ອັດຕະປື ຍຶດໄມ້ ຜິດກົດໝາຍໄດ້ 1,350 ແມັດກ້ອນ

ຈຳປາທອງ
2022.08.02
Share on WhatsApp
Share on WhatsApp
ອັດຕະປື ຍຶດໄມ້ ຜິດກົດໝາຍໄດ້ 1,350 ແມັດກ້ອນ ຮູບໂຕຢ່າງ: ຣົດຂົນໄມ້ ຂອງບໍຣິສັດວຽດນາມ ແກ່ໄມ້ ປະດົງ ແລະ ໄມ້ດູລາຍ ຢູ່ເຂດ ບ້ານນາເຊືອກ ເມືອງພູວົງ ແຂວງອັດຕະປີ ມຸ້ງໜ້າໄປທາງ ຊາຍແດນວຽດນາມ (ເມື່ອຫຼາຍປີ ທີ່ຜ່ານມາ).
RFA

ໃນໄລຍະ 6 ເດືອນຕົ້ນປີ 2022 ນີ້ ກອງກວດກາປ່າໄມ້ ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປືໄດ້ລາດຕະເວນກວດກາ ພົບເຫັນການລັກຕັດໄມ້ ຢູ່ເຂດຕ່າງໆ 39 ກໍຣະນີ ແລະຍຶດໄມ້ ເປັນຕັບຜິດກົດໝາຍ ໄດ້ 1,350 ປາຍແມັດກ້ອນ, ຣົຖຂົນໄມ້ 12 ຄັນ ແລະຈັກຕັດໄມ້ 16 ເຄື່ອງ ອີງຕາມການຣາຍງານຂອງ ທ່ານ ສະຫງິດ ວົງເສນາ ຫົວໜ້າກອງກວດກາ ປ່າໄມ້ແຂວງອັດຕະປື ຕໍ່ກອງປະຊຸມສລຸບ ຕີລາຄາວຽກງານ ປ່າໄມ້ປະຈໍາ 6 ເດືອນຕົ້ນປີ 2022 ໃນມື້ວັນທີ 29 ກໍຣະກະດາທີ່ຜ່ານມາ.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປືທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ສິງຫານີ້ວ່າ:

ເພິ່ນກະຍຶດໄດ້ເທື່ອລະໜ້ອຍ. ເຮົາກະເຮັດໄປນໍາ ເບິ່ງກວດກາ ແຕ່ໄລຍະຫັ້ນ່າ. ໂຕນີ້ມັນຈະເປັນໄມ້ເນື້ອແຂງເນາະ ແຕ່ວ່າມັນຈໍານວນບໍ່ຫລາຍຫັ້ນນ່າ. ຄວາມຕ້ອງການຊົມໃຊ້ ເຮົາກະຫລາຍເດ໋. ຂາຍໄດ້ຕລອດທີ່ກວດ ຍຶດໄດ້ຜ່ານມາຫັ້ນ ກະເປັນໄມ້ຜູ້ໃຫຍ່ວ່າຊັ້ນສາ ເຮົາກະໄດ້ຂາຍໄປນໍາ ເປັບາງສ່ວນໆ ຫັ້ນນ່າ.

ທ່ານກ່າວຕື່ມວ່າ ການກະທໍາຜິດ 39 ກໍຣະນີທີ່ວ່ານັ້ນ ມີທັງຂະບວນການຄ້າໄມ້ ຜິດກົດໝາຍ ແລະຊາວບ້ານພາຍ ໃນແຂວງນີ້ອີກຈໍານວນນຶ່ງ ຊຶ່ງບາງກໍຣະນີ ກໍມີເຈົ້າໜ້າທີ່ພັກ-ຣັຖ ບາງຄົນມີສ່ວນກ່ຽວຂ້ອງນໍາ. ແຕ່ທ່ານບໍ່ໄດ້ເວົ້າລະອຽດວ່າ ເຈົ້າໜ້າທີ່ພັກ-ຣັຖ ທີ່ວ່ານັ້ນມີໃຜແດ່, ຢູ່ຜແນກການໃດ ທີ່ຈະຕ້ອງໄດ້ສືບສວນ-ສອບສວນຫາຄວາມຈິງ ແລະລົງວິນັຍ, ສໍາລັບຊາວບ້ານ ກໍຈະກ່າວເເຕືອນ ແລະສຶກສາອົບຮົມ ບໍ່ໃຫ້ລັກຕັດໄມ້ຕື່ມອີກ.

ຊາວບ້ານ ທີ່ຢູ່ຕາມເຂດປ່າຜລິດ ແລະປ່າປ້ອງກັນ ແຂວງອັດຕະປື ເວົ້າວ່າ ໄລຍະຜ່ານມາ ມີຊາວບ້ານຈໍານວນບໍ່ໜ້ອຍ ໄດ້ລັກຕັດໄມ້ແທ້ ແຕ່ບໍ່ເປັນຂະບວນການໃຫຍ່, ບໍ່ໄດ້ຕັດຂາຍ ພຽງແຕ່ຕັດຍ້ອນ ຕ້ອງການດິນປູກຝັງ ພໍລ້ຽງຊີວິຕ ໃນຄອບຄົວເທົ່ານັ້ນ.

ປັດຈຸບັນ ຊາວບ້ານຫລາຍພັນຄອບຄົວ ເສັຍບ່ອນທໍາມາຫາກິນ ຍ້ອນບໍຣິສັດທັງຂອງຄົນລາວ ແລະຄົນວຽດນາມ ມາ ສັມປະທານດິນຣັຖ ຫລາຍພັນເຮັກຕ້າຣ໌ໄປ, ເຮັດໃຫ້ຊາວບ້ານ ຈໍາເປັນຕ້ອງໄດ້ໄປລ່າສັດ ແລະຕັດໄມ້ອອກເພື່ອເອົາດິນປູກຝັງ ແລະລ້ຽງສັດ.

ດັ່ງຊາວບ້ານ ຢູ່ເມືອງໄຊເສດຖາ ແຂວງອັດຕະປື ຜູ້ນຶ່ງເວົ້າໃນມື້ດຽວກັນນີ້ວ່າ:

ເຂົາກະຊິເຮັດສວນ. ປ່າສງວນຂອງບ້ານນີ້. ເຂົາ! ຊາວບ້ານ ຕັດໄມ້ປ່າສງວນ ຂອງບ້ານນີ້ໝົດ ແຕ່ບໍ່ໄດ້ອະນຸຍາດໃຫ້ເພິ່ນ, ເພິ່ນກະໄປລັກຕັດ ຖາງເຮັດສວນໝົດ ບໍຣິສັດເພິ່ນກະປູກອ້ອຍໝົດແລ້ວ ງົວຄວາຍບໍ່ມີທີ່ຢູ່ແລ້ວດຽວນີ້ ບໍ່ມີບ່ອນອາສັຍກິນນ່າ. ມັນກະສັບສົນ ປະຊາຊົນມັນກະບໍ່ມີທີ່ຢູ່ຕີ໋ ກະບໍ່ມີທີ່ຢູ່ອາສັຍກິນ.

ຊາວບ້ານຜູ້ນຶ່ງ ຢູ່ເມືອງສານໄຊ ແຂວງອັດຕະປືເວົ້າວ່າ ທາງການລາວ ກໍຄວນເຫັນອົກເຫັນໃຈ ປະຊາຊົນຜູ້ທຸກຍາກ, ພື້ນທີ່ທໍາການຜລິດ ຂອງຊາວບ້ານໃນເມື່ອກ່ອນ ຖືກທາງການປ່ອຍ ໃຫ້ບໍຣິສັດເອກຊົນ ສັມປະທານໄປຫລາຍ, ຊາວບ້ານແທບບໍ່ມີພື້ນທີ່ປູກຝັງ ແລະລ້ຽງສັດ.

ເມື່ອທາງການ ບໍ່ສາມາດຈັດສັນທີ່ດິນ ທໍາການຜລິດ ໃຫ້ຊາວບ້ານໄດ້ພຽງພໍ ແລະເໝາະສົມ, ຊາວບ້ານຈໍານວນບໍ່ໜ້ອຍ ພາກັນເຂົ້າໄປຫາກິນຕາມປ່າ, ຈໍານວນນຶ່ງ ກໍຈໍາເປັນຕ້ອງຕັດໄມ້ ເພື່ອເອົາດິນທໍາກິນ ແບບດັ້ງເດີມ ເຖິງຈະຮູ້ວ່າຜິດກົດໝາຍກໍຕາມ.

ດັ່ງຊາວບ້ານ ຢູ່ເມືອງສານໄຊເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 2 ສິງຫານີ້ວ່າ:

ບາດນີ້ ເວົ້າເຣື່ອງຂອງຊາວບ້ານ ການກິນ, ການຢູ່, ການຫາ. ປະຊາຊົນຖືວ່າ ກະຫຍຸ້ງຍາກທີ່ສຸດໄດ໋ ລູກເອີຍ. ເປັນການບີບຮັດ ບັງຄັບປະຊາຊົນວ່າຊັ້ນສາ. ອັນໃດກະເບື້ອງຣັຖໝົດ ບາດທາງປະຊາຊົນເຮົານ່າ ບ່ອນໃດເຮັດນາໄດ້ ຖາງໄດ້ ເຮົາກະຄວນຈະຍົກເວັ້ນ. ຄັນຊິໄປໃຫທາງບໍຣິສັດໝົດ ລະມັນກະຮ້ອງຕາຍຕີ້ປະຊາຊົນ.

ຢູ່ໃນກອງປະຊຸມ ສລຸບຕີລາຄາວຽກງານ ປ່າໄມ້ທີ່ວ່ານັ້ນ ກອງກວດກາປ່າໄມ້ ຍັງຣາຍງານວ່າ ຢູ່ແຂວງອັດຕະປື  ນອກຈາກການລັກຕັດໄມ້ແລ້ວ ຍັງມີການລັກຊື້-ຂາຍ ສັດນໍ້າ ແລະສັດປ່າ ຕາມທ້ອງຕລາດເທສບານແຂວງ ແລະຢູ່ 5 ຕົວເມືອງ ໄດ້ກວດພົບ ພວກພໍ່ຄ້າ-ແມ່ຄ້າ ທີ່ນໍາເອົາສັດນໍ້າ, ສັດປ່າ ປະເພດຫວງຫ້າມມາຂາຍ ເປັນຕົ້ນແມ່ນຟານ.

ເຈົ້າໜ້າທີ່ຫ້ອງການ ກະສິກັມ ແລະປ່າໄມ້ ເມືອງສານໄຊ ແລະທັງເປັນນັກອະນຸລັກປ່າໄມ້ຊຸມຊົນ ເວົ້າໃນມື້ດຽວກັນນີ້ວ່າ ບໍ່ພຽງແຕ່ຊາວບ້ານເທົ່ານັ້ນ ທີ່ກະທໍາຜິດ, ແຕ່ບາງກໍຣະນີ ກໍຍັງພົບເຫັນເຈົ້າໜ້າທີ່ພັກ-ຣັຖ ບາງຄົນ ໃຊ້ອໍານາດ ໃຫ້ລູກນ້ອງໄປຫາສັດນໍ້າ ແລະລ່າສັດປ່າ ທີ່ຫວງຫ້າມມາກິນ ຈົນກາຍເປັນເຣື່ອງປົກກະຕິໄປແລ້ວ.

ເພາະວ່າທຸກມື້ນີ້ ກະຍັງມີນັກລ່າ ເຂົ້າໄປຫລາຍຢູ່ ແຕ່ກະຈັບໄດ້ທຸກເທື່ອ ສ່ວນຫລາຍ ຈະເປັນຊາວບ້ານ ຢູ່ບ້ານໃກ້ຄຽງ ອ້ອມໆອັນນັ້ນແຫລະ ຜູ້ໃຫຍ່ຫັ້ນແຫລະ ຜູ້ທີ່ວ່າເປັນນັກລ່າ ແຕ່ເຂົາບໍ່ໄດ້ໄປດ້ວຍໂຕເອງ.

ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ອະນຸລັກສັດປ່າ ຂອງກອງທຶນສັດປ່າໂລກ ຫລື World Wildlife Fund (WWF) ປະຈໍາລາວ ກໍເວົ້າວ່າ ປັດຈຸບັນ ການຫາສັດນໍ້າ ແລະລ່າສັດປ່າຫວງຫ້າມ ມາຂາຍຕາມທ້ອງຕລາດ ຖືວ່າຫລຸດລົງຫລາຍແລ້ວ ຫາກທຽບໃສ່ ເມື່ອຫລາຍປີກ່ອນ ຊຶ່ງສ່ວນໃຫຍ່ ກໍຈະເປັນຊາວບ້ານທຸກຍາກ ທີ່ຢູ່ຕາມເຂດປ່າ ຊຶ່ງຖືເປັນວິຖີຊີວິຕ ປົກກະຕິຂອງພວກເຂົາເຈົ້າ ເພື່ອຫາເງິນລ້ຽງຊີວິຕຄອບຄົວ. ຫາກຢາກຈະປ່ຽນວິຖີຊີວິຕ ຄືດັ່ງກ່າວ ທາງການລາວ ຄວນຊ່ອຍໃຫ້ພວກເຂົາເຈົ້າ ມີພື້ນທີ່ທໍາມາຫາກິນຄັກແນ່, ມີລາຍໄດ້ທີ່ໝັ້ນຄົງ, ສ້າງຄວາມເຂົ້າໃຈ ໃຫ້ຊາວບ້ານຮູ້ດີ ກ່ຽວກັບການຄຸ້ມຄອງສັດນໍ້າ ແລະສັດປ່າ ທີ່ຫວງຫ້າມ ເພື່ອບໍ່ໃຫ້ພວກເຂົາເຈົ້າໄປຫາ ແລະໄປລ່າມາກິນ ຫລືນໍາໄປຂາຍ.

ດັ່ງທີ່ທ່ານກ່າວ ໃນມື້ວັນທີ 2 ສິງຫານີ້ວ່າ:

ໂຕທີ່ເປັນບໍຣິໂພກ ຊີ້ນສັດປ່າຕ່າງໆນີ້. ບາງພື້ນທີ່ກໍຍັງເຫັນຫລາຍຢູ່ ມັນກະຫລີກລ່ຽງບໍ່ໄດ້ເນາະ ການລ່າມັນກະຕ້ອງເກີດຂຶ້ນເນາະ ມີຄວາມຕ້ອງການ. ເອີ ມັນກະກ່ຽວຂ້ອງກັບຣັຖບານ ຄືເກົ່າແຫລະເນາະ ຄັນຣັຖບານມີແນວທີ່ວ່າ ເຮັດໃຫ້ຂະເຈົ້າ ມີອາຊີບທີ່ໝັ້ນຄົງ ຢູ່ໄດ້ໂດຍບໍ່ຕ້ອງຈໍາເປັນລ່າເນື້ອ ຕ່າງໆເນາະ ຄຽງຄູ່ກັບການອະນຸລັກນ່າ.

ໃນຂໍ້ຕົກລົງ ວ່າດ້ວຍການຮັບຮອງເອົາ ຜົລຜລິດໄມ້ ເພື່ອສົ່ງອອກ ຂອງກະຊວງອຸດສາຫະກັມ ແລະການຄ້າ ເມື່ອປີ 2021 ລະບຸວ່າ ໄມ້ປູກທຸກຊນິດ ສາມາດສົ່ງອອກໄດ້ ໃນທຸກຮູບແບບ ທີ່ມີການປຸງແຕ່ງ ຫລືບໍ່ມີການປຸງແຕ່ງກໍໄດ້, ແຕ່ຕ້ອງມີການຂຶ້ນທະບຽນ ສວນປູກ ຫລືໃບຢັ້ງຢືນສວນປູກ ຈາກຂແນງກະສິກັມ ແລະປ່າໄມ້. ສ່ວນໄມ້ທັມມະຊາຕ ຫາກບໍ່ໄດ້ຮັບອະນຸຍາດ ກໍຫ້າມຕັດ ຫລືສົ່ງອອກໄປຕ່າງປະເທດ.

ເມື່ອກ່ອນໜ້ານັ້ນ ກໍມີຄໍາສັ່ງ ຂອງນາຍົກຣັຖມົນຕຣີ ເລກທີ 15/ນຍ ວ່າດ້ວຍການເພີ່ມທະວີ ຄວາມເຂັ້ມງວດໃນການຄຸ້ມຄອງ ແລະກວດກາ ການຂຸດຄົ້ນໄມ້, ການເຄື່ອນຍ້າຍໄມ້ ແລະທຸຣະກິຈໄມ້ ເພື່ອຫລຸດຜ່ອນ ການລັກຕັດໄມ້ລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.