ປກສ ສອບສວນ ເຈົ້າຂອງຮ້ານ ມັດເດັກນ້ອຍ ຕິດກັບ ຣົຖຈັກ: ມາຟັງນຳກັນ

ໄມ​ຊູ​ລີ ແລະ ໄຊ​ຍາ
2023.03.19
Share on WhatsApp
Share on WhatsApp
ປກສ ສອບສວນ ເຈົ້າຂອງຮ້ານ ມັດເດັກນ້ອຍ ຕິດກັບ ຣົຖຈັກ: ມາຟັງນຳກັນ ເດັກນ້ອຍ ອາຍຸ 9 ປີ ມື້ຊາຍຈັບເຂົ້າໝົມ, ມືຂວາເຊັດນ້ຳຕາ (ຮູບຊາຍມື) ພາຍຫຼັງຖືກເຈົ້າຂອງຮ້ານ ຂາຍເຄືອງ ຈັບມັດຕິດໃສ່ຣົຖຈັກ ປະຈານຢູ່ໜ້າຮ້ານຂາຍເຄື່ອງແຫ່ງນຶ່ງ ຫຼັງຈາກພົບວ່າ ເດັກນ້ອຍຄົນນີ້ ໄດ້ລັກເຂົ້າໝົມ 1 ຫໍ່ ເປັນໃນລາຄາ 2,000 ກີບ.
ຂອບໃຈຮູບພາບຈາກ: ນັກຂ່າວພົລເມືອງ/ສື່ສັງຄົມອ໋ອນລາຍນ໌

ເຈົ້າຂອງຮ້ານ ມັດເດັກນ້ອຍ ຕິດກັບຣົຖຈັກ ຍ້ອນລັກຂ​ນົມ ຖົງ 2,000 ກີບ ໄດ້ຖືກ ເຈົ້າໜ້າທີ່ຕຳຣວດ ປກສ ແຂວງໄຊສົມບູນ ທຳການສອບສວນແລ້ວ. ໃນຂະນະທີ່ ເດັກນ້ອຍ ໃນເຫດການ ໄດ້ຮັບການຊ່ອຍເຫລືອ ຈາກສັງຄົມ ເປັນຈຳນວນ ຫລວງຫລາຍ.

ໄມຊູລີ: ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ… ຂໍຕ້ອນຮັບ ທ່ານຜູ້ຟັງ ເຂົ້ສູ່ ຣາຍການ ມາຟັງນຳກັນ”,  ຫົວຂໍ້ ຂອງສັປດານີ້ ແມ່ນ ປກສ ແຂວງໄຊສົມບູນ ສອບສວນ ເຈົ້າຂອງຮ້ານ ມັດເດັກຕິດກັບ ຣົຖຈັກ

ປັດຈຸບັນ ເຈົ້າໜ້າທີ່ຕຳຣວດ ໄດ້ນຳ ຜູ້ກ່ຽວໄປສອບສວນ ເພາະພາບ ທີ່ເຈົ້າຂອງຮ້ານ ເອົາລົງສື່ສັງຄົມອ໋ອນລາຍນ໌ ມັນໄດ້ເປັນເຫດ ທີ່ເຮັດໃຫ້ ສັງຄົມວິຈານ ຢ່າງຫນັກ, ໂດຍໃຈຄວາມຫລັກໆ ກໍຄື ເປັນການເຮັດ ເກີນກວ່າເຫດ ທັງທີ່ວ່າ ເດັກນ້ອຍລັກຂ​ນົມ ລາຄາ ກໍບໍ່ເທົ່າໃດ ແຕ່ກັບຖືກມັດໃສ່ ຣົຖຈັກແລ້ວເອົາລົງ ເຟສບຸກຄ໌ ເພື່ອປະຈານ ແຕ່ໃນທີ່ສຸດ ກັບຖືກກະແສສັງຄົມ ໂຕ້ຕອບວ່າ ເຮັດເກີນກ່ວາເຫດ ຈຶ່ງເຮັດໃຫ້ ເຈົ້າໜ້າທີ່ຕຳຣວດ ເຂົ້າມາສອບສວນ ເຣື່ອງນີ້ ເພື່ອຄວາມຍຸຕິທັມ ທັງສອງຝ່າຍ.

ທ່ານຜູ້ຟັງ ທີ່ທ່ານມີຄວາມຄິດເຫັນແນວໃດ ກະຣຸນາ ຊ່ອຍສົ່ງຄວາມເຫັນ ໃສ່ຊ່ອງຄອມເມັ້ນ ເພື່ອເປັນການແລກປ່ຽນ ຄວາມເຫັນນຳກັນ. ຖ້າຫາກວ່າ ທ່ານໃດ ມີຄວາມປະສົງ ເຂົ້າຮ່ວມ ໃນຣາຍການ ດ້ວຍຮູບແບບສັມພາດ ກະຣຸນາ ສົ່ງເບີ ໂທຣະສັບ ຂອງທ່ານ ໃສ່ຊ່ອງຄອມເມັ້ນ ແລ້ວພວກເຮົາ ຈະໂທສັມພາດ ເພື່ອມາອອກຣາຍການ. ສຳ​ລັບ ມື້​ນີ້ ດຳເນີນຣາຍການ ໂດຍ ໄມຊູລີ ແລະ ໄຊຍາ.

ໄຊຍາ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຫົວຂໍ້ ໃນມື້ນີ້ ແມ່ນເຣື່ອງທີ່ ກຳລັງເປັນກະແສສັງຄົມ ໃນລາວ. ເພາະເຣື່ອງນີ້ ມັນສະເທືອນໃຈຫລາຍ ເນື່ອງຈາກ ເດັກນ້ອຍ ລັກຂ​ນົມ ແລະ ເຄື່ອງດື່ມ. ສີ່ງທີ່ລັກນັ້ນ ເມື່ອທຽບແລ້ວ ມັນກໍບໍ່ສົມຄວນ ທີ່ວ່າ ເຈົ້າຂອງຮ້ານ ຈະຈັບເດັກນ້ອຍ ແລ້ວມັດໃສ່ ຣົຖຈັກ ພ້ອມທັງ ຖ່າຍວີດີໂອຄລິບ ລົງປະຈານ ທາງເຟສບຸກຄ໌ ພາບທີ່ເຫັນ ກໍຄືເດັກນ້ອຍ ໃນເຫດການ ກໍໄຮ້ດຽງສາ ຕອບໂຕ້ຫຍັງ ບໍ່ໄດ້ ຜູ້ຄົນ ທີ່ເຫັນຕ່າງກໍອອກມາ ປົກປ້ອງເດັກ ແລະ ກໍໃຫ້ການຊ່ອຍເຫລືອ ເດັກນ້ອຍພ້ອມທັງເຈົ້າໜ໊າທີ່ ປກສ ແຂວງໄຊສົມບູນ ກໍໄດ້ນຳ ຜູ້ກ່ຽວ ໄປສອບສວນແລ້ວ.

(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.