ເຣື້ອງທີ່ເກັບບັນທຶກໄວ້
2023-03-29
ຍີ່ປຸ່ນຊ່ວຍເຫຼືອ ສປປ ລາວ ເພື່ອຝຶກອົບຮົມຄຣູ ໃຫ້ຮູ້ວິທີສອນ ເດັກນັກຮຽນຊົນເຜົ່າ ໃນການ ເວົ້າ, ອ່ານ ແລະຂຽນພາສາລາວ ໄດ້ດີຂຶ້ນ ເຊິ່ງທີ່ຜ່ານມາ ຣັຖບານ ຍີ່ປຸ່ນໄດ້ຊ່ວຍເຫຼືອລາວມາຢ່າງຕໍ່ເນື່ອງ ໃນຫຼາຍດ້ານ ເຊັ່ນດ້ານອາຫານ, ການສຶກສາ ແລະ ສາທາຣະນະສຸຂ.
2023-03-29
ພັຍແຫ້ງແລ້ງ ຢູ່ເມືອງສນາມໄຊ ເຮັດໃຫ້ກະທົບ ຕໍ່ການປູກພືດຣະດູແລ້ງ ຂອງຊາວບ້ານ ຢູ່ບ້ານດອນໄຜ່ ແລະບ້ານອຸດົມສຸກ ເມືອງສນາມໄຊ ແຂວງອັດຕະປື ເຊິ່ງການປະເຊີນ ກັບພັຍແຫ້ງແລ້ງ ເຮັດໃຫ້ການປູກພືດຣະດູແລ້ງ ບາງບ່ອນ ແຫ້ງຕາຍຍ້ອນຂາດນໍ້າ.
2023-03-29
ການປະຕິບັດເປົ້າຫມາຍ ການພັດທະນາແບບຍືນຍົງ (Sustainable Development Goals ຫລື SDGs) ຈໍານວນ 17 ເປົ້າຫມາຽທີ່ກຳນົດ ໂດຍອົງການສະຫະປະຊາຊາຕ ໃນບັນດາປະເທດເຂດ ເອເຊັຽ-ແປຊີຟິກ ກຳລັງຕົກຢູ່ໃນຄວາມສ່ຽງທີ່ສຸດ ແລະ ອາຈບໍ່ບັນລຸໄດ້ຕາມແຜນ ເຊິ່ງມີ ສປປ ລາວ ລວມຢູ່ນຳ.
2023-03-29
ນັກທ່ອງທ່ຽວຈີນ ຫລັ່ງໄຫລເຂົ້າມາທ່ຽວ ລາວ ຫຼາຍຂຶ້ນ ໂດຍສະເພາະ ແຂວງຫລວງພຣະບາງ ຂະນະທີ່ຊາວບ້ານ ຢູ່ເມືອງຫລວງພຣະບາງ ພົບວ່າຊາວຈີນຈໍານວນນຶ່ງ ສ້າງຄວາມເດືອດຮ້ອນ ໃຫ້ຊາວບ້ານ ແລະ ສ້າງຄວາມເປິະເປື້ອນ, ບໍ່ເປັນລະບຽບ ຕາມສະຖານຕ່າງທີ່ ທີ່ມີນັກທ່ອງທ່ຽວຈີນ ເດີນທາງໄປ.
2023-03-29
ທີ່ຜ່ານມາ ການພິຈາຣະນາ ພິພາກສາຄະດີ ຂອງຜູ້ພິພາກສາ ມີຢ່າງວ່ອງໄວ, ໂປ່ງໃສ, ຖືກຕ້ອງ ແລະ ຮັບປະກັບຄວາມຍຸຕິທັມຫຼາຍຂຶ້ນ ຂະນະທີ່ ຍັງມີອີກຈຳນວນນຶ່ງ ທີ່ບໍ່ຍຶດຖືການຕັດສິນ ຕາມກົດໝາຍ, ສ່ວນປະຊາຊົນ ເຫັນວ່າ ຄວນມີການປັບປຸງ ລະບົບໃຫ້ດີຂຶ້ນກວ່າ ທີ່ເປັນຢູ່ໃນຕອນນີ້.
2023-03-28
ສະຖານະການ ຄວັນພິດຈາກໄຟໄຫມ້ປ່າ ແລະ ການຈູດໄຮ່ ໃນຫລາຍແຂວງ ຍັງຫນ້າເປັນຫ່ວງ ແລະ ຫນັກຂຶ້ນຊຶ່ງໃນຂອບເຂດ ທົ່ວປະເທດມີ ຫລາຍພື້ນທີ່ທີ່ມີຝຸ່ນລະອອງ PM 2.5 ສູງກ່ວາຄ່າມາຕຖານ ຈົນກະຊວງສາທາຣະນະສຸຂ ອອກແຈ້ງເຕືອນຜົລກະທົບ ຂອງມົນລະພິດ ແລະ ຫມອກຄວັນ.
2023-03-28
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ທີ່ມີສູນກາງຢູ່ປະເທດເຢັຍຣະມັນ ໄດ້ນໍາພາຄະນະຜູ້ແທນ ໄປເຄື່ອນໄຫວຢູ່ອິນໂດເນເຊັຍ, ອອສເຕຣເລັຍແລະນິວຊີແລນດ໌ ພາຍຫລັງ ທີ່ໄດ້ຮັບຣາງວັນ ຢູໂຣບສໍາລັບຜູ້ນໍາສະຕຣີສາກົລພຽງ 10 ມື້.
2023-03-28
ຣັຖບານ ແລະ ນັກທຸຣະກິຈ ໄດ້ປະຊຸມປຶກສາຫາລື ເພື່ອປັບປຸງສະພາບແວດລ້ອມ ການດຳເນີນທຸຣະກິຈ ໃນປະເທດລາວ ຍ້ອນການຣະບາດຂອງໂຄວິດ-19 ສົ່ງຜົລກະທົບຕໍ່ເສຖກິຈ, ການເງິນ ແລະ ການລົງທຶນ ໃນປະເທດຢ່າງໜັກ.
2023-03-28
ຣັຖບານຍີ່ປຸ່ນຊ່ອຍເຫຼືອລ້າ ເພື່ອສົ່ງເສີມໃຫ້ຄວາມຮູ້ ຈາກຄວາມສ່ຽງ ຂອງລະເບີດ ບໍ່ທັນແຕກໃນ 2 ເມືອງ ຢູ່ແຂວງຊຽງຂວາງ ໂດຍສະເພາະ ໄດ້ໃຫ້ການສົ່ງເສີມ ການຝຶກທັກສະ ທີ່ຈຳເປັນ ໃນການປະກອບອາຊີບ ກະສິກັມ ແລະຫັຕຖະກັມ ໃຫ້ແກ່ຊາວບ້ານນຳດ້ວຍ.
2023-03-28
ບໍຣິສັດ ຊິໂນ-ອາກຣີໂປຕາສ ຈຳກັດ ຂອງນັກລົງທຶນຈີນ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບກະຊວງແຜນການ ແລະ ການລົງທຶນ ເພື່ອສ້າງໂຄງການ ນິຄົມອຸດສາຫະກັໃ ໝູນວຽນອັດສະຣິຍະ ອາຊີ-ໂປຕາສ ສາກົລ ໃນເນື້ອທີ່ 2,000 ເຮັກຕ້າຣ໌ ຢູ່ເມືອງທ່າແຂກ ແລະ ເມືອງໜອງບົກ ແຂວງ ຄຳມ່ວນ.
2023-03-27
ເຂດເສຖກິຈພິເສດ ສາມຫລ່ຽມຄຳ ຍັງເປັນຈຸດນຶ່ງທີ່ມີການຄ້າມະນຸດ ເກີດຂື້ນໃນຫລາຍຮູບແບບ ໃນຕໍ່ຫນ້າທາງການລາວ ໄດ້ວາງລະບຽບຮ່ວມກັບເຈົ້າຂອງ ໂຄງການ ເພື່ອແກ້ໄຂບັນຫາ ການຄ້າມະນຸດ ແລະ ການກະທຳທີ່ຜິດກົດຫມາຽ.
2023-03-27
ມີການອອກມາ ຊີ້ແຈງກໍຣະນີທີ່ເຈົ້າໜ້າທີ່ ປະກາດໃຫ້ຊາວຄ້າຂາຍ ຢູ່ຕລາດກາງຄືນ ສີຫອມ ຢຸດເຊົາ ແລະໂຍກຍ້າຍອອກໄປຂາຍ ຢູ່ສະຖານທີ່ໃໝ່ ທີ່ຮັບອະນຸຍາດດ່ວນ ເຣີ່ມແຕ່ວັນທີ 24 ມີນາ 2023 ເນື່ອງຈາກ ທາງນະຄອນຫຼວງ ຈະຂຍາຍເສັ້ນທາງຣົຖເມ ສ່ວນພໍ່ຄ້າແມ່ຄ້າ ເປັນຫ່ວງການສ້າງອາຊີບທຳມາຫາກິນ ທີ່ຖືກກະທົບ.
2023-03-27
ມາເຖິງປັດຈຸບັນ ໄຟໄໝ້ປ່າ ຈາກການຈູດໄຮ່ ສ້າງມົນລະພິດທາງອາກາດ ແລະ ເຮັດໃຫ້ມີຜູ້ເສັຍຊີວິດແລ້ວ ຢ່າງໜ້ອຍ 2 ຄົນຈາກໄຟໄໝ້ໃນເວລາຈູດໄຮ່ ເຊິງການມອດໄຟນັ້ນ ຍັງບໍ່ສາມາດເຮັດໄດ້ໝົດເທື່ອ ໂດຍສະເພາະ ຢູ່ນະຄອນຫຼວງວຽງຈັນ ເກີດມີຝຸ່ນລະອອງ PM 2.5 ປົກຄຸມທົ່ວໂຕເມືອງ.
2023-03-27
ກອງປະຊຸມ ຄະນະກັມມະການແຮງງານ ແຫ່ງຊາຕ ຄັ້ງທີ 1 ໃນວັນທີ 23 ມິນາ 2023 ທີ່ຜ່ານມາ ໄດ້ເວົ້າກ່ຽວກັບ ການປັບປຸງຄ່າແຮງງານຂັ້ນຕໍ່າ ແລະ ແນວທາງແກ້ໄຂບັນຫາ ການຂາດແຄນຄົນງານ ເນື່ອງຈາກທີ່ຜ່ານມາ ເງິນເດືອນ ບໍ່ສອດຄ່ອງກັບ ຄ່າຄອງຊີບໃນປັດຈຸບັນ.
2023-03-27
ການສໍ້ຣາສບັງຫລວງ ແພ່ຫລາຍໃນກຸ່ມພະນັກງານ ພັກ-ຣັຖ ຢູ່ແຂວງອັດຕະປື ເຊິ່ງໃນປີ 2022 ກວດພົບ 50 ຄົນ ແລະເຮັດໃຫ້ຣັຖເສັຍຫາຍ ເກືອບເຖິງ 3 ຕື້ກີບ ແລະ 6 ແສນປາຍໂດລ້າຣ໌ ສະຫະຣັຖ ສ່ວນປະຊາຊົນ ຕ້ອງການ ໃຫ້ມີການເປີດເຜີຍ ລາຍຊື່ຜູ້ກະທຳຜິດ ແລະການລົງໂທດ.