ຍິງສາວລາວ ເຮັດວຽກ ໃຊ້ໜີ້ ໄຖ່ໂຕເອງອອກ
2022.02.26
ຄົນງານລາວ ທີ່ເຂົ້າໄປເຮັດວຽກ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໃຫ້ສັມພາດ ເຖິງການເຮັດວຽກວ່າ ຕ້ອງໄດ້ຫາເງິນ ເພື່ອໄຖ່ຕົນເອງ ອອກໄປ, ເຖິງແມ່ນວ່າ ບໍຣິສັດ ທີ່ຕົນເຮັດວຽກ ຈະມີນະໂຍບາຍ ແຕ່ຖ້າຕ້ອງການອອກວຽກກ່ອນ ຕ້ອງຫາເງິນ ມາຈ່າຍ ຕາມສັນຍາ. ຕິດຕາມໄດ້ໄຊຍາ ມີສັມພາດ ມາໃຫ້ຟັງ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້າສູ່ ຣາຍການ “ມາຟັງນຳກັນ” ສັປດານີ້ ພວກເຮົາ ມາຕິດຕາມ ການສັມພາດ ຄົນງານລາວ ອີກຄົນນຶ່ງ ທີ່ໄດ້ເຮັດວຽກ ຕາມປົກກະຕິແລ້ວ ແຕ່ວ່າ ຕ້ອງການ ຢາກອອກຈາກວຽກ ແຕ່ນາຍຈ້າງ ບອກວ່າ ຕ້ອງຈ່າຍເງິນ ທີ່ບໍຣິສັດຈ່າຍໃຫ້ ກ່ອນເຂົ້າມາເຮັດວຽກ ຈຶ່ງຈະໄດ້ອອກ.
ທ່ານຜູ້ຟັງ ທີ່ຕິດຮັບຟັງ ມີຄວາມຄິດຄວາມເຫັນແນວໃດ ກັບຣາຍການ ຂອງພວກເຮົາ ກະຣຸນາ ສົ່ງຄວາມເຫັນ ຂອງທ່ານລົງໃສ່ຊ່ອງ ຄອມເມັ້ນ ແກ້ໄຂບັນຫານຳກັນ ຫລືວ່າ ທ່ານໃດ ຕ້ອງການ ທີ່ຈະເຂົ້າຮ່ວມກັບຣາຍການ ຂອງພວກເຮົາ ຫຼື ຕ້ອງການ ໃຫ້ພວກເຮົາ ຣາຍງານຂ່າວ ກະຣຸນາ ສົ່ງເບີໂທຣະສັບຂອງທ່ານ ລົງໃນຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະຕິດຕໍ່ຫາ.
ທ່ານ ຜູ້ຟັງ ສຳລັບ ຫົວຂໍ້ ໃນຣາຍການ ໃນມື້ນີ້ “ຄົນງານລາວ ໃນເຂດເສຖກິຈພິເສດ ສາມຫລ່ຽມຄຳເຮັດວຽກ ໄຖ່ໂຕເອງອອກ.” ດຳເນີນ ຣາຍການ ໂດຍໄມຊູລີ ແລະ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ທີ່ຈິງ ເຣື່ອງຂອງການເຮັດວຽກ ໃນເຂດເສຖກິດພິເສດ ສາມຫລ່ຽມຄຳ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ກໍໄດ້ມີ ຄົນງານລາວ ໄດ້ຮຽກຮ້ອງ ມາຫລາຍ ເພື່ອໃຫ້ທີມງານ ຂອງພວກເຮົາ ກະຈາຍຂ່າວຊ່ອຍ ເພາະວ່າ ຄົນງານລາວ ຈຳນວນຫລາຍ ບໍ່ໄດ້ຮັບ ຄວາມເປັນທັມ ໃນການເຮັດວຽກ. ພ້ອມນີ້ ຍັງມີຄວາມສ່ຽງ ຖືກຄ້າມະນຸດ ໂດຍສະເພາະ ແມ່ຍິງ ໂດຍຍັງບໍ່ມີ ພາກຣັຖບານ ເຂົ້າໄປກວດສອບວ່າ ເກີດຫຍັງຂຶ້ນ ກັບຄົນງານລາວ ທີ່ເຮັດໃຫ້ ໃນເຂດນັ້ນວ່າ ການປະຕິບັດ ຂອງນາຍຈ້າງຈີນມັນຖືກກົດໝາຽ ແຮງງານບໍ່ ຫຼື ເຂົ້າໄປຊ່ອຍ ແຮງງານ ທີ່ໄດ້ຮ້ອງຮຽນ ຜ່ານຄະນະ ສະເພາະກິຈ.
ຜ່ານມາ ຄົນງານລາວ ຕ້ອງການ ອອກຈາກວຽກ ກໍປະເຊີນກັບ ການຂົ່ມຂູ່ວ່າ ຕ້ອງຈ່າຍເງິນ ຄ່າກັກໂຕທີ່ບໍຣິສັດ ອອກໃຫ້ ຢ່າງໜ້ອຍ ກໍ 10 ລ້ານ ຫາ 30 ລ້ານກີບ. ຊຶ່ງບາງຄົນ ຍັງບໍ່ທັນໄດ້ ເຮັດຫຍັງດ້ວຍຊໍ້າ ຕ້ອງມາເປັນໜີ້, ຊຶ່ງໃນມື້ນີ້ ພວກເຮົາ ມິສັມພາດ ມາສເນີ ໃຫ້ຟັງກັນ.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)