ຊ່ອຍເມຕຕາ ປົກປ້ອງ ເຊື້ອເຜົ່າຜົງພັນ ຂອງພວກເຮົາແດ່ເທີ້ນ

2022.12.22
ຊ່ອຍເມຕຕາ ປົກປ້ອງ ເຊື້ອເຜົ່າຜົງພັນ ຂອງພວກເຮົາແດ່ເທີ້ນ ສັດປ່າບາງປະເພດ ໃນລາວ ແລະກັມພູຊາ ຢູ່ໃນສະພາບສ່ຽງ ຕໍ່ການສູນພັນ ເນື່ອງຈາກການລັກລອບລ້າ ແລະຄ້າຂາຍສັດປ່າເຫຼົ່ານັ້ນ.
RFA

ປະເທດລາວ ແລະ ປະເທດກັມພູຊາ ກຳລັງປະເຊີນ ກັບບັນຫາ ການລັກລອບລ້າ ລູກສັດປ່າ ແລະ ການລັກລອບຄ້າສັດປ່າ ໃກ້ສູນພັນ ຈາກເຈຕນາ ເພື່ອການຮັກສາປ່າໄມ້. ການລັກລອບລ້າ ໂຕຫລິ່ນ, ເສືອ, ຊ້າງ, ແຮດ ແລະໝີ ເພື່ອຂາຍຢູ່ພາຍໃນປະເທດ ແລະ ສົ່ງອອກໄປຂາຍຢູ່ຕ່າງປະເທດ ເປັນຕົ້ນ ປະເທດຈີນ, ປະເທດໄທຍ ແລະປະເທດວຽດນາມ ເປັນພັຍຄຸກຄາມ ຕໍ່ການສູນພັນ ຂອງສັດເຫຼົ່ານີ້. ສັດເຫຼົ່ານີ້ ເປັນທີ່ນິຍົມໃຊ້ເປັນສ່ວນປະສົມ ຢາໂບຣານ ຂອງຈີນ, ບາງເທື່ອສັດເຫຼົ່ານີ້ ຖືກຂາຍເພື່ອເປັນສັດລ້ຽງ ຫຼື ເພື່ອໃຊ້ປະດັບປະດາ ແລະ ໃຊ້ປຸງອາຫານ ຕາມຮ້ານອາຫານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.