ເຂດພິເສດ ສາມຫຼ່ຽມຄຳ ເປັນທັງແຫຼ່ງຄ້າມະນຸສ, ເສັ້ນທາງຄ້າມະນຸສ ໄປພະມ້າ
2023.02.18
ນັບແຕ່ ປີ 2022 ທີ່ຜ່ານມາ ມີຣາຍງານວ່າ ມີທັງຄົນລາວ ແລະ ຄົນຕ່າງປະເທດຖືຕົວະໄປເຮັດວຽກວຽກຕອບເຊັດ ຫຼື Call Center ຢູ່ ເຂດເສຖກິຈພິເສດສາມຫລ່ຽມຄຳ ຄິງສ໌ໂຣມັນສ໌ ທີ່ຕັ້ງຢູ່ ແຂວງບໍ່ແກ້ວ ເປັນຈຳນວນຫຼາຍຄົນ. ບາງຄົນ ກໍຖືກຊ່ວຍເຫຼືອອອກມາໄດ້ ແລະ ບາງຄົນກໍສາມາດໜີອອກມາໄດ້ ແຕ່ ຍັງມີອີກຫຼາຍຄົນ ທີ່ຍັງບໍ່ຮູ້ໂຊກຊາຕາ. ບາງຄົນທີ່ທີ່ຖືກຕົວະມາເຮັດວຽກ ຕອບແຊັດ ສາມາດອອກມາໄດ້ ຍ້ອນວ່າ ຄອບຄົວເອົາເງິນໄປໄຖ່ເອົາ, ແຕ່ ກໍຍັງມີອີກຫຼາຍຄົນທີ່ບໍ່ສາມາດອອກມາໄດ້. ນອກຈາກນີ້, ຍັງມີຄົນລາວອີກປະມານ 100 ປາຍຄົນ ທີ່ຖືກຕົວະໄປເຮັດວຽກຕອບແຊັດ ຢູ່ ຄາຊິໂນ ປະເທດພະມ້າ ໂດຍ ຜ່ານນາຍໜ້າຢູ່ເຂດເສຖກິຈ ພິເສດສາມຫລ່ຽມຄຳ ຄິງສ໌ໂຣມັນສ໌ ແລະ ໃນຈຳນວນຄົນທີ່ຖືກຕົວະໄປນັ້ນ ມີເດັກນ້ອຍອາຍຸຕ່ຳກວ່າ 18 ປີ ຫຼາຍສິບຄົນ. ຖືວ່າຄົນລາວ ຈໍານວນ 100 ປາຍຄົນ ຕົກເປັນເຫຍື່ອການຄ້າມະນຸສ ພາຍຫຼັງຖືກຕົວະໄປຂາຍ ຢູ່ກາສິໂນ ຢູ່ເມືອງເມັຽວະດີ ຣັຖກະຢິ່ນ ຫຼື ຣັຖກະຫຣ່ຽງ ປະເທດພະມ້າ ທີ່ໃກ້ກັບເມືອງ ແມ່ສອດ ແຂວງຕາກຂອງໄທຍ.
ສະຖານທູຕລາວ ປະຈໍາປະເທດພະມ້າ ຮັບຮູ້ເຣື່ອງດັ່ງກ່າວແລ້ວ ເນື່ອງຈາກມີໜັງສື ຈາກປະເທດລາວ ສົ່ງມາໃຫ້ສະຖານທູຕລາວ ປະຈໍາປະເທດພະມ້າຕິດຕາມ ແຕ່ໄລຍະ 1 ປີ ທີ່ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຍັງບໍ່ສາມາດຊ່ອຍເຫຼືອ ພົລເມືອງລາວ ກັບຄືນສູ່ປະເທດໄດ້ ເນື່ອງຈາກອິດທິພົລ ຂອງກາສິໂນ ເມັຽວະດີ ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ທີ່ເຮັດວຽກພົວພັນ ກັບຄົນລາວ ຢູ່ຕ່າງປະເທດ ປະຈໍາປະເທດລາວ ທີ່ບໍ່ປະສົງອອກຊື່ ແລະສຽງ.
ພໍ່ແມ່ຜູ້ປົກຄອງ ຈາກແຂວງຫຼວງນໍ້າທາ ທີ່ຂໍສງວນຊື່ ແລະສຽງ ໄດ້ຕິດຕໍ່ຫາເຟສບຸກຄ໌ ເພຈ FRA Lao ຫືວ່າ ວິທຍຸເອເຊັຽເສຣີ ຜແນກພາສາລາວ ວ່າ:
“ຕອນນີ້ ມີລູກຫຼານ ຊາວແຂວງຫຼວງນໍ້າທາ ຖືກຫຼອກໄປຂາຍ ຢູ່ກາສິໂນ ເມັຽວະດີ ພະມ້າ ຖືກທໍາຮ້າຍຮ່າງກາຍທຸກວັນ ຈະເຮັດແນວໃດດີ ຂໍຄວາມຊ່ອຍເຫຼືອ ທາງໃດກໍບໍ່ໄດ້.”
ເອກກະສານຄໍາຮ້ອງທຸກຢ່າງ ຮອດສະຖານທູຕລາວ ປະຈໍາປະເທດພະມ້າ ແຕ່ວ່າ ເຈົ້າໜ້າທີ່ບໍ່ສາມາດເຂົ້າໄປພື້ນທີ່ໄດ້.
ວິທຍຸເອເຊັຽເສຣີ ຈຶ່ງໄດ້ຕິດຕໍ່ຫາພາກສ່ວນ ທີ່ກ່ຽວຂ້ອງ ແຂວງຫຼວງນໍ້າທາທັນທີ ແລະພົບວ່າ ປະມານ 2-3 ເດືອນ ທີ່ຜ່ານມາ ລູກ-ຫຼານ ຊາວແຂວງຫຼວງນໍ້າທາ ທີ່ອາຍຸຕ່ຳກວ່າ 18 ປີ ແລະອາຍຸກາຍ 18 ປີ ທັງໝົດ 60-70 ຄົນ ຖືກຕົວະໄປຂາຍ ຢູ່ກາສິໂນເມັຽວະດີ ປະເທດພະມ້າ ພ້ອມກັນ.
ຄົນລາວທີ່ຖືກຕົວະໄປຂາຍ ຢູ່ກາສິໂນ ເມັຽວະດີ ປະເທດພະມ້າ ນັ້ນ ໃນເບື້ອງຕົ້ນ ເຂົາເຈົ້າ ພາກັນໄປສມັກເຮັດວຽກ ຕອບແຊດ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວ ແຕ່ພໍໄປຮອດ ກາສິໂນ ຄິງສ໌ໂຣມັນສ໌ ແຂວງບໍ່ແກ້ວແລ້ວ ທາງບໍຣິສັດຕອບແຊັດ ຕົວະໃຫ້ເງິນພວກເຂົາເຈົ້າ ຜູ້ລະ 5,000 ບາທ ສະກຸນເງິນໄທຍ ເພື່ອເອົາໄປທ່ຽວປະເທດພະມ້າກ່ອນ ແຕ່ພໍຮອດປະເທດພະມ້າ ພັດຖືກເອົາໄປຂາຍຕໍ່ ຢູ່ກາສິໂນ ເມືອງເມັຽວະດີ ແທນ. ທາງການພະມ້າ ແລະທາງການລາວ ຍັງບໍ່ສາມາຊ່ອຍພວກເຂົາເຈົ້າ ອອກມາໄດ້ ເນື່ອງຈາກ ກາສິໂນ ຢູ່ເມືອງເມັຽວະດີ ເປັນເຂດການປົກຄອງ ທີ່ຣັຖບານພະມ້າເຂົ້າບໍ່ເຖິງ.
ໃນທ້າຍປີ 2022 ທີ່ຜ່ານມາ, ເຈົ້າໜ້າທີ່ກົມໃຫຍ່ຕຳຣວດ ກະຊວງປ້ອງກັນຄວາມສງົບ ແລະ ເຈົ້າໜ້າທີ່ກ່ຽວຂ້ອງແຂວງບໍ່ແກ້ວ ສາມາດຊ່ອຍຜູ້ທີ່ຕົກເປັນເຫຍື່ອການຄ້າມະນຸສ ທັງໝົດ 21 ຄົນ ຢູ່ ເຂດເສຖກິຈພິເສດສາມຫລ່ຽມຄຳ ຄິງສ໌ໂຣມັນສ໌. ນອກຈາກນີ້ ເຈົ້າໜ້າທີ່ໄດ້ຈັບດໍາເນີນຄະດີ 27 ຄົນ ລວມມີຄົນຕ່າງປະເທດ 17 ຄົນ ທີ່ມີສ່ວນກ່ຽວຂ້ອງກັບການຕົວະ ຄົນລາວໄປເຮັດວຽກຕອບແຊັດ ເຊິ່ງຕົກຢູ່ໃນຂໍ້ຫາການຄ້າມະນຸສ.
ສະຖານທູຕອິນ ເດັຽປະຈຳລາວ ໄດ້ຊ່ວຍເຫຼືອຄົນອິນເດັຽ 11 ຄົນ ທີ່ຖືກກັກໂຕຢູ່ ເຂດ ເສຖກິຈ ພິເສດສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ແລ້ວ ສົ່ງເຂົາເຈົ້າກັບຄືນປະເທດອິນເດັຽ ໂດຍຜ່ານບາງກອກປະເທດໄທຍ.
ໃນເດືອນກັນຍາ 2022 ທີ່ຜ່ານມາ, ຣັຖບານອິນເດັຽ ໄດ້ອອກແຈ້ງເດືອນ ໃຫ້ຊາວໜຸ່ມອິນເດັຽ ທີ່ມີຄວາມຮູ້ດ້ານໄອທີ IT ບໍ່ໃຫ້ໄປຫຼົງເຊື່ອການປະກາດຮັບສມັກວຽກທີ່ຫລອກລວງ ຢູ່ຕາມຊື່ສັງຄົມອອນລາຍນ໌.
ຄົນສັນຊາດປາກີສຖານ 44 ຄົນ ກໍຖືກຕົວະມາເຮັດວຽກຢູ່ ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌.
ທ່ານ ອິກບັລ ຮຸສຊ່ຽນ ຄ່ານ ຣັຖມັນຕຣີກະຊວງພາຍໃນ ຂອງປາກິສຖານ ໃຫ້ສັມພາດຕໍ່ສື່ມວນຊົນວ່າ ທາງການປາກິສຖານ ສາມາດຊ່ອຍເຫລືອຄົນງານເພດຊາຍ ທີ່ຖືກຕົວະ ໄປເຮັດວຽກ ຕອບແຊັດ ຢູ່ພາຍໃນເຂດ ເສຖກິຈພິເສດ ສາມຫລ່ຽມຄຳ ຄິງສ໌ໂຣມັນສ໌ ຢູ່ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ 44 ຄົນ ໃນໄລຍະຕົ້ນເດືອນຕຸລາ 2022 ທີ່ຜ່ານມາ.
ຄົນງານເຫຼົ່ານັ້ນ ໄດ້ຮ້ອງຂໍຄວາມຊ່ວຍເຫລືອ ຜ່ານຊ່ອງທາງ ອອນລາຍນ໌ ໄປຍັງທາງການ ປາກິສຖານ ໃນເດືອນສິງຫາ 2022 ທີ່ຜ່ານມາ.
ກ່ຽວກັບເຣຶ່ອງນີ້, ກະຊວງພາຍໃນ ແລະ ກະຊວງການຕ່າງປະເທດ ຂອງປາກິສຖານ ໄດ້ປະສານຄວາມຮ່ວມມື ໄປຍັງສະຖານທູຕ ປາກິສຖານ ປະຈຳປະເທດວຽດນາມ ໃນຖານະ ປະເທດເພື່ອນບ້ານ ຂອງລາວ ລວມເຖິງປະສານງານ ໄປຍັງທາງການຈີນ ແລະ ທາງການໄທຍ ໃຫ້ຊ່ອຍດຳເນີນການ ແກ້ໄຂບັນຫາດັ່ງກ່າວນີ້ຕື່ມ ພ້ອມແຈ້ງເຕືອນຜູ້ທີ່ຕ້ອງການ ໄປເຮັດວຽກຢູ່ຕ່າງປະເທດ ໃຫ້ລະວັງ ບໍ່ໃຫ້ຕົກເປັນເຫຍື່ອ ຂອງກຸ່ມນັກຕົ້ມຕຸ່ນ.
ນາຍໜ້າໄດ້ຕົວະຄົນງານ ປາກິສຖານ ທີ່ສົນໃຈໄປເຮັດວຽກ ຢູ່ຕ່າງປະເທດວ່າ ພວກເຂົາເຈົ້າຈະມີວຽກເຮັດ ທີ່ມີລາຍໄດ້ດີ ແຕ່ເມື່ອເດີນທາງ ໄປຮອດປະເທດລາວ ຄົນງານກຸ່ມດັ່ງກ່າວນີ້ ພັດຖືກນາຍຈ້າງ ແລະ ນາຍໜ້າຍຶດໜັງສືເດີນທາງ, ບັງຄັບໃຫ້ສ້າງບັນຊີອອນລາຍນ໌.
ຄົນມາເລເຊັຽ 7 ຄົນ ກໍຖືກຕົວະໄປເຮັດວຽກຢູ່ເຂດເສຖກິຈພິເສດ ສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ແລະ ຖືກຊ່ວຍເຫຼືອອອກມາໄດ້.
ໃນວັນທີ 6 ຕຸລາທີ່ຜ່ານມາ ກະຊວງການຕ່າງປະເທດ ຂອງມາເລເຊັຽ ອອກຖແຫລງການວ່າ ໄດ້ດຳເນີນການ ຜ່ານສຖານທູຕມາເລເຊັຽ ປະຈຳປະເທດລາວ ໃນການຊ່ອຍເຫລືອ ຄົນງານມາເລເຊັຽ ທີ່ຖືກຕົວະ ໄປເຮັດວຽກຕອບແຊັດ ໄດ້ຈຳນວນ 7 ຄົນ. ທ່ານ ດາໂຕະ ຮິຊາມຸ໋ດດິ໋ນ ຮາຮິມ (Dato Hishamuddin Hahim) ເລຂາທິການ ອົງການເພື່ອມະນຸສທັມ ລະຫວ່າງປະເທດ ຂອງມາເລເຊັຽ ຫລື Malaysia International Humanitarian Organization (MHO) ກໍໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ວ່າ ຍັງມີຄົນງານມາເລເຊັຽ ທີ່ຖືກຕົວະໄປເຮັດວຽກ ຕອບແຊັດ ໃນປະເທດລາວ ເທົ່າທີ່ມີຂໍ້ມູນ ແມ່ນມີປະມານ 50-100 ຄົນ ທີ່ບໍ່ສາມາດຊ່ອຍເຫລືອ ອອກມາໄດ້.
ໃນການຊ່ອຍເຫລືອຄົນງານ ມາເລເຊັຽ ທີ່ຖືກຕົວະໄປເຮັດວຽກ, ກະຊວງການຕ່າງປະເທດ ຂອງມາເລເຊັຽ ໄດ້ດໍາເນີນການ ຜ່ານສະຖານທູຕມາເລເຊັຽ ປະຈໍາລາວ, ກັມພູຊາ, ພະມ້າ ແລະໄທຍ.
ພ້ອມດຽວກັນນັ້ນ ກໍແນະນໍາໃຫ້ ຜູ້ທີ່ຮູ້ຂໍ້ມູນ ກ່ຽວກັບຂະບວນການ ຕົວະຄົນງານມາເລເຊັຽ ໄປເຮັດວຽກຕອບແຊັດ ແຈ້ງໄປໃຫ້ເຈົ້າໜ້າທີ່ ຕໍາຣວດຮູ້ນໍາ ແລະຫລີກເວັ້ນ ການໃຫ້ຂໍ້ມູນ ທີ່ເຮັດໃຫ້ຄອບຄົວ ຂອງຜູ້ເຄາະຮ້າຍກັງວົນໃຈ.
ນອກຈາກນີ້ ໃນຕົ້ນປີ 2022 ທີ່ຜ່ານມາ, ກໍມີຄົນໄທຍ 37 ຄົນ ຖືກຕົວະໄປເຮັດວຽກ ຢູ່ເຂດເສຖກິຈພິເສດສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ແລະ ຖືກບັງຄັບໃຫ້ເຮັດວຽກຫຼາຍຊົ່ວໂມງ.
ຄົນຜູ້ທີ່ຖືກຕົວະເປັນເຮັດວຽກຕອບແຊັດ ໄດ້ກ່າວວ່າ: ເຂົາເຈົ້າມາເຮັດວຽກຕອບແຊັດ ໃນຮູບແບບຕົວະຄົນໃຫ້ມາລົງທຶນ ແຕ່ ຖ້າບໍ່ໄດ້ຕາມເປົ້າໝາຍ ນາຍຈ້າງຈີນກໍຈະຖືກລົງໂທດ ດ້ວຍການຫັກຄ່າແຮງງານ, ເຂົາເຈົ້າຖືກຕີ ແລະ ຖືກບັງຄັບໃຫ້ຂາຍບໍຣິການທາງເພດ ສຳຮັບພະນັກງານຜູ້ຍິງ.
ບາງຄົນກໍຖືກນາຍໜ້າຕົວະວ່າ ນາຍຈ້າງຈີນຈະໃຫ້ເງິນເດືອນດີ ຢ່າງໜ້ອຍປະມານ 7,000,000 ກີບ ຕໍ່ເດືອນ, ແຕ່ ເມື່ອໄປແລ້ວ ນາຍຈ້າງຈີນ ກໍບໍ່ເຮັດຕາມສັນຍາ ແລະ ຍິ່ງໄປກວ່ານັ້ນ ນາຍຈ້າງຈີນ ມີການກັກຂັງຄົນງານໄວ້ໃນຫ້ອງ ແລະ ຖ້າຈະກັບບ້ານ ຄົນງານຈະຕ້ອງ ຈ່າຍເງິນຄືນໃຫ້ນາຍຈ້າງຈີນໃນມູນຄ່າຫຼາຍລ້ານກີບ ທັງໆ ທີ່ຢູ່ໃນສັນຍາການເຮັດວຽກບໍ່ໄດ້ລະບຸໄວ້ແບບນັ້ນ ແຕ່ເບື້ອງຕົ້ນ.
ໃນເບື້ອງຕົ້ນ ນາຍຈ້າງຈີນຈະເວົ້າຊັກຈູງໃຫ້ ຜູ້ທີ່ຈະໄປເຮັດວຽກ ວ່າ ຈະຮັບປະກັນຄ່າໃຊ້ຈ່າຍນໝົດ ແລະ ບໍຣິສັດ ຈະອອກໃຫ້ໝົດ.
ຜູ້ທີ່ຕົກເປັນເຫຍື່ອຖືກຕົ່ວໄປເຮັດວຽກຕອບແຊັດ ໄດ້ກ່າວວ່າ:
“ຂະເຈົ້າເປັນຄົນເວົ້າວ່າ ຟຣີໝົດທຸກຢ່າງ ເຮົາກະຖາມຢ້ຳຄືນອີກບ່ອນວ່າ ແມ່ນເຮົາບໍ່ໄດ້ເຮັດວຽກໃຊ້ໜີ້ແມ່ນບໍ່ ຂະເຈົ້າກະວ່າ ບໍ່ທຸກຢ່າງຄືບໍຣິສັດ ອອກໃຫ້ຟຣີໝົດ ເບື້ອງຕົ້ນນີ້ເຂົາເວົ້າວ່າ ເຮັດວຽກ 12 ຊົ່ວໂມງ ເງິນເດືອນ 4,000 ຢວນ ເນາະ ປະມານ 7,000,000 ກີບ.”
ແຕ່ ໃນເວລາໄປເຮັດວຽກແລ້ວ ຄົນງານຊິກັບບ້ານ ນາຍຈ້າງຈີນ ຢູ່ເຂດເສຖກິຈສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ພັດບໍ່ໃຫ້ກັບບ້ານ ແລະ ໄລ່ເງິນນຳລູກຈ້າງໝົດທຸກຢ່າງ.
ຜູ້ທີ່ຕົກເປັນເຫຍື່ອຄົນນີ້ ໄດ້ກ່າວວ່າ:
“ທຸກຢ່າງເລີຍອ້າຍຕັ້ງແຕ່ຄ່ານ້ຳຄ່າໄຟຫຍັງ ເຂົາໄລ່ໝົດເລີຍ ທີ່ເປັນຂອງເຂົາ ເຂົາໄລ່ໝົດເລີຍ ເຮົາໄປກິນເຂົ້າ ເຂົາກະເອົາ ເຮົາໃຊ້ຫຍັງເຂົາກະເອົາ ເຮົາໄດ້ຂໍລາຍລະອຽດ ນຳຜູ້ທີ່ເກັບເງິນນຳເຮົາ ແບບລາວວ່າ ຄ້າຍແບບວ່າ ລາວເວົ້າອອກມາຊື່ໆ ຫັ້ນນະ ແຕ່ວ່າ ເຮົາຂໍຣາຍລະອຽດວ່າເອີ ຄ່ານີ້ທໍ່ໃດ ເຮັດເປັນບິນຫັ້ນນ່າ ອ້າຍ ລາຍລັກອັກສອນຫັ້ນນ່າ ເຂົາກະບໍ່ເຮັດໃຫ້ເຮົາ.”
ເຈົ້າໜ້າທີ່ຄະນະຄຸ້ມຄອງເຂດເສຖກິຈ ພິເສດແຂວງບໍ່ແກ້ວ ເວົ້າກ່ຽວກັບເຣື່ອງນີ້ວ່າ ຄະນະຄຸ້ມຄອງເຂດເສຖກິຈນີ້ ຈະຂໍຄວາມຮ່ວມມືນໍາບໍຣິສັດດອກງິ້ວຄໍາ ເຈົ້າຂອງເຂດ ເສຖກິຈພິເສດສາມຫຼ່ຽມຄຳ ຄິງສ໌ໂຣມັນສ໌ ໃນການກວດກາບັນດາບໍຣິສັດອອນລາຍນ໌ ທີ່ນໍາໃຊ້ຄົນງານລາວຕອບແຊັດ ແລະຈະສຶກສາອົບຮົມ ທັງຄົນງານລາວ ແລະ ທັງບໍຣິສັດ ບໍ່ໃຫ້ໃຊ້ຄວາມຮຸນແຮງ ຮວມທັງການທໍາຮ້າຍຮ່າງກາຍ ຍ້ອນເຮັດວຽກຕອບແຊັດບໍ່ໄດ້.
ການປະຕິບັດຣະບຽບກົດໝາຍ ຢູ່ປະເທດລາວ ບໍ່ເຄັ່ງຄັດ ສະນັ້ນ ນາຍທຶນຈຶ່ງ ສວຍໃຊ້ຊ່ອງວ່າງນີ້ ເພື່ອດຳເນີນການກັກໂຕຄົນງານລາວ ບໍ່ໃຫ້ກັບບ້ານ ໃນຂະນະທີ່ເຈົ້າໜ້າທີ່ທາງການລາວ ກໍບໍ່ສາມາດເຮັດຫຍັງໄດ້ເຕັມທີ່.
ເຈົ້າໜ້າທີ່ອົງການຈັດຕັ້ງພາກປະຊາສັງຄົມລາວ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ເຖິງວ່າ ຣະບຽບຫຼັກການມີ ແຕ່ການຈັດຕັ້ງປະຕິບັດບໍ່ໄດ້ໜັກແໜ້ນ ສະນັ້ນແຫຼະ ມັນຈຶ່ງເປັນຊ່ອງວ່າງໃຫ້ນາຍທຶນຜູ້ທີ່ຈະໃຊ້ໂອກາດ ເພື່ອທີ່ຈະໃຫ້ເກີດຊ່ອງວ່າງ ໃນການດຳເນີນສິ່ງທີ່ມັນບໍ່ຖືກຕ້ອງ ໃຫ້ມັນຖືກຕ້ອງກໍມີ ກໍລະນີຢູ່ສາມຫຼ່ຽມຄຳ ທີ່ມັນເປັນຂ່າວມາຫັ້ນ.”
ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທ່ານນີ້ ຕື່ມອີກວ່າ:
“ການຈັດຕັ້ງເອງ ເຂົາເຈົ້າກະບໍ່ໄດ້ເຂັ້ມແຂງ ນຶ່ງເຂົາບໍ່ເຂັ້ມແຂງ ສອງມາ ສື່ກາງຕ່າງໆ ກໍບໍ່ໄດ້ມີສ່ວນຊ່ອຍຫຍັງໃນເຣື່ອງນີ້ ຖ້າການຈັດຕັ້ງບໍ່ດຳເນີນການ ແລະ ສື່ບໍ່ໄດ້ຊ່ອຍຫຍັງ ມັນກະບໍ່ມີພລັງທີ່ຈະເຮັດໃຫ້ຂະບວນການມັນຄືບຄານໄປໄວ.”