ຊາວຈີນ ເຣີ່ມເດີນທາງ ເຂົ້າລາວ ພາຍຫຼັງ ເປີດດ່ານ
2023.01.15

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ປ່າສງວນຫ້ວຍງົວ ຢູ່ບໍຣິຄຳໄຊ ຖືກຊາວບ້ານ, ເຈົ້າໜ້າທີ່ທ້ອງຖິ່ນ ບຸກລຸກ, ຈີນ-ລາວ ຈະເປີດດ່ານຊາຍແດນ ໃຫ້ພົລເມືອງ ທັງ 2 ປະເທດ ໄປມາຫາສູ່ກັນໄດ້, ຂະນະທີ່ ລາວ ຍັງບໍ່ມີມາຕການ ສະເພາະ ຕໍ່ຄົນຈີນ ທີ່ຈະເຂົ້າປະເທດລາວ, ປະທານ ສານປະຊາຊົນສູງສຸດ ຍອມຮັບວ່າ ຜູ້ພິພາກສາ ແລະເຈົ້າໜ້າທີ່ ສານຈໍານວນນຶ່ງ ມີການລະເມີດຈັນຍາທັມ ແລະ ຂ່າວອື່ນໆ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບ ຂ່າວ “ຊາວຈີນ ເຣີ່ມເດີນທາງເຂົ້າລາວ ພາຍຫຼັງ ເປີດດ່ານ”
“ຖ້າຈີນ ເປີດປະເທດ ໃນວັນທີ 8/1/2023 ຖ້ານັກທ່ອງທ່ຽວຈີນ ຈະເລັ່ງໄຟ ຫລື ເຂົ້າມາລາວ ບໍ່ວ່າ ທາງລົດ, ລົດໄຟ, ຫລື ທາງການບິນ, ຕາມດ່ານຊາຍ ແດນລາວ-ຈີນ ບໍ່ເຕັນ ຫລື ຊາຍແດນ ຜົ້ງສາລີ ມັນແນ່ນອນ ຢູ່ແລ້ວ ທີ່ປັດສະຈາກ ບໍ່ໄດ້ ຕ້ອງມີ ຜູ້ຕິດເຊື້ອ ເຂົ້າແປປົນນຳ ແຕ່ທາງເຈົ້າໜ້າທີ່ ສາທາລະນະສຸກ ກໍ່ໄດ້ສົ່ງ ພະນັກງານ ມາປະຈຳການ ຢູ່ຕາມຊາຍແດນ ລາວ-ຈີນ ເພື່ອກວດກາ ແຕ່ລະຄົນ ທີ່ມາຈາກຈີນ ສຳລັບ ທຸກໆພັສພອດ ທີ່ເດີນທາງເຂົ້າມາລາວ.”
“ມາທໍ່ໃດ ຫລາຍລ້ານຄົນ ກໍ່ຕາມ, ປະຊາຊົນຄົນລາວ ບໍ່ມີຫວັງ ຈະໄດ້ເງີນ ນຳນັກ ທ່ອງທຽ໋ວຈີນດອກ. ເພາະວ່າ ຮ້ານອາຫານ, ພັດຕະຄານ, ບ້ານພັກ, ໂຮງແຮມນັ້ນ, ລັດ ປອ່ຍໃຫ້ຄົນຈີນ ມາຍາດເປີດຂື້ນໝົດ, ແມ້ແຕ່ ຕະຫລາດໜອງດ້ວງ ກໍ່ກາຍເປັນ ຊອ໊ບປີງມໍລ໌ ແລະ ຕະຫລາດສົດ ຄົນຈີນໄປ. ຄົນຈີນ ຊີມາ ຕະຫລາດຂົວດີນ... ຕະຫລາດເຊົ້າ ຫລື ຕະຫລາດອື່ນໆ ໃຫ້ເງີນຮົ່ວ ເຂົ້າຖົງ ແມ່ຄ້າລາວ ເຮັດຫຍັງ? ຄົນຈີນ ແຮ່ງເປັນ ຄົນຂີ້ຖີ່ ແລະ ຫົວຊາດນິຍົມ ຢູ່ແລ້ວ. ເມີນເຖີດ ຢ່າສຸ ຫລົງດີໃຈ....”
“ຖ້າຈີນ ເຂົ້າມາ ອາດຈະເຮັດໃຫ້ ຄ່າຄອງຊີບ ຂອງປະຊາຊົນລາວ ສູງຂຶ້ນທົບເຄີ່ງ ຍ້ອນວ່າ ພໍ່ຄ້າແມ່ຄ້າ ຈະປັບອາຫານການກີນຂື້ນ ສອງເທົ່າໂຕ ເພາະເຂົາ ຈ່າຍເງີນຕຼາຕ່າງປະເທດ ຍັງຖືວ່າ ສີນຄ້າ ໃນ ສປປລ ຍັງຕ່ຳທີ່ສຸດ ສຳລັບ ຄົນຕ່າງດ້າວ. ສ່ວນປະຊາຊົນ ທີ່ໃຊ້ເງີນກີບ ຕ້ອງອົດຕາຍ ແນ່ນອນ.”
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ຄວາມຄິດຄວາມເຫັນ ຂອງຜູ່ອ່ານ ທີ່ສະແດງອອກ ໃນເວັບໄຊທ໌ ແລະ ເຟສບຸກຄ໌ ຂອງວິທຍຸ ເອເຊັຽ ເສຣີ, ພວກເຮົາ ທິມງານ ວິທຍຸເອເຊັຽເສຣີ ໃຫ້ຄວາມສຳຄັນ ແລະ ຂອບໃຈ ນຳທຸກໆຖ້ອຍຄຳ, ແລະ ມີໜ້າທີ່ ນຳມາອ່ານໃຫ້ທ່ານ ໄດ້ຮັບຟັງກັນ ແລະ ບໍ່ໄດ້ເສກສັນປັ້ນແຕ່ງໃດໆ, ມີພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງ ເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງຕັດສິນໃຈເອົາເອງ ວ່າ ຄວາມຄິດເຫັນນັ້ນ ເປັນໜ້າເຊື່ອຖື ແລະ ຄວາມຈິງ ຫລາຍ-ໜ້ອຍ ປານໃດ. ພ້ອມດຽວກັນນັ້ນ, ພວກເຮົາ ຍັງໄດ້ຮັກສາ ການສະກົດຄຳສັພ ສ່ວນຫຼາຍ ເອົາໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ. ຂອບໃຈ!