ເຣື້ອງທີ່ເກັບບັນທຶກໄວ້
2022-06-30
ກະຊວງແຜນການ ແລະ ການລົງທຶນ ໄດ້ເຊັນບົດບັນທຶກ ຄວາມເຂົ້າໃຈ ຫຼື MOU ອະນຸຍາດໃຫ້ ບໍຣິສັດ ປິໂຕລ້ຽມ ເທຣດດິ້ງລາວ ມະຫາຊົນ ສຶກສາ, ສຳຣວດ ແລະ ອອກແບບ ຄວາມເປັນໄປໄດ້ ຂອງໂຄງການກໍ່ສ້າງ ເສັ້ນທາງຣົຖໄຟ ຈາກນະຄອນຫລວງວຽງຈັນ ຫາເມືອງທ່າແຂກ ແຂວງຄຳມ່ວນ ຄວາມຍາວ 312 ກິໂລແມັດ.
2022-06-29
ຂຶ້ນຄ່າທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ໂດຍອີງໃສ່ອັດຕຣາ ແລກປ່ຽນ ເງິນໂດລ້າຣ໌ສະຫະຣັຖ ຊຶ່ງການປັບຂຶ້ນ ໃນຄັ້ງນີ້ ກໍເຮັດໃຫ້ ປະຊາຊົນສ່ວນນຶ່ງ ທີ່ເປັນຜູ້ໃຊ້ ເສັ້ນທາງດັ່ງກ່າວ ໃນການປະກອບ ທຸຣະກິຈ ບໍ່ພໍໃຈປານໃດ.
2022-06-29
ໃນໄລຍະບໍ່ດົນມານີ້ ປໍ້ານໍ້າມັນ ຣາຍຍ່ອຍຫຼາຍປໍ້າ ຢູ່ລາວ ຖືກທາງການລາວ ສັ່ງໂຈະກິຈການຊົ່ວຄາວ ເນື່ອງຈາກ ຂາຍນ້ໍາມັນເຊື້ອເພີງ ເກີນລາຄາ ຈາກທີ່ກະຊວງ ອຸດສາຫະກັມ ແລະການຄ້າ ກໍານົດ ປະມານ 2,000-3,000 ກີບຕໍ່ລິດ.
2022-06-28
ມີຄົນງານລາວ ຢ່າງໜ້ອຍ 2,000 ຄົນ ໄປເຮັດວຽກ ໃນຂແນງການປະມົງ ແລະອຸດສາຫະກັມ ປຸງແຕ່ງອາຫານທະເລ ຢູ່ປະເທດມາເລເຊັຽ ແບບບໍ່ຖືກກົດໝາຍ ສ່ຽງທີ່ຈະຖືກ ຂູດຮີດແຮງງານ ແລະ ຕົກເປັນເຫຍື່ອການຄ້າມະນຸສ, ອີງຕາມຂໍ້ມູນຈາກ ກະຊວງແຮງງານ ແລະສວັດດີການສັງຄົມ.
2022-06-27
ໃນໄລຍະ 4 ເດືອນຜ່ານມາ ຂອງປີນີ້ ມີນັກທ່ອງທ່ຽວ ຕ່າງປະເທດ ເຂົ້າມາ ສປປ ລາວ ຫລຸດລົງຫຼາຍ ເຖິງ 18.9% ເມື່ອທຽບໃສ່ປີກາຍ, ໃນນັ້ນ ສ່ວນໃຫຍ່ ແມ່ນ ຊາວໄທຍ ຂະນະທີ່ ນັກທ່ອງທ່ຽວຊາຕອື່ນໆ ຍັງໜ້ອຍຢູ່.
2022-06-26
ສປປລາວ ຕ້ອງແກ້ໄຂ ທັງວິກິດການເງິນ ແລະ ຈ່າຍໜີ້, ແຕ່ຣັຖບານລາວ ກໍຢືນຢັນ ຜ່ານບົດຣາຍງານວ່າ ເສຖກິຈ ຍັງຂຍາຍໂຕ ໃນປີນີ້ ແລະ ຈະສາມາດ ແກ້ວິກິດ ເຂົ້າສູ່ພາວະ ປົກກະຕິໄດ້ ໃນທ້າຍປີນີ້.
2022-06-24
ນ້ຳມັນ ແລະ ສິນຄ້າ ທຸກປະເພດ ຍັງຂຶ້ນລາຄາ ຢ່າງຕໍ່ເນື່ອງ ເຖິງແມ່ນວ່າ ທາງການລາວ ບອກວ່າມີແຜນໃນການຮັບມື ໂດຍສະເພາະ ເຣື່ອງລາຄານ້ຳມັນ ແລະປະຣິມານນ້ຳມັນ ໃນປະເທດລາວ ຊຶ່ງມາເຖິງປັດຈຸບັນນີ້ ປະຊາຊົນ ກໍຍັງເດືອດຮ້ອນ ເພາະຄ່າຄອງຊີພ ທີ່ແພງຂຶ້ນຫຼາຍເທົ່າ.
2022-06-23
ສະຖາບັນ ຕ່າງປະເທດ ກ່າວວ່າ ລາວຈະບໍ່ສາມາດ ໃຊ້ໜີ້ຕ່າງປະເທດ ຕາມກຳນົດເວລາໄດ້ ໃນຂະນະທີ່ ຣັຖບານລາວ ຕຣຽມເອົາບໍ່ແຮ່ ທັມມະຊາດ ມາໃຊ້ໜີ້ຕ່າງປະເທດ.
2022-06-23
ຫ້າມຊື້-ຂາຍສິນຄ້າ ເປັນສະກຸນເງິນຕຣາ ຕ່າງປະເທດ ຕາມຮ້ານຄ້າຕ່າງໆ ຖ້າຫາກຜູ້ໃດ, ຫົວໜ່ວຍທຸຣະກິຈໃດ ລະເມີດ ຈະຖືກປັບໃໝ 1 ລ້ານກີບ ອີງຕາມ ແຈ້ງການ ຂອງ ຜແນກອຸດສາຫະກັມ ແລະ ການຄ້າ ແຂວງຫຼວງພຣະບາງ ໃນວັນທີ 21 ມິຖຸນານີ້.
2022-06-21
ບັນດາຊາວບ້ານ ແລະ ຄຣູອາສາສມັກ ທີ່ເປັນເພື່ອນຮ່ວມອາຊີບ ພາກັນບໍຣິຈາກເງິນ ໃຫ້ຄຣູອາສາຜູ້ນຶ່ງ ທີ່ບໍ່ໄດ້ຮັບ ການບັນຈຸເປັນຣັຖກອນ ພາຍຫລັງ ເຮັດວຽກມາແລ້ວ ເປັນເວລາ 10 ປີ.
2022-06-21
ປະຊາຊົນ ຮູ້ສຶກຜິດຫວັງ ທີ່ຣັຖບານ ແກ້ໄຂບັນຫານໍ້າມັນ ບໍ່ເປັນໄປຕາມທີ່ ຣັຖມົນຕຣີ ກະຊວງການເງິນ ໄປປະກາດໄວ້ ໃນກອງປະຊຸມ ສະພາແຫ່ງຊາດ, ມາເຖິງຕອນນີ້ ປະຊາຊົນ ຕ້ອງລຽນຄິວ ເພື່ອຖ້າໃສ່ນ້ຳມັນຣົຖ ເຊັ່ນເຄີີຍ.
2022-06-18
ຄັງສຳຮອງ ເງິນຕຣາຕ່າງປະເທດຕໍ່າ ສົ່ງຜົລເຮັດໃຫ້ ເງິນເຟີ້ສູງຂຶ້ນ, ນ້ຳມັນຂາດແຄນ, ນັກລົງທຶນ ແລະ ປະຊາຊົນ ຂາດຄວາມໝັ້ນໃຈ ຕໍ່ຄ່າເງິນກີບລາວ. ພາກທຸຣະກິຈ ແນະນຳ ໃຫ້ເພີ່ມ ຄັງສຳຮອງ ເງິນຕຣາດ່ວນ.
2022-06-17
ຫຼາຍພາກສ່ວນ ສົ່ງເສີມໃຫ້ຄົນລາວ ຊ່ອຍກັນໃຊ້ສິນຄ້າລາວ ເພື່ອຫຼຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ ຂະນະທີ່ສິນຄ້າລາວ ສ່ວນຫຼາຍ ພັດມີລາຄາແພງ ແລະ ຄຸນນະພາບ ຍັງບໍ່ດີສ່ຳສິນຄ້າ ຕ່າງປະເທດ.
2022-06-16
ສປປ ລາວ ຂາດດຸນການຄ້າ 2 ເດືອນຕິດຕໍກັນ ຮວມມູນຄ່າ 150 ລ້ານໂດລ້າຣ໌ສະຫະຣັຖ ແຍກເປັນເດືອນເມສາ ຂາດດຸນ 48 ລ້ານໂດລ້າຣ໌ສະຫະຣັຖ ແລະເດືອນພຶສພາ ຂາດດຸນ 102 ລ້ານໂດລ້າຣ໌ສະຫະຣັຖ ໂດຍປະເທດລາວ ຂາດດຸນການຄ້າ ກັບໄທຍ ແລະຈີນຫຼາຍທີ່ສຸດ.
2022-06-16
ທາງການລາວ ຈະຂຶ້ນຄ່າແຮງງານຂັ້ນຕ່ຳ ເປັນ 1,300,000 ພາຍໃນເດືອນພຶສພາ ປີ 2023 ຂະນະທີ່ຄົນງານລາວ ເຫັນວ່າ ຄ່າແຮງຂັ້ນຕ່ຳ ໃນປັດຈຸບັນ ບໍ່ສອດຄ່ອງ ກັບຄ່າຄອງຊີບ, ຊີວິດການເປັນຢູ່, ບໍ່ສົມເຫດສົມຜົລ ຈົນເຮັດໃຫ້ຫຼາຍຄົນ ຈຳເປັນຕ້ອງຫາທາງ ໄປຊອກເຮັດວຽກ ຢູ່ປະເທດໄທຍ.