ອາຊຽນ ກັງວົນ ນາຍົກກັມພູຊາ ຢ້ຽມຢາມ ພະມ້າ

ຈຳປາທອງ
2022.01.22
ອາຊຽນ ກັງວົນ ນາຍົກກັມພູຊາ ຢ້ຽມຢາມ ພະມ້າ ມິນ ອ່ອງ ຫລ່າຍ ຜູ້ນໍາທະຫານພະມ້າ ຕ້ອນຮັບ ນາຍົກຣັຖມົນຕຣີ ຮຸນ ເຊນ ຂອງ ກັມພູຊາ (ຂວາມື) ທີ່ນະຄອນຫຼວງ ເນປິດໍ, ວັນທີ 8 ມົກກະຣາ 2022.
ຮູບພາບ: AFP

ທ່ານ ລີ ຊຽນລຸງ ນາຍົກຣັຖມົນຕຣີປະເທດສິງກະໂປ ກ່າວວ່າ ສະມາຄົມບັນດາປະເທດເອເຊັຍຕາເວັນອອກສ່ຽງໃຕ້ ຫລື ອາຊຽນ ຄວນຍົກເວັ້ນ ບໍ່ເຊີນພວກທະຫານພະມ້າ ເຂົ້າຮ່ວມປະຊຸມຕໍ່ໄປ ຈົນກວ່າວ່າ ທະຫານພະມ້າ ຈະຮ່ວມມືໃນແຜນສັນຕິພາບ ທີ່ອາຊຽນໄດ້ຕົກລົງໄວ້.

ທ່ານຮຽກຮ້ອງໃຫ້ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີປະເທດກັມພູຊາ ປະທານອາຊຽນຄົນໃໝ່ ມີສ່ວນຮ່ວມກັບທຸກຝ່າຍໃນການແກ້ໄຂ ບັນຫາຄວາມຂັດແຍ່ງ ໃນພະມ້າ, ອີງຕາມການຣາຍງານຂອງກະຊວງການຕ່າງປະເທດສິງກະໂປໃນມື້ວັນທີ 15 ມົກກະຣານີ້.

ທ່ານ ລີ ຊຽນລຸງ ເວົ້າກັບທ່ານ ຮຸນ ເຊນ ວ່າ ອາຊຽນຄວນເຊີນຕົວແທນ ທີ່ບໍ່ກ່ຽວຂ້ອງທາງການເມືອງຈາກພະມ້າ ເຂົ້າຮ່ວມກອງປະຊຸມຂອງອາຊຽນຕໍ່ໄປ ແລະການຕັດສິນໃຈໃດໆ ທີ່ຈະປ່ຽນແປງວິຖີດັ່ງກ່າວ ຈະຂຶ້ນຢູ່ກັບຂໍ້ເທັດຈິງໃໝ່.
ທ່ານມີຄວາມເຫັນຄືດັ່ງກ່າວ ພາຍຫລັງທີ່ທ່ານ ຮຸນ ເຊນ ໄປຢ້ຽມຢາມພະມ້າ ແລະໄດ້ພົບພໍ້ຫາລືກັນກັບ ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ຫົວໜ້າທະຫານພະມ້າ ທີ່ຫລາຍປະເທດໃນກຸ່ມອາຊຽນ ບໍ່ຢາກໃຫ້ເຂົ້າຮ່ວມ ກອງປະຊຸມສຸດຍອດຜູ້ນໍາອາຊຽນ ຍ້ອນບໍ່ປະຕິບັດຕາມແຜນສັນຕິພາບ 5 ຂໍ້ ເພື່ອຍຸຕິການສູ້ຣົບ ແລະເລິ້ມເຈລະຈາ ເພື່ອແກ້ໄຂບັນຫາຂັດແຍ່ງໃນພະມ້າ.

ແຜນສັນຕິພາບ 5 ຂໍ້ ຂອງອາຊຽນ ທີ່ວ່ານີ້ປະກອບດ້ວຍ:

  1. ຍຸ​ຕິ​ຄວາມ​ຮຸນ​ແຮງ​ໃນ​ພະ​ມ້າ ໂດຍ​ທັນ​ທີ
  2. ການ​ເຈ​ຣະ​ຈາ​ທີ່​ສ້າງ​ສັນ ຣະ​ຫວ່າງ​ທຸກ​ຝ່​າຍ
  3. ທູດ​ພິ​ເສດ​ອາ​ຊຽນ ອຳ​ນວຍ​ຄວາມ​ສະ​ດວ​ກ ເປັນ​ຊື່​ກາງ​ການ​ປຶກ​ສາ​ຫາ​ລື
  4. ອາ​ຊຽນ ໃຫ້ຄວາມຊ່ອຍ​ເຫລືອ​ດ້ານ​ມະ​ນຸ​ສ​​ທັມ
  5. ທູດ​ແລະ​ຄະ​ນະ​ຜູ້​ແທນ​ພິ​ເສດ ພົບພໍ້​ກັບ​ທຸກ​ຝ່າຍ​ທີ່​ກ່ຽວ​ຂ້ອງ

ນາຍົກຣັຖມົນຕຣີສິງກະໂປ ເວົ້າກັບທ່ານ ຮຸນ ເຊນ ວ່າ ການເຮັດຂໍ້ຕົກລົງໃດໆ ກັບພະມ້າ ຈໍາເປັນຕ້ອງມີໝົດທຸກຝ່າຍທີ່ກ່ຽວຂ້ອງ ຮວມທັງພັກຣັຖບານຂອງມາດາມ ອອງຊານຊູຈີ ທີ່ຖືກໂຄ່ນລົ້ມໄປນັ້ນ.

ທ່ານກ່າວວ່າ ເຖິງແມ່ນທະຫານພະມ້າ ຈະໃຫ້ຄໍາໝັ້ນເຣື່ອງສັນຕິພາບ ແຕ່ກອງທັບພະມ້າຍັງໂຈມຕີຝ່າຍກົງກັນຂ້າມທາງການເມືອງ ແລະຍັງຕັດສິນລົງໂທດຈໍາຄຸກມາດາມ ອອງຊານຊູຈີ ເພິ່ມຂຶ້ນອີກ.

ມາເຖິງປັດຈຸບັນ ຫົວໜ້າທະຫານພະມ້າ ຕັ້ງຂໍ້ກ່າວຫາຄວາມຜິດ ຈາກຂໍ້ກ່າວຫາການທຸຈ ຣິດ ໄປເຖິງການລະເມີດຄວາມລັບຂອງທາງການ ໃສ່ມາດາມ ອອງຊານຊູຈີ 16 ກໍຣະນີ ທີ່ຫວັງລົງໂທດຈໍາຄຸກມາດາມນານເຖິງ 160 ປາຍປີ. ແຕ່ມາດາມປະຕິເສດທຸກຂໍ້ກ່າວຫານັ້ນ.

ທ່ານ ລີ ຊຽນລຸງ ກ່າວວ່າ ທ່ານ ຮຸນ ເຊນ ໄດ້ສເນີບາງຢ່າງກັບທ່ານ ກ່ຽວກັບວິທີທີ່ຈະປະສານເຣື່ອງການຢຸດຍິງໃນພະມ້າ ແລະການສົ່ງຄວາມຊ່ອຍເຫລືອດ້ານມະນຸດສະທັມ. ແຕ່ທ່ານຕອບວ່າ ສິ່ງເຫລົ່ານີ້ອາຈເຮັດໃຫ້ບັນຫາຊັບຊ້ອນຍິ່ງຂຶ້ນ ເພາະບໍ່ສາມາດເຂົ້າເຖິງທຸກຝ່າຍໄດ້ ແລະວ່າ ຂໍ້ສເນີທັງໝົດຂອງກັມພູຊາໃນຖານະປະທານອາຊຽນ ຄວນມີການປຶກສາຫາລືເພິ່ມຕື່ມ ລະຫວ່າງຣັຖມົນຕຣີກະຊວງການຕ່າງປະເທດອາຊຽນ. ນາຍົກຣັຖມົນຕຣີສິງກະໂປຫວັງວ່າ ກໍາກັມຊາຈະພິຈາລະນາຄວາມເຫັນຂອງທ່ານ ແລະຂອງຜູ້ນໍາອາຊຽນຄົນອື່ນໆ.

ຄວາມເຫັນຂອງຜູ້ນໍາສິງກະໂປທີ່ວ່ານັ້ນ ມີຂຶ້ນບໍ່ພໍເທົ່າໃດມື້ ພາຍຫລັງທີ່ທ່ານ ປຣັກ ສຸຄົນ ຣັຖມົນຕຣີການຕ່າງປະເທດກັມພູຊາ ໄດ້ກ່າວໃນເຟສບຸກຂອງທ່ານວ່າ ສິງກະໂປສນັບສນູນ ແນວທາງຂອງກັມພູຊາໃນການແກ້ໄຂວິກິດການພະມ້າ.

ເມື່ອວັນທີ 12 ມົົກກະຣານີ້ ກັມພູຊາໄດ້ເລື່ອນການປະຊຸມຄັ້ງທໍາອິດ ຂອງການເປັນປະ ທານອາຊຽນ ທີ່ມີກໍານົດຈັດຂຶ້ນໃນອາທິດນີ້ ເນື່ອງຈາກຣັຖມົນຕຣີການຕ່າງປະເທດຈໍານວນນຶ່ງມີຄວາມຍາກລໍາບາກໃນການເຂົ້າຮ່ວມ.
ສໍາລັບປະເທດມາເລເຊັຍ ທ່ານ ໄຊຟຸດດິນ ອັນດຸນລະ ຣັຖມົນຕຣີກະຊວງການຕ່າງປະ ເທດ ກໍໄດ້ເວົ້າໃນລັກສະນະດຽວກັນນັ້ນ ໃນມື້ວັນທີ 13 ແລະ 14 ມົກກະຣານີ້ ໂດຍກ່າວວ່າ ສະມາຊິກອາຊຽນບາງປະເທດຮູ້ສຶກວ່າ ທ່ານ ຮຸນ ເຊນ ຜູ້ນໍາກັມພູຊາ ຄວນປຶກສາຫາລືກັບຜູ້ນໍາປະເທດອື່ນໆກ່ອນຈະເດີນທາງໄປພົບພໍ້ກັບຜູ້ນໍາທະຫານພະມ້າ ແລະທ່ານກັງວົນເຣື່ອງການຢ້ຽມຢາມພະມ້າຂອງ ທ່ານ ຮຸນ ເຊນ ເມື່ອວັນທີ 7 ແລະວັນທີ 8 ມົກກະຣານີ້ ຊຶ່ງເປັນການຢ້ຽມຢາມຂອງຜູ້ນໍາຕ່າງປະເທດ ປະເທດທໍາອິດນັບຕັ້ງແຕ່ເກີດການຣັຖປະ ຫານເມື່ອ​ວັນ​ທີ 1 ກຸມ​ພາປີກາຍ ທີ່ອາຈຖືກເບິ່ງວ່າເປັນການສ້າງຄວາມຊອບທໍາໃຫ້ຜູ້ກໍ່ຣັຖປະຫານ, ຍອມຮັບທະຫານພະມ້າໃນລະດັບຂົງເຂດ ແລະອາຈສົ່ງຜົລກະທົບຕໍ່ຄວາມພະ ຍາຍາມຂອງນາໆຊາດ ທີ່ຈະໂດດດ່ຽວທະຫານພະມ້າ.

ຣັຖມົນຕຣີການຕ່າງປະເທດມເລເຊັຍ ເວົ້າວ່າ ມີຄົນຄິດວ່າ ທ່ານ ຮຸນ ເຊນ ບໍ່ຄວນໄປຢ້ຽມຢາມພະມ້າ ເພາະການຢ້ຽມຢາມຂອງທ່ານ ອາຈຖືກຕີຄວາມ ຫລືແປຄວາມໄດ້ວ່າ ເປັນການຍອມຮັບທະຫານພະມ້າ. ມາເລເຊັຍມີຄວາມເຫັນວ່າ ທ່ານ ຮຸນ ເຊນ ມີສິດທີ່ຈະໄປຢ້ຽມຢາມພະມ້າ ໃນຖານະຜູ້ນໍາຣັຖບານກັມພູຊາ. ແຕ່ເຖິງຢ່າງໃດກໍຕາມ ທ່ານກໍຍັງຮູ້ສຶກວ່າ ເພາະທ່ານ ຮຸນ ເຊນ ດໍາລົງຕໍາແໜ່ງປະທານອາຊຽນແລ້ວ ທ່ານຄວນປຶກສາຫາຣືກັບຜູ້ນໍາອາຊຽນຄົນອື່ນໆ ແລະສແວງຫາມຸມມອງຂອງຜູ້ອື່ນວ່າ ຄວນເຮັດແນວໃດ ຫາກຈະເດີນທາງໄປພະມ້າ.

ເມື່ອຖືກຖາມວ່າ ທ່ານຄິດວ່າ ການຢ້ຽມຢາມພະມ້າຂອງທ່ານ ຮຸນ ເຊນ ປະສົບຄວາມສໍາເລັດ ຫລືບໍ່ ທ່ານ ໄຊຟຸດດິນ ອັນດຸນລະ ຕອບວ່າ “ບໍ່”. ແຕ່ທ່ານກໍຍັງບໍ່ຮູ້ຈະແຈ້ງວ່າ ກັມພູຊາ ໃນຖານະປະທານອາຊຽນ ຈະຍັງບໍ່ໃຫ້ທະຫານພະມ້າ ເຂົ້າຮ່ວມກອງປະຊຸມອາຊຽນຕໍ່ໄປ ຈົນກວ່າວ່າຈະມີຄວາມຄືບໜ້າ ຫລືບໍ່ ຂະນະທີ່ສື່ມວນຊົນທາງການທະຫານພະມ້າຣາຍງານວ່າ ຣັຖມົນຕຣີການຕ່າງປະເທດກັມພູຊາ ເວົ້າກ່ອນນັ້ນວ່າ ພົນເອກອາວຸໂສ ມິນ ອ່ອງ ຫລ່າຍ ໄດ້ກ່າວຂອບໃຈທ່ານ ຮຸນ ເຊນ ທີ່ຢູ່ຂ້າງພະມ້າ.

ສໍາລັບປະເທດຟີລິບປິນ ໃນການແກ້ໄຂບັນຫາພະມ້າ ທ່ານ ໂອໂດໂຣ ລ໊ອກຊິນ ຣັຖມົນ ຕຣີການຕ່າງປະເທດຟີລິບປິນ ກ່່າວຢໍ້າວ່າ ການເຈລະຈາສັນຕິພາບພະມ້າຕ້ອງມີມາດາມ ອອງຊານຊູຈີ, ບໍ່ດັ່ງນັ້ນກໍບໍ່ມີຄວາມໝາຍ.

ຜູ້ນໍາປະເທດຟີລິບປິນ ເວົ້າວ່າ ມາດາມ ອອງຊານຊູຈີ ຜູ້ນໍາພະມ້າ ທີ່ຖືກທະຫານໂຄ່ນລົ້ມ

“ເປັນທີ່ຂາດບໍ່ໄດ້” ໃນການຟື້ນຟູປະຊາທິປະໄຕຢູ່ພະມ້າ ແລະຕ້ອງຮ່ວມຢູ່ໃນການເຈຣະຈາສັນຕິພາບ ທີ່ບໍ່​​ກໍ່​ໃຫ້​ເກີດ​ພັຍ​ຄຸກ​ຄາມ​ຂອງ​ອະ​ນາ​ທິ​ປະ​ໄຕ, ການ​ລົ້ມ​ສ​ລາຍ ແລະ​ຄວາມບໍ່​ ສ​ງົບ, ອີງຕາມການຣາຍງານຂອງອົງການຂ່າວ ຣອຍເຕີ ວັນທີ 14 ແລະ 16 ມົກກະຣານີ້.

ໃນການຕໍານິທະຫານພະມ້າຢ່າງຮຸນແຮງ ທີ່ໄດ້ໂຄ່ນລົ້ມຣັຖບານຊຶ່ງມາຈາກການເລືອກຕັ້ງຂອງມາດາມ ອອງຊານຊູຈີນັ້ນ ທ່ານໄດ້ປະນາມການຕັດສິນລົງໂທດມາດາມເມື່ອສັບປະດາກ່ອນ ແລະກ່າວຫາວ່າ ກອງທັບພະມ້າໃຊ້ລະບົບຕຸລາປາບປາມຝ່າຍກົງກັນຂ້າມ.

ທ່ານ ໂອໂດໂຣ ລ໊ອກຊິນ ກ່າວວ່າ ທ່ານຈະຂໍໃຊ້ຄໍາກ່າວຂອງຣັຖມົນຕຣີການຕ່າງປະເທດ ນໍເວຄໍາຕໍ່ຄໍາ ທີ່ຮຽກຮ້ອງໃຫ້ທະຫານພະມ້າ ປ່ອຍນັກໂທດການເມືອງ, ຍຸຕິຄວາມຮຸນແຮງ ແລະເຄົາຣົບສິດທິມະນຸດ.
ທ່ານກ່າວຕື່ມວ່າ ທ່ານຮູ້ສຶກກັງວົນເປັນຢ່າງຍິ່ງຕໍ່ຄວາມທຸກທໍຣະມານຂອງປະຊາຊົນພະມ້າ ແລະຮຽກຮ້ອງໃຫ້ຜູ້ນໍາທະຫານພະມ້າ ມີສ່ວນຮ່ວມໃນການເຈລະຈາ ແລະຟື້ນຟູຂະບວນການປ່ຽນຜ່ານໄປສູ່ປະຊາທິປະໄຕ ຊຶ່ງປະເທດສະມາຊິກຂອງອາຊຽນເພິ່ມແຮງກົດດັນຕໍ່ທະຫານພະມ້າ ແລະກີດກັ້ນບໍ່ໃຫ້ຜູ້ນໍາທະຫານພະມ້າ ເຂົ້າຮ່ວມກອງປະຊຸມຊຸດຍອດຜູ້ນໍາອາຊຽນ.

ແຕ່ພວກທະຫານພະມ້າເວົ້າວ່າ ຄວາມພະຍາຍາມ ຂອງຕົນກໍາລັງຖືກຂັດຂວາງ ຈາກຜູ້ກໍ່ການຮ້າຍ ທີ່ພະຍາຍາມທໍາລາຍປະເທດ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ ຣັຖມົນຕຣີການຕ່າງປະເທດ ຟີລິບປິນ ກໍ​ກ່າວ​ວ່າ ຟີ​ລິບ​ປິນ​ຈະ​ຊຸກ​ຍູ້​ໃຫ້​ແຜນ​ສັນ​ຕິ​ພາບ 5 ຂໍ້​ຂອງ​ອາ​ຊຽນ ​ເກີດ​ຄວາມ​ກ້າວ​ໜ້າ ຮວມ​ທັງ​ການ​ເຈ​ຣະ​ຈາ​ສັນ​ຕິ​ພາບ, ການ​ຍຸ​ຕິ​ການ​ສູ້​ຮົບ ແລ​ະ​ການ​ຊ່ອຍ​ເຫລືອ​ດ້ານ​ມະ​ນຸ​ສ​ທັມ.

ຢູ່ພະມ້າ ເກີດໂກລະຫົນວຸ້ນວາຍ ຫລາຍມາຕັ້ງແຕ່ມີການຣັຖປະຫານ ທີ່ພວກທະຫານໃຊ້ຄວາມຮຸນແຮງ ດ້ວຍກໍາລັງອາວຸດປາບປາມ ການຊຸມນຸມປະທ້ວງຄັດຄ້ານ ຂອງມວນຊົນພະມ້າ ທີ່ພວກທະຫານເອີ້ນວ່າ ພວກກໍ່ການຮ້າຍ; ຈັບກຸມປະຊາຊົນຫລາຍພັນຄົນ ຮວມທັງມາດາມ ອອງຊານຊູຈີ ທີ່ຖືກກ່າວຫາວ່າມີຄວາມຜິດຫລາຍຢ່າງ ທັງວ່າຍຸຍົງປຸກປັ່ນ ແລະລະເມີດກົດລະບຽບໂຄວິດ-19.

ແມ່ນ​ແຕ່​ພ​ຣະ​ສົ​ງ ກໍ​ຈຳ​ຕ້ອງ​ໄດ້​ອົ​ພ​ຍົບ​ ຫລົບ​ໜີ​ອອກ​ຈາກ 2 ເມືອງ​ໃນ​ພະ​ມ້າ​ຫລາຍ​ຮ້ອຍ​ອົງ, ຕາມ​ການ​ເປີດ​ເຜີຍ ​ຂອງ​ຜູ້​ເຫັນ​ເຫດ​ການ​ໃນ​ມື້​ວັນ​ທີ 16 ມົກ​ກະ​ຣານີ້ ອີງຕາມການຣາຍງານ ຂອງ​ອົງ​ການ​ຂ່າວ AFP. ນັ້ນກໍເປັນພຽງສ່ວນນຶ່ງ ຂອງຊາວພະມ້າຫລາຍພັນຄົນ ທີ່ຈໍາເປັນຕ້ອງໄດ້ຫລົບໜີ ອອກຈາກເຂດຕໍ່ສູ້ທີ່ດຸເດືອດ ລະຫວ່າງກອງທັບພະມ້າ ແລະກຸ່ມຕິດອາວຸດ ທີ່ຕໍ່ຕ້ານຣັຖປະຫານ.

ຫລັງຈາກການຣັຖປະຫານ ໂຄ່ນລົ້ມຣັຖບານ ທີ່ໄດ້ມາຈາກການເລືອກຕັ້ງມານີ້ ປະຊາຊົນພະມ້າປະເຊີນກັບການປາບປາມ ຂອງພວກທະຫານພະມ້າ ຢ່າງຮຸນແຮງ ເຮັດໃຫ້ມີຜູ້ເສັຍຊີວິດຫລາຍກວ່າ 1,400 ຄົນ ຂະນະທີ່ກຸ່ມຕິດອາວຸດ ຫລາຍສິບກຸ່ມໄດ້ຖືກຈັດຕັ້ງຂຶ້ນ ເພື່ອຕໍ່ຕ້ານລະບອບການປົກຄອງ ຂອງພວກທະຫານ.
ເກີດການຕໍ່ສູ້ກັນ ຮຸນແຮງຢູ່ເມືອງລອຍ ກໍ່ໃນຣັຖກະຢາ ພາກຕາເວັນອອກ ຂອງປະເທດເມື່ອອາທິດຜ່ານມາ ຊຶ່ງອົງການສະຫະປະຊາຊາດ ປະເມີນວ່າ ມີປະຊາຊົນອົພຍົບຫລົບໜີເກືອບ ເຖິງ 90,000 ຄົນ ຂະນະທີ່ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບຣັຖບານ ທ້ອງຖິ່ນເວົ້າວ່າ ຫລາຍກວ່າ 170,000 ຄົນ.

ສໍາລັບຢູ່ຣັຖກາຈິນ ມີປະຊາຊົນຫລາຍກວ່າ 20,000 ຄົນ ໄດ້ອົພຍົບອອກຈາກ ເຂດສູ້ຮົບກັນໄປຢູ່ແຫ່ງອື່ນໃນແຕ່ລະເດືອນ ໃນຂະນະທີ່ຊາວພະມ້າ ພາກັນຂ້າມຊາຍແດນໄປຂໍອາສັຍຢູ່ປະເທດໄທຍ ໃນແຕ່ລະມື້ຫລາຍຂຶ້ນ, ເຮັດໃຫ້ມີຄວາມກັງວົນ ໃນເຣື່ອງທີ່ຢູ່ອາສັຍ, ການກິນຢູ່ ແລະທາງດ້ານສຸຂພາບ ຢູ່ສູນອົພຍົບຕາມຊາຍແດນ ຍ້ອນຂາດເຂີນຢຸກຢາປິ່ນປົວ. ສະບາຍດີ 

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.