ເຂດເສຖກິຈພິເສດ ບາງແຫ່ງ ບໍ່ໄດ້ສ້າງວຽກງານ ໃຫ້ຄົນທ້ອງຖິ່ນ

2023.01.23
Share on WhatsApp
Share on WhatsApp
ເຂດເສຖກິຈພິເສດ ບາງແຫ່ງ ບໍ່ໄດ້ສ້າງວຽກງານ ໃຫ້ຄົນທ້ອງຖິ່ນ ເສັ້ນທາງ ທີ່ຕັດຜ່ານ ເຂດເສຖກິຈ ບຶງທາດຫຼວງ, ນະຄອນຫຼວງວຽງຈັນ, ເດືອນກໍຣະກະດາ ປີ 2022.
ນັກຂ່າວ ພົລເມືອງ

ການ​ສັມປະທານ ໂຄງການເຂດເສກິພິເສດ ທີ່ຜ່ານມາໄປກວມເອົາທີ່ດິນທຳກິຂອງປະຊາຊົນ ຈາກທີ່ປະຊາຊົນ ເຄີຍເຮັດນາ, ເຮັດກະສິກັມ ເພື່ອລ້ຽງຊີບ ແຕ່ຕໍ່ມາກາຍເປັນລູກຈ້າງຂອງບໍຣິສັດ ຂ້າມຊາດ.

ບາງ​ກໍຣະນີ ປະຊາຊົນ ເຄີຍຂາຍເຄື່ອງຢູ່ແຫຼ່ງທ່ອງທ່ຽວ ແຕ່ຫຼັງຈາກບໍຣິສັດ ເຂົ້າມາສັມປະທານ ເຮັດເຂດເສກິພິເສດແລ້ວ ປະຊາຊົນ ຈຳ​​ເປັນຕ້ອງ ເສັຽຄ່າເຊົາທີ່ແພງກວ່າເກົ່າ ຢູ່ເຂດນ້ຳຕົກຕາດ ຄອນພະເພັງ ເມືອງໂຂງ ແຂວງຈຳປາສັກ ທີ່ ຣັບານ ໄດ້ມອບໃຫ້ບໍຣິສັດ ຈີນເຂົ້າມາສັມປະທານ.

ປະ​ຊາຊົນ ຢູ່ ເມືອງໂຂງ ແຂວງນຳປາສັກ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ຄື​ແຫຼ່ງ​ທ່ອງ​ທ່ຽວ​ຄອນ​ພະ​ເພງ ເຂົາ​ກະ​ປະ​ມູນ​ເອົາ​ໝົດ​ລະ​ຫັ້ນ​ລະ​ ດຽວນີ້ ພວກ​ຄົນ​ຂາຍ​ເຄື່ງ​ປະ​ຊາ​ຊົນ​ເຮົາບາດນີ້ ກະ​ໄດ້​ຈ້າງ​ເຂົ້າ​ຫັ້ນ ຂັ້ນ​ບໍ່​ຈ້າງ​ເຂົາ​ກະ​ໄລ່​ໜີ​ຫັ້ນ​ແຫຼບາດນີ້ ຕ້ອງ​ໄດ້​ເສັຽ​ຄ່າ​ເຊົ້າ​ໃຫ້​ເຂົາ​ແຫຼ ຂອງ​ເຂົາ​ສັມ​ປະ​ທານ​ລະ​ເດ້ ບໍ່​ເສັຽ​ເຂົາ​ກະ​ໄລ່​ໜີ​ຕີ້ ດິນດອນ​ຕ່ອນ​ຫຍ້າ ກະ​ຖືກໄຮ່​ຖືກ​ນາ ເຂົາ​ກະ​ເສັຽ​ເງິນ​ໃຫ້ ລາງເທື່ອ​ກະ​ບໍ່​ໄດ້​ເສັຽ​ກະ​ມີ​ນ່າ.”

ຊາວ​ບ້ານ ທ່ານນີ້ ກ່າວວ່າ ເສັຽອາກອນໃຫ້ເມືອງ 40,000-50,000 ກີຕໍ່ເດືອນ ໃນການຕັ້ງຮ້ານຂາຍເຄື່ອງຢູ່ເຂດ ທ່ອງທຽວ, ແຕ່ ຫຼັງຈາກບໍຣິສັດ ຈິນເຂົ້າມາເຊົ່າແລະສັມປະທານ ເຂົາເຈົ້າຕ້ອງໄດ້ເສັຽຢ່າງໜ້ອຍ 400,000 ກີບ ຕໍ່ເດືອນ.  

ການ​ໃຫ້ສັມປະທານ ເຂດເສກິພິເສດ ແກ່ນັກລົງທຶນຈີແລ້ວໄປກວມເອົາທີ່ດິນທຳກິຂອງປະຊາຊົນ ເກີດຂຶ້ນຢູ່ຫຼາຍແຂວງ ໃນປະເທດລາວນັ້ນ ເຮັດໃຫ້ປະຊາຊົນ ຜູ້ທີ່ເປັນເຈົ້າຂອງທີ່ດິນ ມາແຕ່ກ່ອນ ປັດຈຸບັນ ເຂົາເຈົ້າບໍ່ມີທີ່ດິນທຳກິນ.

ປະ​ຊາຊົນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ມັນເປັນໝົປະເທດຊາດບ້ານເມືອງ ມັນບໍ່ເປັນແຕ່ສະເພາະຄອນພະເພັງ ດິນດອນຕ່ອນຫຍ້າເຂົາເອົາໃຫ້ຈີນໝົດລະເດ້ ປະຊາຊົນບໍ່ມີຮອດດິນ ມັນບໍ່ມີລະມັນບໍ່ມີຄຳຊິອະທິບາຍ ບໍ່ມີຄຳຊິເວົ້າ ດິນຮົ້ວດິນສວນ ຜູ້ໃດມີຫຼາຍ ແດ່ພວກເຮັດມາແຕ່ກ່ອນກະຖືກ ຈີນເຂົ້າໄປສັມປະທານ ເຂົາກະເອົາໄປໝົດລະດິນດອນຕ່ອນຫຍ້າຂອງປະຊາຊົນ ເຂົາກະຍັງເອົາໄປໝົດ ປູກມັນແລ້ວ ເຂົາກະດຸດມັນຖິ້ມ.”

ນອກ​ຈາກນີ້, ປະຊາຊົນ ທີເຄີຍເຮັດນາລ້ຽງຊີບ ແຕ່ຫຼັງຈາກສູນເສັຽດິນໃຫ້ໂຄງການເຂດເສກິພິເສດ ບຶງທາດຫລວງແລ້ວ ເຂົາເຈົ້າຈຳເປັນຕ້ອງໄດ້ຊື້ເຂົ້າກິນ ແລະ ໄປຫາຮັບຈ້າງກິນ.

ປະ​ຊາຊົນ ຜູ້ທີ່ໄດ້ຮັບຜົກະທົບ ຈາກໂຄການເຂດເສກິພິເສດບຶງທາດຫລວງ ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ວ່າ:

ແຕ່ກ່ອນເຮັດນາກິນ ເຂົ້າກະໄດ້ຂາຍ ປູກຜັກ ລ້ຽງປາກິນ, ແຕ່ ຫຼັງຈາກເສັຽດິນໃຫ້ໂຄງການເຂດເສກິພິເສດແລ້ວ ກໍບໍ່ໄດ້ເຮັດນາ ແລະ ໄປຫາຮັບຈ້າງກິນ ມັນຊິຫຼຸດພົ້ນຈາກຄວາທຸກຍາກແນວໃດ ມີແຕ່ມັນທຸກລົງ.”

ຖ້າ​ເວົ້າເຣື່ອງເສກິພິເສດ ປະຊາຊົນສ່ວນຫຼາຍ ເຂົ້າໃຈແລະ ເຫັນພາບ ຊາວບ້ານຕ້ອງສູນເສັຽທີ່ດິນໃຫ້ໂຄງການ, ການຈ່າຍຄ່າຊົດເຊີຍ ທີ່ບໍ່ເປັນທັມ ແລະ ຊາວບ້ານຈຳນວນນຶ່ງຈຳເປັນຕ້ອງໄດ້ຍົກຍ້າຍບ້ານເຮືອນ ຂອງຕົນເອງ.

ບາງ​ກໍຣະນີ ກໍມີການໄລ່ຈັບປະຊາຊົນ ຜູ້ທີ່ເປັນເຈົ້າຂອງທີ່ດິນ ເຊັ່ນໂຕຢ່າງ ກໍຣະນີຂໍ້ຂັດແຍ່ງ ທີ່ດິນສ້າງນາມບິນສາກົນ ຢູ່ເຂດເສກິພິເສດ ຂອງກຸ່ມບໍຣິສັດ ຄິງສ໌ໂຣມັນສ໌ ຢູ່ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ ເມື່ອຫຼາຍປີກ່ອນ.

ນັກ​ກົດໝາຍ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ:

ຖ້າເວົ້າເຣື່ອງການສັມປະທານ ທີ່ດິນສ້າງເຂດເສກິພິເສດ ກໍຈະເຫັນວ່າ ບາງໂຄງການ ປະຊາຊົນ ທ້ອງຖິ່ນບໍ່ໄດ້ຮັບຜົໂຍດຫຍັງ ແຕ່ ຍັງເສັຽທີ່ດິນ ນຳອີກ.”

ນັກ​ກົດໝາຍ ທ່ານນີ້ ກ່າວຕື່ມວ່າ:

ການສ້າງເຂດເສກິພິເສດສາມຫຼ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກາຍເປັນເປັນຖານທີ່ກະທຳຜິດກົດໝາຍ ເປັນຕົ້ນ ການຕົວະຄົນລາວ ແລະ ຄົນຕ່າງປະເທດເຂົ້າໄປເຮັດວຽກຕອບແຊັດ ຫຼື ແກ້ງຄໍລ໌ເຊັນເຕີຣ໌ ເພື່ອຕົວະ ແລະ ຫຼອກລວງເອົາເງິນຄົນ(ອື່ນ).”

ນັກ​ກົດໝາຍ ທ່ານນີ້ ຍັງກ່າວຕື່ວ່າ: ​

ເຂດເສກິພິເສດສາມຫລ່ຽມຄຳ ກາຍເປັນບ່ອນຄ້າມະນຸສ ແລະ ສິ່ງຜິດກົດໝາຍ ເຊິ່ງເຣື່ອງນີ້ ຣັບານລາວກໍຮູ້ດີ ແຕ່ ກໍບໍ່ສາມາດເຮັດຫຍັງໄດ້ ຍ້ອນວ່າ ເຂົາມີກົດໝາຍຄຸ້ມຄອງພິເສດ.”

ແຕ່ ໂຄງ​ການເສດກິພິເສດບາງແຫ່ງ ທີ່ເນັ້ນລົງທຶນໃສ່ໂຮງງານ ການລິດສິນຄ້ານັ້ນ ເຫັນການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນທ້ອງຖິ່ນ.

ນັກ​ກົດໝາຍ ທ່ານນີ້ ກ່າວວ່າ:

ໂຄງການເຂດເສກິພິເສດ ສວັນ-ເຊໂນ ມີການຕັ້ງໂຮງງານ ອຸດສາຫະກັມ ແລະ ມີການຈ້າງງານປະຊາຊົນ ທ້ອງຖິ່ນ ເພື່ໃຫ້ມີວຽກເຮັດງານທຳ.”

ເຖິງ​ຢ່າງໃດກໍຕາມ, ຣັບານລາວ ກໍເຫັນວ່າ ການໃຫ້ສັມປະທານທີ່ດິນ ເພື່ອສ້າງເຂດເສຖກິພິເສດ ກໍເປັນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນທ້ອງຖິ່ນ.

ໜັງ​ສືພິມວຽງ ຈັນທາມສ໌ຂອງລາວ ໄດ້ຣາຍງານ ໂດຍອ້າງຄຳເວົ້າຂອງ ທ່ານ ສອນປະເສີດ ດາລາວົງ, ຫົວໜ້າກອງການສົ່ງເສີມ ແລະ ຄຸ້ມຄອງ ເຂດເສກິພິເສດ ກະຊວງແຜນການ ແລະ ການລົງທຶນ ວ່າ: ມີບໍຣິສັດປະມານ 1,200 ບໍຣິສັດ ຢູ່ໃນເຂດເສກິຈພິເສດທົ່ວປະເທດ ວ່າຈ້າງປະຊາຊົນ 63,000 ຄົນ. ຣັບານ ໄດ້ເຊັນສັນຍາສ້າງ ເຂດເສກິພິເສດໄປແລ້ວ ໃນເນື້ອທີ່ດິນ 34,000 ເຮັກຕ້າຣ໌ ແຕ່ວ່າ ມາຮອດປັດຈຸບັນ ສາມາດດຳເນີນການໄປໄດ້ 13,000 ເຮັກຕ້າຣ໌.

ອີງ​ຕາມຂໍ້ມູນ ຈາກກະຊວງແຜນການ ແລະ ການລົງທຶນ, ນັກລົງທຶນທີ່ເປັນເຈົ້າຂອງ ໂຄງການເຂດເສກິພິເສດ ສ່ວນຫຼາຍ ແມ່ນ ຈີນ, ໄທຍ ແລະ ຍີ່ປຸ່ນ​.

ຣັ​ບານ ໄດ້ໃຫ້ສັມປະທານ ເຂດເສກິພິເສດ ປະມານ 10 ແຫ່ງ ຢູ່ 8 ແຂວງ ໂດຍມີມູນຄ່າການລົງທຶນຫຼາຍຕື້ໂດລ້າຣ໌.

ເຂດເສກິພິເສດ ຄິງສ໌ໂຣມັນສ໌ ຢູ່ ແຂວງບໍ່ແກ້ວ, ເຂດເສກິຈບໍ່ເຕັນ ຢູ່ແຂວງຫຼວງນ້ຳທາ, ເຂດເສກິພິເສດສວັນ-ເຊໂນ ແຂວງສວັນນະເຂດ, ແລະ ເຂດເສກິພິເສດບຶງທາດຫຼວງ ຢູ່ນະຄອນຫລວງວຽງຈັນ ນັ້ນໄດ້ເສັຽອາກອນ ມູນຄ່າ 1,000 ຕື້ ກີບ ເຂົ້າງົບປະມານຂອງຣັຖ ຕາມກາຣາຍງານ ຂອງ ທ່ານ ສອນປະເສີດ ດາລາວົງ.

ບັນ​ຫາສັງຄົມ ທີ່ເກີດຂຶ້ນ ໃນເຂດເສກິຈພິເສດ ສາມຫລ່ຽມຄຳ ຢູ່ເມືອຕົ້ນເຜິ້ງ ແຂວງ ບໍ່ແກ້ວ ໂດຍສະເພາະການຄ້າມະນຸສ, ມີທັງຄົນລາວ ແລະ ຄົນຕ່າງປະເທດ ຖືກຕົວະມາຄ້າມະນຸ

ສະ​ຖານ​ທູຕ ​ອິນ​ເດັຽ ​ປະ​ຈຳ​ລາວ ໄດ້​ຊ່ວຍ​ເຫຼືອ ຄົນ​ອິນ​ເດັຽ 11 ຄົນ ທີ່​ຖືກ​ກັກ​ໂຕ​ຢູ່ ເຂດເສ​ຖ​ກິ​ຈ ພິ​ເສດສາມ​ຫຼ່ຽມ​ຄຳ ແລ້ວສົ່ງ​ເຂົາ​ເຈົ້າ​ກັບ​ຄືນ ​ປະ​ເທດອິນ​ເດັຽ.

ໃນ​ເດືອນ​ກັນ​ຍາ 2022 ທີ່​ຜ່ານ​ມາ, ຣັ​ຖ​ບານ​ອິນ​ເດັຽ ໄດ້​ອອກ​ແຈ້ງ​ເດືອນ ໃຫ້ຊາວ​ໜຸ່ມ​ອິນ​ເດັຽ ທີ່​ມີ​ຄວາມ​ຮູ້​ດ້າ​ນ ​ໄອ​ທີ (IT) ບໍ່​ໃຫ້​ໄປ​ຫຼົງ​ເຊື່ອ ການ​ປະ​ກາດຮັບ​ສ​ມັກ​ວຽກ ທີ່​ຫລອກ​ລວງ ຢູ່​ຕາມ​ຊື່​ສັງ​ຄົມ​ອອນ​ລາຍນ໌.

ເນື້ອ​ໃນ​ແຈ້ງ​ການ​ ຂອງ​ທາງ​ການ​ອິນ​ເດັຽ ໄດ້​ລະ​ບຸ​ວ່າ:

ຄົນ​ອິນ​ເດັຽ ທີ່​​ຕົກເປັນ​ເຫຍື່ອ ​ອີກທັງ ​ຖືກພາ​ໂຕ ລັກ​ຂ້າມ​ໄປ​ເຮັດ​ວຽກ ຜ່ານ​ຊາຍ​ແດນ ​ປະ​ເທດ​ພະ​ມ້າ ແລ້ວ​ມາ​ຖືກ​ກັກ​ໂຕ ແລະ ບັງ​ຄັບ​ໃຫ້​ເຮັດ​ວຽກ ພາຍ​ໃຕ້​ເງື່ອນ​ໄຂ​ທີ່ບໍ່​ດີ.”

ໃນວັນທີ 20 ຕຸລາ 2022 ທີ່ຜ່ານມາ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan) ຣັຖມັນຕຣີກະຊວງພາຍໃນ ຂອງປາກິສຖານ ໃຫ້ສັມພາດຕໍ່ສື່ມວນຊົນວ່າ ທາງການປາກີສຖານ ສາມາດຊ່ອຍເຫລືອ ຄົນງານເພດຊາຍ ທີ່ໄປເຮັດວຽກ ຕອບແຊັດ ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ 44 ຄົນ. ຄົນ​ງານ​ເຫຼົ່າ​ນັ້ນ ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ຜ່ານຊ່ອງທາງ ອອນລາຍນ໌ ໄປຍັງທາງການ ປາກີສຖານ ໃນເດືອນສິງຫາ 2022.

ອີງຕາມຣາຍງານ ຂອງ ທ່ານ ອິກບັລ ຮຸສຊ່ຽນ ຄ່ານ (Iqbal Hussain Khan), ນາຍໜ້າໄດ້ຕົວະຄົນງານ ປາກີສຖານ ທີ່ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດວ່າ ພວກເຂົາເຈົ້າຈະມີວຽກເຮັດ ທີ່ມີລາຍໄດ້ດີ ແຕ່ເມື່ອເດີນທາງ ໄປຮອດປະເທດລາວ ຄົນງານກຸ່ມດັ່ງກ່າວນີ້ ພັດຖືກນາຍຈ້າງ ແລະ ນາຍໜ້າຍຶດໜັງສືເດີນທາງ, ບັງຄັບໃຫ້ສ້າງບັນຊີອອນລາຍນ໌.

ຄົນ​ມາ​ເລ​ເຊັຽ 7 ຄົນ ກໍ​ຖືກ​ຕົວະ​ໄປ​ເຮັດວຽກ ​ຢູ່​ເຂດ​ເສ​ຖ​ກິ​ຈ​ພິ​ເສດ ສາມ​ຫຼ່ຽມ​ຄຳ ແລະ ຖືກ​ຊ່ອຍ​ເຫຼືອ​ອອກ​ມາ​ໄດ້. ໃນວັນທີ 6 ຕຸລາ 2022 ທີ່ຜ່ານມາ ກະຊວງ ການຕ່າງປະເທດ ຂອງມາເລເຊັຽ ອອກຖແຫລງການວ່າ ໄດ້ດຳເນີນການ ຜ່ານສະຖານທູຕມາເລເຊັຽ ປະຈຳປະເທດລາວ ໃນການຊ່ອຍເຫລືອ ຄົນງານມາເລເຊັຽ ທີ່ຖືກຕົວະ ໄປເຮັດວຽກຕອບແຊັດ ຫຼື ຄໍລ໌ເຊັນເຕີຣ໌ ໄດ້ຈຳນວນ 7 ຄົນ. ທ່ານ ດາໂຕະ ຮິຊາມຸ໋ດດິ໋ນ ຮາຮິມ (Dato Hishamuddin Hahim) ເລຂາທິການ ອົງການເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ຫລື Malaysia International Humanitarian Organization (MHO) ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 10 ຕຸລາ ວ່າ ຍັງມີຄົນງານມາເລເຊັຽ ທີ່ຖືກຕົວະໄປເຮັດວຽກ ຕອບແຊັດ, ຢູ່ພາຍໃນປະເທດລາວ ເທົ່າທີ່ມີຂໍ້ມູນ ແມ່ນມີປະມານ 50-100 ຄົນ ທີ່ບໍ່ສາມາດຊ່ອຍເຫລືອ ອອກມາໄດ້.

ນອກ​ຈາກນີ້ ໃນ​ຕົ້ນ​ປີ 2022 ທີ່​ຜ່ານມາ, ກໍ​ມີ​ຄົນ​ໄທ​ຍ ​ຫຼາຍ 10 ຄົນ ຖື​ກ​ຕົວະ​ໄປ​ເຮັດ​ວຽກ​ຢູ່ ຢູ່​ເຂດ​ເສ​ຖ​ກິ​ຈ​ ພິ​ເສດ ​ສາມ​ຫຼ່ຽມ​ຄຳ ແລະ ຖືກ​ບັງ​ຄັບ​ໃຫ້​ເຮັດ​ວຽກ​ ຫຼາຍ​ຊົ່ວ​ໂມງ​. ທາງການລາວ ໄດ້ຮັບແຈ້ງຣາຍຊື່ ຄົນງານໄທຍ 37 ຄົນ ທີ່ຖືກຕົວະໄປເຮັດວຽກ ຢູ່ໃນເຂດດັ່ງກ່າວ. ໃນນັ້ນ 16 ຄົນ ສາມາດຕິດຕໍ່ໄດ້ ແລະຢູ່ໃນລະຫວ່າງ ການປະສານງານ ສົ່ງກັບປະເທດ ຈາກເມືອງຫ້ວຍຊາຍ (ສປປ ລາວ) ໄປຫາເມືອງຊຽງຂອງ ປະເທດໄທຍ. ສ່ວນທີ່ເຫລືອອີກ 21 ຄົນ ຢູ່ໃນລະຫວ່າງ ການຕິດຕາມຫາຕົວຢູ່. ເຈົ້າໜ້າທີ່ ຄະນະຄຸ້ມຄອງ ເຂດເສຖກິຈ ພິເສດ ແຂວງບໍ່ແກ້ວ ຈະຂໍຄວາມຮ່ວມມື ນໍາບໍຣິສັດດອກງິ້ວຄໍາ ເຈົ້າ​ຂອງ​ເຂດ​ ເສ​ຖ​ກິ​ຈ ​ພິ​ເສດ ສາມ​ຫຼ່ຽມ​ຄຳ ໃນການກວດກາ ບັນດາບໍຣິສັດອອນລາຍນ໌ ທີ່ນໍາໃຊ້ຄົນງານ ຕອບແຊັດ ແລະຈະສຶກສາອົບຮົມ ທັງຄົນງານລາວ ແລະ ທັງບໍຣິສັດ ບໍ່ໃຫ້ໃຊ້ຄວາມຮຸນແຮງ ຮວມທັງການທໍາຮ້າຍຮ່າງກາຍ ຍ້ອນເຮັດວຽກຕອບແຊັດບໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.