ການລົງທຶນ ປ້ອງກັນຄວາມສ່ຽງ ພັຍພິບັດ ບໍ່ມີຜົລ

ໄຊຍາ
2021-10-08
Share
ການລົງທຶນ ປ້ອງກັນຄວາມສ່ຽງ ພັຍພິບັດ ບໍ່ມີຜົລ ພະຍຸຣະດູຮ້ອນ ເຂົ້າເມືອງນານ ແຂວງຫລວງພຣະບາງ ວັນທີ 23 ມີນາ 2020
ນັກຂ່າວ ພົລເມືອງ

ປະຊາຊົນລາວ ຍັງປະເຊີນກັບ ພັຍພິບັດ ທາງທັມມະຊາດ ທີ່ເກີດຂື້ນຢ່າງ ຕໍ່ເນື່ອງ. ຕລອດໄລຍະ 5 ປີທີ່ຜ່ານມາ ພັຍພິບັດ ທາງທັມມະຊາດ ໃນລາວເກີດຂື້ນຫຼາຍ ນັບມື້ນັບ ຮຸນແຮງຍິ່ງຂຶ້ນ ອັນໄດ້ເຮັດໃຫ້ຊີວິດການ ເປັນຢູ່, ຊັບສິນ ຂອງປະຊາຊົນ ແລະ ເສຖກິຈ-ສັງຄົມ ເສັຽຫາຍ ຢ່າງໜັກໜ່ວງ. ເຖິງແມ່ນວ່າ ຣັຖບານ ມີໂຄງການ ຟື້ນຟູ ຫຼັງພັຍພິບັດ ແຕ່ວ່າ ຜ່ານມາຜູ້ ປະສົບພັຍ ໄດ້ຮັບການຊ່ອຍ ເຫຼືອ ແຕ່ເບື້ອງຕົ້ນ ແຕ່ໄລຍະຍາວ ກໍໄດ້ຊ່ອຍເຫຼືອ ຕົນເອງ.

ສະເພາະ 9 ເດືອນ ຂອງປີ 2021 ກໍເກີດພັຍພິບັດ ຫຼາຍຄັ້ງ ທັງແຜ່ນດິນໄຫວ, ພັຍແລ້ງ, ສັດຕຣູພືດ ຣະບາດ, ໂຄວິດ-19 ຣະບາດ ແລະ ນໍ້າຖ້ວມ.

ນັກທຸຣະກິຈ ໃນເມືອງວັງວຽງ ແຂວງວຽງຈັນ ຜູ້ທີ່ີໄດ້ຮັບ ຜົລເສັຽຫາຍ ຈາກນໍ້າຖ້ວມ ເມື່ອວັນ ທີ 13-14 ກັນຍາ 2021 ຜ່ານມາ ຍ້ອນຝົນຕົກ ຢ່າງຕໍ່ເນື່ອງ ນໍ້າຊອງ ຍື່ງຂຶ້ນ ໄຫຼເຂົ້າຖ້ວມ ເຮັດໃຫ້ທຸຣະກິຈ ຂອງລາວເສັຽຫາຍ ຢ່າງໜັກ. ຜ່ານມາ ກໍໄດ້ ສເນີໄປຍັງ ພາກສ່ວນກ່ຽວຂ້ອງ ເພື່ອຊ່ອຍເຫຼືອ ສ່ວນໃດສ່ວນນຶ່ງ ແຕ່ສຸດທ້າຍແລ້ວ ກໍຕ້ອງເພິ່ງຕົນເອງ. ນັກທຸຣະກິຈ ເມືອງວັງວຽງ ແຂວງວຽງຈັນ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອຕົ້ນ ເດືອນກັນຍາ ນີ້ວ່າ:

ມັນເສັຽຫາຍຢ່ າງໃຫຍ່ຫຼວງ ຂອງພື້ນຖານ ການຜລິດ ຂອງປະຊາຊົນ ແລະ ການ ເຮືອນຊານ ນັບທັງຂົວ, ຂົວບາງຈຸດ ຂອງແຫຼ່ງ ທ່ອງທ່ຽວ ເປັນຕົ້ນກໍແມ່ນ ທາງເຂົ້າຖໍ້າຈັງ ຣີສອດ ແລະ ການສະຖານທີ່ ເຂດບໍຣິການຕ່າງໆ ຕາມແຄມນໍ້າຊອງ ຫຼືວ່າ ແຫຼ່ງທ່ອງທ່ຽວ ຕ່າງໆ ຖືວ່າຖ້ວມ ເປັນສ່ວນໃຫຍ່ແຫຼະ.

ທ່ານໄດ້ກ່າວ ຕື່ມວ່າ  ຄັນເປັນໄປໄດ້ ກາຢາກ ສເນີເພິ່ນຊ່ອຍ ເຖິງແມ່ນວ່າ ບໍ່ຊ່ອຍທັງໝົດ ເຮົາກໍຄຶດເຫັນໃຈ ພັກ-ຣັຖ ຄືກັນຫຼາຍຄົນ ເພິ່ນກໍເສັຽຫາຍ ຫຼາຍເນາະ ເປັນໄປໄດ້ ຊ່ອຍເຮົາ ໄດ້ສ່ວນໃດສ່ວນນຶ່ງ ເປັນການດີ ຢ່າງໜ້ອຍ ກໍເປັນຜູ້ນຶ່ງ ທີ່ພັທນາ ກໍຄື ເຮົາເຮັດການ ບໍຣິການ ຈັ່ງຊິ ກໍບໍ່ແມ່ນວ່າ ເຮົາຫາ ຜົລປໂຍດ ສ່ວນໂຕ ເຮົາກາຊ່ອຍເຫຼືອ ສັງຄົມແດ່.

ທາງພາກເໜືອ ແຂວງໄຊຍະບູຣີ ກໍເປັນ ແຂວງນຶ່ງ ທີ່ເກີດພັຍພິບັດ ທັງແຜ່ນດິນໄຫວ, ສັດຕຣູພືດ ຣະບາດ, ພັຍແລ້ງ ແລະ ນໍ້າຖ້ວມ. ໂດຍສະເພາະ ເຫດການ ນໍ້າຖ້ວມ ເມື່ອເດືອນ ມິຖຸນາ ຜ່ານມາ 5 ເມືອງ ໃນແຂວງໄຊຍະບູຣີ ຖືກນໍ້າຖ້ວມ ກະທັນຫັນ.  ເຈົ້າໜ້າທີ່ ອົງການ ປົກຄອງບ້ານ ຕາງໜ້າ ໃຫ້ປະຊາຊົນ ໄດ້ກ່າວເຖິງ ຜົລເສັຽຫາຍ ຈາກນໍ້າຖ້ວມ ເທື່ອນີ້ວ່າ:

ໃນຂອບເຂດ ແຂວງໄຊຍະບູຣີ ນໍ້າຖ້ວມ ມີຢູ່ 5 ເມືອງ ດ້ວຍກັນຫຼາຍ ກວ່າໝູ່ກໍ ແມ່ນເມືອງໄຊຍະບູຣີ 39 ບ້ານ ມີຢູ່ 4,897 ຄອບຄົວ, ເມືອງພຽງ 12 ບ້ານ, ເມືອງຄອບ 2 ບ້ານ, ເມືອງເງິນ 1 ບ້ານ ເມືອງຫົງສາ 2 ບ້ານ. ພາຍຫຼັງທີ່ ມັນເກີດ ພວກເຮົາ ກໍໄດ້ເອົາ ອົງການ ການປົກຄອງແຂວງ ນີ້ລົງສົມທົບ ກັບເມືອງໄຊຍະບູຣີ ນຳພາຊ່ອຍເຫຼືອ ປະຊາຊົນ.

ນອກຈາກນີ້, ໃນເດືອນກັນຍາ ເມືອງແກ່ນທ້າວ ແຂວງໄຊຍະບູຣີ ກໍຖືກນໍ້າຖ້ວມ ເຖິງ 2 ຄັ້ງ ດ້ວຍກັນ. ໃນວັນທີ 9-10 ກັນຍາ ຝົນຕົກໜັກ ນໍ້າເຫືອງເພີ່ມ ລະດັບຂຶ້ນໄຫຼ ເຂົ້າຫຼາຍບ້ານ. ຈາກນັ້ນ ວັນທີ 13-20 ກັນຍາ ກໍເກີດນໍ້າ ຖ້ວມຮອບສອງ ໃນເຂດດຽວກັນ ສ້າງຜົລເສັຽຫາຍ ມູນຄ່າຮວມ 3,817 ຕື້ກີບ. ມີ 19 ບ້ານໄດ້ຮັບ ຜົລກະທົບ ຮວມ 480 ຄອບຄົວ. ເຮືອນເສັຽຫາຍ 30 ຫຼັງ, ເນື້ອທີ່ທຳການຜລິດ ເສັຽຫາຍ 440 ຄອບຄົວ ປະມານ 130 ເຮັກຕ້າຣ໌, ເສັ້ນທາງຂາດ 4 ຈຸດ ແລະ ຂົວ 8 ແຫ່ງ. ປັຈຈຸບັນ ແຂວງໄຊຍະບູຣີ ກໍກັບເຂົ້າ ມາສູ່ ພາວະປົກກະຕິແລ້ວ.

ສ່ວນການ ຊ່ອຍເຫຼືອ ຜູ້ປະສົບພັຍ ເມື່ອປີຜ່ານມາ ທາງອົງການປົກຄອງ ເມືອງໄດ້ມອບ ເຂົ້າສານ ແລະ ເງິນຊ່ອຍເຫຼືອ ໃຫ້ກັບ ຜູ້ປະສົບພັຍ ແລະ ໄດ້ຮັບຜົລ ກະທົບຈາກ ໂຄວິດ-19. ໃນນີ້ມອບ ເປັນເຂົ້າສານ ຮວມ 20,000 ກິໂລ ໃຫ້ 44 ຄອບຄົວ ຮວມ 730 ຄົນ ແລະ ມອບເງິນ ໃຫ້ຜູ້ໄດ້ຮັບ ຜົລກະທົບ ຈາກໂຄວິດ-19 ຈຳນວນ 10 ຄົນ, ຄົນລະ 250,000 ກີບ.

ແຂວງ ອຸດົມໄຊ ກຸ່ມບ້ານພູວຽງໄຊ ເມືອງຜາອຸດົມ ວັນທີ 13 ກັນຍາ ພະຍຸໝູນ ເຂດຮ້ອນ ໂກນເຊີນ ພັດເຂົ້າຖລົ່ມ ເຮືອນປະຊາຊົນ ເສັຽຫາຍ 4 ຫຼັງ, ເສົາໄຟຟ້າຫັກລົ້ມ. ຜູ້ປະສົບພັຍ ກ່າວວ່າ ພາກສ່ວນກ່ຽວຂ້ອງ ກໍລົງມາສຳຣວດ ຄວາມເສັຽຫາຍ ແຕ່ຍັງບໍ່ໄດ້ ຮັບການຊ່ອຍເຫຼືອ ຈົນເຖິງດຽວນີ້. ສ່ວນເຮືອນຊານ ທີ່ເສັຽຫາຍ ກໍໄດ້ສ້ອມແປງ ເອົາເອງ ປະຊາຊົນ ໃນເຂດຊ່ອຍເຫຼືອກັນເອງ.

ພາກໃຕ້ ໂດຍສະເພາະ ແຂວງສາຣະວັນ ໄດ້ຮັບຜົລກະທົບ ຈາກພັຍພິບັດ ໜັກກວ່າໝູ່ ຈາກພະຍຸໝູນເຂດຮ້ອນ ພັດເຂົ້າບ້ານໂພນໄຜ່ ເມືອງສາຣະວັນ ເຮືອນຊານຂອງ ປະຊາຊົນເສັຽຫາຍ 75 ຫຼັງ. ບາດເຈັບ 8 ຄົນ, ເສັຽຊີວິດ 1 ຄົນ, ຂາດທີ່ຢູ່ ອາສັຍ 139 ຄົນ. ເບື້ອງຕົ້ນ ທາງການເມືອງ ແຂວງສາຣະວັນ ໄດ້ຊ່ອຍເຫຼືອ ເບື້ອງຕົ້ນ ໂດຍຈັດທີ່ພັກ ຊົ່ວຄາວໃຫ້, ນໍາເອົາກຳລັງ ທະຫານລົງຊ່ອຍ ສ້ອມແປງເຮືອນ ໃຫ້ ປະຊາຊົນ ແລະ ມອບເຂົ້າໜຽວ ໃຫ້ 1 ຕັນ.

ອິງຕາມ ການສອບຖາມ ປະຊາຊົນ ຜູ້ປະສົບພັຍ, ການມາຊ່ອຍເຫຼືອ ແຕ່ກໍຊ່ອຍ ໄປກ່ອນອັນໃດ ມີເພິ່ນກໍເອົາໃຫ້. ສ່ວນການ ຊ່ອຍເຫຼືອ ແບບໃຫຍ່ໆ ເຊັ່ນການ ສ້ອມແປງເຮືອນ ແລະ ການຊ່ອຍເຫຼືອ ເພື່ອຟື້ນຟູ ໃຫ້ກັບມາ ປົກກະຕິນັ້ນ ກໍມີແຕ່ ເປັນແຜນ ສເນີໄປຍັງ ຂັ້ນເທິງ.

ວັນທີ 23 ກັນຍາ ຜ່ານມາ ບ້ານຫ້ວຍແສງ ເມືອງເລົ່າງາມ ຕາມການຣາຍງານ ຂອງເຈົ້າເມືອງເລົ່າງາມ ບອກວ່າ ເຫດນໍ້າຖ້ວມ ເກີດມາຈາກ ນໍ້າປ່າໄຫຼຫຼາກ ກໍສ້າງ ຜົລເສັຽຫາຍ ມູນຄ່າ 200 ລ້ານກີບ, ໃນນີ້ ລານຕາກກາເຟ, ຮ້ານຂາຍເຄື່ອງ ແລະ ທີ່ດິນທຳການຜລິດ. ສ່ວນການ ຊ່ອຍເຫຼືອ ທາງການ ອົງການປົກຄອງເມືອງ ເລົ່າງາມ ກໍໄດ້ຈັດ ທີ່ພັກຊົ່ວຄາວ ແລະ ມອບເຄື່ອງ ອຸປະໂພກ ແລະ ບໍຣິໂພກ ຈຳນວນນຶ່ງ ໃຫ້ປະຊາຊົນ. ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ກ່າວເຖິງ ຜົລເສັຽຫາຍວ່າ:

ເມືອງ ຂອງພວກເຮົາ ກໍມີຜົລກະທົບ ຈາກຝົນຕົກໜັກ ຫັ້ນແຫຼະ ແລະ ມີນໍ້າປ່າໄຫຼຫຼາກ ຈາກທີ່ສູງ ຈາກພູພຽງ ກໍຄືບ້ານຫ້ວຍແສງ ເປັນຜົລກະທົບໜັກ ມີຈຳນວນ 189 ຫຼັງຄາມີ 223 ຄອບຄົວ.

ເຈົ້າໜ້າທີ່ ຂແນງການ ທີ່ກ່ຽວຂ້ອງ ກັບພັຍພິບັດ ທີ່ເຮັດວຽກກັບ ອົງການສາກົລ ເພື່ອບັນເທົາທຸກ ຈາກພັຍພິບັດ ໃນລາວ ໄດ້ສ​ຣຸບວ່າ ກ່ຽວກັບໂຄງການ ລົງທືນ ປ້ອງກັນ ຄວາມສ່ຽງ ພັຍພິບັດ ໃນລາວ ບໍ່ມີປະສິດທິຜົລ ກໍເນື່ອງມາຈາກ ຫຼາຍປັດຈັຍດັ່ງ. ໃນໄລຍະ 25 ປີ ຜ່ານມາ ການຂຍາຍໂຕ ຂອງ GDP ລາວ ຢູ່ໃນລະດັບ 4%-8%.

ນັບແຕ່ສົກ ປີ 1992-1993 ເປັນຕົ້ນມາ ເຊິ່ງເປັນໄລຍະ ທຳອິດ ທີ່ມີ ການສຳຣວດ ການໃຊ້ຈ່າຍ ແລະ ການຊົມໃຊ້ ຂອງລາວ. ອັດຕຣາ ຄວາມທຸກຍາກ ຂອງປະຊາກອນ ຫຼຸດລົງ ຈາກ 46%-23%. ສ່ວນອັດຕຣາ ການພັທນາ ມະນຸດເພີ່ມຂຶ້ນ ຈາກ 0.340ໃນປີ 1980 ຫາ 0.575 ໃນປີ 2014. ການຈັດຕັ້ງປະຕິບັດ ເປົ້າໝາຍ ສະ​ຫັດສວັດ ເພື່ອການພັທນາ ມີຄວາມຄືບໜ້າ. ມາຮອດ ປັຈຈຸບັນ ກຳລັງຈັດຕັ້ງ ເປົ້າໝາຍ ການພັທນາ ແບບຍືນຍົງ.

ເຖິງແມ່ນວ່າ ເສຖກິຈ ມີການ ຂຍາຍໂຕ ກໍບໍ່ໄດ້ໝາຍຄວາມວ່າ ທຸກຄົນໄດ້ຮັບ ໝາກຜົລ ການເຕີບໂຕ ດ້ານເສຖກິຈ ຂອງປະເທດ ເທົ່າທຽມກັນ ປະຊາຊົນ ຈຳນວນຫຼາຍ ຍັງທຸກຍາກ. ການບໍຣິໂພກ ຂັ້ນພື້ນຖານ ຍັງບໍ່ທັນ ທົ່ວເຖິງ ທຸກເມືອງ ແລະ ຄວາມບໍ່ ເທົ່າທຽມກັນ ຍັງເພີ່ມຂຶ້ນຫຼາຍ ໃນໂຕເມືອງ. ລະຫວ່າງ ໂຕເມືອງ ແລະ ຊົນນະບົດ, ລະຫວ່າງແຂວງ ຕໍ່ແຂວງ. ປັດຈັຍເຫລົ່ານີ້ ໄດ້ສືບຕໍ່ ເປັນອຸປສັກ ທີ່ສຳຄັນ ສຳລັບ ການພັທນາ ເສຖກິຈ-ສັງຄົມ ຂອງປະເທດລາວ ແລະ ການນຳ ພາປະເທດ ຫຼຸດພົ້ນ ອອກຈາກ ປະເທດດ້ອຍພັທນາ.

ທ່ານໄດ້ລະບຸ ໃນຕອນທ້າຍວ່າ ພັຍພິບັດ ທີ່ເກີດຂຶ້ນ ເປັນຫຍັງຣັຖບານ ບໍ່ສາມາດ ເຂົ້າໄປຈັດການ ໄດ້ທັນທີ, ດັ່ງນໍ້າຖ້ວມ, ພະຍຸ, ແຜ່ນດິນໄຫວ, ດິນເຈື່ອນ, ສັດຕຣູພືດ ຣະບາດ ແລະ ພະຍາດ ຣະບາດ ດັ່ງໂຄວິດ-19, ຍ້ອນປັດຈັຍ ທີ່ກ່າວມານັ້ນ. ອີກດ້ານນຶ່ງ ງົບປະມານ ຂອງຣັຖ ຍັງຈຳກັດ ເວົ້າຕາມຄວາມຈິງ ກໍຄືວ່າບໍ່ໄດ້ ຈັດສັນສະເພາະ ງົບດ້ານ ພັຍພິບັດ ຂອງແຕ່ລະປີ. ຜ່ານມາ ບົດຣາຍງານ ຂອງຣັຖບານ ກໍເລັ່ງໃສ່ດ້ານ ການພັທນາ ຫຼາຍກວ່າ. ແຕ່ເຣື່ອງ ພັຍພິບັດ ກໍຍັງອີງໃສ່ ເງິນຊ່ອຍເຫຼືອ ຈາກສາກົລເປັນສ່ວນຫຼາຍ.

ກົດໝາຍ ວ່າດ້ວຍ ການຄຸ້ມຄອງ ພັຍພິບັດ ໝວດທີ 3 ມາດຕຣາ 30 ການຟື້ນຟູ ຫຼັງພັຍພິບັດ ແມ່ນການປົວແປງ ຊີວິດ ການເປັນຢູ່ ຂອງຜູ້ ປະສົບພັຍ ພິບັດ ແລະ ການບູຣະນະ ສ້ອມແປງ, ກໍ່ສ້າງພື້ນຖານ ທີ່ຖືກຜົລກະທົບ ແລະ ໄດ້ຮັບ ຄວາມເສັຽຫາຍ ຈາກພັຍພິບັດ ຄືນສູ່ສະພາບ ປົກກະຕິ ຫຼື ດີກວ່າເກົ່າ ເຊິ່ງຕ້ອງໄດ້ ປະຕິບັດ ການປະເມີນ ຄວາມຕ້ອງການ ຫຼັງພັຍພິບັດ, ການສ້າງແຜນ ຟື້ນຟູ ຫຼັງພັຍພິບັດ, ການດຳເນີນ ການຟື້ນຟູ ຫຼັງພັຍພິບັດ ແລະ ການຕິດຕາມ ກວດກາ ຫຼັງຟື້ນຟູ.

ພັຍພິບັດ ທັມມະຊາດ ໝາຍເຖິງ ເຫດການ, ປະກົດການ ແລະ ການປ່ຽນແປງ ຂອງທັມມະຊາດ ເປັນຕົ້ນ ພັຍນໍ້າຖ້ວມ, ພັຍແຫ້ງແລ້ງ, ພະຍຸ, ພັຍໜາວ, ແຜ່ນດິນໄຫວ, ດິນເຈື່ອນ, ສັດຕຣູພືດ ແລະ ພະຍາດຣະບາດ.

ພົນຈັດຕະວາ ສາຍໃຈ ກົມມະສິດ, ຮອງຫົວໜ້າ ກົມໃຫຍ່ເສນາ, ຮອງປະທານ ຄນະກັມການ ຄຸ້ມຄອງພັຍພິບັດ ກະຊວງ ປ້ອງກັນປະເທດ ໄດ້ຣາຍງານ ສ​ຣຸບ ວຽກງານຄຸ້ມຄອງ ພັຍພິບັດ ເມື່ອວັນທີ 23 ກໍຣະກະດາ 2021 ວ່າ ປະເທດລາວ ກຳລັງປະເຊີນ ກັບພັຍພິບັດ ຫຼາຍຢ່າງເປັນຕົ້ນ ແມ່ນພະຍຸ, ນໍ້າຖ້ວມ, ດິນເຊາະເຈື່ອນ, ພັຍແຫ້ງແລ້ງ, ໄຟໄໝ້ປ່າ, ອາກາດເປັນພິດ, ສັດຕຣູພືດຣະບາດ ແລະ ພະຍາດຣະບາດ ສົ່ງຜົລກະທົບ ຢ່າງຮຸນແຮງ ແມ່ນເຂື່ອນເຊປຽນ ເຊນໍ້ານ້ອຍແຕກ ໃນປີ 2018. ພັຍພິບັດນໍ້າຖ້ວມ ແຂວງພາກໃຕ້ ແລະ ພາກກາງໃນປີ 2019, ພັຍນໍ້າຖ້ວມ ພາກກາງໃນປີ 2020 ແລະ ບັນຫາການ ແຜ່ຣະບາດ ຂອງເຊື້ອ ໂຄວິດ-19 ໄດ້ສົ່ງ ຜົລກະທົບ ຕໍ່ຊີວິດ, ຊັບສິນ, ເສຖກິຈ-ສັງຄົມຢ່າງ ຫຼວງຫຼາຍ.

ຣາຍງານ ລະບຸ ຕື່ມວ່າ 5 ປີຜ່ານມາ ມີພັຍພິບັດ ເກີດຂື້ນ ທົ່ວປະເທດ 235 ຄັ້ງ, ສົ່ງຜົລກະທົບ ໂດຍກົງ ຕໍ່ປະຊາຊົນ 1,860,165 ຄົນ, ເສັຽຊີວິດ 121 ຄົນ, ສູນຫາຍ 45 ຄົນ, ສ້າງຄວາມ ເສັຽຫາຍ ຕໍ່ຫຼາຍຂແນງ ການຄິດເປັນ ມູນຄ່າ 5,538 ຕື້ປາຍກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ