ສະຖານບັນ ເລືອດແຫ່ງຊາຕ ຂາດເລືອດ ໄລຍະໄຂ້ຍຸງລາຍ ຣະບາດ

ໄຊຍາ
2022.08.04
ສະຖານບັນ ເລືອດແຫ່ງຊາຕ ຂາດເລືອດ ໄລຍະໄຂ້ຍຸງລາຍ ຣະບາດ ການບໍຣິຈາຄເລືອດ ທີ່ນະຄອນຫຼວງວຽງຈັນ ໃນວັນຜູ້ບໍຣິຈາຄເລືອດໂລກ 14 ມິຖຸນາ 2022.
RFA

ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ຂາດເລືອດ ຍ້ອນທົ່ວປະເທດ ມີຄົນເປັນໄຂ້ຍຸງລາຍຫຼາຍ. ໂດຍສະພາບໂຕຈິງ ເມື່ອທຽບໃສ່ປະຣິມານເລືອດສຳຮອງ ຢູ່ສະຖາບັນເລືອດແຫ່ງຊາຕປະຈຳ ນະຄອນຫຼວງວຽງຈັນ ສາມາດຈັດຫາເລືອດສຳຮອງ ໄດ້ພຽງ 40-50 ຖົງຕໍ່ມື້ ຊຶ່ງເປັນຈຳນວນທີ່ສນອງ ບໍ່ໄດ້ຕາມຄວາມຕ້ອງການເລືອດ ຂອງຄົນເຈັບທີ່ຕ້ອງການເລືອດ ສຳຮອງ 100 ປາຍຖົງຕໍ່ມື້. ສະພາບການດັ່ງກ່າວ ເຈົ້າໜ້າທີ່ກໍໄດ້ໃຊ້ຫຼັກວິຊາສະເພາະ ເຈາະຈົງລະດົມເອົາເລືອດ ຈາກຍາດພີ່ນ້ອງຂອງຄົນເຈັບ ໄຂ້ຍຸງລາຍເນື່ອງຈາກ ການບໍຣິຈາຄເລືອດທົ່ວໄປ ຈາກສັງຄົມບໍ່ພຽງພໍ.

ດັ່ງເຈົ້າໜ້າທີ່ ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 03 ສິງຫາ 2022 ນີ້ວ່າ:

ເຮົາຂາດທຸກມື້ ເພາະວ່າເຮົາຫາເລືອດມາບໍ່ພໍໃຊ້ດອກ ແຕ່ລະມື້ເພາະວ່າ ຄົນເຈັບໃສ່ໄດ້ມື້ນຶ່ງ 100 ກ່ວາຖົງ ເຮົາຫາເລືອດໄດ້ມື້ນຶ່ງມີແຕ່ 40-50 ຖົງ. ບາດເຮົາມີເຫດການ ໄຂ້ເລືອດອອກຈັ່ງຊີ້, ແຮງເຮັດໃຫ້ເຂົາຂາດຢູ່ແລ້ວຫັ້ນນ່າ ຍັງມີຕໍ່ເນື່ອງ ມີຫຼາຍອາທິດແລ້ວ ແລະມັນໝົດຊ່ວງ ຍຸງລາຍພຸ້ນແຫຼະ ປະມານເດືອນ 9 ພຸ້ນຕິ.

ປັດຈຸບັນຢູ່ສະຖາບັນເລືອດ ອົງການກາແດງ ນະຄອນຫຼວງວຽງຈັນ ມີຄອບຄົວຂອງຄົນເຈັບ ເປັນໄຂ້ຍຸງລາຍ ມາຕໍ່ຄີວເພື່ອເອົາເລືອດອອກ ໃຫ້ລູກ-ຫຼານໂຕເອງ ຈຳນວນຫຼາຍ ໝົດມື້, ໝົດຄືນ ຈົນເຈົ້າໜ້າທີ່ບໍ່ໄດ້ພັກ ເນື່ອງຈາກຢູ່ພາຍໃນປະເທດລາວ ຈຳນວນປະຊາກອນ ບໍຣິຈາຄເລືອດບໍ່ຮອດ 1% ຂອງຈຳນວນປະຊາກອນລາວທັງໝົດ ຈຶ່ງເຮັດໃຫ້ໂຮງໝໍຫຼາຍແຫ່ງ ຢູ່ນະຄອນຫຼວງວຽງຈັນ ຂາດເລືອດຢ່າງໜັກ ແລະບໍ່ພຽງພໍຕໍ່ກັບຄົນເຈັບ ເປັນໄຂ້ຍຸງລາຍ ທີ່ຂາດເລືອດ ແຕ່ຮວມເຖິງຄົນເຈັບ ເປັນພະຍາດປະຈຳໂຕ ຈາກກັມມະພັນ, ກໍຂາດເລືອດຢ່າງ ໜັກນໍາດ້ວຍ.

ສ່ວນຣາຍງານວ່າ ມີພົລເມືອງລາວເປັນໄຂ້ຍຸງລາຍ ແລ້ວເສັຽຊີວິຕ ຍ້ອນຂາດເລືອດນັ້ນ ບໍ່ທັນມີເທື່ອ. ຂະນະທີ່ ເມື່ອຄືນກໍມີຄົນເຈັບໄຂ້ຍຸງລາຍ ເຂົ້າຫ້ອງໄອຊີຢູ ຫຼື ຫ້ອງສຸກເສີນ ແລະ ໃຊ້ເລືອດເປັນຈຳນວນຫຼາຍ.

ດັ່ງພະຍາບານ ທີ່ຮັບບໍຣິຈາຄເລືອດ ຢູ່ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນວ່າ:

ຕອນນີ້ເນາະ ຄືມີໄຂ້ເລືອດອອກຫຼາຍມັນກໍເລີຍ ເຮັດໃຫ້ການຊົມໃຊ້ເລືອດມັນສູງ ແລ້ວຜູ້ທີ່ໃຊ້ປະຈຳກໍຈະມີພະຍາດຂາດເລືອດ ແບບກັມມະພັນກໍ ໃຊ້ປະຈຳພວກຕອກໄຂ່ຫຼັງກໍປະຈຳ ແລ້ວກໍຕອນນີ້ຄົນຜ່າຕັດ ກໍຫຼາຍເດ້ເພາະວ່າ ນຶ່ງກໍຄືຕອນນີ້ຢູ່ບ້ານເຮົານີ້ຄົນ ບໍຣິຈາຄເລືອດບໍ່ຮອດ 1% ມັນກໍຈະເຮັດໃຫ້ເປັນແບບນີ້ມີແຕ່ວ່າມີຄວາມຕ້ອງການເລືອດສູງ ຍ້ອນໄຂ້ເລືອດອອກ ເມື່ອວານກໍມີກໍຣະນີນຶ່ງທີ່ແບບວ່າ ໄຂ້ເລືອດອອກແລ້ວເຂົ້າໄປຊີຢູ່ແລ້ວ ເຮົາຕ້ອງເອົາເລືອດ ໄປໃຫ້ລາວດ່ວນອັນນີ້ກໍມີ.

ຍານາງກ່າວຕື່ມວ່າ ທາງສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ກໍໄດ້ປະສານງານຫາສື່ມວນຊົນ ໃນລາວເພື່ອໃຫ້ຊ່ອຍປະຊາສັມພັນ ຈາກການຣະບາດໄຂ້ຍຸງລາຍ ເຮັດໃຫ້ມີຄົນເຈັບໃສ່ເລືອດເພີ່ມຂື້ນຫຼາຍ ແລະ ກໍຂາດເລືອດຢ່າງໜັກ. ໂດຍປະຊາສັມພັນໃຫ້ ປະຊາຊົນທີ່ມີສຸຂພາບແຂງແຮງ ມາຊ່ອຍບໍຣິຈາຄເລືອດ ເພື່ອຊ່ອຍເຫຼືອຄົນເຈັບ ທີ່ນອນປີ່ນປົວຢູ່ໂຮງໝໍ ທົ່ວປະເທດ.

ດ້ານສູນເລືອດ ແລະອົງການກາແດງ ປະຈຳແຂວງຫຼວງນໍ້າທາ ມີເລືອດສຳຮອງບໍ່ເປັນໄປຕາມ ຫຼັກວິຊາການ ໂດຍສະເພາະເລືອດ ໃນກໍຣະນີຖົງສີແດງ ຄືກໍຣະນີເລືອດ ໃນພາວະສຸກເສີນ ຊຶ່ງສ່ວນໃຫຍ່ຈະໃຊ້ກັບ ຄົນເຈັບໄຂ້ຍຸງລາຍ, ເກີດລູກແຮ່ຄ້າງ ແລະ ອຸປັດຕິເຫດ ຕ່າງໆ ມີເລືອດສຳຮອງບໍ່ເຖິງ 2 ຖົງຕໍ່ມື້. ຕໍ່ບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ ກໍໄດ້ແກ້ໄຂບັນຫາ ດ້ວຍການໃຫ້ຄອບຄົວ ຄົນເຈັບຮ່ວມບໍຣິຈາຄເລືອດ ໃຫ້ຄົນເຈັບເອງ ອີກທັງປະສານຫາອາສະມັກ ທີ່ມີປວັດບໍຣິຈາຄເລືອດ ຕໍ່ເນື່ອງຊ່ອຍມາບໍຣິຈາຄ ແລະ ທຸກສັປດາ ຈະລະດົມທາງເມືອງ ແລະ ແຂວງ ເຂົ້າຮ່ວມບໍຣິຈາຄເລືອດ ນຳດ້ວຍ.

ດັ່ງເຈົ້າໜ້າທີ່ ສູນເລືອດ ອົງການກາແດງ ແຂວງຫຼວງນໍ້າທາ ກ່າວໃນມື້ດຽວກັນວ່າ:

ຄືຂາດຕາມອັດຕຣາສ່ວນ ທີ່ວິຊາການ ທີ່ກີ່ຖົງຢູ່ໃນສີຂຽວ ກີ່ຖົງຢູ່ໃນສີແດງ ຖ້າໄລ່ຕາມອັດຕຣາສ່ວນ ນີ້ຖືວ່າເຮົາຂາດ ຖ້າແມ່ນເລືອດສີແດງ ຕ້ອງແມ່ນຢ່າງໜ້ອຍ ພວກເສດເລືອດ ແຕ່ລະໝວດຫັ້ນໜ້າ ມີບໍ່ເຖິງ 2 ຖົງ ຖືວ່າສີແດງ ຖືວ່າພວກເຮົາສນອງ ຄົນເຈັບສຸກເສີນບໍ່ໄດ້ເນາະ ເປັນຕົ້ນ ຢ່າງໄຂ້ເລືອດອອກ ຫຼືພວກວ່າ ເກີດລູກແຫ່ຄ້າງ ຫຼືວ່າພວກເສັຽເລືອດ ຈາກອຸປັດຕິເຫດຕ່າງໆ.

ຢູ່ສູນເລືອດອົງການກາແດງ ແຂວງສວັນນະເຂດ ມີເລືອດສນອງໃຫ້ຄົນເຈັບ ບໍ່ພຽງພໍເນື່ອງຈາກມື້ນຶ່ງ ສູນຕ້ອງມີເລືອດສຳຮອງ 25-30 ຖົງຕໍ່ມື້ ແຕ່ສູນມີເລືອດສນອງພຽງ 10-20 ຖົງຕໍ່ມື້. ປັດຈຸບັນສະພາບໂຕຈິງ ແມ່ນທາງສູນໄດ້ຂໍເລືອດ ຈາກສູນກາງໂດຍສະເພາະຄົນເຈັບ ພະຍາດ ທາລັສຊີເມັຽ (ໂຣຄເລືອດຈາງ), ແມ່ເກີດລູກຕ້ອງການຫຼາຍ ຮວມເຖິງທາງສູນ ສົ່ງຖົງເປົ່າເພື່ອໃສ່ເລືອດ ໃຫ້ໂຮງໝໍແຕ່ລະເມືອງເພື່ອລະດົມ ເອົາເລືອດຈາກຍາຕິພີ່ນ້ອງ ຄົນເຈັບ ເນື່ອງຈາກບາງມື້ ສູນກາງສນອງເລືອດ ໃຫ້ທາງແຂວງບໍ່ໄດ້.

ດັ່ງເຈົ້າໜ້າທີ່ ສູນເລືອດ ແຂວງສວັນນະເຂດ ກ່າວໃນມື້ດຽວກັນວ່າ:

ຜ່ານມາກໍ ພວກເຮົາກໍແມ່ນໄດ້ຂໍ ໃນກໍຣະນີເຮົາບໍ່ມີເລືອດ ຊິສນອງໃຫ້ນ່າ ສູນກາງກໍສົ່ງເປັນພວກ Cryo ກັບ FFP. ແຂວງເຮົາກໍບໍ່ສາມາດ ສນອງເລືອດ ສົ່ງໃຫ້ໄດ້ຫັ້ນນ່າ ເຮົາຈະສົ່ງຖົງໄປເນາະ ເຮົາຈະສົ່ງຖົງເປົ່າໄປໃຫ້ ພະຍາດອັນນ່າໄຂ່ຫຼັງຊຸດໂຊມເນາະ ຕໍ່ມາກໍທາລັສຊີເມັຽ ແລ້ວກໍປະສູດ ເລືອດໄຫຼ ເລືອດລະບົບ ລະລາຍ. ໄຂ້ເລືອດອອກນີ້ ຊ່ວງນີ້ ຢູ່ແຂວງສວັນນະເຂດເຮົານ່າ ເຮົາກໍມີເລືອດ ກະຕຣຽມໄວ້ໃຫ້ຢູ່ເນາະ.

ຊາວນະຄອນຫຼວງວຽງຈັນ ທີ່ໄດ້ມີສ່ວນຮ່ວມ ໃນການບໍຣິຈາຄເລືອດ ຢູ່ສະຖາບັນເລືອດແຫ່ງຊາຕ ກໍໄດ້ໃຫ້ຄຳເຫັນ ຕໍ່ການບໍຣິຈາຄເລືອດວ່າ ພາຍຫຼັງທີ່ເຫັນຂ່າວຈາກສື່ຕ່າງໆ ວ່າໂຮງໝໍໃນຂອບເຂດ ທົ່ວປະເທດ ຕ້ອງການເລືອດ ຍ້ອນການຣະບາດ ຂອງໄຂ້ຍຸງລາຍ. ສຳລັບການບໍຣິຈາຄເລືອດ ແມ່ນທົ່ວໂລກມີການຈັດຕັ້ງ ການບໍຣິຈາຄເພື່ອຮ່ວມຊ່ອຍເຫຼືອ ເພື່ອນຮ່ວມຊາຕ.

ດັ່ງຊາວນະຄອນຫຼວງວຽງຈັນ ໄດ້ກ່າວໃນມື້ດຽວກັນວ່າ:

ບໍຣິຈາຄມັນບໍ່ໄດ້ມີຫຍັງນ່າ ເຣື່ອງບໍຣິຈາຄ ເພາະວ່າມັນກໍເຮັດຄືກັນທົ່ວໂລກ ເຮັດຄືກັນຫັ້ນແຫຼະ ມາຕຖານອັນດຽວກັນ ເພາະວ່າເລືອດມັນກໍກັບຄືນມາ ບໍ່ພໍເທົ່າໃດມື້ເດ້ເທົ່າໃດຊົ່ວໂມງ ມັນກໍກັບມາແລ້ວເອີ ມັນກໍເປັນກິຈກັມ ນຶ່ງທີ່ບໍຣິຈາຄແລ້ວກໍໄດ້ຊ່ອຍເຫຼືອ ສັງຄົມເສີມສ້າງສຸຂພາບ ໃຫ້ແຂງແຮງຄືກັນ.

ນອກຈາກນີ້ ອົງການອານາມັຍໂລກ ໄດ້ຕັ້ງເປົ້າໝາຽໃຫ້ແຕ່ລະປະເທດ ຈັດຫາເລືອດສຳຮອງ ໃຫ້ພຽງພໍຢູ່ທີ່ຮອ້ຍລະສາມ ຂອງປະຊາກອນປະເທດນັ້ນໆ ດັ່ງນັ້ນປະເທດລາວ ຕ້ອງມີເລືອດສຳຮອງ ຢ່າງໜ້ອຍ 210,000 ຖົງ ໂດຍທຽບໃສ່ປະຊາກອນລາວ ທັງໝົດ 7 ລ້ານປາຍຄົນ.

ໃນຂະນະທີ່ສະພາບໂຕຈິງ ເມື່ອທຽບໃສ່ເລືອດສຳຮອງ ຢູ່ສະຖາບັນເລືອດແຫ່ງຊາຕ ອົງການກາແດງແຫ່ງຊາຕລາວ ປະຈຳນະຄອນຫຼວງວຽງຈັນ ໃນຂະນະນີ້ສາມາດຈັດຫາເລືອດສຳຮອງ ໄດ້ພຽງ 40-50 ຖົງຕໍ່ມື້ ຫຼື 16,000 ຖົງຕໍ່ປີເທົ່ານັ້ນ ຊຶ່ງເປັນຈຳນວນທີ່ໜ້ອຍ ຖ້າທຽບໃສ່ປະຊາກອນລາວ ໃນນະຄອນຫຼວງວຽງຈັນທັງໝົດ 9 ແສນປາຍຄົນ ທີ່ຕ້ອງມີເລືອດສຳຮອງ ຢ່າງໜ້ອຍ 27,000 ຖົງຕໍ່ປີ.

ສູນຂ່າວສານ ການແພດສຸຂສຶກສາ ໄດ້ຣາຍງານໂຕເລຂ ຜູ້ຕິດເຊື້ອໄຂ້ຍຸງລາຍປີ 2022 ຫຼ້າສຸດ ປະຈຳວັນທີ 02 ສິງຫາ 2022 ວ່າ ທົ່ວປະເທດລາວ ມີຜູ້ຕິດເຊື້ອໄຂ້ຍຸງລາຍ ສະສົມ 14,228 ຄົນ ແລະເສັຽຊີວິຕສະສົມ 15 ຄົນໂດຍນະຄອນຫຼວງວຽງຈັນ ແມ່ນມີຜູ້ຕິດເຊື້ອຫຼາຍທີ່ສຸດ ຮອງລົງມາແມ່ນແຂວງຫຼວງນໍ້າທາ ແລະ ແຂວງສາຣະວັນຕາມລຳດັບ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.