ໂຮງງານ ມັນຕົ້ນຈີນ ຈະຖືກໃໝ
2016.09.20
ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງນ້ຳທາ ກຽມລົງພື້ນທີ່ ຢູ່ເມືອງສິງ ໃນອາທິດໜ້າ ເພື່ອໃໝ ໂຮງງານ ຈູເປົາເຢັນ ປຸງແຕ່ງມັນຕົ້ນ ສຳເລັດຮູບ ຈຳກັດ, ຊຶ່ງເປັນໂຮງງານຂອງຈີນ.
ສາເຫດ ກໍຍ້ອນວ່າ ເຈົ້າຂອງ ໂຮງງານ ທີ່ເປັນຄົນຈີນ ບໍ່ສົນໃຈ ແກ້ໄຂບັນຫາ ນ້ຳເສັຽ ກ່ອນຈະປ່ອຍລົງຫ້ວຍນ້ຳ ທັມມະຊາດ ເຖິງແມ່ນວ່າ ທາງການ ຈະສັ່ງໃຫ້ ເຈົ້າຂອງໂຮງງານ ສ້າງອ່າງ ເກັບນ້ຳເສັຽເພີ້ມ ກໍຕາມ, ແຕ່ມາຮອດ ປັດຈຸບັນ ກໍຍັງບໍ່ໄດ້ ລົງມື ກໍ່ສ້າງ ແຕ່ຢ່າງໃດ.
ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງຫລວງນ້ຳທາ ໄດ້ກ່າວ ໃນວັນທີ 19 ກັນຍາ ວ່າ:
“ຖືວ່າ ຈະມີແຜນ ໄປຕິດຕາມ ກວດກາເບິ່ງເນາະ ເພິ່ນໄດ້ປ່ອຍນ້ຳ ອັນນັ້ນ ລົງສູ່ ແມ່ນ້ຳ ທັມມະຊາດ ເຄີຍລົງ ເຄີຍເຮັດ ບົດບັນທຶກ ນໍາຂະເຈົ້າແລ້ວ ມີແຕ່ ຂະເຈົ້າ ບໍ່ປະຕິບັດ ຕາມແຜນຄຸ້ມຄອງສິ່ງແວດລ້ອມ ເທື່ອນີ້ ກະຊິມີ ການປັບໃໝ ຄັກແນ່ແຫລະ ເຂົາບໍ່ປະຕິບັດ ຕາມແຜນ.”
ເຈົ້າໜ້າທີ່ ກ່າວຕື່ມອີກວ່າ ຈະມີ ການພິຈາລະນາ ວ່າ ຈະໃຫ້ສ້າງອ້າງ ເກັບນ້ຳເສັຽເພີ້ມ ແລ້ວອະນຸຍາດໃຫ້ທຳການຜະລິດ ອີກເທື່ອນຶ່ງ ຫລືວ່າ ຈະສັ່ງໃຫ້ປິດ ໂຮງງານ ແບບຖາວອນ ພ້ອມກັບ ຍົກເລີກສັນຍາການລົງທຶນ.
ປັດຈຸບັນ ເຈົ້າຂອງ ໂຮງງານ ດັ່ງກ່າວ ຍັງເຮັດທຸລະກິດ ຢູ່ປະເທດຈີນ ແລະ ບໍ່ທັນ ໄດ້ກັບມາ ແຂວງຫລວງນ້ຳທາ ແຕ່ຢ່າງໃດ, ຊຶ່ງຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວລ້ອມ ແຂວງ ຈະຕິດຕໍ່ໃຫ້ເຈົ້າຂອງ ໂຮງງານ ເດີນທາງກັບມາ ພົບເຈົ້າໜ້າທີ່ ຖ້າບໍ່ດັ່ງນັ້ນ ຈະຖືກສັ່ງ ປິດໂຮງງານ ແບບບໍ່ແຈ້ງລ່ວງໜ້າ, ອີງຕາມ ການບອກເລົ່າ ຂອງເຈົ້າໜ້າທີ່.