ຄຸນນະພາບອາກາດ ໃນເຂດເມືອງໃຫຍ່ ຕ່ຳເກີນຄ່າມາຕຖານ

ຈຳປາທອງ
2024.02.23
ຄຸນນະພາບອາກາດ ໃນເຂດເມືອງໃຫຍ່ ຕ່ຳເກີນຄ່າມາຕຖານ ຮູບປະກອບ: ສະພາບຝຸ່ນລະອອງ PM 2.5 ໃນນະຄອນຫຼວງວຽງຈັນ. ວັນທີ 6 ເມສາ 2023.
RFA

ໃນໄລຍະເດືອນກຸມພາ 2024 ນີ້, ເປັນໄລຍະທີ່ປະເທດລາວ ກຳລັງເຂົ້າສູ່ຣະດູແລ້ງ. ມີການຈູດເຟືອງຢູ່ຕາມທົ່ງນາ ເພື່ອກຽມການປູກເຂົ້າ, ມີທັງການຈູດປ່າເຮັດໄຮ່ ແລະໄຟໄໝ້ປ່າ ທັງໃນປະເທດລາວ ແລະຢູ່ປະເທດເພື່ອນບ້ານ ແລະມີການຈູດເຜົາຂີ້ເຫຍື້ອ ຊະຊາຍ ຊຶ່ງທັງໝົດນັ້ນ ເປັນສ່ວນສໍາຄັນ ທີ່ເຮັດໃຫ້ຄ່າດັຊນີຄຸນນະພາບອາກາດ ຫຼື AQI ແລະຄ່າດັຊນີຝຸ່ນລະອອງຂນາດນ້ອຍ ຫຼື PM 2.5 ໃນຫຼາຍພື້ນທີ່ຂອງລາວ ສູງກວ່າມາຕຖານ ແລະຢູ່ໃນລະດັບ ທີ່ເປັນອັນຕະຣາຍຕໍ່ສຸຂພາບ. ໃນຕອນເຊົ້າຂອງມື້ວັນທີ 23 ກຸມພາ 2024 ນີ້ ຢູ່ນະຄອນຫຼວງວຽງຈັນ ຄ່າດັຊນີຄຸນນະພາບອາກາດ ສູງສຸດຢູ່ທີ 161, ຄ່າດັຊນີຝຸ່ນລະອອງຂນາດນ້ອຍ PM 2.5 ສູງສຸດຢູ່ທີ 76.7 ໄມໂຄຣກຣາມ ຕໍ່ແມັດກ້ອນ, ຢູ່ນະຄອນປາກເຊ ແຂວງຈຳປາສັກ ຄ່າດັຊນີຄຸນນະພາບອາກາດ ສູງສຸດຢູ່ທີ 164, ຄ່າດັຊນີຝຸ່ນລະອອງຂນາດນ້ອຍ ສູງສຸດຢູ່ທີ 94.4 ໄມໂຄຣກະຣາມ ຕໍ່ແມັດກ້ອນ ແລະຢູ່ນະຄອນຫຼວງພຣະບາງ ແຂວງຫຼວງພຣະບາງ ຄ່າດັດຊະນີຄຸນນະພາບອາກາດ ສູງສຸດຢູ່ທີ 171 ແລະຄ່າດັດຊະນີຝຸ່ນລະອອງຂນາດນ້ອຍ ສູງສຸດຢູ່ທີ 99 ໄມໂຄຣກະຣາມ ຕໍ່ແມັດກ້ອນ.

ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງ ຊາວລາວ ຈຳນວນນຶ່ງ ຢູ່ນະຄອນຫລວງວຽງຈັນ ແລະໄດ້ຮັບຄໍາຕອບ ຈາກປະຊາຊົນຜູ້ນຶ່ງວ່າ ໃນໄລຍະນີ້ ຊາວບ້ານຈຳນວນນຶ່ງ ຈູດເຜົາຂີ້ເຫຍື້ອ ຢູ່ໃນຂົງເຂດບ້ານຂອງຕົນ ເຮັດໃຫ້ເກີດມີຝຸ່ນລະອອງກະຈາຍ ໄປທົ່ວບ້ານ ເຮັດໃຫ້ມີຄວາມເດືອດຮ້ອນ ລຳຄານ ເຮືອນຂອງຕົນ ເປິເປື້ອນໄປດ້ວຍຂີ້ຝຸ່ນ.

ດັ່ງທີ່ລາວ ເວົ້າໃນມື້ວັນທີ 23 ກຸມພາ 2024 ນີ້ວ່າ:

“ຍາມເມື່ອແລງນີ້ ມັນເປັນນຳສັນດານຂອງຄົນເລີຍ ຈູດທຸກແລງເນາະ ແລະກະມີແຕ່ແນວທີ່ຈູດ. ຫຼາຍຢູ່ ປະຊາຊົນບ້ານຮ່ອມນີ້ກະເດືອດຮ້ອນຢູ່ເຈົ້າ ຈູດກັບມື້ແລງນີ້ ມື້ຄືນນີ້ກະພາກັນນັ່ງສຸມເຂົ້າກັນ. ຝຸ່ນເຕັມບ້ານເລີຍເຈົ້າ. ບໍ່ຮູ້ວ່າຈູດມາແຕ່ໃສຍາມກາງຄືນ.”

ແຕ່ຊາວແຂວງຫຼວງພຣະບາງ ນາງນຶ່ງ ເວົ້າວ່າ ສະພາບອາກາດ ຢູ່ຫຼວງພຣະບາງ ຖືວ່າຍັງເປັນປົກກະຕິຢູ່ ໃນໄລຍະຣະດູແລ້ງນີ້. ອາກາດແຕ່ຕອນກາງຄືນຫາຕອນເຊົ້າ ເຍັນໜ້ອຍນຶ່ງ ແຕ່ໃນຕອນກາງເວັນຈະຮ້ອນແດ່. ສ່ວນວ່າຝຸ່ນລະ ອອງນັ້ນ ຍັງບໍ່ທັນເຫັນ ຍ້ອນວ່າ ຊາວກະສິກັມ ຍັງບໍ່ທັນຈູດໄຮ່ ຈູດທົ່ງນາ ໃນໄລຍະນີ້ເທື່ອ.

ດັ່ງທີ່ນາງເວົ້າວ່າ:

“ຕອນເຊົ້າເຍັນ ກັບຕອນກາງຄືນເຍັນໜ້ອຍນຶ່ງ ຕອນສວາຍຢາກຮ້ອນ. ໂອ້! ຝຸ່ນບໍ່? ບໍ່, ເຂົາເຈົ້າຍັງບໍ່ເຣີ່ມຈູດເທື່ອ. ເດືອນໜ້າເພິ່ນໃຫ້ເຣີ່ມ ນ່າ.”

ຂະນະທີ່ ຊາວແຂວງຈຳປາສັກ ນາງນຶ່ງ ເວົ້າວ່າ ປັດຈຸບັນ ສະພາບອາກາດ ຢູ່ແຂວງຈຳປາສັກນີ້ ຂ້ອນຂ້າງຮ້ອນແດ່, ແຕ່ຍາມເຊົ້າ ມີໝອກປົກຄຸມໜ້ອຍນຶ່ງ ຕາມສະພາບອາກາດ ໃນຣະດູແລ້ງ.

ດັ່ງທີ່ນາງເວົ້າວ່າ:

“ອາກາດຢາກຮ້ອນ ບໍ່, ບໍ່ມີຝົນເຈົ້າ. ຍາມເຊົ້າມີໝອກໜ້ອຍນຶ່ງ ແຕ່ວ່າກາງເວັນກະບໍ່ຄ່ອຍມີ ເພາະວ່າອາກາດມັນຮ້ອນ ມັນແດດ.”

ກ່ຽວກັບເຣື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ໄປຫາ ເຈົ້າໜ້າທີ່ ຜແນກ ແລະຫ້ອງການຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ ນະຄອນ ຫຼວງວຽງຈັນ ແລະຫລາຍແຂວງ ແຕ່ກໍບໍ່ສາມາດຕິດຕໍ່ໄດ້.

ທີ່ຜ່ານມາ, ທາງການນະຄອນຫຼວງວຽງຈັນ ກໍໄດ້ອອກແຈ້ງການ ຫ້າມບຸກຄົນ, ນິຕິບຸກຄົນ ຈູດຂີ້ເຫຍື້ອ, ຈູດປ່າ ແລະຈູດທົ່ງນາ, ຮົ້ວສວນຊະຊາຍ ເພື່ອສະ ກັດກັ້ນ ແລະປ້ອງກັນມົລພິດທາງອາກາດ ແລະ ຝຸ່ນລະອອງຂນາດນ້ອຍ PM 2.5 ບໍ່ໃຫ້ເກີນຄ່າມາຕຖານ ໃນໄລຍະຣະດູແລ້ງປີ 2024 ນີ້. ຫາກຜູ້ໃດລະເມີດ ຈະຖືກກ່າວເຕືອນ ຫຼືຖືກປັບໃໝ ແລະ ດຳເນີນຄະດີຕາມກົດໝາຍ. ແຕ່ກໍຍັງພົບເຫັນການຈູດເຜົາຂີ້ເຫຍື້ອ, ຈູດຫຍ້າ ແລະຈູດທົ່ງນາ ຕາມປົກກະຕິຢູ່ຄືເກົ່າ.

ເຈົ້າໜ້າທີ່ ອົງການພາກປະຊາສັງຄົມ ຊຶ່ງຂໍສງວນຊື່ ແລະຕຳແໜ່ງ ກ່າວວ່າ ການບັງຄັບໃຊ້ ມາຕການທາງກົດໝາຍ ຂອງທາງການ ບໍ່ມີປະສິດທິພາບ ເອົາແຕ່ຄວາມຜິດໄປໃຫ້ປະຊາຊົນ ປະຊາຊົນບໍ່ໃຫ້ຄວາມຮ່ວມມື ບໍ່ບຢາກປະຕິບັດກົດໝາຍ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽເສຣີໃນມື້ດຽວກັນນີ້ວ່າ:

“ໂດຍທົ່ວໄປ ການບັງຄັບໃຊ້ກົດໝາຍລະມັນ ມັນບໍ່ມີປະສິດທິພາບ. ເອົາແຕ່ຄວາມຜິດໄປໃຫ້ປະຊາຊົນ ລະມັນ ປະຊາຊົນເຂົາກະບໍ່ໃຫ້ຄວາມຮ່ວມມືລະ ເຂົາກໍບໍ່ຢາກເຄົາຣົບຣະບຽບກົດໝາຍ ບໍ່ວ່າຈະເປັນດ້ານໃດຄືກັນ.”

ສະຖາບັນຄົ້ນຄວ້າ ຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມ, ກະຊວງຊັພຍາກອນທັມມະຊາຕ ແລະສິ່ງແວດລ້ອມຂອງລາວ ໄດ້ຈັດກອງປະຊຸມສັມມະນາວິຊາການ ໃນມື້ວັນທີ 19 ຕຸລາ 2023 ທີ່ຜ່ານມາ ແລະໄດ້ເຜີຍແຜ່ຂໍ້ມູນ ກ່ຽວກັບບັນຫາ ທີ່ເກີດຈາກໝອກຄວັນ ແລະຜົລກະທົບ ຕໍ່ສຸຂະພາບ ໃຫ້ປະຊາຊົນໃນພື້ນທີ່ໄດ້ຮັບຜົລກະທົບ ແລະມີຄວາມສ່ຽງຈາກໝອກຄວັນນັ້ນ. ໄດ້ມິການວາງແຜນປະຕິບັດ ແລະດຳເນີນງານແຫ່ງຊາຕ ເພື່ອປ້ອງກັນ, ກະກຽມ ຮັບມື ກັບສະພາບການປ່ຽນແປງ ຂອງພູມີອາກາດ ທີ່ຄາດວ່າ ຣະດູແລ້ງ ຈະເຣີ່ມຕົ້ນໄວ ແລະຈະແກ່ຍາວກວ່າປົກກະຕິ ໃນທ້າຍປີ 2023 ແລະຕົ້ນປີ 2024. ໄດ້ອອກມາຕການຈຳນວນນຶ່ງ ເພື່ອປ້ອງກັນມົລພິດທາງອາກາດ ເປັນຕົ້ນ ການສ້າງຈິດສຳນຶກ ກ່ຽວກັບມົລພິດທາງອາກາດ ແລະການປ່ຽນແປງຂອງພູມີອາກາດ ໃຫ້ປະຊາຊົນຮູ້, ການແບ່ງຂັ້ນຄຸ້ມຄອງ ການກະກຽມອຸປະກອນ ແລະການຈັດງົບປະມານ ເພື່ອປ້ອງກັນໄຟລາມປ່າ ໃຫ້ທ້ອງຖິ່ນ ແລະການເຮັດສັນຍາກັບຄອບຄົວ ທີ່ຕັ້ງບ້ານເຮືອນ ຢູ່ໃກ້ເຂດປ່າສງວນ ເພື່ອໃຫ້ພວກເຂົາ ເຈົ້າ ຊ່ອຍທາງການ ໃນການປ້ອງກັນ ແລະມອດໄຟລາມປ່າ ແລະບໍ່ໃຫ້ພວກເຂົາເຈົ້າ ຈູດປ່າ ເພື່ອຂຍາຍເຂດປູກຝັງ ນຳດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.