ພາກຣັຖຕຣຽມແຜນ ຍົກຍ້າຍຊາວບ້ານ ທີ່ຢູ່ໃນເຂດໂຄງການ ເຂື່ອນເຊລະນອງ 3

ໄຊຍາ
2024.01.29
ພາກຣັຖຕຣຽມແຜນ ຍົກຍ້າຍຊາວບ້ານ ທີ່ຢູ່ໃນເຂດໂຄງການ ເຂື່ອນເຊລະນອງ 3 ກະຊວງພະລັງງານ ແລະບໍ່ແຮ່, ນະຄອນຫຼວງວຽງຈັນ. ເດືອນກຸມພາ ປີ 2023.
ນັກຂ່າວ ພົລເມືອງ

ເມື່ອວັນທີ 24 ມົກກະຣາ ທີ່ຜ່ານມາ ຜແນກພະລັງງານ ແລະບໍ່ແຮ່ ແຂວງສາຣະວັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບແຜນການຍົກຍ້າຍ, ຈັດສັນ ແລະ ຟື້ນຟູ ຊີວິດການເປັນຢູ່ ຂອງປະຊາຊົນ ໃນຂອບເຂດໂຄງການ ເຂື່ອນໄຟຟ້າເຊລະນອງ 3 ທີ່ກວມເນື້ອທີ່ ຢູ່ເມືອງຕະໂອ້ຍ ແຂວງສາຣະວັນ ທັງໝົດ 11 ບ້ານ, ໃນນັ້ນມີແຜນໂຍກຍ້າຍ ຊາວບ້ານໃນຂອບເຂດ 6 ບ້ານ ຂອງເມືອງຕະໂອ້ຍ ປະກອບດ້ວຍໂຍກຍ້າຍໝົດບ້ານ 4 ບ້ານ, ໄດ້ແກ່:

  1. ບ້ານຕຸ້ມລີເກົ່າ,
  2. ບ້ານຕຸ້ມລີຂາວ,
  3. ບ້ານຕຸ້ມລີທົ່ງ ແລະ
  4. ບ້ານສະແໜງ

ແລະ ໂຍກຍ້າຍບາງສ່ວນ ຂອງ 2 ບ້ານຄື ບ້ານປະສົງ ແລະ ບ້ານປະງັນດາວ.

ສ່ວນອີກ 5 ບ້ານຄື ບ້ານຫຸນ, ບ້ານຕະຫູງລະລາວ, ບ້ານພໍ່ເຊັນ, ບ້ານປະງັນສິງ ແລະ ບ້ານພໍ່ເຜີຍ ແມ່ນຈະບໍ່ໄດ້ຖືກໂຍກຍ້າຍ, ແຕ່ຈະສູນເສັຍທີ່ດິນທຳການຜລິດ ແລະໄດ້ຮັບຄ່າຄົດແທນ, ອີງຕາມການຣາຍງານ ຂອງໜັງສືພີມລາວ ພັທນາ ເມື່ອວັນທີ 26 ມົກກະຣາ 2024.

ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງສາຣະວັນ ທ່ານນຶ່ງໄດ້ກ່າວວ່າ ໃນປັດຈຸບັນ ກອງປະຊຸມດັ່ງກ່າວ ໄດ້ສຳເຣັດລົງແລ້ວ ແຕ່ກໍຍັງບໍ່ທັນມີຣາຍລະອຽດ ທີ່ກ່ຽວກັບແຜນໂຍກຍ້າຍຊາວບ້ານເທື່ອ ເຊິ່ງຕ້ອງລໍຖ້າໃຫ້ຄະນະກັມມະການ ທີ່ກ່ຽວຂ້ອງເປັນຜູ້ຖແລງຂ່າວຊີ້ແຈງ ຢ່າງເປັນທາງການ.

ດັ່ງທ່ານກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ມົກກະຣາ ນີ້ວ່າ:

“ເພິ່ນກາບໍ່ເຫັນຫຍັງເທື່ອ ມີເຮັດແຕ່ວ່າປະຊຸມປຶກສາຫາລື ຫວ່າງທິດກ່ອນ ກາບໍ່ເຂົ້າໃຈນ່າ ເຈົ້າ ເພາະວ່າ ຂແນງການເພິ່ນຮັບຜິດຊອບ ຈັ່ງໃດວ່າຊິຖາມເຂົາຕື່ມ.”

ໃນຂະນະທີ່ຊາວບ້ານ ຈຳນວນນຶ່ງຢູ່ເມືອງຕະໂອ້ຍ ເຣີ່ມຮັບຮູ້ຂ່າວການໂຍກຍ້າຍ ຊາວບ້ານໃນເຂດ 6 ບ້ານ ດັ່ງກ່າວ ແຕ່ບໍ່ຮູ້ຣາຍລະອຽດຄັກແນ່ ກ່ຽວກັບແຜນການໂຍກຍ້າຍນັ້ນ ແລະເຫັນວ່າປັດຈຸບັນ ຍັງບໍ່ ມີການໂຍກຍ້າຍເທື່ອ.

ດັ່ງຊາວບ້ານກ່າວວ່າ:

“ໂອ! ບ້ານຕຸ້ມລີເກົ່າ ຮູ້ຢູ່ຕຸ້ມລີຫັ້ນແຫຼະ ເຂົາຊິເຮັດເຂື່ອນຫັ້ນນ່າ. ຍັງບໍ່ທັນໄດ້ຍ້າຍໄປ ຍັງເຂົາບໍ່ໄດ້ຮູ້.”

ສ່ວນຊາວບ້ານ ຢູ່ເມືອງຕະໂອ້ຍ ທີ່ຮູ້ຂ່າວນີ້ກ່າວວ່າ ກ່ອນໜ້ານີ້ກໍເຫັນເຈົ້າໜ້າທີ່ ຈາກພາກສ່ວນທີກ່ຽວຂ້ອງ ລົງພື້ນທີ່ມາສຳຣວດຂໍ້ມູນ ດ້ານຕ່າງໆໃນຈຳນວນບ້ານ ທັງໝົດນັ້ນ ເພື່ອນຳໄປປະກອບການຊົດເຊີຍ ແກ່ຊາວບ້ານ ແຕ່ສຳລັບບ່ອນຈັດສັນ ທີ່ຈະໃຊ້ໃຫ້ຊາວບ້ານ ຍ້າຍໄປຢູ່ນັ້ນ ຍັງບໍ່ທັນຮູ້ເທື່ອວ່າຈະຍ້າຍໄປຢູ່ບ່ອນໃດ.

ດັ່ງທ່ານກ່າວວ່າ:

“ແມ່ນບ້ານຕຸ້ມລີຫັ້ນແຫຼະ ດຽວນີ້ກໍາລັງເຂົາເກັບກໍາຂໍ້ມູນ ເຂົາເຊັນແລ້ວ ແຕ່ຍັງບໍ່ທັນຍ້າຍຢູ່ເຂົາໄປສຳຣວດບ່ອນພື້ນທີ່ນີ້ ເຂົາຢາກຍ້າຍ ແລ້ວກໍເຂົາກໍສຳຣວດໄດ້ແລ້ວ ແຕ່ຍັງບໍ່ທັນໄດ້ຍ້າຍ ດຽວນີ້ເຂົາກໍເຣີ່ມ.”

ຊາວບ້ານທີ່ຮູ້ຂ່າວນີ້ ອີກທ່ານນຶ່ງກ່າວວ່າ ປັດຈຸບັນກໍເຫັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງກຳລັງເຂົ້າໄປສຳພາດຊາວບ້ານ ໃນເຂດບ້ານດ່ັງກ່າວ ເພື່ອນຳໄປຄິດໄລ່ຄ່າຊົດເຊີຍ ແຕ່ລະຄອບຄົວ ໂດຍສ່ວນຫຼາຍມີອາຊີບເຮັດໄຮ່, ເຮັດນາ ສ່ວນຣາຍລະອຽດ ຍັງບໍ່ຮູ້ຄັກແນ່.

ດັ່ງ ທ່ານກ່າວວ່າ:

“ເຂົາຊິຍ້າຍເຂົາຊິເຮັດອັນນັ້ນ ຢູ່ເຊລະນອງ ກໍາລັງເຂົ້າສໍາພາດ ຢູ່ກາເປັນຊາວໄຮ່ຫັ້ນແຫຼະ. ເຮັດນາ ເຂດອັນນັ້ນ ພູນ່າ ບໍ່ແມ່ນອັນທົ່ງພຽງ ເປັນພູເປັນດອຍ ແນວນີ້ ບໍ່ທັນໄດ້ລະອຽດປານໃດ. ຈັກຊິຍ້າຍໄປໃສກາບໍ່ຮູ້ຄືກັນ.”

ສ່ວນຊາວບ້ານ ອີກຫຼາຍຄົນທີ່ຢູ່ໃນເຂດບ້ານ ທີ່ຈະໄດ້ຮັບຜົລກະທົບນັ້ນ ກໍຍັງບໍ່ທັນຮູ້ເທື່ອວ່າ ຈະມີໂຄງການເຂື່ອນໄຟຟ້າ ເກີດຂຶ້ນ ແລະມີແຜນຈະໂຍກຍ້າຍ ພວກເຂົາເຈົ້າອອກໄປ ຢູ່ບ່ອນຈັດສັນ ເນື່ອງຈາກວ່າ ທາງເຈົ້າໜ້າທີ່ ຍັງບໍ່ທັນໃຫ້ຂໍ້ມູນ ແກ່ຊາວບ້ານຄົບທັງໝົດ.

ດັ່ງທ່ານກ່າວວ່າ:

“ໂອອັນນີ້ບໍ່ຮູ້ນໍາເດີ້ ກະຍັງບໍ່ຮູ້ເທື່ອນ່າໂຕນີ້ນ່າ. ຂ້ອຍກາຢູ່ຕະໂອ້ຍຄືກັນ ຢູ່ພີ້ໄດ໋ ຢູ່ຕະໂອ້ຍ ຢູ່ແຕ່ບໍ່ຮູ້ເຣື່ອງວຽກງານ ໂຕນັ້ນ.”

ສໍາລັບໂຄງການ ເຂື່ອນໄຟຟ້າ ເຊລະນອງ 3 ຕັ້ງຢູ່ບ້ານຕະຍົງ ເມືອງນອງ ແຂວງສວັນນະເຂດ ເຊິ່ງອ່າງເກັບນໍ້າ ຂອງເຂື່ອນດັ່ງກ່າວນີ້ ແມ່ນໄດ້ກວມເອົາເນື້ອທີ່ ປະມານ 3,300 ເຮັກຕ້າຣ໌ ຂອງເມືອງຕະໂອ້ຍ ແຂວງສາະຣະວັນ ທີ່ມີຊາຍແດນຕິດຈອດກັນ, ໂຄງການນີ້ເປັນເຂື່ອນໄຟຟ້າ ປະເພດຊິເມັນອັດແໜ້ນ ກຳລັງຕິດຕັ້ງ 60 ເມກາວັດ ມີຄວາມສູງ 92.5 ແມັດ, ສັນເຂື່ອນມີຄວາມຍາວເກືອບ 470 ແມັດ ໂດຍຈະເຣີ່ມລົງມືກໍ່ສ້າງ ໃນປີ 2024 ແລະ ໃຊ້ເວລາກໍ່ສ້າງປະມານ 5 ປີ. ອີງຕາມ ຍານາງ ແກ້ວພູສອນ ພົນຫາລາດ ນັກຊ່ຽວຊານ ປະຈຳໂຄງການເຂື່ອນໄຟຟ້າ ເຊລະນອງ 3 ຣາຍງານ.

ໂຄງການ ເຂື່ອນໄຟຟ້າ ເຊລະນອງ 3 ແມ່ນເປັນການຮ່ວມມື ຂອງບໍຣິສັດເອກະຊົນລາວ ແລະ ຈີນ ເມື່ອວັນທີ 16 ກຸມພາ 2022  ບໍຣິສັດ ສີເມືອງພາວເວີ້ ຈຳກັດ ຮ່ວມມືກັບກຸ່ມບໍຣິສັດ ທາງຣົຖໄຟ ປະເທດຈີນ ທີ 12 ສາຂາປະເທດລາວ ເຊັນສັນຍາກໍ່ສ້າງໂຄງການ ເຂື່ອນໄຟຟ້າເຊລະນອງ 3 ຢູ່ລະຫວ່າງແຂວງສວັນນະເຂດ ກັບແຂວງສາຣະວັນ ສ່ວນມູນຄ່າການລົງທຶນ ຍັງບໍ່ມີການເປີດເຜີຍ ໃຫ້ຮັບຮູ້, ແຕ່ໄຟຟ້າທີ່ຜລິດ ຈາກໂຄງການດັ່ງກ່າວ ທາງບໍຣິສັດຜູ້ພັທນາ ຈະສົ່ງຂາຍໃຫ້ກັບປະເທດວຽດນາມ ແລະ ຣັຖວິສາຫະກິຈ ໄຟຟ້າລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.