ເມືອງໂພນໂຮງ ສັ່ງຍຸຕິ ຖາງ, ຈູດ, ຕັດໄມ້ ໃກ້ປ່າສງວນ ພູພະນັງ

ພູວົງສ໌
2024.03.07
ເມືອງໂພນໂຮງ ສັ່ງຍຸຕິ ຖາງ, ຈູດ, ຕັດໄມ້ ໃກ້ປ່າສງວນ ພູພະນັງ ສະພາບໄຟໄໝ້ປ່າ ເຂດພູພະນັງ ເມືອງສັງທອງ ນະຄອນຫລວງວຽງຈັນ.
ນັກຂ່າວ ພົລເມືອງ

ເຈົ້າເມືອງ ເມືອງໂພນໂຮງ ແຂວງວຽງຈັນ ອອກແຈ້ງການ ໃຫ້ອົງການປົກຄອງບ້ານ ທີ່ຢູ່ໃກ້ເຂດ ປ່າສງວນແຫ່ງຊາຕ ພູພະນັງ ແນະນຳປະຊາຊົນ, ນັກທຸຣະກິຈ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃຫ້ຍຸຕິການກະທຳ ທີ່ເປັນການທຳລາຍປ່າໄມ້ ເຊັ່ນ ການຖາງປ່າ, ການຈູດປ່າ, ການຕັດໄມ້ທ່ອນ, ໄມ້ປ່ອງ, ໄມ້ຄ້ຳແບບ ແລະ ໄມ້ເຜົາຖ່ານ ໃນເຂດປ່າສງວນແຫ່ງຊາຕ ພູພະນັງ.

ການອອກແຈ້ງການ ໃນຄັ້ງນີ້ ແມ່ນຍ້ອນວ່າ ໄລຍະນີ້ ເປັນລະດູແລ້ງ ທີ່ຊາວບ້ານ ທີ່ຢູ່ໃນ ແລະ ອ້ອມຂ້າງ ເຂດປ່າສງວນ ໄດ້ເຣີ່ມຖາງປ່າ, ຈູດປ່າ ເພື່ອຕຣຽມດິນ ໃນການປູກມັນຕົ້ນ ແລະ ພືດອື່ນໆ, ແຕ່ເພື່ອເປັນການປ້ອງກັນ ບໍ່ໃຫ້ມີການຖາງປ່າ, ຈູດປ່າ ຫຼືຕັດໄມ້ ກາຍໄປໃນເຂດປ່າສງວນ ຕື່ມອີກ ຈຶ່ງໄດ້ອອກແຈ້ງການດັ່ງກ່າວ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕຳແໜ່ງ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 7 ມີນາ 2024 ນີ້ວ່າ:

“ແມ່ນແຫຼະ, ເຮົາໄດ້ສົ່ງເອກສານທາງການ ລົງແຕ່ລະບ້ານ ໃຫ້ເຂົາເຈົ້າຍຸຕິ ລະກະບຸກລຸກ ເຂົ້າຈັບຈອງດິນ ຂອງຣັຖ ຂອງກະຊວງ ປກສ ລະກະຂອງກະຊວງຊັພ. ເຂົາເຈົ້າຍັງມີ ການຈູດປ່າ, ຖາງປ່າ ເຮັດສວນຢາງ, ເຮັດສວນມັນຕົ້ນຢູ່ ພວກເຮົາກໍໄດ້ແຈ້ງ. ເຂົາເຮັດມາກ່ອນແລ້ວ, ແລ້ວພວກເຮົາຢ້ານເຂົາເຈົ້າ ໄປສືບຕໍ່ ແລ້ວພວກເຮົາກໍແຈ້ງຫ້າມ ເກືອບຫ້າມໄວ້ເດ້, ບໍ່ໃຫ້ເຂົາເຈົ້າໄປສືບຕໍ່. ກໍມີໆ, ປ່າສງວນກໍມີລະບໍ. ກໍຍ້ອນເຮັດຢູ່ນຳປ່າສງວນຫຼາຍ ພວກເຮົາຈຶ່ງຄ່ອຍຫ້າມອີກ, ຫັ້ນແຫຼະ.”

ເຈົ້າໜ້າທີ່ ຜູ້ດຽວກັນນີ້ ກ່າວຕື່ມວ່າ ທີ່ຜ່ານມາ ມີການລຸກລ້ຳ ເຂດປ່າສງວນ ເພື່ອປູກມັນຕົ້ນ ແລະ ຢາງພາຣາ ຫຼາຍພັນເຮັກຕ້າຣ໌ແລ້ວ ແລະ ເພື່ອປ້ອງກັນ ກໍຣະນີນີ້ ເກີດຂຶ້ນອີກ ຈຶ່ງໄດ້ມີການແຕ່ງຕັ້ງ ຄະນະກັມມະການ ທີ່ປະກອບດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເປັນຕົ້ນ ເຈົ້າໜ້າທີ່ທະຫານ, ເຈົ້າໜ້າທີ່ ປກສ, ເຈົ້າໜ້າທີ່ສິ່ງແວດລ້ອມ ແລະ ກະສິກັມ ລວມເຖິງເຈົ້າໜ້າທີ່ ປ່າສງວນແຫ່ງຊາຕ ລົງເຮັດວຽກກວດກາ ພາກສນາມ. ຫາກພົບເຫັນປະຊາຊົນ ທີ່ຖາງປ່າ, ຈູດປ່າ ກໍຈະຮຽກໂຕ ມາສຶກສາອົບຮົມ ເພື່ອໃຫ້ເຂົ້າໃຈ ເຖິງຜົລກະທົບ ແລະ ຫາກມີຜູ້ໃດ ທີ່ຍັງສືບຕໍ່ເຮັດຢູ່ ກໍຈະຖືກປັບໃໝຕື່ມ.

ສ່ວນການຕັດໄມ້ທ່ອນ, ໄມ້ປ່ອງ ຫຼືໄມ້ເຜົາຖ່ານ ນັ້ນ, ປັດຈຸບັນ ພໍ່ແມ່ປະຊາຊົນ ຈະຕັດຢູ່ໃນເຂດດິນ ຂອງໃຜ ຂອງລາວ ບໍ່ໄດ້ມີການລຸກລ້ຳ ເຂົ້າມາຕັດ ໃນເຂດປ່າສງວນ ພູພະນັງ ແຕ່ຢ່າງໃດ.

ທາງດ້ານຊາວບ້ານ ຢູ່ເມືອງໂພນໂຮງ ແຂວງວຽງຈັນ ນາງນຶ່ງ ກ່າວວ່າ ຍັງບໍ່ຮູ້ເທື່ອວ່າ ມີແຈ້ງການ ໃຫ້ຍຸຕິການຖາງປ່າ, ຈູດປ່າ ອອກມາເທື່ອ, ແຕ່ປັດຈຸບັນ ກໍເຣີ່ມເຫັນຄວັນໄຟ ຈາກການຈູດປ່າແດ່ແລ້ວ ແລະ ຮູ້ວ່າ ມີເຈົ້າໜ້າທີ່ ໄດ້ລົງໄປກວດກາ ເຂດດັ່ງກ່າວແລ້ວ ເຊັ່ນກັນ.

ດັ່ງຍານາງ ກ່າວວ່າ:

“ໂອ, ເຫັນເຂົາເຈົ້າຈູດແລ້ວກໍ ເຂົາເຈົ້າແຕ່ງພະນັກງານ ເຂົາເຈົ້າໄປດັບຢູ່ທຸກມື້ຢູ່. ແມ່ນ, ເຂົາເຈົ້າເຣີ່ມຈູດໄຮ່, ເຮັດຮົ້ວ, ເຮັດສວນຊີ້ບໍ ຈູດໃນໄລຍະນີ້ບໍ ຈຸເອື້ອຍກໍບໍ່ອັນນັ້ນຫັ້ນນ່າ, ແຕ່ວ່າ ມື້ນີ້ ຫາກໍໄດ້ຍິນ ສອງ-ສາມມື້ນີ້ແຫຼະ.”

ຂະນະທີ່ຊາວບ້ານ ຢູ່ບ້ານໂພນສະຫວາດ, ເມືອງໂພນໂຮງ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ ໃນປີນີ້ ກໍຍັງເຫັນການຈູດປ່າຢູ່, ແຕ່ກໍຖືວ່າ ບໍ່ຫຼາຍປານໃດ ເມື່ອທຽບໃສ່ ໃນໄລຍະດຽວກັນ ຂອງປີກາຍ ຍ້ອນຊາວບ້ານສ່ວນນຶ່ງ ບໍ່ໄດ້ຈູດປ່າແລ້ວ, ແຕ່ໃຊ້ຣົຖ ບຸກເບີກເນື້ອທີ່ ເພື່ອເຮັດສວນມັນຕົ້ນເລີຍ.

ດັ່ງທ່ານກ່າວວ່າ:

“ເອີ, ເຂົາເຈົ້າເບີກປ່າປູກມັນ ຢູ່ແຖວນີ້ ເຂດນີ້ ດຽວນີ້. ເອີ, ເອົາຣົຖເຂົ້າເລີຍ ບໍ່ໄດ້ຖາງ. ແຖວນີ້ເຂົາບໍ່ໄດ້ຈູດ, ສ່ວນໜ້ອຍ ເຂົາເຈົ້າກະຈູດ ແຕ່ໂຕທີ່ເຂົາເຈົ້າ ຕູ້ມໆໄວ້ແລ້ວ ລະຈັ່ງຈູດ. ປີກາຍນີ້ ຊິຈູດຫຼາຍກວ່າ ເພາະວ່າ ໄຟໄໝ້ ໄຟລາມປ່າ ປີກາຍນີ້. ປີນີ້ບໍ່ຫຼາຍ ໄຟລາມປ່ານີ້ ສ່ວນຫຼາຍ ມັນເຫັນໄໝ້ຢູ່ພູບໍ, ເຂົາເຈົ້າຈູດ ຢູ່ບ່ອນຕີນພູແລ້ວ ໄຟມັນໄໝ້.”

ໃນເຂດເມືອງໂພນໂຮງ ນອກຈາກບ້ານ ທີ່ຢູ່ໃນ ຫຼືໃກ້ເຂດ ປ່າສງວນແຫ່ງຊາຕ ພູພະນັງ ແລ້ວ, ບ້ານໃນເຂດອື່ນໆ ຈະບໍ່ມີບ່ອນໃຫ້ຖາງ ແລະ ຈູດໄຮ່ຫຼາຍແລ້ວ ຍ້ອນໃນເຂດບ້ານເຫຼົ່ານັ້ນ, ບໍ່ມີເນື້ອທີ່ປ່າໄມ້ ໃນການເຮັດໄຮ່, ເຮັດສວນ ຫຼາຍປານໃດ ແລະ ເມື່ອທຽບໃສ່ປີກ່ອນໆ ຖືວ່າປີນີ້ ການຈູດປ່າ ກໍບໍ່ຫຼາຍ.

ດັ່ງຊາວບ້ານ ຢູ່ບ້ານນາໂພ, ເມືອງໂພນໂຮງ ນາງນຶ່ງ ກ່າວວ່າ:

“ຢູ່ບ້ານເຮົາແທ້ ບໍ່ມີຜູ້ຈູດດອກ ຄັນບໍ່ແມ່ນເຂດອື່ນພຸ້ນນ່າ ມັນບໍ່ມີບ່ອນຊິເຮັດໄຮ່ ເຮັດສວນຫຼາຍແລ້ວ. ມັນເປັນເຂດທົ່ງພຽງຫຼາຍ ຢູ່ບ້ານເຮົາ ມັນເປັນທົ່ງໄຮ່ທົ່ງນາ. ຈັກແຫຼະ, ຄັນມີ ກໍຢູ່ແຖວພູພະນັງ ພຸ້ນແຫຼະ. ມັນບໍ່ຄ່ອຍມີ ທັມມະດາຍາມນີ້ ມັນມີຖາງ ມັນມີຈູດແລ້ວເນາະ ຍາມນີ້ເນາະ. ອັນນີ້, ມັນບໍ່ມີນີ້ນ່າ.”

ກ່ອນໜ້ານີ້, ໃນປີ 2023 ທາງການແຂວງ ແລະ ອຳນາດການປົກຄອງ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ນຳຊາວບ້ານ ຈຳນວນ 65 ຄົນ ທີ່ອາສັຍຢູ່ ເຂດບ້ານໂພນສົມບູນ ໄປສຶກສາອົບຮົມ ໃຫ້ຄວາມຮູ້ ເຣື່ອງກົດໝາຍ ວ່າດ້ວຍປ່າໄມ້ ເພື່ອໃຫ້ເຂົ້າໃຈ ຕໍ່ລະບຽບກົດໝາຍ ໃນການປົກປັກຮັກສາ ແລະ ບໍ່ໃຫ້ຜູ້ລະເມີດ ທຳການບຸກລຸກ ແລະ ທຳລາຍປ່າໄມ້ ຍ້ອນຊາວບ້ານ ຈຳນວນດັ່ງກ່າວ ໄດ້ເຂົ້າໄປບຸກເບີກດິນ ແລະ ທໍາລາຍປ່າໄມ້ ຢູ່ເຂດປ່າສງວນແຫ່ງຊາຕ ພູພະນັງ ໂດຍໄປຖາງປ່າ ແລະ ທໍາລາຍປ່າໄມ້ ແລ້ວຈູດ ເພື່ອເຮັດໄຮ່ ເຮັດສວນ ເບື້ອງຕົ້ນພົບວ່າ ມີການບຸກລຸກດິນ ຢູ່ເຂດປ່າສງວນແຫ່ງຊາຕ ພູພະນັງ ປະມານ 300 ປາຍເຮັກຕ້າຣ໌.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.