ຊີວິດຜູ້ໄດ້ຮັບ ຜົລກະທົບ ຈາກເຂື່ອນໄຊຍະບູຣີ ຍັງບໍ່ດີຂຶ້ນ

ໄຊຍາ
2021-09-28
Share
ຊີວິດຜູ້ໄດ້ຮັບ ຜົລກະທົບ ຈາກເຂື່ອນໄຊຍະບູຣີ ຍັງບໍ່ດີຂຶ້ນ ເຂື່ອນໄຊຍະບູຣີ ໃນ​ໄລ​ຍະ ການ​ທົດ​ລອງ ປ່ອຍ​ນ້ຳ, ກໍ​ຣະ​ກະ​ດາ 2019.
Photo: RFA

ນັບແຕ່ເຂື່ອນໄຊຍະບູຣີ ເຣີ່ມຜລິດກະແສໄຟຟ້າ ເມື່ອເດືອນຕຸລາ ປີ 2019 ເປັນຕົ້ນມາ ເຖິງແມ່ນວ່າ ທາງໂຄງການຈະໄດ້ຈ່າຍຄ່າ ຊົດເຊີຍ ແລະ ຈັດສັນທີ່ຢູ່ອາສັຍ ບ້ານໃໝ່ຮວມເຖິງມອບທີ່ດິນ ສຳລັບເຮັດການກະເສດ ອີກຈຳນວນນຶ່ງ ໃຫ້ແກ່ຊາວບ້ານ ຜູ້ຖືກ ຜົລກະທົບແລ້ວກໍຕາມ.

ຊາວບ້ານບາງສ່ວນ ກໍຍັງປະສົບບັນຫາ ດ້ານຄວາມເປັນຢູ່ ເປັນຕົ້ນ ທີ່ດິນທີ່ໂຄງການຈັດສັນໃໝ່ບໍ່ພຽງພໍ ສຳລັບເຮັດການກະເສດ ແລະ ເປັນບ່ອນທີ່ບໍ່ມີແຫຼ່ງນໍ້າ. ດັ່ງຊາວບ້ານ ບ້ານນາຕໍໃຫຍ່ ຜູ້ຖືກຜົລກະທົບ ຈາກໂຄງການເຂື່ອນໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽ ເສຣີ ເມື່ອວັນທີ 27 ກັນຍາ 2021 ນີ້ວ່າ:

“ຄັນເວົ້າເຣື່ອງດິນນີ້ ກໍເຮົາປູກພືດເນາະ ເປັນພືດອຸດສາຫະກັມ ເປັນຢາງນ່າ ແລ້ວດິນທໍາການຜລິດ ມັນກໍບໍ່ພໍ ເວົ້າເຣື່ອງນໍ້າເນາະ ນໍ້າຢູ່ເຂດບ້ານຈັດສັນເຮົານີ້ມັນບໍ່ພໍໃຊ້ ໂຄງການນໍ້າປະປາ ຂະເຈົ້າກໍຍັງມາບໍ່ຮອດນ່າ ເພາະວ່າບໍ່ທັນຮອດເທື່ອບ່ອນຢູ່.”

ໃນໄລຍະ 2-3 ປີຜ່ານມາ ສະພາບແມ່ນໍ້າຂອງປ່ຽນແປງໄປ ຍ້ອນເຂື່ອນໄຊຍະບູຣີ ທາງຕອນເທິງຂອງລໍານໍ້າຂອງ ມີການກັກນໍ້າ ແລະ ປ່ອຍນໍ້າໜ້ອຍ ແບບຜິດທັມມະຊາດ ຈົນເກີດເຫດການນໍ້າຖ້ວມຫຼາຍເທື່ອ ເຮັດໃຫ້ບ້ານເຮືອນ ແລະເຄື່ອງຂອງ ຂອງຊາວບ້ານ ຫຼາຍຄອບຄົວໄດ້ຮັບຄວາມເສັຽຫາຍ. ດັ່ງຊາວບ້ານ ຢູ່ເມືອງພຽງ ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:

"ແມ່ນກໍມີແດ່່ເນາະ ກໍດຽວຂຶ້ນດຽວລົງຊິຫັ້ນເນາະ ບໍ່ປົກກະຕິຄືແຕ່ກ່ອນຫັ້ນເນາະ ບາງເທື່ອນໍ້າກໍຖ້ວມ ແລ້ວກໍບໍ່ຖ້ວມເນາະ ເຮົາກໍ ບໍ່ຮູ້ວ່ານໍ້າຈະຂຶ້ນແນ່ສຳນັ້ນແຫຼະ.”

ນອກຈາກນີ້ການກັກນໍ້າ ແລະ ປ່ອຍນໍ້າໜ້ອຍ ແບບຜິດທັມມະຊາດ ຂອງເຂື່ອນໄຊຍະບູຣີ ຍັງເຮັດໃຫ້ຊາວບ້ານ ຢູ່ບໍຣິເວນແຄມຂອງ ບໍ່ສາມາດປູກພືດ ໄດ້ຕາມປົກກະຕິ ເນື່ອງຈາກບາງເທື່ອ ມີປະຣິມານນໍ້າບໍ່ຫຼາຍ ແລະ ບາງເທື່ອ ກໍບໍ່ມີນໍ້າສຳລັບເຮັດການກະເສດ ຊາວບ້ານຢູ່ ເມືອງເງິນ ແຂວງໄຊຍະບູຣີ ກ່າວວ່າ:

"ຄືເສັຽໄປ ບາງເທື່ອສວນຂອງຂະເຈົ້າເນາະ ມັນຊິເປັນສວນໄມ້ສັກບໍ່ ຫຼືວ່າ ເປັນສວນປູກພັກປູກພືດຊິນ່າ ເຮັດໃຫ້ຖ້ວມເນາະ ຂະເຈົ້າ ກໍບໍ່ມີດິນ ທີ່ວ່າຈະໄປປູກຜັກປູກພືດຂາຍໃນຕລາດ ອີກບາງເທື່ອ ຂະເຈົ້າກໍຕັດບໍ່ທັນ ຕັດອອກບໍ່ທັນ ກໍຄືວ່າຖ້ວມໄປຊິນ່າ.”

ສຳລັບຜູ້ຖືກຜົລກະທົບ ຈາກໂຄງການກໍ່ສ້າງເຂື່ອນໄຊຍະບູຣີ ກໍໄດ້ຮັບການຈັດສັນບ້ານໃໝ່ ແລະ ໄດ້ຮັບການຊ່ອຍເຫຼືອ ກ່ຽວກັບ ການຟື້ນຟູ ສະພາບຊີວິດການເປັນຢູ່ ພາຍຫຼັງຈາກຖືກໂຍກຍ້າຍ ເປັນໄລຍະເວລາປະມານ 3 ເດືອນ ແລະ ຫຼັງຈາກ 3 ປີແລ້ວ ກໍບໍ່ໄດ້ຮັບການຊ່ອຍເຫຼືອເພີ່ມອີກ. ດັ່ງເຈົ້າໜ້າທີ່ ຜແນກຄຸ້ມຄອງແຮງງານ ແລະ ສວັດດີການສັງຄົມ ແຂວງໄຊຍະບູຣີ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີວ່າ:

“ອໍ ຕາມນະໂຍບາຍ ທີ່ທາງໂຄງການໄດ້ປະຕິບັດ ນະໂຍບາຍຕໍ່ພາກສ່ວນທີ່ຖືກຜົລກະທົບ ໂຍກຍ້າຍໄປຈັດສັນບ້ານຢູ່ເນາະ ຂັ້ນ ພວກເຮົາຈະຈັດສັນ ທີ່ຢູ່ໃໝ່ແລ້ວ ກໍທາງໂຄງການ ຈະປຸກເຮືອນກັບໃສ່ດິນເປັນແຕ່ລະຈຸດ ຕາມທີ່ເຮົາໄດ້ກຳນົດໃຫ້ແລ້ວ ກໍມີການ ຊ່ອຍເຫຼືອຢູ່ 3 ປີ ໃຫ້ຟື້ນຟູສະພາບປົກກະຕິ.”

ທ່ານກ່າວຕື່ມວ່າ ຜ່ານມາໜ່ວຍງານຂອງທ່ານ ໄດ້ລົງພື້ນທີ່ເກັບກັມຂໍ້ມູນ ແລະ ກຳນົດບ່ອນສ່ຽງ ຕໍ່ການເຮັດການກະເສດ ພ້ອມອອກ ແຈ້ງເຕືອນ ບໍ່ໃຫ້ປະຊາຊົນເຮັດການຜລິດໃນບ່ອນສ່ຽງ ຄັນວ່າຊາວບ້ານຜູ້ໃດ ເຂົ້າໄປເຮັດການຜລິດຢູ່ບ່ອນສ່ຽງດັ່ງກ່າວ ແລະຜົລປູກ ໄດ້ຮັບຄວາມເສັຽຫາຍ ພວກເຂົາເຈົ້າ ກໍຈະຕ້ອງຮັບຜິດຊອບ ດ້ວຍໂຕເອງ.

ໂຄງການກໍ່ສ້າງ ເຂື່ອນໄຊຍະບູຣີ ທີ່ດຳເນີນກິຈການໂດຍ ນັກລົງທຶນຊາວໄທຍນັ້ນ ເຮັດໃຫ້ເກີດຜົລກະທົບ ຕໍ່ຊີວິດການເປັນຢູ່ ຂອງ ຄົນລາວໃນພື້ນທີ່ ໂດຍສະເພາະ ເຣື່ອງທີ່ດິນທໍາກິນ ເຊິ່ງຖືເປັນການລະເມີດສິດທິ ຕໍ່ຊາວບ້ານໃນທ້ອງຖິ່ນອີກແບບນຶ່ງ. ຍານາງ ອັງຄະນາ ລີນະ ໄພຈິດ ອາດີດຄະນະກັມການ ສິດທິມະນຸດ ຂອງປະເທດໄທຍ ກ່າວ ໃນກອງປະຊຸມທາງໄກ ດ້ານສິ່ງແວັດລ້ອມ ແມ່ນໍ້າຂອງ ອາຊ້ຽນ ເມື່ອວັນທີ 24 ກັນຍາ 2021 ນີ້ວ່າ:

“ພົລເມືອງອາຊ້ຽນຈຳນວນຫຼາຍ ຕ້ອງສູນເສັຽທີ່ດິນທໍາກິນ ແລະພື້ນທີ່ປ່າ ເພື່ອໃຊ້ສຳລັບການກໍ່ສ້າງ ໂຄງການພັທນາຂນາດໃຫຍ່ ແລະການລົງທຶນໂຄງສ້າງພື້ນຖານຕ່າງໆໃນອາຊ້ຽນ ໂດຍກຸ່ມຄົນທີ່ໄດ້ຮັບຜົລກະທົບໂດຍຕົງ ຈາກໂຄງການຂນາດໃຫຍ່ດັ່ງກ່າວນີ້ ສ່ວນຫຼາຍເປັນຊາວບ້ານໃນພື້ນທີ່ ສຳລັບກໍຣະນີທີ່ເປັນທີ່ຮູ້ຈັກ ເປັນຕົ້ນໂຄງການເຂື່ອນໄຊຍະບູຣີ ແລະ ໂຄງການໂຮງໄຟຟ້າຖ່ານຫິນ ຫົງສາ ໃນປະເທດລາວ.”

ຍານາງໄດ້ກ່າວຕື່ມວ່າ ປະເທດສະມາຊິກ ອາຊ້ຽນ ຄວນສນັບສນູນ ໃຫ້ຫົວໜ່ວຍທຸຣະກິຈ ນຳໃຊ້ຫຼັກສິດທິມະນຸດ ໃນການດຳເນີນ ກິຈການ ໂດຍຫົວໜ່ວຍທຸຣະກິຈ ຈະຕ້ອງໃຫ້ຄວາມສຳຄັນ ແລະ ສະແດງຄວາມຮັບຜິດຊອບ ກັບການດຳເນີນກິຈການ ຂອງເຂົາເຈົ້າ ເຮັດໃຫ້ເກີດຜົລກະທົບ ຕໍ່ປະຊາຊົນໃນພື້ນທີ່ ບໍ່ວ່າຈະເປັນດ້ານ ສິ່ງແວັດລ້ອມ ສຸຂພາບ ແລະ ວິຖີ ການດຳເນີນຊີວິດ ທີ່ປ່ຽນໄປ ໂດຍສະເພາະ ກໍຣະນີ ບໍຣິສັດ ເຂົ້າໄປລົງທຶນຂ້າມປະເທດຮວມເຖິງການສ້າງຫຼັກປະກັນທີ່ວ່າ ຊາວບ້ານໃນພື້ນທີ່ ສາມາດອອກ ຮຽກຮ້ອງສິດທິ ຂອງພວກເຂົາເຈົ້າໄດ້ ໂດຍບໍ່ຖືກທຳຮ້າຍ ຫຼື ຖືກອຸ້ມຫາຍ.

ອີງຕາມແຜນຍຸທສາດຂອງປະເທດລາວ ຣະບຸວ່າ ສປປ ລາວ ມີແຜນຈະສ້າງເຂື່ອນໄຟຟ້າຂນາດໃຫຍ່ ໃສ່ນໍ້າຂອງທັງໝົດ 11 ແຫ່ງ ໂດຍໃນຈຳນວນນີ້ ໄດ້ດຳເນີນການກໍ່ສ້າງໄປແລ້ວ 3 ແຫ່ງ ຄືເຂື່ອນປາກແບງ ແຂວງອຸດົມໄຊ ເຊິ່ງມີການສຳຣວດອອກແບບ ຮຽບ ຮ້ອຍແລ້ວ, ເຂື່ອນຫຼວງພຣະບາງ ແຂວງ ຫຼວງພຣະບາງ ແລະ ເຂື່ອນປາກລາຍ ແຂວງ ໄຊຍະບູຣີ ໂດຍຄາດວ່າ ຈະມີປະຊາຊົນ ບໍ່ຕໍ່າກວ່າ 5 ພັນຄອບຄົວ ໄດ້ຮັບຜົລກະທົບ ແລະ ຈຳເປັນຕ້ອງຍ້າຍອອກຈາກບ້ານເດີມ.

ອີງຕາມດຳຣັດ ວ່າດ້ວຍການທົດແທນ ຄ່າເສັຽຫາຍ ແລະ ການຈັດສັນ ໂຍກຍ້າຍປະຊາຊົນ ຈາກໂຄງການພັທນາ ໃນມາຕຣາ 10 ຣະບຸວ່າ ເຈົ້າຂອງໂຄງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈະຕ້ອງເກັບກໍາຂໍ້ມູນ ກ່ຽວກັບຈຳນວນປະຊາກອນ ແລະ ບ້ານທີ່ຕ້ອງໄດ້ ໂຍກຍ້າຍ ຮວມທັງຈັດສັນໂຍກຍ້າຍ ແລະ ເຂດທໍາມາຫາກິນໃໝ່ຢ່າງຣະອຽດ ເພື່ອສ້າງເປັນແຜນ ການຈັດສັນໂຍກຍ້າຍປະຊາຊົນ ປະກອບເຂົ້າໃນແຜນ ການຄຸ້ມຄອງ ແລະ ຕິດຕາມກວດກາສິ່ງແວດລ້ອມ ສັງຄົມ ແລະ ທັມມະຊາດ ຂອງໂຄງການພັທນາຕື່ມ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ເຕັມຫນ້າ