ລາວຮ່ວມກັບສະຫະຣັຖ ໃນວຽກງານ ຕ້ານການຄ້າມະນຸສ

ພອນ ພູມມີທອນ
2023.03.23
Share on WhatsApp
Share on WhatsApp
ລາວຮ່ວມກັບສະຫະຣັຖ ໃນວຽກງານ ຕ້ານການຄ້າມະນຸສ ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານ ຕ້ານການຄ້າມະນຸສ. ນະຄອນຫຼວງວຽງຈັນ ວັນທີ່ 17 ມີນາ ປີ 2023.
ຮູບພາບ: U.S. Embassy in Vientiane

ໃນວັນທີ 17 ມີນາ 2023 ທີ່ຜ່ານມາ, ສະຖານເອກອັກຄະຣັຖທູຕ ສະຫະຣັຖອາເມຣິກາ ປະຈຳລາວ ແລະ ກອງເລຂາຕ້ານການຄ້າມະນຸສ ລະດັບຊາຕ ເປັນປະທານ ຮ່ວມກອງປະຊຸມ ແລກປ່ຽນບົດຮຽນ ເພື່ອປຶກສາຫາລື ໃນການກະຕຽມ ບົດຣາຍງານປະຈຳປີ ກ່ຽວກັບວຽກງານ ຕ້ານການຄ້າມະນຸສ ແລະ ບັນດາຄຳແນະນຳ ທີ່ເປັນບູຣິມະສິດ.

ກອງປະຊຸມດັ່ງກ່າວ ເຂົ້າຮ່ວມໂດຍເຈົ້າໜ້າທີ່ ຫ້ອງການຕິດຕາມ ແລະ ຕ້ານການຄ້າມະນຸສ ຂອງ ສະຫະຣັຖອາເມຣິກາ ຢູ່ນະຄອນຫຼວງ ວໍຊິງຕັນ ດີ.ຊີ. ແລະ ຄູ່ຮ່ວມພັທນາອື່ນໆ. ກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບວຽກງານຕ້ານການຄ້າມະນຸສ ເປັນປະທານຮ່ວມໂດຍ ຍານາງ ແຊ່ເນິນ ແຟໂຣ (Shannon Farrell) ຮອງທູຕສະຫະຣັຖ ອາເມຣິກາປະຈຳລາວ ແລະ ພັນເອກ ລັດສະໝີ ໄຊຍະຄໍາ, ຫົວໜ້າ ກົມຕໍາຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ, ກົມໃຫຍ່ຕຳຣວດ, ທັງເປັນຫົວໜ້າກອງເລຂາຄະນະ ກັມມະການຕ້ານການຄ້າມະນຸສ ລະດັບຊາຕລາວ. ໂດຍຜູ້ຕາງໜ້າຈາກຫ້ອງການ J/TIP ໄດ້ນຳສເນີຂໍ້ມູນ ແລະ ຕອບຄຳຖາມກ່ຽວກັບຄວາມສຳເຣັດ ຂອງ ສປປ ລາວ ໃນປີ 2022 ກ່ຽວກັບວຽກງານ ການຕ້ານການຄ້າມະນຸສ ແລະ ສິ່ງທ້າທາຍທີ່ກຳລັງປະສົບພົບພໍ້ ໃນປັດຈຸບັນ.

ທ່ານຮອງທູຕ ແຊ່ເນິນ ແຟໂຣ (Shannon Farrell) ກ່າວວ່າ:

ການຢຸດຕິການຄ້າມະນຸສ ຍັງແມ່ນບູຣິມະສິດ ສໍາລັບສະຫະຣັຖອາເມຣິກາ. ສືບຕໍ່ເນື່ອງຈາກການຕອບໂຕ້ ແລະ ຄວາມພະຍາຍາມ ທີ່ສແດງໃຫ້ເຫັນ ໃນປີທີ່ຜ່ານມາ, ຂ້າພະເຈົ້າ ເຊື່ອໝັ້ນວ່າ ຣັຖະບານ ສປປ ລາວ ພ້ອມດ້ວຍ ບັນດາຄູ່ຮ່ວມພັທນາ ສາມາດສືບຕໍ່ເຮັດວຽກຫຼາຍຂຶ້ນ ໃນປີ 2023 ແລະ ປີຕໍ່ໆໄປ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມນັກກົດໝາຍລາວທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ໃຫ້ຮູ້ວ່າ: ທ່ານໄດ້ຂ່າວກ່ຽວກັບການຄ້າມະນຸສ ຢູ່ລາວ ຫຼາຍກໍຣະນີ ແຕ່ວ່າທ່ານກໍ່ບໍ່ໄດ້ພົວພັນນຳກົມຕຳຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸສ ຫຼາຍປານໃດ.

ດັ່ງທີ່ທ່ານກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນມື້ວັນທີ 23 ມີນາ 2023 ນີ້ວ່າ:

“ເຣື່ອງຄ້າມະນຸສນີ້ ເຮົາໄດ້ຍິນອອກຂ່າວ ແລະ ກະຄົນຈຳນວນນຶ່ງຮ້ອງຂໍຄວາມຊ່ອຍເຫຼືອ ກໍ່ຄືແຕ່ວ່າເຮົາບໍ່ໄດ້ລົງເລິກກັບພວກ (ຕຳຣວດ) ຕ້ານ ແລະ ສະກັດກັ້ນການຄ້າມະນຸດນີ້ ເຮົາບໍ່ໄດ້ລົງເລິກພໍເທົ່າໃດ.”

ທາງດ້ານ ຊາວບ້ານອີກທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ຜູ້ບໍ່ປະສົງອອກຊື່ ເວົ້າວ່າ: ມີກຸ່ມຄົນຈຳນວນນຶ່ງ ທີ່ໄດ້ໄປເຂົ້າຮ່ວມ ເປັນສ່ວນນຶ່ງຂອງຂບວນການຄ້າມະນຸສ ເປັນຕົ້ນ ເປັນນາຍໜ້າຕົວະຍົວະຊາວບ້ານ ໄປເຮັດວຽກຢູ່ເຂດ ເສຖກິຈພິເສດສາມຫຼ່ຽມຄຳ.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽ ເສຣີ ໃນມື້ວັນດຽວກັນນີ້ວ່າ:

“ປັດຈຸບັນນີ້ ແມ່ນມີຫຼາຍໃດ ຈາກເຫຕການໂຄວິດຂື້ນມາ ລະແມ່ນມີກຸ່ມຄົນຈຳນວນນຶ່ງທີ່ຫາກິນບໍ່ໄດ້ ແລ້ວມັນຕ້ອງໄດ້ໃຊ້ວິທີການ ມັນກໍ່ມີຫຼາຍ ເກີດຫຼາຍດຽວນີ້.

ໃນຂະນະທີ່ ນັກລົງທຶນໄທຍ ຍານາງນຶ່ງ ທີ່ປະກອບທຸຣະກິຈຢູ່ລາວ ເວົ້າວ່າ: ການທີ່ຄົນງານລາວໄປເຮັດວຽກຢູ່ສາມຫຼ່ຽມຄຳ ແລະ ຕ່າງປະເທດຫຼາຍຂຶ້ນ ຍ້ອນວ່າຄ່າແຮງງານບໍ່ກຸ້ມກິນ ໃນສະພາບການເສຖກິຈລາວທີ່ຝືດເຄືອງ ເຮັດໃຫ້ເກີດຜົລກະທົບຕໍ່ການຂາດແຄນແຮງງານ ໃນພາກອຸຕສາຫະກັມລາວ ແລະ ເກີດຄວາມສ່ຽງຕໍ່ຄົນງານລາວທີ່ຈະປະສົບກັບການຄ້າມະນຸສ ຫຼາຍຂຶ້ນ.

ດັ່ງທີ່ຍານາງກ່າວວ່າ:

“ດຽວນີ້ມັນບໍ່ໄດ້ເດັກເອງແລ້ວ ມັນໄປຫາພໍ່ແມ່ທີ່ຢູ່ຕ່າງແຂວງເລີຍ ແລ້ວໃຫ້ພໍ່ແມ່ມາເອີ້ນລູກໄປ ວ່າ ຖ້າບໍ່ໄປ ຈະຖືກພວກນາຍໜ້າປັບໃໝ.”

ຍານາງກ່າວຕື່ມວ່າ ຍານາງຕ້ອງການໃຫ້ພາກສ່ວນກ່ຽວຂ້ອງ ເກັບກຳຂໍ້ມູນສະຖິຕິ ກ່ຽວກັບຈຳນວນຄົນງານລາວທີ່ໄປເຮັດວຽກຢູ່ສາມຫຼ່ຽມຄຳ ແລະ ຕ່າງປະເທດ ເພື່ອທີ່ຈະເປັນຂໍ້ມູນສຳລັບວາງແຜນການ ໃນການຫຼຸດຜ່ອນ ບັນຫາ ການຂາດແຄນແຮງງານ ແລະ ແກ້ໄຂບັນຫາການຄ້າມະນຸສ.

ດັ່ງທີ່ຍານາງກ່າວຕື່ມວ່າ:

“ທຸກຄົນເວົ້າວ່າ ຄົນງານລາວ ໄປໄທຍຫຼາຍ ໄປເກົາຫຼີຫຼາຍ ໄປສາມຫຼ່ຽມຄຳຫຼາຍ. ຕອນນີ້ຂ້ອຍຕ້ອງການ ສະຖິຕິທີ່ຈະແຈ້ງວ່າ ມີຄົນງານລາວໄປເຮັດວຽກຢູ່ຫັ້ນ ຈຳນວນເທົ່າໃດ ເອົາທີ່ຖືກຕ້ອງກ່ອນ.”

ເຖິງຢ່າງໃດກໍ່ຕາມ, ເຈົ້າໜ້າທີ່ຍານາງນຶ່ງ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ເວົ້າວ່າ ຍັງບໍ່ທັນໄດ້ມີການເກັບກຳຂໍ້ມູນ ສະຖິຕິຈຳນວນຄົນງານ ທີ່ໄປເຮັດວຽກຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳເທື່ອ ແຕ່ກໍ່ພໍເຫັນວ່າ ຍັງມີຄົນມາເຮັດວຽກຢູ່ໃນພື້ນທີ່ຫຼາຍ.

ດັ່ງ ຍານາງກ່າວວ່າ:

“ກະວ່າກຳລັງສັງລວມ ເພິ່ນຍັງບໍ່ທັນບອກ ໃຫ້ສັງລວມເທື່ອ ອັນແມ່ນ ແຕ່ຍັງບໍ່ໄດ້ເກັບກຳ. ຫຼາຍປີນີ້ ກະຫຼາຍຢູ່.”

ສຳລັບບັນຫາການຄ້າມະນຸສ ທີ່ເກີດຂຶ້ນກັບຄົນລາວ ຍັງເປັນບັນຫາທີ່ພາກສ່ວນກ່ຽວຂ້ອງບໍ່ທັນແກ້ໄຂໄດ້ແທ້ ເຖິງແມ່ນວ່າຣັຖບານ ຈະຖືເອົາບັນຫານີ້ເປັນບູຣິມະສິດ ໂດຍໄດ້ອອກກົດໝາຍວ່າດ້ວຍ ການຕ້ານການຄ້າມະນຸສ ມາແຕ່ປີ 2016. ຍ້ອນວ່າ ການແກ້ໄຂບັນຫາການຄ້າມະນຸສໂຕຈິງ ຍັງບໍ່ໄດ້ມີຄວາມຈິງຈັງປານໃດ ໂດຍສະເພາະໃນພື້ນທີ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ທີ່ຍັງມີນາຍໜ້າ ຊັກຊວນຄົນລາວ ແລະ ຄົນຕ່າງປະເທດໄປເຮັດວຽກຕອບແຊທ ແລະ ສະແກມເມີ້ຣ໌ ໃຫ້ແກ່ບັນດາບໍຣິສັດຈີນຢູ່ໃນເຂດນັ້ນຢູ່. ເຊິ່ງຫຼາຍຄົນກໍ່ຖືກຂາຍຕໍ່ ໃຫ້ແກ່ບໍຣິສັດອື່ນ ຍ້ອນບໍ່ສາມາດເຮັດວຽກຕາມເປົ້າໝາຍຂອງບໍຣິສັດ.  ນອກຈາກນີ້, ຍັງມີຄົນງານລາວຫຼາຍຄົນທີ່ໄປເຮັດວຽກຢູ່ໄທຍ ແລ້ວຕໍ່ມາ ກໍ່ຖືກຕົວະຍົວະໄປຄ້າບໍຣິການທາງເພດ ຫຼືຖືກສົ່ງຂຶ້ນເຮືອປະມົງໄປປະເທດອິນໂດເນເຊັຽ ແລ້ວຫາຍສາບສູນໄປ ນຳອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.