ເຣື້ອງທີ່ເກັບບັນທຶກໄວ້
2022-07-30
ທາງການວຽດນາມ ຍັງບໍ່ທັນປ່ອຍປະຊາຊົນ ທີ່ທໍາການປະທ້ວງ ຕາມຖນົນ ຢູ່ແຂວງ ເຢ ອັ໋ນ (Nghe An) ເພື່ອຜົລປໂຍດ ຂອງພວກຕົນ ໃນລະຫວ່າງ ກາງເດືອນກໍຣະກະດານີ້.
2022-07-17
ປະຊາຊົນ ປະມານ 4,000 ຄົນ ຢູ່ ເຂດເມືອງສະກາງ ຂອງພະມ້າ ຕ້ອງພາກັນຫຼົບໜີ ຈາກການໂຈມຕີ ຂອງທະຫານພະມ້າ ໃນວັນພະຫັດ ທີ່ຜ່ານມາ.
2022-07-16
ລາວ-ວຽດນາມ ມີສາຍພົວພັນ, ການຮ່ວມກັນ ເປັນເວລາຫຼາຍສິບປີ, ທັງ 2 ປະເທດອ້າງວ່າ ເປັນສາຍພົວພັນພິເສດ ຊ່ອຍເຫຼືອກັນແລະກັນ ຢ່າງສຸດອົກສຸດໃຈ ຂະນະທີ່ ສປປ ລາວ ອາດບໍ່ໄດ້ປໂຍດ ຈາກສາຍພົວພັນນີ້ ຊຶ່ງ ສປປ ລາວ ກຳລັງຕົກຢູ່ໃນ ສພາບເສຖກິຈຂາລົງ ເປັນໜີຕ່າງປະເທດ ມະຫາສານ ລວມທັງວຽດນາມ ທີ່ເປັນເຈົ້າໜີ້ ຂອງ ສປປ ລາວ ນຳດ້ວຍ.
2022-07-02
ວຽດນາມ ບໍ່ປະຕິບັດ ພັນທະກ່ຽວກັບເສຣີພາບ ໃນການສະແດງຄວາມຄິດເຫັນ ຂອງປະຊາຊົນ ຊຶ່ງໃນຣາຍງານ ຂອງເຄືອຂ່າຍສິທທິມະນຸສ ວຽດນາມ ບໍ່ຢາກໃຫ້ ວຽດນາມ ເຂົ້າເປັນສະມາຊິກ ສະພາສິທທິມະນຸສ ຂອງສະຫະປະຊາຊາຕ ໄປຈົນກວ່າ ຈະມີການປັບປຸງ ເຣື່ອງການປະຕິບັດ ສິທທິມະນຸສ.
2022-06-26
ທະຫານພະມ້າ ໄດ້ ເຣີ່ມມີການ ກັກຂັງ ໃສ່ຄຸກ ຍານາງ ອອນ ຊານ ຊູ ຈີ ຢູ່ນະຄອນຫລວງ ນໍປີດໍ ຂອງພະມ້າ ໃນການດຳເນີນ ຄະດີພິເສດ ໃນວັນພະຫັດ ທີ່ຜ່ານມາ.
2022-06-05
ສະຫະຣັຖອາເມຣິກາ ອອກບົດຣາຍງານປະຈຳປີ ກ່ຽວກັບເສຣີພາບ ການເຊື່ອຖືສາສນາ ໃນທົ່ວໂລກ ໃນຂະນະທີ່ ຈີນກໍອອກມາຕອບໂຕ້ ບົດຣາຍງານດັ່ງກ່າວ.
2022-06-04
ທາງການກັມພູຊາ ຈັບຄົນສັນຊາດນໍເວ ຊຶ່ງເປັນອະດິດນັກເຄື່ອນໄຫວ ເພື່ອປະຊາທິປະໄຕໜຸ່ມກັມພູຊາ ທີ່ກັບຄືນບ້ານເກີດ ແລະ ສນັບສນູນພັກແສງທຽນ-ພັກການເມືອງຝ່າຍຄ້ານສໍາຄັນ ຂອງພັກປະຊາຊົນກັມພູຊາ ທີ່ກໍາອໍານາດ ໃນການເລືອກຕັ້ງ ຄັ້ງວັນທີ 5 ມິຖຸນານີ້.
2022-06-04
ໃນຂະນະທີ່ ການເລືອກຕັ້ງ ໃນກັມພູຊາ ໃກ້ຈະມາເຖິງນີ້, ຊາວກັມພູຊາ ຫຼາຍໆຄົນ ພວມປະເຊີນກັບ ສະພາບການ ທີ່ກືນບໍ່ເຂົ້າຄາຍບໍ່ອອກ ວ່າ ຄວນເຂົ້າຮ່ວມ ຫຼືບໍ່.
2022-06-01
ສປປ ລາວ ເປັນປະເທດ ທີ່ປົກຄອງ ດ້ວຍລະບອບຄອມມິວນິສທ໌, ມີພັກດຽວ, ຖືກລະບຸ ໂດຍນັກຂ່າວໄຮ້ພົມແດນວ່າ ເປັນຂໍ້ມູນ “ຂຸມດຳ” ບ່ອນທີ່ຣັຖບານ ເປັນຜູ່ຄວບຄຸມ ສຳນັກຂ່າວຕ່າງໆ.
2022-05-29
ເລຂາທິການ ເນໂຕ້ (NATO) ກ່າວວ່າ ຣັສເຊັຽໃຊ້ກຳລັງທະຫານ ຮຸກຮານຢູເຄຣນ ເປັນຄວາມຜິດພາດໃຫຍ່ ຂອງຜູ້ນຳຣັສເຊັຽ ຊຶ່ງເປັນເວລາ 3 ເດືອນ ຫຼັງຈາກ ຣັສເຊັຽ ຮຸກຮານຢູ່ເຄຣນ, ພົນເອກ ເຍັນສ໌ ສໂຕນລ໌ເຕິນເບິຣ໌ກ (Jens Stoltenberg) ໄດ້ກ່າວວ່າ ວຽກງານຂອງ NATO ກໍເພື່ອ ຮັບປະກັນວ່າ ສົງຄາມອັນປ່າເຖື່ອນ ແລະໂຫດຮ້າຍນີ້ ຈະບໍ່ລຸກລາມໄປທະວີບຢູໂຣບ.
2022-05-28
ທາງການວຽດນາມ ຕັດສິນລົງໂທດ ຈໍາຄຸກນັກເຄື່ອນໄຫວຊົນເຜົ່າ ສ່ວນໜ້ອຍ ຕື່ມອີກຜູ້ນຶ່ງ ໂດຍຂໍ້ຫາ ຖານສົ່ງຣາຍງານຂ່າວ ກ່ຽວກັບການລະເມີດ ສິດທິມະນຸສ ໃນວຽດນາມ ໃຫ້ອັນທີ່ທາງການ ເອີ້ນວ່າກໍາລັງ ປະຕິການ ຢູ່ຕ່າງປະເທດ.
2022-05-22
ປະເທດຟິນແລນດ໌ ແລະ ສະວີເດັນ ສະມັກເຂົ້າໄປ ເປັນສະມາຊິກ NATO ເປັນຍ້ອນການຍຸແຍ່ ຂອງບາງປະເທດ ຫຼື ເປັນຍ້ອນວ່າ ທັງສອງປະເທດນີ້ ບໍ່ໄວ້ໃຈ ຣັສເຊັຽ ໂດຍສະເພາະ ພາຍຫຼັງທີ່ ຣັສເຊັຽໄດ້ບຸກໂຈມຕີ ປະເທດຢູເຄຣນ.
2022-05-21
ທາງການເກົາຫຼີເໜືອ ອອກມາຍອມຮັບ ເປັນເທື່ອທໍາອິດວ່າ ມີຄົນເກົາຫຼີເໜືອ ຫລາຍຄົນຕິດ ໂຄວິດ-19 ແລະມີຜູ້ເສັຍຊີວິດໄປແລ້ວ ຢ່າງໜ້ອຍ 1 ຄົນ, ພາຍຫລັງ 2 ປີປາຍ ທີ່ຜູ້ນໍາປະເທດ ປະຕິເສດວ່າ “ບໍ່ມີໄວຣັສນີ້” ຢູ່ໃນເກົາຫຼີເໜືອ.
2022-05-13
ເຈົ້າໜ້າທີ່ ລະດັບສູງ ຣັຖບານມາເລເຊັຽ ໄດ້ຕິດຕໍ່ກັບໂຕແທນ ຣັຖບານເງົາ ປະເທດພະມ້າ ພາຍຫຼັງທີ່ເຫັນວ່າ ອ່າຊ້ຽນຫຼົ້ມແຫຼວ ແລະ ຜູ້ນຳຣັຖປະຫານພະມ້າ ບໍ່ປະຕິບັດຕາມ ຂໍ້ຕົກລົງຮ່ວມກັນ 5 ຂໍ້ ກ່ຽວກັບ ການແກ້ໄຂບັນຫາ ໃນພະມ້າ
2022-05-08
ນັບແຕ່ ມີການກໍ່ຣັຖປະຫານ ໃນປະເທດພະມ້າ ປະຊາຊົນຊາວພະມ້າ ຈຳນວນຫຼາຍ ທີ່ຖືກທະຫານສັງຫານ ຍ້ອນປະຊາຊົນ ອອກມາປະທ້ວງ ແລະຕໍ່ຕ້ານ ທະຫານພະມ້າ, ຄວາມຮຸນແຮງ ໃນພະມ້າຍິ່ງເພີ່ມທະວີຂຶ້ນ ບໍ່ເວັ້ນແຕ່ລະມື້.