ຊາວບ້ານ ທີ່ຖືກນໍ້າຖ້ວມ ຕ້ອງການຄວາມຊ່ວຍເຫຼືອ ຮີບດ່ວນ

ອຸ່ນແກ້ວ
2024.07.29
ຊາວບ້ານ ທີ່ຖືກນໍ້າຖ້ວມ ຕ້ອງການຄວາມຊ່ວຍເຫຼືອ ຮີບດ່ວນ ສະພາບພາຍຫຼັງນ້ຳຖ້ວມ ເມືອງວຽງຄຳ ແຂວງຫຼວງພຣະບາງ 23 ຫາ 24 ກໍລະກົດ 2024.
ຮູບພາບຈາກ ກຸ່ມບ້ານສົບເຮືອງ ເມືອງວຽງຄຳ

ຊາວບ້ານ 324 ຄອບຄົວ ຢູ່ 13 ບ້ານ ທີ່ຂຶ້ນກັບເມືອງວຽງຄໍາ ແຂວງຫລວງພຣະບາງ ທີ່ໄດ້ຮັບຜົນກະທົບ ຈາກນໍ້າຖ້ວມ ກໍາລັງລໍຖ້າການຊ່ວຍເຫຼືອຢ່າງຮີບດ່ວນ ເປັນຕົ້ນອາຫານ ແລະ ນໍ້າດື່ມ. ເຫດນໍ້າຖ້ວມໃນວັນທີ 23 ຫາ 24 ກໍລະກົດ ທີ່ຜ່ານມາ ເຮັດໃຫ້ເຄື່ອງຂອງພາຍໃນເຮືອນ, ເຄື່ອງປູກຂອງຝັງ ຂອງຊາວບ້ານໄດ້ຮັບຄວາມເສັຍຫາຍ ລວມທັງ ເຮືອນຊາວບ້ານ 4 ຫຼັງ ຖືກນໍ້າພັດເສັຍຫາຍ, ຊາວບ້ານບໍ່ມີໄຟຟ້າໃຊ້ເປັນເວລາ 4 ວັນ.

ຊາວບ້ານຜູ້ປະສົບໄພ ບ້ານເມືອງໝ້ວຍ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 29 ກໍລະກົດ ວ່າ:

ຕ້ອງການໂອ້ ເຂົ້າຊິກິນກະບໍ່ມີ ແມ່ນຫຍັງຊິກິນກະບໍ່ມີ ເອີ ຢາກໄດ້້ເຂົ້າ ຢາກໄດ້ນໍ້າ ຢາກໄດ້ອີ່ສັງແຫຼະ ເຄື່ອງນຸ່ງຂອງໃຊ້ ອັນໃດກະບໍ່ມີສັງຈັກອັນນ່າ ນໍ້າກິນກະບໍ່ມີ ຫຍັງກະບໍ່ມີນ່າ ແບບໄຫຼໄປໝົດ.

ເຖິງວ່າ ນໍ້າຈະບົກໄປແລ້ວ ແຕ່ ກໍມີຂີ້ຕົມຖົມພື້ນເຮືອນຊາວບ້ານ ແລະ ຫ້ອງນໍ້າກໍໃຫ້ບໍ່ໄດ້.

ຊາວບ້ານອີກຄົນນຶ່ງ ໄດ້ກ່າວວ່າ:

ການຊ່ວຍເຫຼືອນີ້ກະ ທາງບ້ານເພິ່ນເນາະ ເພິ່ນກໍມາແບ່ງປັນ ຍ້າຍໃຫ້ແຕ່ລະຄອບຄົວ ເທົ່າທີ່ກໍາລັງມີ ສິ່ງທີ່ຫຼັກ ຢາກໃຫ້ຟື້ນຟູຄືເຮືອນ ເປັນຖື້ນຖານໂຄງລ່າງ ຟື້ນຖານບ້ານ ເພາະວ່າ ມັນເປື້ອນຫຼາຍ ເປັນຂີ້ຕົມບົ່ມຊ້ອນ ແລ້ວກໍມີໄມ້ອີ່ຫຍັງຕ່າງໆ ໄຫຼມາ ຫຼັກໆ ກະຊິແມ່ນຫ້ອງນໍ້າໃຊ້ບໍ່ໄດ້ເລີຍ.

WhatsApp Image 2024-07-29 at 13.56.18.jpeg
ສະພາບພາຍຫຼັງນ້ຳຖ້ວມ ເມືອງວຽງຄຳ ແຂວງຫຼວງພຣະບາງ 23 ຫາ 24 ກໍລະກົດ 2024. ຮູບພາບຈາກ ກຸ່ມບ້ານສົບເຮືອງ ເມືອງວຽງຄຳ

ໜ່ວຍງານຂອງເມືອງກໍເຂົ້າມາຊ່ວຍ ແຕ່ວ່າ ຖະໜົນຫົນທາງເຂົ້າມາບ້ານຖືກຕັດຂາດ.

ເຈົ້າໜ້າທີ່ບ້ານສົບເຮືອງ ໄດ້ກ່າວວ່າ:

ມາງເມືອງເຂົາເຈົ້າກໍມາຊ່ວຍຢູ່ ແຕ່ວ່າ ດຽວນີ້ ລົດຍັງບໍ່ທັນມາຮອດເທື່ອ ມັນເຮັດໃຫ້ໂຕທາງທີ່ວ່າ ເຮົາຈະໄປເຖິງບ້ານເຈົ້າເມືອງຫັ້ນນ່າ ເຂື່ອນແດ່ແລ້ວ ກໍມີທາງຕັດແດ່ ເລື່ອງນີ້ກະຊິເປັນພວກ ເປັນເຂົ້າ ເປັນນໍ້າ ຕ້ອງໄດ້ມີການຊ່ວຍເຫຼືອເພິ່ນກ່ອນ ເພາະວ່າໄປມັນກໍບໍ່ມີ.

ຊາວລາວ ຢູ່ແຂວງອື່ນໆ ທີ່ມີຍາດພີ່ນ້ອງຢູ່ໃນເຂດບ້ານທີ່ຖືກນໍ້າຖ້ວມ ກໍພະຍາຍາມປະສານຂໍຄວາມຊ່ວຍເຫຼືອ ຜ່ານສື່ສັງຄົມອອນລາຍ ລວມທັງເປີດຮັບການບໍລິຈາກ ອາຫານ ແລະ ເຄື່ອງໃຊ້ ເພື່ອຈະນໍາໄປຊ່ວຍເຫຼືອຊາວບ້ານຜູ້ປະສົບໄພ.

ຊາວບ້ານຄົນນຶ່ງ ທີ່ປະສານຂໍຄວາມຊ່ວຍເຫຼືອຜ່ານສື່ສັງຄົມອອນລາຍ ໄດ້ກ່າວວ່າ:

ເປັນປະເພດເຄື່ອງກິນ, ດື່ມ ແລ້ວກະອາຫານແຫ້ງ ລະກະເຄື່ອງນຸ່ງຫົ່ມຫັ້ນນ່າ ເພາະວ່າ ນໍ້າພັດໄປໝົດ ບໍ່ໄດ້ຫຍັງເລີຍຈັກຢ່າງ ເຂົາກະຕ່າງເມືອຊ່ວຍເຫຼືອແຫຼະ ເພາະວ່າຄອບຄົວທາງພຸ້ນເຂົາບໍ່ມີຫຍັງກິນ ເຂົາກະເລີຍເມືອຊ່ວຍ.

ປັດຈຸບັນ ນໍ້າແຫ້ງລົງແລ້ວ ໃນວັນທີ 29 ກໍລະກົດ ແຕ່ບັນຫາກໍຄື ຂີ້ຕົມ ຖົມເຮືອນຂອງຊາວບ້ານ ເຮັດໃຫ້ບາງຄອບຄົວ ພາກັນໄປພັກເຊົາຢູ່ຫ້ອງການບ້ານຊົ່ວຄາວ.

ເຈົ້າໜ້າທີ່ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງວຽງຄໍາ ໄດ້ກ່າວວ່າ:

ບາງຄົນ ກະຖືວ່າ ຍັງບໍ່ທັນ ໄດ້ຢູ່ເຮືອນເນາະ ຍັງແຕ່ຢູ່ສະໂມສອນ ຢູ່ຫຍັງແດ່ນ່າ ມັນຂີ້ຕົມເຂົ້າ ທາງການພວກເຮົາກະ ໄດ້ເອົາເຄື່ອງບໍລິໂພກ ເຄື່ອງແຫ້ງ ເຂົ້າສານເປັນໝີ່ເປັນຫຍັງ ມາແກ້ບັນເທົ່າກ່ອນເນາະ ເປັນນໍ້າດື່ມບໍ່.

ໃນວັນທີ 26 ກໍລະກົດ ທີ່ຜ່ານມາ, ຄະນະກໍາມະການຄຸ້ມຄອງໄພພິບັດ ເມືອງວຽງຄໍາ ໄດ້ອອກໜັງສືແຜ່ປັດໃຈ ເພື່ອຂໍຄວາມຊ່າວຍເຫຼືອດ້ານວັດຖຸ, ປັດໄຈ ປະກອບສ່ວນຊ່ວຍເຫຼືອຊາວບ້ານ ໃນຈໍານວນ 13 ບ້ານ ທີ່ກໍາລັງໄດ້ຮັບຜົນກະທົບຈາກນໍ້າຖ້ວມ ໂດຍສະເພາະ ຕິດຕໍ່ຫາທາງຫ້ອງການເມືອງວຽງຄໍາ ເພື່ອຂໍລາຍລະອຽດເພີ່ມເຕີມ.

WhatsApp Image 2024-07-29 at 13.56.20 (2).jpeg
ສະພາບພາຍຫຼັງນ້ຳຖ້ວມ ເມືອງວຽງຄຳ ແຂວງຫຼວງພຣະບາງ 23 ຫາ 24 ກໍລະກົດ 2024. ຮູບພາບຈາກ ກຸ່ມບ້ານສົບເຮືອງ ເມືອງວຽງຄຳ

ມີຄອບຄົວທີ່ໄດ້ຮັບຜົນກະທົບທັງໝົດ 324 ຄອບຄົວ ຢູ່ 13 ບ້ານ ທີ່ຂຶ້ນກັບເມືອງວຽງຄໍາ ໃນນັ້ນມີເຮືອນປະຊາຊົນ 4 ຫຼັງ ໄດ້ຮັບຄວາມເສັຍຫາຍ ຖືກນໍ້າພັດໄປໝົດ, ສັດລ້ຽງເສັຍຫາຍປະມານ 2,000 ໂຕ, ເຄື່ອງໃຊ້ຄົວເຮືອນເສັຍຫາຍ 120 ຄອບຄົວ, ໄຟຟ້າໃນພື້ນທີ່ 20 ບ້ານ ບໍ່ສາມາດໃຊ້ການໄດ້, ລະບົບນໍ້າລິນ ເສັຍຫາຍ 12 ບ້ານ ແລະ ເສັ້ນທາງເລກທີ 1C, ແຕ່ບ້ານວຽງຄໍາ ຫາຊາຍແດນເມືອງຮ້ຽມ ແຂວງຫົວພັນ ຖືກຕັດຂາດ.

ບ້ານທີ່ໄດ້ຮັບຜົນກະທົບ 13 ບ້ານ ລວມມີ ບ້ານເມືອງຫ້ວຍ, ບ້ານສົບເຮືອງ, ບ້ານວັງຄໍາ, ບ້ານວຽງທອງ ແລະ ສ່ວນທີ່ເຫຼືອ ທາງການແຂວງຍັງບໍ່ໄດ້ບຸຊື່ອອກມາ.

ໜັງສືພິມລາວພັດທະນາ ຂອງທາງການລາວ ໄດ້ລາຍງານວ່າ ມູນຄ່າຄວາມເສັຍຫາຍ ໃນເບື້ອງຕົ້ນຫຼາຍກວ່າ 5 ຕື້ ກີບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.