ປະເທດລາວ ສູນເສຍເນື້ອທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ

ຈຳປາທອງ
2024.12.18
ປະເທດລາວ ສູນເສຍເນື້ອທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ ຮູບພາບປະກອບ: ສວນມັນຕົ້ນ ແຫ່ງໜຶ່ງ ຢູ່ແຂວງອັດຕະປື ເມື່ອປີ 2019
ຮູບພາບຈາກພົນລະເມືອງ

ອົງການຕິດຕາມສະພາບປ່າໄມ້ຂອງໂລກ (Global Forest Watch) ລະບຸວ່າ ຕັ້ງແຕ່ປີ 2002 ຫາປີ 2023 ປະເທດລາວ ສູນເສຍເນື້ອທີ່ປ່າໄມ້ດັ້ງເດີມ (Primary Forest) ຫຼາຍກວ່າ 1,170,000 ເຮັກຕາ. ເວົ້າສະເພາະປີ 2023 ສູນເສຍເນື້ອທີ່ປ່າໄມ້ໄປ ຫຼາຍກວ່າ 136,500 ເຮັກຕາ ຖືວ່າເປັນປະເທດຫນຶ່ງໃນໂລກ ທີ່ມີອັດຕາການຕັດໄມ້ທໍາລາຍປ່າ ສູງທີ່ສຸດ.

ກ່ຽວກັບເລື່ອງທີ່ວ່ານີ້ ເຈົ້າໜ້າທີ່ພາກປະຊາສັງຄົມ ດ້ານປ່າໄມ້ໃນລາວ ທ່ານຫນຶ່ງເວົ້າວ່າ ປັດຈຸບັນ ປ່າໄມ້ໃນປະເທດລາວ ຫຼຸດລົງຫຼາຍ. ຢູ່ເຂດພາກໃຕ້ຂອງປະເທດ ຫຼາຍແຂວງ ຕັ້ງແຕ່ແຂວງສະຫວັນນະເຂດ ລົງໄປຮອດ ອັດຕະປື ທີ່ເປັນເຂດຮາບພຽງ ມີການປູກມັນຕົ້ນຫຼາຍ; ເນື້ອທີ່ປ່າໄມ້ ກາຍເປັນບ່ອນປູກພືດເສດຖະກິດ ເພື່ອການສົ່ງອອກ ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ທັນວາ 2024 ນີ້ວ່າ:

“ຕາມທີ່ຮູ້ນໍ ປ່າໄມ້ຫຼຸດລົງຫຼາຍ ດຽວນີ້ຢູ່ທາງກາກໃຕ້ ປ່າເບົາບາງຫຼາຍແລ້ວ ປ່າຫຼຸດລົງຫຼາຍ ຕາມທີ່ຮູ້ ເຮົາຂີ່ລັດໄປຫັ້ນນະ ໄປເຫັນວ່າ ບ່ອນນີ້ເຄີຍເປັນປ່ານໍ ແລ້ວກໍມີສວນມັນຕົ້ນ ແຕ່ສະຫວັນນະເຂດໄປຊິແລ້ວ ເຊກອງ ສາລະວັນ ອັດຕະປື ຈໍາປາສັກກໍມີ ເຮັດມັນຕົ້ນນີ້ມັນຊິງ່າຍກວ່າອັນອື່ນ ມັນຈະມີຜົນກະທົບໃສ່ປ່າໄມ້.”

ເວົ້າສະເພາະຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ປະຊາຊົນ ຢູ່ເມືອງນີ້ ເວົ້າໃນມື້ດຽວກັນນີ້ວ່າ ພື້ນທີ່ປ່າໄມ້ໄດ້ຫຼຸດລົງຫຼາຍ ຍ້ອນການຕັດໄມ້ທໍາລາຍປ່າຫຼາຍ, ມີການບຸກເບີກພື້ນທີ່ປູກພືດ, ປູກມັນຕົ້ນ, ພວກນາຍທຶນຕ່າງ ປະເທດ ເຂົ້າມາສໍາປະທານປູກກ້ວຍ, ປູກອ້ອຍຫຼາຍ, ດຽວນີ້ປ່າໄມ້ບໍ່ຫຼາຍຄືແຕ່ກ່ອນໆ, ປ່າໄມ້ແທ້ມັນກໍບໍ່ມີແລ້ວ.

“ບໍ່ປານໃດແລ້ວດຽວນີ້ຫັ້ນນະ ເຂົາເຮັດສວນຫຼາຍແລ້ວ ຊາວບ້ານເພິ່ນກໍຊິຖາງ ເຮັດປູກມັນຕົ້ນມັນຫຍັງຫັ້ນແຫຼະ ບາດນີ້ເປັນບໍລິສັດ ເພິ່ນສ່ວນຫຼາຍປູກອ້ອຍ ສໍາປະທານປູກອ້ອຍອີ່ຫຍັງຫັ້ນນະ ປ່າແທ້ມັນກໍບໍ່ມີແລ້ວ ສວນຢາງຫຍັງເພິ່ນກໍຕັດຖິ້ມ ແລ້ວກໍດຸດເຮັດປູກກ້ວຍ.”

ໃນແຂວງດຽວກັນນີ້ ຢູ່ເມືອງຊານໄຊ ກໍມີນັກລົງທຶນຈີນແລະຫວຽດນາມ ເຂົ້າ ມາສໍາປະທານພື້ນທີ່ປູກກ້ວຍຫຼາຍບ່ອນ ຊຶ່ງບາງບ່ອນທີ່ສໍາປະທານນັ້ນ ໄດ້ກວມເອົາເນື້ອທີ່ປ່າໄມ້ ແລະບາງບ່ອນກໍກວມເອົາດິນໄຮ່ ດິນນາ ຮົ້ວສວນຂອງປະຊາຊົນ ດັ່ງຊາວບ້ານຢູ່ເມືອງຊານໄຊ ຜູ້ຫນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 18 ທັນວານີ້ວ່າ:

“ບາງບ່ອນກໍເປັນພື້ນທີ່ປ່າໄມ້ ບາງບ່ອນມັນກໍຖືກດິນພໍ່ແມ່ປະຊາຊົນຫັ້ນ ເປັນຕົ້ນກໍແບບວ່າ ດິນໄຮ່ ດິນນາ ດິນຮົ້ວ ດິນສວນ ເຂົາກໍກວມເອົາເບິດເລີຍ ມີຢູ່ດອກ ດິນປ່າໄມ້ກໍຫຼາຍຢູ່ດອກ ແຕ່ວ່າບາງ ເທື່ອກໍຕິດກັບດິນພໍ່ແມ່ປະຊາຊົນ ຈີນກໍມີ ຫວຽດກໍມີ ສວນກ້ວຍມັນມີຫຼາຍບ່ອນ.”

ແລະປະຊາຊົນຢູ່ເມືອງສະໜາມໄຊ ຜູ້ຫນຶ່ງກໍເວົ້າໃນມື້ດຽວກັນນີ້ວ່າ ນັບຕັ້ງແຕ່ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກມານີ້ ກໍມີການຕັດໄມ້ໄປຂາຍຫຼາຍ ຮວມທັງໃນເຂດປ່າໄມ້ຫວງຫ້າມ ແລະມີການຂາຍດິນ ທັງດິນໃນເຂດຄຸ້ມຄອງຂອງບ້ານ ກໍເອົາໝົດ ບໍ່ເວັ້ນ, ເອົາໃຫ້ບໍລິສັດຕ່າງປະເທດສໍາປະທານ ຈົນເຮັດໃຫ້ມີຂໍ້ຂັດແຍ່ງເກີດຂຶ້ນ ລະຫວ່າງຊາວບ້ານ ແລະບໍລິສັດ ທີ່ເຂົ້າມາສໍາປະທານນັ້ນ ດັ່ງທີ່ທ່ານກ່າວວ່າ:

“ສ່ວນປ່າໄມ້ ໄມ້ດົງ ໄມ້ຂອບເຂດຫວງຫ້າມຫັ້ນ ເຂົາປໍ້າເບິດແລ້ວ ຕັ້ງແຕ່ເຂື່ອນແຕກນີ້ແຫຼະ ເພິ່ນໄປຕັດເອົາໄມ້ໄປຂາຍໂລດຫັ້ນນະ ເພິ່ນເອົາໄມ້ ເອົາດິນໄປຂາຍໃຫ້ບໍລິສັດ ສໍາປະທານ ແຕ່ລະຈຸດ ແຕ່ລະບ່ອນ ດິນເຂດຄຸ້ມຄອງຂອງບ້ານ ເພິ່ນກໍໄປເອົາເບິດ ຂາຍໃຫ້ບໍລິສັດສໍາປະທານ.”

ກ່ຽວກັບເລື່ອງທີ່ວ່ານີ້ ທ່ານ ຄໍາພອນ ມຸນລະໄມ ຫົວໜ້າກົມປ່າໄມ້ ກະຊວງກະສິກໍາ ແລະປ່າໄມ້ ໄດ້ລາຍງານຕໍ່ກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ກ່ຽວກັບວຽກງານການກວດກາປ່າໄມ້ທົ່ວປະເທດ ປະຈໍາປີ 2023 ໃນເດືອນມັງກອນ 2024 ວ່າ ຈາກການກວດກາປ່າໄມ້ ແລະທີ່ດິນປ່າໄມ້ ທັງໝົດ 1,400 ຄັ້ງໃນປີ 2023 ພົບວ່າ ມີການພົວພັນກັບການກະທຳຜິດ ກໍລະນີໄມ້  ຫຼາຍກ່ວາ 8,700 ແມັດກ້ອນ ແລະມີການບຸກລຸກທີ່ດິນປ່າໄມ້ ຫຼາຍກ່ວາ 9,100 ຄອບຄົວ, ມີດິນ 8,000 ກ່ວາຕອນ, ເນື້ອທີ່ 18,900 ກ່ວາເຮັກຕາ.

ເມື່ອທຽບໃສ່ ການລັກລອບຂຸດຄົ້ນໄມ້ ທ້ອນໂຮມຊື້ຂາຍ ແລະເຄື່ອນຍ້າຍໄມ້ ລວມທັງການບຸກລຸກທຳລາຍເນື້ອທີ່ດິນປ່າໄມ້ ໃນປີ 2022 ພົບວ່າ ມີການລັກລອບ ຂຸດຄົ້ນໄມ້ເພີ່ມຂຶ້ນ 3,000 ກວ່າແມັດກ້ອນ ແລະການບຸກລຸກເນື້ອທີ່ດິນປ່າໄມ້ ເພີ່ມຂຶ້ນ 17,000 ກ່ວາເຮັກຕາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.