ຈີນ ຈະຫຼຸດຄ່າລາງຣົດໄຟ ໃຫ້ ມາເລເຊັຽ

ສິດນີ
2019.02.13
Share on WhatsApp
Share on WhatsApp
ສາງເກັບອຸປກອນການກໍ່ສ້າງ ທາງຣົດໄຟ ລາວ-ຈີນ ຢູ່ແຂວງອຸດົມໄຊ, ຊຶ່ງຖືວ່າເປັນ ເສັ້ນທາງຍຸທສາດ ທີ່ສໍາຄັນຂອງຈີນ ເພື່ອເຊື່ອມຕໍ່ ໄປຮອດ ປະເທດ ສິງກະໂປ
RFA/LX

ສຳນັກຂ່າວຕ່າງປະເທດ ຣາຍງານຈາກນະຄອນກົວລາລຳເປີ ປະເທດມາເລເຊັຽໃນມື້ວັນທີ່ 31 ມົກຣາ ປີ 2019 ວ່າ ຈີນ, ໄດ້ສເນີຫຼຸດຄ່າ ໃຊ້ຈ່າຍໂຄງການຣົດໄຟ ມາເລເຊັຽ-ຈີນ ໃນມູນຄ່າປະມານ 20 ພັນລ້ານໂດລາ ສະຫະຣັຖ ຫລື 20 ຕື້ ໂດລາ ທີ່ຈະກໍ່ສ້າງໃນ ມາເລເຊັຽ ລົງເຖິງເຄິ່ງນຶ່ງ, ພາຍຫລັງທາງການມາເລເຊັຽ ປະກາດວ່າຕ້ອງຍົກເລີກໂຄງການ, ເພາະຄ່າໃຊ້ຈ່າຍສູງເກີນໄປ ແລະ ບໍ່ຢາກຕິດຫນີ້ຈີນ.

ຣາຍງານຣະບຸວ່າ, ຄ່າໃຊ້ຈ່າຍຕາມທີ່ຣັຖບານມາເລເຊັຽ ອ້າງວ່າສູງເກີນໄປ, ຈົນຕ້ອງຍົກເລີກໂຄງການຣົດໄຟ, ຝັ່ງຕາເວັນອອກ ຂອງ ມາເລເຊັຽ, ບໍຣິສັດ ກໍ່ສ້າງການຈີນ ຫຼື ຊີຊີຊີຊີ (CCCC) ໄດ້ສເນີ ຫຼຸດຄ່າກໍ່ສ້າງລົງເຖິງເຄິ່ງນຶ່ງ, ຈາກທີ່ຕັ້ງໃວ້ ປະມານ 20 ພັນລ້ານ ໂດລາ ຫລື 20 ຕື້ໂດລາ ຈາກຝັ່ງຕາເວັນອອກ ຫາ ຕາເວັນຕົກ ໃນຣະຍະທາງ ປະມານ 688 ກິໂລແມັດ, ໂດຍຈະຫຼຸດ ດອກເບັ້ຽ ແລະຄ່າຈັດຫາທີ່ດິນ ມາຊົດເຊີຍຄ່າໃຊ້ຈ່າຍສ່ວນທີ່ເຫຼືອ ແຕ່ຣັຖບານ ທ່ານ ມະຫາເທັຽ ໂມຮັມໝັດ ຍັງຕັດໃຈຍົກເລີກ ໂຄງການດັ່ງກ່າວ ໃນເດືອນນີ້.

ກ່ອນໜ້ານີ້, ນາຍົກຣັຖມົນຕຣີ ທ່ານ ມະຫາເທັຽ ໂມຫາມັດ ປະກາດວ່າ ຈະຂໍເຈຣະຈາໃໝ່ ຫຼື ຍົກເລີກໂຄງການຂອງຈີນ ເພາະຣາຄາສູງ ແລະ ບໍ່ເປັນທັມ ທີ່ໄດ້ຮັບການອະນຸມັດ ໃນສມັຍຣັຖບານ ທ່ານ ນາຈິບ ຣາຊັກ ດ້ວຍການສັ່ງໂຈະໂຄງການດັ່ງກ່າວ, ເມື່ອເດືອນກໍຣະກະດາ ຜ່ານມາ, ຕໍ່ມາ ທ່ານ ໂມຮາໝັດ ອາຊມິນ ບິນ ອາລີ ຣັຖມົນຕຣີ ກະຊວງເສຖກິດ ມາເລເຊັຽ ເປີດເຜີຍຢ່າງເປັນ ທາງການວ່າ, ຣັຖບານ ຕັດສິນໃຈຍົກເລີກ ໂຄງການນີ້ໄປແລ້ວ, ເພາະມູນຄ່າການກໍ່ສ້າງສູງເກີນກວ່າທີ່ ຣັຖບານຈະມີຄວາມສາມາດ ທາງການເງິນ ເພື່ອໃຊ້ຈ່າຍໃນ ໂຄງການນີ້ ແລະກໍບໍ່ຢາກ ຕິດຫນີ້ຈີນ, ແຕ່ ທ່ານ ລິມ ກວນເອັງ ຣັຖມົນຕຣີກະຊວງການເງິນ ມາເລເຊັຽ ເວົ້າວ່າ, ອາດຈະເຈຣະຈາກັບຈີນ ເພີ່ມເຕີ່ມ ແຕ່ຍັງບໍ່ແນ່ວ່າ ຈະປ່ຽນໃຈສ້າງ ຍ້ອນຄວາມບໍ່ຈຳເປັນ ແລະຕິດຫນີ້ສຸງ.

ແຫຼ່ງຂ່າວຣະບຸຕໍ່ໄປວ່າ, ການເຈຣະຈາ ໃນການຕໍ່ລອງໄດ້ເລີ້ມຕັ້ງແຕ່ ຣັຖບານສັ່ງຣະງັບໂຄງການນີ້ ວ່າງເດືອນ ກໍຣະກະດາ ຜ່ານມາ ຍ້ອນວ່າ, ມີຄວາມຊໍ້າຊ້ອນ ແລະກ່ຽວຂ້ອງກັບຫຼາຍພາກສ່ວນ ເກີນໄປ, ນອກຈາກກະຊວງການເງິນ, ບໍຣິສັດ ຊີິຊີຊີຊີ ແລະ ເອັມອາແອລ, ບໍລິສັດຫຸ້ນສ່ວນ ໃນມາເລເຊັຽ ຫາລືກັນເອງແລ້ວ, ຍັງຕ້ອງໄດ້ນໍາສເນີ ທີ່ປຶກສານາຍົກຣັຖມົນຕຣີ ແລະ ເຈົ້າໜ້າທີ່ ຣັຖບານອີກຫຼາຍຄົນ, ແຕ່ລະຄົນກໍ່ມີ ນະໂຍບາຍ ແລະ ມຸມມອງແຕກຕ່າງກັນໄປ ຈື່ງເຮັດໃຫ້ໂຄງການນີ້ ຂາດຄວາມໂປ່ງໃສ ຈຶ່ງຖືກຍົກເລີກ.

ທາງການຈີນ ພຍາຍາມ ຢັບຢັ້ງ ໂຄງການດັ່ງກ່າວ, ເພາະມັນນອນຢູ່ໃນແຜນການເສັ້ນທາງເສຖກິດສາຍໃຫມຂອງຈີນ, ຜ່ານລາວ ແລະ ຫລາຍປະເທດໃນຂົງເຂດອາຊຽນ ໄປຮອດ ສິງກະໂປ ແຕ່ຖ້າ ມາເລເຊັຽ ສັ່ງຍົກເລີກ ຈະເປັນບັນຫາສຳລັບຈີນ ຈື່ງມີການຕໍ່ລອງ, ສເນີ ຫລຸດຄ່າໃຊ້ຈ່າຍເຄີ່ງນຶ່ງ ແຕ່ຍັງບໍ່ແນ່ວ່າ ມາເລເຊັຽ ຈະປ່ຽນໃຈສ້າງຫລືບໍ່.

ແຫລ່ງຂ່າວທີ່ມີຄວາມເຊື່ອຖືຣາຍງານວ່າ, ເຖີງແມ່ນວ່າ ຈີນ ຈະຫລຸດຄ່າໃຊ້ຈ່າຍລົງ ແຕ່ຣັຖບານ ມາເລເຊັຽ, ກໍອາດຈະບໍ່ສ້າງຍ້ອນບໍ່ຢາກ ຕິດຫນີ້ຈີນ ເພາະຄ່າໃຊ້ຈ່າຍສູງເກີນໄປ ຈະຫາຊ່ອງທາງ ໃຫມ່ ໃນການຄົມມະນາຄົມ ພາຍໃນປະເທດ ທີ່ຖືກກວ່ານີ້.

ຫລັງຈາກຂຶ້ນກຳອຳນາດ ໃນເດືອນພຶສພາຜ່ານມາ ທ່ານ ໂມຮາເມັດ ມາຫາເທັຽ ຊຶ່ງເປັນຜູ້ວິພາກວິຈານ ການລົງທຶນຂອງຈີນໃນມາເລເຊັຽ ມາກ່ອນແລ້ວ ໄດ້ສັນຍາວ່າຈະເຈຣະຈາ ຫລືຈະຍົກເລີກ ໂຄງການຣົດໄຟ ທີ່ບໍ່ຍຸຕິທັມກັບຈີນ ທີ່ຖືກອະນຸມັດ ໂດຍຣັຖບານເກົ່າ ທ່ານ ນາຈີບ ຣາຊັກ ແລະ ຈະຍົກເລີກໂຄງການ ເສັ້ນທາງເຫນືອໃຕ້. ໃນທີ່ສຸດ ວາງອາທີດ ທີ່ຜ່ານມາ ກໍຍົກເລີກ ຈົນໄດ້.

ສຳລັບຝ່າຍຈີນແລ້ວ ຫລັງຈາກໄດ້ຮັບຂ່າວວ່າ ມາເລເຊັຽ ຍົກເລີກ ໂຄງການຣົດໄຟ ໂຄສົກກະຊວງຕ່າງປະເທດຈີນ ທ່ານ ເກັງ ຊວນ ກ່າວໃນກອງປະຊຸມ ຖແລງຂ່າວ ແບບສັ້ນໆວ່າ  ທາງການຈີນ ໄດ້ເຫັນຣາຍງານ ແຕ່ຍັງບໍ່ຮູ້ຣາຍລະອຽດ ກ່ຽວກັບການຍົກເລີກ ໂຄງການ.

ທ່ານວ່າຕາມທີ່ທ່ານຮູ້, ໂຄງການນີ້ແມ່ນການຕົກລົງຣະຫວ່າງ ບໍຣິສັດກັບບໍຣິສັດ ດ້ວຍການເຫັນພ້ອມຂອງຣັຖບານຊຸດເກົ່າ, ສອງຝ່າຍ ໄດ້ຕົກລົງ ເຫັນພ້ອມໃນໂຄງການດັ່ງກ່າວ ບົນພື້ນຖານ ຄວາມສເມີພາບ ແລະ ຜົລປະໂຫຍດຮ່ວມກັນ.

ຈີນແລະມາເລເຊັຽ ໄດ້ໂອ້ລົມກັນໃນບັນຫານີ້, ແຕ່ທ່ານບໍ່ໄດ້ບອກຣາຍລະອຽດວ່າ ຈະມີການຕໍ່ລອງກັນ ຢ່າງໃດຕື່ມອີກ ໃນອານາຄົດ. ຊຶ່ງໃນມື້ວັນພຸດ ຜ່ານມາ ທາງການມາເລເຊັຽ ສັ່ງໃຫ້ທຸກ ພາກສ່ວນ ບໍ່ໃຫ້ອອກຄຳເຫັນກ່ຽວກັບ ການຍົກເລີກໂຄງການຣົດໄຟ ກັບຈີນ ປ່ອຍໃຫ້ຣັຖບານຊຸດເກົ່າອະທິບາຍ ວ່າເປັນຫຍັງຈື່ງອະນຸຍາດໃຫ້ສ້າງ ທັ້ງໆ ທີ່ຄ່າໃຊ້ຈ່າຍສູງ ແລະບໍ່ຈຳເປັນເທື່ອ ໃນເວລານີ້ອາດມີ ການສໍ້ຣາຊບັງຫລວງ ເກີດຂຶ້ນກັບຣັຖບານເກົ່າ ໃນໂຄງການນີ້ ກໍເປັນໄປໄດ້.

ສຳລັບໂຄງການຣົດໄຟຄວາມໄວສູງ ລາວ-ຈີນ, ທີ່ເກືອບຈະສ້າງສຳເຣັດ ໃນເວລານີ້ນັ້ນ, ນັກວິຊາການເວົ້າວ່າ, ຖ້າມາເລເຊັຽ ຍົກເລີກ ໂຄງການຣົດໄຟ ກັບຈີນ ເພື່ອເຊື່ອມຕໍ່ໄປ ສິງກະໂປ ຜ່ານ ລາວ ແລ້ວຈະເປັນບັນຫາໃຫ້ແກ່ຈີນ, ຍ້ອນວ່າ ໃນແຜນການເສຖກິດສາຍໃຫມ ຂອງຈີນ, ເບື້ອງຕົ້ນ ກ່ອນຈະສ້າງໃນລາວ, ຈີນ, ມີແຜນການຈະສ້າງເສັ້ນທາງສາຍນີ້ ໄປເຖິງ ສິງກະໂປ ແຕ່ຖ້າ ມາເລເຊັຽ ຍົກເລີກ ໂຄງການນີ້ ກໍອາດຈະໄປຮອດແຕ່ ປະເທດໄທ.

ທ່ານວ່າ ເຫດຜົລນຶ່ງອີກ ທີ່ ມາເລເຊັຽ ຍົກເລີກ ນອກຈາກບັນຫາຄ່າກໍ່ສ້າງສຸງ, ຍ້ອນດອກເບັ້ຽສູງຈາກຈີນ ທີ່ມາເລເຊັຽ ບໍ່ຢາກຕິດຫນີ້ແລ້ວ ຍັງມີບັນຫາທາງດ້ານການເມືອງພາຍໃນ ຂອງມາເລເຊັຽ ນຳອີກ ຣະຫວ່າງພັກຣັຖບານ ກັບພັກຝ່າຍຄ້ານ ກ່ຽວກັບການສໍ້ຣາສບັງຫລວງ ໃນໂຄງການດັ່ງກ່າວ ຂອງຣັຖບານຊຸດກອ່ນ ທ່ານ ອີມບຣາຮີມ ໂມຫາເມັດ ຜູ້ຊຶ່ງອະນຸມັດ ໂຄງການນີ້ ແລະຣັຖບານ ຊຸດປັດຈຸບັນ ທ່ານ ມາຫາເທັຽ ເອງ ກໍຖືກສືບສວນ ກ່ຽວກັບການສໍ້ຣາສບັງຫລວງ ເຫມືອນກັນ, ໃນຄະດີອື່ນ ຈື່ງຢາກແກ້ແຄ້ນ ທີ່ພັກຝ່າຍຄ້ານຫາເຣື້ອງໃສ່ຕົນ.

ແຕ່ເຖິງຢ່າງໃດກໍຕາມ, ທ່ານວ່າ ບັນຫາໃຫຍ່ ທີ່ ທາງການມາເລເຊັຽ ຍົກເລີກໂຄງການນັ້ນ ອາດເປັນຍ້ອນຄ່າໃຊ້ຈ່າຍສູງເກີນໄປ, ປະເທດບໍ່ຢາກຕິດຫນີ້ຈີນ ແລະໂຄງການດັ່ງກ່າວ ຍັງບໍ່ພ້ອມ ເທື່ອ.

ສຳລັບ ສປປລາວ ແລ້ວຖືວ່າໂຄງການຣົດໄຟຄວາມໄວສູງ ກັບຈີນ ຈະເປັນແຮງດັນຊຸກຍູ້ ການເຕີບໂຕ ທາງດ້ານເສຖກິດຂອງລາວ ໃນອະນາຄົດ ລາວ ຈະກາຍເປັນຈຸດເຊື່ອມຕໍ່ ທາງບົກຂອງ ປະເທດ ໃນຂົງເຂດ, ເຖິງແມ່ນວ່າຈະຕິດຫນີ້ສຸງເກີນກວ່າ GDP ຂອງຕົນ ກໍຕາມ, ດັ່ງເຈົ້າຫນ້າທີ່ລາວ ທ່ານນຶ່ງກ່າວ ໃນຣະຍະທີ່ຜ່ານມາວ່າ, ມັນມີຄວາມສຳຄັນ, ຄັນເຮົາບໍ່ສ້າງປວັດສາດ ມັນກໍເຕັງເຮົາ ທີ່ເຮົາ ໄດ້ອອກຊື່ເປັນປະເທດ land link ແລ້ວເຮັດວິທີໃດ ເຮົາຈື່ງຈະເປັນປະເທດ land link ໄດ້.

ນັກວິເຄາະເວົ້າວ່າ, ສປປລາວ ຈະບໍ່ໄດ້ຮັບຜົລປໂຍດຫລາຍປານໃດ ຈາກເສັ້ນທາງຣົຖໄຟຄວາມໄວສຸງກັບຈີນຍ້ອນວ່າ, ລາວ ບໍ່ມີ ແຫລ່ງຜລິດສີນຄ້າ ອັນມະຫາສານ ຄື ຈີນ ຈະໄດ້ຜົລປໂຍດ ຫຼາຍກວ່າ, ບໍ່ວ່າທາງດ້ານເສຖກິດ ການເມືອງແລະການເຊື່ອມອຳນາດ ຂອງຈີນ ມາໃນຂົງເຂດ ຊື່ງການປະເມີນຄ່າໃຊ້ຈ່າຍ ໃນໂຄງການຣົດໄຟ ລາວ-ຈີນ ກໍເປັນໄປຕາມຈີນຄາດໄວ້, ປາສຈາກຄວາມເຫັນ ຂອງນັກຊ່ຽວຊານຕ່າງຊາດ ແລະນັກຊ່ຽວຊານລາວໃນການປະເມີນ ແຕ່ທາງການລາວກໍ່ສ້າງ, ເຖິງແມ່ນວ່າຈະຕິດຫນີ້ຈີນຫຼາຍປານໃດ ກໍຕາມ.

ດັ່ງນັ້ນ ການຍົກເລີກໂຄງການ ຂອງມາເລເຊັຽ, ຈະເປັນສັນຍານເຖິງຄວາມບໍ່ຍຸຕິທັມ ຂອງໂຄງການຕ່າງໆ ຂອງຈີນ ໃນຫລາຍປະເທດ ໃນຂົງເຂດຮ່ວມດ້ວຍ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.