ສັດປ່າ ຫຼາຍຊະນິດ ສ່ຽງສູນພັນ ຈາກການລ່າເປັນອາຫານ
2022.11.09
ຊາວລາວ ໂດຍສະເພາະກຸ່ມຊົນເຜົ່າ ມີຖານະທຸກຍາກ ມີຄວາມສ່ຽງສູງ ທີ່ຈະຕິດເຊື້ອ ພະຍາດຫລາຍຊະນິດ ຈາກການກິນສັດປ່າ ເນື່ອງຈາກຍັງມີວິຖີຊີວິຕ ຫາຢູ່ ຫາກິນ ຕິດພັນກັບປ່າ.
ສະເພາະ ປ່າສງວນແຫ່ງຊາຕ ນໍ້າແອັດ-ພູເລີຍ ເມືອງຫ້ຽມ ແຂວງຫົວພັນ ຈະມີປະຊາຊົນ ບ້ານສາມຮໍ ຊຶ່ງເປັນບ້ານທີ່ມີຂໍ້ມູນ ຈະແຈ້ງ ໃນເຣື່ອງການລັກລອບ ລ່າສັດປ່າ ໃນເຂດປ່າສງວນ ແຫ່ງຊາຕ ຍ້ອນວິຖີຊີວິຕ ແຕ່ເດີມຂອງຄົນບ້ານສາມຮໍ ທີ່ຄົນຢູ່ກັບປ່າ ຫາກິນກັບປ່າ ມີມາແຕ່ດົນ ຈຶ່ງເຮັດໃຫ້ຍັງພົບເຫັນ ໃນປັດຈຸບັນ ພວກເຂົາເຈົ້າ ຍັງຄົງລ່າສັດປ່າ ເພື່ອກິນ ແລະເພື່ອເປັນສິນຄ້າ ຢູ່ເລື້ອຍໆ.
ດັ່ງຊາວບ້ານ ບ້ານສາມຮໍ ເມືອງຫ້ຽມ ແຂວງຫົວພັນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 9 ພຶສຈິການີ້ວ່າ:
“ທັງລ່າກິນແດ່ ທັງເປັນສິນຄ້າແດ່ເນາະ ເຂົາມັກລ່າໄປຂາຍເອງດອກ ຂາຍຂາຍຕາມທັມມະຊາຕ ຕາມຕລາດ ສຳລັບອໍເດີ້ຣ໌ນີ້ ຊິບໍ່ມີປານໃດ ໄປສັ່ງວ່າ ໂອ້ເອົາອັນນັ້ນ ອັນນີ້ມາໃຫ້ ກໍຊິມີໜ້ອຍດອກ ກໍບໍ່ຢາກວ່າມີ ມັນກໍອີງໃສ່ການດຳຣົງຊີວິຕ ຂອງຊາວບ້ານເນາະ ບາງເທື່ອກໍບໍ່ມີອັນຢູ່ ອັນກິນ ບາງເທື່ອເຂົາເຈົ້າກໍໄປເກັບຜັກ ເກັບໜໍ່ ໄປເກັບເຄື່ອງປ່າ ຂອງດົງ ມາຂາຍ ເຫັນອັນນັ້ນ ເຂົາເຈົ້າກໍເອົາໝົດເນາະ ທີ່ວ່າມີລາຄາ ມີຄຸນຄ່າ ຕໍ່ທາງເສຖກິຈ ແລະກໍຮັບໃຊ້ຄອບຄົວ ຂອງເຂົາເຈົ້ານ່າ.”
ສ່ວນປ່າສງວນແຫ່ງຊາຕ ນໍ້າກ່ານ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ມີຊົນເຜົ່າມົ້ງ ຢູ່ບ້ານຕູບຊຶ່ງເປັນບ້ານທີ່ຕິດກັບປ່າສງວນແຫ່ງຊາຕ ນໍ້າກ່ານ ກໍຍັງມີວິຖີຊີວິຕຕິດ ພັນກັບປ່າ ແລະບໍ່ສາມາດ ຢູ່ປາສຈາກການລ່າສັດປ່າ ເພື່ອເອົາມາເປັນແຫລ່ງອາຫານໄດ້ ເນື່ອງຈາກພວກເຂົາເຈົ້າ ມີຊີວິຕຕິດ ກັບປ່າມາກ່ອນ ທີ່ທາງການຈະປັກເຂດແດນ ໃຫ້ປ່ານັ້ນ ເປັນປ່າສງວນແຫ່ງຊາຕ ມີແຕ່ພຽງເຈົ້າໜ້າທີ່ ກວດກາລາດຕາເວນ ແລະກຳນົດເຂດ ໃຫ້ເຂົ້າຫາຢູ່ຫາກິນໄດ້ເທົ່ານັ້ນ.
ດັ່ງຊາວ ບ້ານ ຢູ່ບ້ານຕູບ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວໃນມື້ດຽວກັນນີ້ວ່າ:
“ຊີວິຕເຂົາເຈົ້າ ຕິດພັນກັບທັມມະຊາຕ ກັບປ່າຢູ່ແຖວນັ້ນ ເຂດນັ້ນເປັນເຂດທີ່ຢູ່ອາສັຍ ຫາຢູ່ຫາກິນມາກ່ອນແລ້ວ ກໍປາສຈາກການລ່າບໍ່ໄດ້ ມີໝູປ່າ ມີກະຮອກ ມີຕຸ່ນ ໄປເນາະ ເວັ້ນເສັຽແຕ່ເຈົ້າໜ້າທີ່ ພະນັກງານ ຄຸ້ມຄອງປ່າສງວນ ເພິ່ນກໍແຕ່ງວິຊາການ ລາດຕະເວນ ເປັນຈຸດ ເປັນຈຸດ ເພິ່ນຈະມີກຳນົດເຂດທີ່ວ່າ ຫວງຫ້າມເດັດຂາດບໍ່ ຫ້າມລ່າ ຫ້າມຫຍັງຫັ້ນນ່າ”
ການຄຸ້ມຄອງສັດປ່່າ ຍັງພົບຄວາມຫຍຸ້ງຍາກ ດ້ານການນຳໃຊ້ກົດໝາຽແພ່ງ ແລະອາຍາ ຕໍ່ປະຊາຊົນທີ່ລັກລອບລ່າສັດປ່າ ໃນເຂດປ່າສງວນແຫ່ງຊາຕ ເນື່ອງຈາກໃນສະພາບໂຕຈິງ ບໍ່ສາມາດນຳໃຊ້ກົດໝາຽດັ່ງກ່າວໄດ້ 100% ຍ້ອນປະຊາຊົນ ທີ່ລັກລອບລ່າສັດປ່ານັ້ນ ສ່ວນໃຫຍ່ເປັນປະຊາຊົນ ທຸກຍາກທາງເຈົ້າໜ້າທີ່ ຈຶ່ງເຮັດໄດ້ພຽງເຮັດບົດບັນທຶກນຳເຂົາເຈົ້າ ສະນັ້ນພາກສ່ວນທີ່ກ່ຽວຂ້ອງ ຕ້ອງໄດ້ແກ້ໄຂບັນຫາຄວາມທຸກຍາກ ເຖິງຈະສາມາດແກ້ໄຂບັນຫາການລັກລອບ ລ່າສັດປ່າໃນປ່າສງວນໄດ້.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຫົວພັນ ກ່າວໃນມື້ດຽວກັນນີ້ວ່າ:
“ຂຶ້ນກັບສຸຂພາບ ຂອງແຕ່ລະຄົນ ແຕ່ລະຄົນມີພະຍາດ ແຕກຕ່າງກັນ ບາງຄົນເປັນປະດົງຂໍ ມັນກໍກິນບໍ່ໄດ້ເດ້ ສັດປ່ານີ້ມັນກໍເປັນແນວນັ້ນ ການບັງຄົບໃຊ້ລະບຽບກົດໝາຽນີ້ ເຮົາເຮັດບໍ່ໄດ້ເຕັມຮ້ອຍ ໃນເມື່ອປະຊາຊົນຍັງທຸກຍາກນີ້ ບາງຄັ່ງເຮົາກໍປັບໃໝ ບໍ່ໄດ້ບາງຄັ້ງປະຊາຊົນ ນ່າຜູ້ທີ່ບໍ່ມີເຂົ້າຢູ່ເຂົ້າກິນ ກໍຍັງບໍ່ມີນ່າ ອັນຜູ້ທີ່ໄປລ່າ (ສັດປ່າ) ຫັ້ນນ່າເຮົາຊິປັບໃໝແນວໃດ.”
ເມື່ອບໍ່ດົນມານີ້ທ່ານ ສັນທະລັກ ຈ່າສານ ປະທານບໍຣິສັດ ເອສຊີ ອິນໂນເວຊັນ (SC Innovation) ແລະ ບໍຣິສັດ POW Laos ຈຳກັດ ໃຫ້ສັມພາດກັບສື່ມວນຊົນລາວ ໃນຕອນນຶ່ງວ່າ ປັດຈຸບັນຊີ້ນສັດປ່າໄດ້ກາຍເປັນ ອາຫານທີ່ໄດ້ຮັບຄວາມນິຍົມ ໃນກຸ່ມພວກນັກທຸຣະກິຈ ໃນລາວ ແລະຖືວ່າເປັນຂອງຕ້ອນ ທີ່ມີມູນຄ່າ ເພື່ອຕ້ອນຮັບແຂກ ຄົນສຳຄັນ ແລະມັນຈະເປັນປໂຍດ ຕໍ່ການເຈຣະຈາ ທຸຣະກິຈ ຊຶ່ງຖືເປັນຄວາມເຊື່ອ ທີ່ມີຄວາມສ່ຽງ ທັງຕໍ່ສຸຂພາບ ແລະສັດປ່າ ສູນພັນນຳດ້ວຍ.
ໃນວັ ນທີ 09 ພືສພາ ຜ່ານມາ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາ ນັກທຸຣະກິຈ ລາວທ່ານນຶ່ງທີ່ຂໍສງວນຊື່ ແລ້ວກໍໄດ້ຮັບການຢືນຢັນວ່າ ສັດປ່າເປັນອາຫານ ໃນພາເຂົ້າສາມັກຄີ ໃນວົງສົນທະນາ ຂອງກຸ່ມພວກນັກທຸຣະກິຈ ໃນປະເທດລາວແທ້ ຊຶ່ງກໍບໍ່ແມ່ນທຸກຄົນ ທີ່ເຮັດແນວນັ້ນ ມີແຕ່ບາງກຸ່ມສື່ໆ.
ດັ່ງນັກທຸຣະກິຈ ລາວທ່ານນຶ່ງທີ່ຂໍສງວນຊື່ ກ່າວໃນມື້ດຽວກັນວ່າ:
“ເວລານັກທຸຣະກິຈ ພົບພໍ້ລົມກັນເນາະ ແນ່ນອນເນາະອາຫານ ກໍເປັນສ່ວນນຶ່ງ ທີ່ນຳມາປະກອບ ວົງສົນທະນາ ໂອ້ກິນເຂົ້າຮັບພາເຂົ້າສາມັກຄີຕ່າງໆ ໂອ້ມື້ນີ້ອາຫານພິເສດ ສັດປ່າກໍເປັນສ່ວນນຶ່ງ.”
ປະເທດລາວ ຍັງຖືເປັນປະເທດ ດ້ອຍພັທນາ ບວກກັບປະຊາຊົນລາວ ໂດຍສ່ວນໃຫຍ່ ຍັງມີຖານະທຸກຍາກ ແລະອາສັຍຢູ່ເຂດພູດອຍ ຈຶ່ງມີຊີວິຕ ຕິດພັນກັບທັມມະຊາຕ ຄືປ່າເຮັດໃຫ້ພວກເຂົາເຈົ້າ ລ່າສັດປ່າກິນ ເພື່ອເປັນແຫລ່ງອາຫານ ທີ່ມີທາດໂປຣຕີນ ຄຽງຄູ່ກັນນັ້ນພວກເຂົາເຈົ້າ ຍັງລ່າສັດປ່າ ເພື່ອໄປຂາຍໃຫ້ຜູ້ມີກຳລັງຊື້ ນຳດ້ວຍ ຈຶ່ງເປັນສາເຫດທີ່ຈະເຮັດໃຫ້ ສັດປ່າໃນລາວ ສູນພັນ ແຕ່ພາກປະຊາສັງຄົມ ບໍ່ຢາກໃຫ້ພວກເຂົາເຈົ້າ ເຮັດແນວນັ້ນ ຍ້ອນບໍ່ພຽງແຕ່ ຈະເຮັດໃຫ້ສັດປ່າ ໃນລາວສູນພັນ, ພວກເຂົາເຈົ້າຈະສ່ຽງ ຕໍ່ການຕິດເຊື້ອພຍາດຕ່າງໆ ຈາກສັດສູ່ຄົນຄືກັບ ໂຣກຊ້າຣ໌, ໂຣກເມີຣ໌ ແລະ ໂຣກໄຂ້ຫວັດສັດປີກ.
ດັ່ງເຈົ້າໜ້າທີ່ ອົງການຈັດຕັ້ງ ພາກປະຊາສັງຄົມ ຫລື ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ທີ່ໄດ້ເຮັດວຽກກ່ຽວກັບ ການຄຸ້ມຄອງສັດປ່າ ໃນປະເທດລາວ ກ່າວໃນມື້ດຽວກັນນີ້ວ່າ:
“ປະຊາຊົນ ໃນປະເທດລາວ ໃຊ້ຊີວິຕຕິດພັນ ກັບທັມມະຊາຕ ມາແຕ່ດົນນານແລ້ວ ຄວາມທຸກຍາກ ທາງດ້ານເສຖກິຈ ແຫລ່ງອາຫານໂປຣຕີນຫັ້ນ ເຂົາເຈົ້າຍັງຄຸ້ນເຄີຍ ລ່າສັດມາເປັນແຫລ່ງອາຫານ ເສີມຢູ່ ບວກກັບຄ່ານິຍົມ ຂອງຄົນ ມີກຳລັງຊື້ຫັ້ນ ມີຄວາມເຊື່ອວ່າ ສັດປ່າບາງຈຳນວນ ເປັນສ່ວນປະກອບ ຂອງຢາພື້ນເມືອງ ເສີມສະມັດຕະພາບ ທາງເພດຕ່າງໆ ພວກເຮົາບໍ່ຢາກໃຫ້ ບໍຣິໂພກເນາະ ເພາະວ່າພວກເຮົາຢາກສື່ສານວ່າ ສັດປ່ານີ້ ມັນບໍ່ເປັນອາຫານ ຄວນຈະມາຢູ່ໃນເມນູຫັ້ນນ່າ ມັນກໍຈະໄປມີຄວາມສ່ຽງ ຕໍ່ການຕິດພັນກັບ ເຊື້ອພຍາດຕ່າງໆ ຈາກສັດສູ່ຄົນນ່າ ຄ້າຍໆ ໂຣກຊ້າຣ໌, ໂຣກເມີຣ໌ ສມັຍຕະກີ້ ໂຣກ ຫລື Bird flu ຕ່າງໆ ນ່າ.”
ທ່ານກ່າວຕື່ມວ່າ ຂໍ້ມູນທີ່ເປັນທາງການ ຂອງຣັຖບານລາວ ແລະອົງການສາກົລ ທີ່ເຮັດວຽກກ່ຽວກັບ ການຄຸ້ມຄອງສັດປ່າ ໃນແຂວງພາກເໜືອ ຂອງລາວ ພົບວ່າ 2-3 ປີທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງສາມາດຢຶດສັດປ່າ ຕາມຕລາດ ທີ່ປະຊາຊົນລັກລອບ ໄປລ່າ ເພື່ອມາຂາຍ ແລະມາກິນ ໄດ້ 5,000 ກິໂລາກຣາມ. ສ່ວນວ່າ ຕາມທັສນະ ຂອງທ່ານເອງທີ່ເບິ່ງສະພາບໂຕຈິງ ສັດປ່າຊະນິດໃດ ໃນປະເທດລາວທີ່ໃກ້ຈະສູນພັນ ຫລາຍກວ່າໝູ່ ແມ່ນສັດປ່າ ປະເພດ ລີງ, ໝີ ແລະ ຟານ. ຂະນະທີ່ ວັນທີ 25 ພຶສພາ ທີ່ຜ່ານມາ ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ຮ່ວມກັບອົງການ ກອງທຶນ ອະນຸຮັກ ທັມມະຊາຕໂລກ ປະຈຳປະເທດລາວ ຫຼື World Wide Fund for Nature Laos (ຫລື WWF Laos) ພົບວ່າແຕ່ປີ 2015-2019 ຈຳນວນແຮ້ວ ຂອງນັກລ່າສັດປ່າ ທີ່ເຄື່ອນໄຫວ ໃນປ່າສງວນແຫ່ງຊາຕ 3 ແຫ່ງ ອັນປະກອບດ້ວຍ ປ່າສງວນແຫ່ງຊາຕ ນໍ້າແອັດ-ພູເລີຍ, ປ່າສງວນແຫ່ງຊາຕ ນາກາຍ-ນໍ້າເທີນ ແລະ ປ່າສງວນແຫ່ງຊາຕ ນໍ້າປຸຍ ສາມາດເກັບກູ້ແຮ້ວ ມາທຳລາຍທັງໝົດ 4,784, ຊຶ່ງມີສັດປ່າ ທີ່ຖືກແຮ້ວ ສະເລັ່ຽປະມານ 957 ໂຕຕໍ່ປີ. ອີງຕາມຂໍ້ມູນ ຈາກສໍານັກຂ່າວສານ ປະເທດລາວ.
ນອກຈາກນີ້ ໃນໄລຍະຕັ້ງແຕ່ເດືອນຕຸລາ ຫາ ກາງເດືອນທັນວາ ປີ 2022 ນີ້ WWF LAOS ໄດ້ເປີດໂຄງການກິຈກັມ ປຸກລະດົມ ເພື່ອປູກຈິຕສຳນຶກ ແລະຫລຸດຜ່ອນ ການບໍຣິໂພກສັດປ່າ ເພື່ອຮັກສາສຸຂພາບ ຂອງຄົນ ແລະເພື່ອຄວາມສົມບູນ ທາງທັມມະຊາຕ 3 ປະເທດ ຄື ລາວ, ວຽດນາມ ແລະ ກັມພູຊາ ພາຍຫລັງພົບວ່າ 3 ປະເທດດັ່ງກ່າວ ມີການບໍຣິໂພກຊີ້ນສັດປ່າ ເປັນຈຳນວນຫລາຍ ໂດຍພົບເຫັນການສນອງຊີ້ນສັດລ້ຽງລູກດ້ວຍນົມ ແລະນົກ ໃຫ້ຕລາດ ແລະຮ້ານອາຫານ ຫລາຍແຫ່ງ ພາຍໃນປະເທດເລົ່ານີ້, ອີງຕາມຂໍ້ມູນ ຈາກສຳນັກຂ່າວ ເສຖກິຈ ການຄ້າ.