ລາວເປັນປະເທດ ທີ່ມີປ່າໄມ້ປົກຫຸ້ມ ເປັນອັນດັບສອງ ຂອງເອເຊັຍ
2024.10.02
ສປປ ລາວ ເປັນປະເທດທີ່ມີປ່າໄມ້ປົກຫຸ້ມຫຼາຍເປັນອັນດັບ 2 ຂອງເອເຊັຍເປັນຮອງພຽງປະເທດພູຕານອ້າງອີງຂໍ້ມູນປີ 2021 ຈາກເວັນໄຊ “The Global Economy”, ແຕ່ຢ່າງໃດກໍ່ຕາມ ໃນເຂດພື້ນທີ່ທາງພາກໃຕ້ຂອງລາວເປັນຕົ້ນແຂວງອັດຕະປື, ແຂວງສະຫວັນນະເຂດ, ແຂວງສາລະວັນ ແລະ ແຂວງເຊກອງ ກໍ່ຍັງພົບເຫັນການຕັດໄມ້ ແລະການຂົນໄມ້ຢູ່ເລື້ອຍໆ.
ສະເພາະຢູ່ແຂວງອັດຕະປື ກໍ່ຍັງພົບເຫັນລົດແກ່ໄມ້ຢູ່, ສ່ວນໜຶ່ງເປັນໄມ້ທີ່ຖືກຕັດເພື່ອກຽມບຸກເບີກ ເປັນທີ່ສຳປະທານເພື່ອປູກພືດເສດຖະກິດ ເປັນຕົ້ນສວນມັນຕົ້ນ, ສວນກ້ວຍ, ສວນອ້ອຍ ແລະ ສວນຖົ່ວລຽນ. ດັ່ງຊາວບ້ານສາມັກຄີໄຊ ເມືອງສາມັກຄີໄຊ ແຂວງອັດຕະປືກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ຕຸລາ 2024 ນີ້ວ່າ:
“ມີຫຼາຍຢູ່ເຂົາແກ່ຢູ່ພຸ້ນແຫຼະ ສ່ວນຫຼາຍແມ່ນທາງສະໜາມໄຊ ແກ່ມາອັດຕະປືນີ້ມາໂຮງງານ ຕົວບໍລິສັດເພິ່ນເປັນໄມ້ທ່ອນນີ້ແຫຼະ ແບບວ່າເພິ່ນເອົາອອກນ່າບຸກເບີກອອກຈາກ ບ່ອນປ່າເພິ່ນປູກສວນມັນຕົ້ນສວນອ້ອຍສວນຫຍັງແລ້ວເຂົາເອົາໄມ້ໃຫ້ຂອນຫັ້ນນ່າ ສ່ວນຫຼາຍເປັນບໍລິສັດຫັ້ນແຫຼະຊາວບ້ານ ບໍ່ໄດ້ເຮັດດອກເປັນບໍລິສັດແບບວ່າເພິິ່ນມີພັນທະ ໃຫ້ລັດໃຫ້ຫຍັງຫັ້ນນ່າສ່ວນຫຼາຍແມ່ນລັດຫັ້ນແຫຼະ ເປັນຜູ້ຂາຍຄືວ່າບ່ອນໃດເພິ່ນສິຈະອະນຸຍາດໃຫ້ບໍລິສັດ ເຮັດສວນເຮັດຫຍັງແລ້ວກໍ່ເພິ່ນກໍ່ອະນຸຍາດໃຫ້ບໍລິສັດ ພວກໂຮງເລື່ອຍອີ່ຫຍັງໄປຕັດເອົາໄມ້ຫັ້ນກ່ອນຫັ້ນນ່າ.”
ຢູ່ເມືອງສະໜາມໄຊແຂວງອັດຕະປື ກໍ່ຍັງມີການລັກລອບຕັດໄມ້ຢູ່ໂດຍສ່ວນຫຼາຍລົດບັນທຸກ ຈະລັກລອບແກ່ໄມ້ຕອນກາງຄືນໄມ້ທີ່ຕັດ ໄດ້ອາດນໍາຂາຍພາຍໃນແລະສ່ວນໜຶ່ງ ສົ່ງອອກໄປທາງຫວຽດນາມ ຂະນະທີ່ໄມ້ອີກຈຳນວນໜຶ່ງ ຈະຖືກຊາວບ້ານຕັດເພື່ອນໍາໄປຂາຍ ເປັນໄມ້ທີ່ໃຊ້ເຮັດເຮືອນເຮັດຊານ. ດັ່ງຊາວບ້ານຢູ່ເມືອງສະໜາມໄຊ ແຂວງອັດຕະປືກ່າວວ່າ:
“ສ່ວນຫຼາຍບໍ່ມີດອກຍາມນີ້ ທາງມັນຍາກຄັນຊິມີກໍຊ່ວງໜ້າແລ້ງຫັ້ນແຫຼະ ກໍ່ຊິມີຕອນເດີກໆ ພຸ້ນແຫຼະຄັນມີຫັ້ນນ່າຕອນກາງຄືນຈະມີວ່າຊັ້ນສາ ແຕ່ວ່າມັນກໍ່ບໍ່ຫຼາຍປານນັ້ນດອກມັນກໍ່ພາຍໃນ ແດ່ແລ້ວກໍຈຳນວນໜຶ່ງຂະເຈົ້າກໍ່ສົ່ງອອກທາງຫວຽດ ທາງຫຍັງຫັ້ນແຫຼະກໍ່ແລ້ວແຕ່ເຂົາເຈົ້າໄດ້ໂກຕ້າ ຫັ້ນນ່າພວກທີ່ສົົ່ງອອກມັນກໍ່ຕ້ອງມີໂກຕ້າສົ່ງໄມ້ອອກ.”
ດ້ານຊາວບ້ານເມືອງດາກຈຶງ ແຂວງເຊກອງກ່າວວ່າທີ່ຜ່ານມາໃນຊ່ວງລະດູແລ້ງ ກໍ່ເຫັນລົດແກ່ໄມ້ແລ່ນຜ່ານເຂດບ້ານຫຼາຍໂດຍມີທັງໄມ້ຕັດ ແລະໄມ້ທ່ອນໂດຍຄາດການວ່າລົດແກ່ໄມ້ນີ້ ບາງສ່ວນອາດມາຈາກແຂວງອັດຕະປືຜ່ານເສັ້ນທາງ ເມືອງດາກຈຶງເພື່ອສົ່ງໄມ້ຕໍ່ໄປຍັງຫວຽດນາມ.
“ເຫັນຢູ່ເຂົາວ່າຈາກອັດຕະປືເຂົ້າມາທາງດາກຈຶງ ຄືກັນມັນຜ່ານເສັ້ນທາງຕົວນີ້ມັນຂົນຕັດໄມ້ ຈັດບາງມື້ເຂົາກໍ່ຂົນໄມ້ທ່ອນຊິແມ່ນເຂົາລັກຕັດຫັ້ນແຫຼະ ມັນມີຄົນລາວກໍ່ນັ້ນແຫຼະຢູ່ຫັ້ນຄັນໄມ້ຕັດນີ້ ແມ່ນຄົນລາວຄົນຫວຽດປົນກັນ.”
ປັດຈຸບັນກໍ່ຍັງມີຊາວບ້ານສ່ວນໜຶ່ງ ທີ່ລັກລອບຕັດໄມ້ເພື່ອນໍາສົ່ງໃຫ້ໂຮງງານ ຢູ່ຈາກນັ້ນໂຮງງານກໍ່ຈະສົ່ງອອກໄມ້ໄປຍັງຫວຽດນາມອີກເທື່ອໜຶ່ງ ຫຼືບາງເທື່ອອາດມີພໍ່ຄ້າໄມ້ຈາກຫວຽດນາມ ມາຂົນໄມ້ເອັງດັ່ງຄົນຂັບລົດຢູ່ແຂວງທາງພາກໃຕ້ກ່າວວ່າ:
“ປະຊາຊົນນີ້ໄປລັກຕັດໄປເລື່ອຍ ຢູ່ປ່າວ່າຊັ້ນສາໄປຕັດອອກມາແກ່ມາລາກມາເນາະ ເຂົາກໍ່ຈ້າງຄົນລາກເຂົ້າໂຮງງານເຄຍໄປເປັນປ່າໄມ້ເປັນຕໍາຫຼວດ ກໍ່ເຄຍໄປໃຫ້ເງິນເຂົາວ່າຊັ້ນສາແມ່ນເວລາເຂົາເຂົ້າໂຮງງານ ເຂົາກໍ່ໄປເລື່ອຍໄປຊອຍໄປຝານໄມ້ມັນກໍ່ຖືກຕ້ອງ ລະເຂົາກໍ່ຂ້າມໄປພຸ້ນແຫຼະດ່ານພູເກືອເມືອຫວຽດພຸ້ນແຫຼະ ສ່ວນຫຼາຍມີແຕ່ລົດຫວຽດເອັງນະມາແກ່ເອົາ.”
ບໍລິເວັນຊາຍແດນລາວ-ຫວຽດນາມ ທີ່ດ່ານສາກົນລະໄລເມືອງສະໝ້ວຍແຂວງສາລະວັນ ບໍ່ຄ່ອຍເຫັນລົດແກ່ໄມ້ຫຼືການລັກລອບຕັດໄມ້ປານໃດ ຍ້ອນສ່ວນໜຶ່ງລັດຖະບານກໍ່ມີຄຳສັ່ງຫ້າມອອກມາແລ້ວ. ສ່ວນຫຼາຍລົດທີ່ຜ່ານໄປຍັງຊາຍແດນຫວຽດນາມ ຈະເປັນລົດຂົນສົ່ງຖ່ານຫີນຫຼືລົດຂົນສົ່ງເຟີນິເຈິໄມ້. ດັ່ງຊາວເມືອງສະໝ້ວຍກ່າວວ່າ:
“ບໍ່! ບໍ່ເຫັນເດີ້ໄມ້ນີ້ມີແຕ່ມັນມີກາມີແຕ່ໂຕເຂົາຜະລິດແລ້ວຫັ້ນນ່າ ມັນເປັນໂຕະເປັນຕັ່ງແລ້ວຫັ້ນນ່າແຕ່ວ່າມັນສ່ວນຫຼາຍກໍ່ໃຊ້ເປັນລົດຄອນເທັນເນີ້ ມາເຮົາກໍ່ບໍ່ຮູ້ດອກວ່າມັນແມ່ນສັງຢູ່ໃນເຂົາເອົາໄມ້ ເປັນທ່ອນອອກບໍ່ໄດ້ແລ້ວເດ້ຄູ່ມື້ນີ້ລັດຖະບານ ຫ້າມແລ້ວເດ້.”
ພື້ນທີ່ປ່າໄມ້ທີ່ຍັງເຫຼືອຢູ່ນັ້ນ ສ່ວນຫຼາຍຢູ່ເຂດພູເຊິ່ງຢູ່ທາງພາກເໜືອ ຫຼືທາງພາກຕາເວັນອອກທີ່ຕິດຊາຍແດນຫວຽດນາມ ແຕ່ໃນທົ່ງຮາບນັ້ນພື້ນທີ່ປ່າໄມ້ເບົາບາງລົງຫຼາຍຍ້ອນຊາວບ້ານ ແລະບໍລິສັດສຳປະທານໄດ້ບຸກເບີກພື້ນທີ່ປ່າເພື່ອປູກພືດເສດຖະກິດ ເພື່ອການສົ່ງອອກຂະນະທີ່ພື້ນທີ່ປ່າໄມ້ອີກສ່ວນໜຶ່ງກໍ່ຖືກທຳລາຍເພື່ອເຮັດໂຄງການພັດທະນາຕ່າງໆ ເປັນຕົ້ນໂຄງການເຂື່ອນໄຟຟ້າ. ດັ່ງເຈົ້າໜ້າທີ່ອົງກອນພາກປະຊາສັງຄົມດ້ານການພັດທະນາກ່າວວ່າ:
“ປ່າໄມ້ຫຼຸດລົງຫຼາຍລັດຖະບານເຮົາ ໃຫ້ຜະລິດສິນຄ້າກະສິກໍາທີ່ຂາຍໄດ້ໃນປັດຈຸບັນນີ້ ແມ່ນຂາຍມັນຕົ້ນຂາຍມັນຕົ້ນກໍ່ໝາຍຄວາມວ່າ ຕ້ອງໄດ້ທຳລາຍປ່າໄມ້ຕ້ອງບຸກເບີກ ແຕ່ວ່າຄັນມີໂຄງການສົມມຸດວ່າໂຄງການຊົນລະປະທານ ອັນນີ້ແມ່ນສັ່ງໃຫ້ຕັດແທ້ໆ ໜ້າເຂື່ອນມັນນໍ້າຈະຖ້ວມເດ້ເວລານັ້ນ ຕ້ອງອະນາໄມໜ້າເຂື່ອນກ່ອນຊິເຮັດເຂື່ອນປຸບແລ້ວເພິ່ນກໍໃຫ້ບໍລິສັດ ໄປປະມູນວ່າຜູ້ໃດສິຕັດຫັ້ນນ່າເປັນທາງການເລີຍເດີ້.”
ກ່ອນໜ້ານີ້ ທ່ານ ຄໍາພອນ ມຸນລະໄມ, ຫົວໜ້າກົມປ່າໄມ້ກະຊວງກະສິກໍາ ແລະປ່າໄມ້ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບ ຖອດຖອນບົດຮຽນວຽກງານກວດກາ ປ່າໄມ້ທົ່ວປະເທດປະຈຳປີ 2023 ທີ່ຈັດຂຶ້ນໃນວັນທີ 16 ມັງກອນ 2024 ວ່າຈາກການກວດກາປ່າໄມ້ ແລະທີ່ດິນປ່າໄມ້ທັງໝົດຈຳນວນ 1,400 ຄັ້ງໃນປີ 2023 ພົບວ່າມີການພົວພັນກັບການກະທຳຜິດ ທີ່ເປັນໄມ້ກ່ວາ 8,700 ແມັດກ້ອນ. ໃນນີ້ມີໄມ້ບັນຊີໜຶ່ງຈຳນວນ 2,200 ກ່ວາແມັດກ້ອນ, ໄມ້ບັນຊີສອງຫຼາຍກ່ວາ 6,200 ແມັດກ້ອນ ແລະໄມ້ບັນຊີສາມຫຼາຍກ່ວາ 270,000 ແມັດກ້ອນ, ພາຫະນະລາກແກ່ 38 ຄັນ, ຈັກຕັດໄມ້ 48 ເຄື່ອງແລະມີການບຸກລຸກທີ່ດິນປ່າໄມ້ຫຼາຍກ່ວາ 9,100 ຄອບຄົວ, ມີດິນ 8,000 ກ່ວາຕອນ, ເນື້ອທີ່ 18,900 ກ່ວາເຮັກຕ້າຣ໌.
ເມື່ອທຽບໃສ່ການລັກລອບຂຸດຄົ້ນໄມ້ທ້ອນ ໂຮມຊື້ຂາຍແລະເຄື່ອນຍ້າຍລວມທັງການບຸກລຸກທຳລາຍເນື້ອທີ່ດິນປ່າໄມ້ໃນປີ 2022 ພົບວ່າການລັກລອບຂຸດຄົ້ນໄມ້ເພີ່ມຂຶ້ນ 3,000 ກ່ວາແມັດກ່ອນແລະການບຸກລຸກເນື້ອທີ່ດິນປ່າໄມ້ເພີ່ມຂຶ້ນ 17,000 ກ່ວາເຮັກຕ້າຣ໌.
ທ່ານ ລິນຄໍາ ດວງສະຫວັນ, ລັດຖະມົນຕີກະຊວງກະສິກໍາ ແລະປ່າໄມ້ ໄດ້ຊີ້ແຈງຂໍ້ຊັກຖາມຂອງສະມາຊິກສະພາແຫ່ງຊາດ ເມື່ອກາງປີ 2024 ຜ່ານມາວ່າ. ອີງຕາມການສຳຫຼວດປ່າໄມ້ທົ່ວປະເທດ ຫຼ້າສຸດໃນປີ 2020 ອັດຕາການປົກຫຸ້ມຂອງປ່າໄມ້ກວມເອົາ 62% ຂອງເນື້ອທີ່ທົ່ວປະເທດ ຫຼືເທົ່າກັບ 14.7 ລ້ານເຮັກຕ້າຣ໌, ເພີ່ມຂຶ້ນຈາກ 41.5% ຈາກ 9.8 ລ້ານເຮັກຕ້າຣ໌ໃນປີ 2005.
ເຖິງວ່າເນື້ອທີ່ປົກຫຸ້ມປ່າໄມ້ ຈະມີທ່າອ່ຽງເພີ່ມຂຶ້ນແຕ່ກໍ່ຍັງຜະເຊີນຫຼາຍບັນຫາ ທີ່ທ້າທາຍເຊັ່ນການຫັນປ່ຽນທີ່ດິນປ່າໄມ້ໄປເປັນປະເພດອື່ນ ສຳລັບໂຄງການຂຸດຄົ້ນບໍ່ແຮ່, ໂຄງການພະລັງງານເພື່ອສ້າງໂຄງລ່າງພື້ນຖານ, ການບຸກລຸກນໍາໃຊ້ເຂົ້າໃນການຜະລິດກະສິກຳ ເປັນສິນຄ້າໂດຍສະເພາະການປູກມັນຕົ້ນ.