັນລັດວິສາຫະກິດ ທີ່ໄດ້ສ້າງພາລະໜີ້ສິນ ໃຫ້ລັດຖະບານ ຢ່າງມະຫາສານ, ປັດຈຸບັນ ລັດວິສາຫະກິດໄຟຟ້າ ລາວ ມີໜີ້ສິນກັບຕ່າງປະເທດ ກວມເອົາ 30% ຂອງໜີ້ສິນສາທາລະນະ ຄື ປະມານ 4,300 ລ້ານໂດລ້າສະຫະລັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.