ຮຽກຮ້ອງໃຫ້ ປົກປ້ອງ ສິທທິເສຣີພາບ ໃນພະມ້າ
2022.03.19
ພາຍຫລັງການຣັຖປະຫານມາໄດ້ 1 ປີປາຍ ພະມ້າກໍຕົກເຂົ້າສູ່ສະພາບ ຄວາມຮຸນແຮງແບບບໍ່ຈົບ ບໍ່ຊິ້ນ, ອີງຕາມຣາຍງານຂອງຫ້ອງ ການສິທທິມະນຸສ ສະຫະປະຊາຊາດ ເມື່ອວັນອັງຄານຜ່ານມານີ້ ໂດຍຮຽກຮ້ອງໃຫ້ມີການດໍາເນີນການ ຢ່າງຮີບດ່ວນ ເພື່ອປົກປ້ອງສິດເສຣີພາບ ແລະການດໍາລົງຊີວິດຂອງປະຊາຊົນ ທີ່ຢູ່ພາຍໃຕ້ລະບອບ ການປົກຄອງຂອງທະຫານ ຢູ່ປະເທດພະມ້າ.
ໃນບົດຣາຍງານເທື່ອທໍາອິດ ຕໍ່ສະພາສິທທິມະນຸສສະຫະປະຊາຊາດ ນັບຕັ້ງແຕ່ພວກທະຫານຍຶດອໍານາດເມື່ອວັນທີ 1 ກຸມພາ 2021 ມາ ມາດາມ ມີເຊນ ບາເຊເລ (Mitchelle Bachelet) ຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອສິດທິມະ ນຸດເວົ້າວ່າ ລະບອບການປົກຄອງ ຂອງທະຫານໃນພະມ້າ ໄດ້ນໍາໄປສູ່ການຖອຍ ຫລັງຢ່າງເຫັນໄດ້ຈະແຈ້ງ ໃນເຣື່ອງການມີສິທທິມະນຸສ ຊຶ່ງຮວມທັງສິດ ທິພົລເຮືອນ, ສິດທິທາງການເມືອງ, ເສຖກິດ ແລະສັງຄົມ.
ມາດາມເວົ້າວ່າ ກອງທັບສ້າງຄວາມຮຸນແຮງ ແລະການລ່ວງລະເມີດ ຊຶ່ງເປັນສ່ວນນຶ່ງຂອງການໂຈມຕີພົລເຮືອນຢ່າງກວ້າງຂວາງ ແລະເປັນລະບົບ ອັນມີ ຮວມທັງການໂຈມຕີທາງອາກາດ ໃນເຂດທີ່ມີປະຊາຊົນຢູ່ໜາແໜ້ນ, ການໃຊ້ປະຊາຊົນ ເປັນບ່ອນກໍ້າບັງ ແລະການທໍລະມານ ແລະການສັງຫານຜູ້ຄົນ ຊຶ່ງໃນນັ້ນອາຈມີຈໍານວນນຶ່ງ ຖືເປັນການກະທໍາອາຊຍາກໍາຕໍ່ມະນຸດຊາດ.
ຣາຍງານ ທີ່ສະພາສິທທິມະນຸສສະຫະປະຊາຊາດ ຮຽກຮ້ອງໃຫ້ສອບສວນເຣື່ອງຄວາມຮັບຜິດຊອບ ຕໍ່ຂໍ້ກ່າວຫາວ່າ ມີການລະເມີດສິທທິມະນຸສ ຢູ່ປະເທດພະມ້ານັ້ນ ເວົ້າວ່າ ການປາບປາມຝ່າຍຄ້ານຢ່າງໂຫດຮ້າຍ ທີ່ຕໍ່ຕ້ານຜະເດັດການທະຫານ, ຕໍ່ຕ້ານຢ່າງຮຸນແຮງຕໍ່ການຣັຖປະຫານ ແລະການຕໍ່ສູ້ກັນທາງດ້ານອາວຸດ ທີ່ດໍາເນີນໄປຫລາຍຄັ້ງໄດ້ເຮັດໃຫ້ປະເທດພະມ້າເກີດຄວາມວຸ້ນວາຍ ແລະວ່າ ການປົກຄອງຂອງທະຫານ ສ້າງສະພາບແວດລ້ອມ ທີ່ບໍ່ສາມາດມີການເຈລະຈາຢ່າງມີຄວາມໝາຍໄດ້.
ຣາຍງານເວົ້າວ່າ ຄວາມພະຍາຍາມຂອງສາກົນ ໃນການທີ່ຈະລົດຄວາມຮຸນແຮງນັ້ນ ໄດ້ຜົລພຽງເລັກນ້ອຍ ແລະການປະກາດຢຸດຍິງເພື່ອຫລຸດຜ່ອນການປະທະກັນດ້ວຍກໍາລັງອາວຸດລົ້ມແຫລວ ໃນຂະນະທີ່ພວກທະຫານພະມ້າໄດ້ດໍາເນີນການໂຈມຕີຜູ້ທີ່ມີຄວາມຄິດເຫັນແຕກຕ່າງຢ່າງເປັນປະຈໍາ ແລະການປະຕິ ບັດດ້ານມະນຸດສະທໍາ ທີ່ປະຊາຊົນຕ້ອງການຫລາຍທີ່ສຸດນັ້ນ ຖືກປະຕິເສດ.
ມາດາມ ມີເຊນ ບາເຊເລ ກ່າວວ່າ “ຈໍາເປັນຕ້ອງມີການດໍາເນີນການຢ່າງຮີບດ່ວນ ເພື່ອຍັບຍັ້ງບໍ່ໃຫ້ຜູ້ຄົນສູນເສັຍສິດທິ, ສູນເສັຍຊີວິດ ແລະຊີວິດການເປັນຢູ່ຂອງພວກເຂົາເຈົ້າ ໄດ້ຮັບຜົນກະທົບໜັກໜ່ວງອີກຕໍ່ໄປ. ມາດາມກ່າວຕື່ມວ່າ “ວີທີການຂອງພວກທະຫານທີວ່ານີ້ ຕ້ອງໄດ້ປ່ຽນແປງຢ່າງຫລວງຫລາຍ ເພື່ອສ້າງພື້ນຖານໃຫ້ແກ່ການປຶກສາຫາລືທາງການເມືອງ ຫລືການເຈລະຈາຕໍ່ລອງ” ແລະວ່າ ມວນຊົນກໍາລັງຮຽກຮ້ອງໃຫ້ກັບເຂົ້າສູ່ລະບົບປະຊາທິປະໄຕ ທີ່ຮັບປະກັນສິດເສຣີພາບຂອງພວກເຂົາເຈົ້າ ແລະສາມາດໃຫ້ຄວາມຍຸຕິທໍາແກ່ຜູ້ມີອາຊຍາກໍາ ແລະລະເມີດສິດທິທີ່ຜ່ານມາ.
ນັບຕັ້ງແຕ່ມື້ວັນທີ 1 ກຸມພາ 2021 ຊຶ່ງເປັນມື້ຣັຖປະຫານມາ ກອງກໍາລັງຄວາມໝັ້ນຄົງ ຂອງພວກທະຫານ ໄດ້ສັງຫານພົລເຮືອນໄປຢ່າງໜ້ອຍ 1,676 ຄົນ ແລະຈັບກຸມໄປອີກຫລາຍກວ່າ 10,000 ຄົນ ຊຶ່ງສ່ວນໃຫຍ່ແມ່ນຢູ່ໃນລະຫວ່າງການປະທ້ວງຢ່າງສັນຕິ ຕໍ່ຕ້ານພວກຜະເດັດການທະຫານ ໃນຂະນະທີ່”ຫລາຍຮ້ອຍຄົນຖ້າບໍ່ແມ່ນຫລາຍພັນຄົນ” ຖືກທໍລະມານ, ອີງຕາມການຣາຍງານຂອງອົງການຈັດຕັ້ງສິທທິມະນຸສ.
ມີຣາຍງານວ່າ ກອງທະຫານຜະເດັດການ ທີ່ລອບວາງເພີງ, ປຸ້ນສະດົມ, ຂົ່ມ ຂືນ ແລະສັງຫານຜູ້ຄົນຢ່າງຫລວງຫລາຍ ໃນລະຫວ່າງການໂຈມຕີຢູ່ເຂດຊາຍແດນຫ່າງໄກ ຊຶ່ງໄປຄຽງຄູ່ກັນນັ້ນ ກອງທັບພະມ້າ ກໍປະເຊີນກັບການຕໍ່ຕ້ານຢ່າງຮຸນແຮງ ຈາກກອງກໍາລັງປະກອບອາວຸດຂອງຊົນເຜົ່າສ່ວນນ້ອຍ ແລະທະ ຫານປະຊາຊົນປ້ອງກັນຕົນເອງຕ້ານຜະເດັດການທະຫານ ຊຶ່ງເຮັດໃຫ້ມີປະຊາ ຊົນຫລາຍກວ່າ 440,000 ຄົນ ຕ້ອງໄດ້ອົບພະຍົບຫລົບໜີອອກຈາກພື້ນທີ່ປະທະກັນດ້ວຍກໍາລັງອາວຸດ ແລະປະຊາຊົນຈໍານວນ 14,400,000 ຄົນຕ້ອງການ “ຄວາມຊ່ອຍເຫລືອດ້ານມະນຸດສະທໍາຢ່າງຮີບດ່ວນ”.
ຄຽງຄູ່ກັນໄປນັ້ນ ພວກຜະເດັດການທະຫານພະມ້າ ກໍໄດ້ປະຕິບັດມາຕການບາງຢ່າງຂອງສະຫະປະຊາຊາດ ທີ່ຮຽກຮ້ອງໃຫ້ມີການປົກປ້ອງສິດທິຂອງຊົນເຜົ່າສ່ວນນ້ອຍ ຮວມທັງຊາວໂຣຮິງຢາມຸດສະລິມ ຊຶ່ງຫລາຍກວ່າ 700,000 ຄົນໄດ້ເອົາຕົວຫລົບພັຍຂ້າມຊາຍແດນ ຈາກຣັຖຍະໄຂ່ ປະເທດພະມ້າເຂົ້າໄປປະ ເທດ ບັງກລາເທດ ຖ່າມກາງການປາບປາມຂອງທະຫານໃນປີ 2017.
ສານໂລກຂອງອົງການສະຫະປະຊາຊາດ ທີ່ກຸງ Hague ປະເທດ Netherlands ກໍາລັງພິຈາລະນາ ທີ່ຈະຕັດສິນວ່າ ການກະທໍາທາລຸນຂອງພວກທະຫານພະມ້າ ຕໍ່ຊາວໂຣຮິງຢາ ຖືເປັນການຂ້າລ້າງເຜົ່າພັນຫລືບໍ່. ອີງຕາມຣາຍງານຂອງຂ້າຫລວງໃຫຍ່ສະຫະປະຊາຊາດດ້ານສິທທິມະນຸສ, ຊາວໂຣຮິງຢາຍັງປະເຊີນກັບການເລືອກປະຕິບັດຢ່າງເປັນທາງການ, ການຈໍາກັດສິດເສຣີພາບໃນການເຄື່ອນໄຫວ, ການຈໍາກັດເຣື່ອງການບໍຣິການທາງດ້ານສາທາ ລະນະສຸຂ ແລະການສຶກສາ ແລະຈໍາກັດໂອກາດໃນການທີ່ຈະໄດ້ເຮັດວຽກງານຢູ່ປະເທດພະມ້າ. ມາດາມ ມີເຊນ ບາເຊເລ ຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອສິທທິມະນຸສ ຮຽກຮ້ອງໃຫ້ພວກທະຫານພະມ້າ ຍຸຕິຄວາມຮຸນແຮງທັງໝົດຕໍ່ພົລເມືອງພະມ້າ ຕາມແຜນສັນຕິພາບ 5 ຂໍ້ ທີ່ສະມາຄົມບັນດາປະເທດເອເຊັຍຕາເວັນອອກສ່ຽງໃຕ້ ຫລືອາຊຽນ ໄດ້ຕົກລົງຢູ່ໃນກອງປະຊຸມສຸກເສີນເມື່ອເດືອນເມສາປີກາຍເພື່ອແກ້ໄຂບັນຫາຂັດແຍ່ງໃນພະມ້າ ແລະທັງຮຽກຮ້ອງໃຫ້ປ່ອຍນັກໂທການເມືອງທັງໝົດໃນປະເທດພະມ້າ ນໍາດ້ວຍ.
ແຜນສັນຕິພາບ 5 ຂໍ້ ຂອງອາຊຽນທີ່ວ່ານັ້ນຄື:
- ຍຸຕິຄວາມຮຸນແຮງໃນພະມ້າໂດຍທັນທີ
- ການເຈຣະຈາທີ່ສ້າງສັນຣະຫວ່າງທຸກຝ່າຍ
- ທູດພິເສດອາຊຽນອຳນວຍຄວາມສະດວກ ເປັນຊື່ກາງການປຶກສາຫາລື
- ອາຊຽນ ໃຫ້ຄວາມຊ່ອຍເຫລືອດ້ານມະນຸສທຳ ແລະ
- ທູດ ແລະຄະນະຜູ້ແທນພິເສດພົບ ພໍ້ກັບທຸກຝ່າຍທີ່ກ່ຽວຂ້ອງ.
ພ້ອມກັນນັ້ນ ມາດາມກໍຮຽກຮ້ອງໃຫ້ທຸກຝ່າຍໃນພະມ້າ ຮ່ວມມືກັບທູດພິເສດຂອງສະຫະປະຊາຊາດ ແລະຂອງອາຊຽນ ໃນການສະແຫວງຫາການເຈລະຈາໃນວົງກວ້າງ ເພື່ອອໍານວຍຄວາມສະດວກໃນການເຂົ້າເຖິງກຸ່ມຕ່າງໆທີ່ໃຫ້ການຊ່ອຍເຫລືອ, ໃນການເຄົາລົບສິທທິມະນຸສ ແລະປະຕິບັດຕາມກົດໝາຍມະນຸດສະຍາທໍາລະຫວ່າງປະເທດ ແລະຮ່ວມມືກັບກົນໄກທີ່ຮັບຜິດຊອບລະຫວ່າງປະເທດ.
ນອກຈາກນັ້ນແລ້ວ ມາດາມຍັງຮຽກຮ້ອງໃຫ້ປະຊາຄົມໂລກ ປົກປ້ອງບຸກຄົນທີ່ຂ້າມຊາຍແດນສາກົນ, ສນັບສນູນການສົ່ງຣາຍງານ ກ່ຽວກັບສະຖານະການຢູ່ປະເທດພະມ້າຕໍ່ໃຫ້ສານອາຊຍາກໍາສາກົນ ແລະເຮັດໃຫ້ແນ່ໃຈວ່າ ການແກ້ໄຂບັນ ຫາທາງການເມືອງໃດໆໃນວິກິດການທີ່ມີຢູ່ ຈະຫລີກລ້ຽງການນິລະໂທດກໍາສໍາລັບການລະເມີດສິດທິຢ່າງຮຸນແຮງ.
ແລະເມື່ອບໍ່ເທົ່າໃດມື້ຜ່ານມານີ້ ກໍມີຣາຍງານວ່າ ເຖິງຈະຖືກປາບປາມໜັກໜ່ວງແນວໃດ ຈາກພວກທະຫານພະມ້າ ແຕ່ປະຊາຊົນພະມ້າທົ່ວໄປ ກໍຍັງສືບຕໍ່ການຕໍ່ຕ້ານໃນຮູບແບບຕ່າງໆ ຮວມທັງການຫັນປ່ຽນຈາກການປະທ້ວງໃນຕອນກາງ ເວັນ ໄປປະທ້ວງໃນຕອນກາງຄືນ ເພື່ອຫລີກລ່ຽງການປະເຊີນໜ້າກັບພວກທະ ຫານນໍາດ້ວຍ ແລະປະເທດອື່ນໆກໍຄວນດໍາເນີນການທັນທີ ເພື່ອປ້ອງກັນບໍ່ໃຫ້ສົ່ງອາວຸດໃຫ້ກອງທັບພະມ້າ ແລະໃຊ້ມາຕການລົງໂທດຕໍ່ຜົລປໂຍດທາງເສຖກິດຂອງພວກຜະເດັດການທະຫານ ຕລອດເຖິງການສນັບສນູນໃຫ້ທຸຣະກິດຕ່າງໆຢູ່ພະມ້າເຊົາເຮັດວຽກກັບໜ່ວຍງານ ທີ່ສັງກັດໃນກອງທັບນໍາດ້ວຍ.
ໃນຕອນທ້າຍຂອງຄໍາຮຽກຮ້ອງ, ມາດາມ ມີເຊນ ບາເຊລາ ກໍໄດ້ຮຽກຮ້ອງໃຫ້ມີການເພິ່ມທະວີຄວາມສາມາດຂອງສະຫະປະຊາຊາດໃນການຕອບສນອງທາງດ້ານສິທທິມະນຸສໃນວິກິດການທີ່ກ່ຽວຂ້ອງ ແລະປະຕິບັດຕາມຄວາມພະຍາຍາມ ທີ່ຈໍາເປັນທຸກຢ່າງ ເພື່ອໃຫ້ໝັ້ນໃຈວ່າ ຈະມີການຕອບສນອງໃນທາງກົລຍຸດ ທີ່ສອດຄ່ອງກັນໃນພະມ້າ ໂດຍມີຈຸດປະສົງສົ່ງເສີມໃຫ້ມີການຄຸ້ມຄອງສິດທິ ໄປໃນລັກສະນະທີ່ບັງຄັບໃຊ້ຮ່ວມກັນ.
ຣາຍງານຂອງອົງການສະຫະປະຊາຊາດທີ່ວ່ານີ້ ມີຂຶ້ນພາຍຫລັງທີ່ເຈົ້າໜ້າທີ່ ຈັບພວກປະທ້ວງຕໍ່ຕ້ານພວກຜະເດັດການທະຫານເມື່ອອາທິດທີ່ຜ່ານມາ ຊຶ່ງໃນນັ້ນມີທັງເດັກນ້ອຍແມ່ຍິງ 2 ຄົນ ອາຍຸ 13 ປີ ແລະ 16 ປີ. ເດັກນ້ອຍແມ່ຍິງ 2 ຄົນທີ່ວ່ານີ້ຢູ່ໃນຈໍານວນ 3 ຄົນ ທີ່ຖືກກອງກໍາລັງຮັກສາຄວາມປອດພັຍ ຖື ຖ່ອນເຫລັກເພື່ອປາບປາມພວກປະທ້ວງຢູ່ເມືອງ Mingalar Taung Nyint ເມື່ອວັນທິດຜ່ານມານີ້ ຄວບຄຸມຕົວ. ພວກທີ່ຖືກຈັບໄດ້ຮັບບາດເຈັບ ແຂ້ວຫັກ, ກະດູກຂ້າງຫັກ, ອີງຕາມແຫລ່ງຂ່າວ ທີ່ບອກໃຫ້ວິທຍຸເອເຊັຍເສຣີຜແນກພາສາພະມ້າຮູ້ ແລະນຶ່ງມື້ກ່ອນໜ້ານັ້ນ ພວກຕໍາຣວດກໍໄດ້ຈັບນັກສຶກສາມະຫາວິທຍາລັຍ Kyaw Htet Aung ແລະເພື່ອນຂອງເຂົາອີກ 3 ຄົນ ໂດຍຖືກຕັ້ງຂໍ້ຫາໃສ່ວ່າ ພວກເຂົາມີວັດຖຸລະເບີດ ທີ່ກ່ຽວຂ້ອງກັບລະເບີດແຕກໃນເຂດນັ້ນ ໄວ້ໃນຄອບຄອງ. ເພື່ອນຂອງພວກນັກສຶກສາຄົນນຶ່ງເວົ້າວ່າ ທັງສີ່ຄົນຖືກທຸບຕີໃນຂະນະທີ່ຖືກຄວບຄຸມຕົວຢູ່ນັ້ນ. ເພື່ອຂໍຮູ້ກ່ຽວກັບເຣື່ອງການຄວບຄຸມຕົວສີ່ຄົນທີ່ວ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຫາທ່ານ Zaw Min Tun ຜູ້ຮັບຜິດຊອບເຣື່ອງການຖແລງຂ່າວຂອງພວກຜະເດັດການທະຫານ ເພື່ອຂໍຄໍາເຫັນ. ແຕ່ບໍ່ສາມາດຕິດຕໍ່ໄດ້. ຢູ່ເຂດ Sagaing ຂອງເມືອງ Kalay ໄດ້ມີການປະທ້ວງຢ່າງຕໍ່ເນື່ອງເປັນມື້ທີ 400 ເມື່ອອາທິດທີ່ຜ່ານມາ ຕ້ານລະບອບການປົກຄອງຂອງພວກພະເດັດການທະຫານ ຊຶ່ງຜູ້ເຂົ້າຮ່ວມການປະທ້ວງພາກັນປະນາມຍ້ອນພວກເຂົາເຈົ້າຂາດສິດທິຕ່າງໆ ແລະປະນາມການຕ່າວປີ້ນຂອງຄວາມຄືບໜ້າໃນໄລຍະ 5 ປີ ທີ່ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫລື NLD ບໍຣິຫານປະເທດ ແຕ່ຖືກພວກທະຫານໂຄ່ນລົ້ມ. ຫົວໜ້າພວກປະທ້ວງ ຜູ້ຂໍສງວນຊື່ ທີ່ໄດ້ເລິ້ມຂຶ້ນໃນມື້ວັນທີ 7 ກຸມພາ 2021 ແລະຍັງດໍາເນີນຢູ່ຕໍ່ໄປ ເຖິງແມ່ນວ່າຈະຖືກພວກທະຫານຜະເດັດການປາບປາມຫລາຍຄັ້ງນັ້ນເວົ່າວ່າ ຈະບໍ່ຢຸດເຊົາການປະທ້ວງ ໄປຈົນກວ່າວ່າ ສິດເສຣີພາບຂອງພວກຕົນຈະໄດ້ຮັບການຟື້ນຟູ. ທ່ານກ່າວວ່າ ຫລັງຈາກພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂຶ້ນມາມີອໍານາດ ພວກເຮົາເຫັນວ່າ ພວກເຮົາມີສິດທິບາງຢ່າງ. ເຖິງແມ່ນວ່າຣັຖບານນັ້ນຈະຢູ່ບໍ່ໄດ້ດົນ ແຕ່ທ່ານກໍຄິດວ່າ ພວກທ່ານສນຸກກັບການໃຊ້ສິດເຫລົ່ານັ້ນຢ່າງເຕັມ ທີ່.
ທ່ານກ່າວຕື່ມວ່າ ສິດເສຣີພາບ ແລະສິທທິມະນຸສ ທີ່ພວກເຮົາໄດ້ຮັບມາເປັນເວ ລາ 5 ປີນັ້ນ ຄືສິ່ງທີ່ພວກເຮົາຕ້ອງການໃນຕອນນີ້. ບໍ່ມີຫຍັງເພິ່ມຕື່ມ. ພວກເຮົາພໍໃຈກັບສິດທິ ທີ່ພວກເຮົາມີພາຍໃຕ້ຣັຖບານຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຂອງມາດາມ ອອງຊານຊູຈີ. ສະບາຍດີ