ຂໍ້ຂັດແຍ່ງ ທີ່ດິນ, ຍຶດຢາບ້າ, ຈຳກັດ ສິທທິສາສນາ
2022.06.12

ຄວາມຄຶດຄວາມເຫັນ ກ່ຽວກັບຂ່າວ ເກີດບັນຫາຂັດແຍ່ງ ທີ່ດິນລະຫວ່າງ ຊາວບ້ານ ກັບເຈົ້າໜ້າທີ່ ເມືອງອາດສະພັງທອງ, ຕຳຣວດ ແຂວງບໍ່ແກ້ວ ຍຶດຢ້າບ້າໄດ້ 12,000,000 ເມັດ, ສະຫະຣັຖ ອອກຣາຍງານ ການຈຳກັດສິທ ດ້ານສາສນາ ທົ່ວໂລກ ແລະ ແຂວງຫລວງນໍ້າທາ ຈະຝຶກອົບຮົມ ຄົນງານລາວ ໃຫ້ນັກລົງທຶນຈີນ.
ຄວາມເຫັນບາງຕອນ ຈາກທ່ານຜູ້ຟັງ:
ກ່ຽວກັບຂ່າວ “ແຂວງຫລວງນໍ້າທາ ຈະຝຶກອົບຮົມ ຄົນງານລາວ ໃຫ້ນັກລົງທຶນຈີນ”
“ເຖີງເວລາແລ້ວ ທີ່ການນຳພັກລັດ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ຄວນອອກມາ ແກ້ໃຂບັນຫາ ຄ່າແຮງງານ ແລະ ຄ່າຄອງຊິບ ເພື່ອໃຫ້ມັນເໝາະສົມ ກັບສະພາບ ຄວາມເປັນຈີງ ຂອງການໃຊ້ຈ່າຍ ໃນຊີວິດປະຈຳວັນ. ຖ້າທີມງານ ຄຸ້ມຄອງເສດຖະກິດ ບໍ່ເກັ່ງ ໃນການວາງແຜນ ກໍ່ປ່ຽນເອົາຜູ້ໃໝ່ຊະ, ຄວນຫາ ຄົນເກັ່ງ ມາແກ້ໄຂບັນຫາໄພເງີນເຟີ້ນີ້ ແລະ ການແກ້ບັນຫາ ຄວນແກ້ໄຂ ແຕ່ຕົ້ນເຫດ.”
…..
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງບັນທຶກໄວ້)
ໝາຍເຫດ: ວິທຍຸ ເອເຊັຽ ເສຣີ ໃຫ້ຄວາມສຳຄັນ ທຸກໆຖ້ອຍຄຳ ຂອງທຸກໆທ່ານ, ແລະ ຮັກສາ ການສະກົດຄຳ ເປັນສ່ວນຫຼາຍ ຂອງຜູ່ທີ່ອອກຄວາມຄຶດຄວາມເຫັນໄວ້ ເພື່ອບໍ່ໃຫ້ ຄວາມໝາຍປ່ຽນໄປຫຼາຍ, ພຽງແຕ່ ປ່ຽນຄຳສັພ ທີ່ບໍ່ສຸພາບ ໃຫ້ເບົາລົງເທົ່ານັ້ນ. ດັ່ງນັ້ນ ຂໍໃຫ້ທ່ານຜູ່ຟັງ ຈົ່ງພິຈາຣະນາ ເອົາເອງວ່າ ຄວາມຄຶດຄວາມເຫັນນັ້ນ ມີຄວາມຈິງຫຼາຍໜ້ອຍປານໃດ. ຂອບໃຈ!