ເຣື້ອງທີ່ເກັບບັນທຶກໄວ້
2022-08-12
ຕລາດຫລັກ 8 ບ້ານອຸດົມວິໄລ ນະຄອນໄກສອນ ພົມວິການ ແຂວງສວັນນະເຂດ ໄໝ້ໃນມື້ວັນທີ 11 ສິງຫານີ້ ແຕ່ 3 ໂມງເຊົ້າ ເຖິງ 6 ໂມງເຊົ້າຈຶ່ງມອດໄດ້ ເສັຍຫາຍໜັກ, ແຕ່ຍັງບໍ່ຮູ້ຈໍານວນ ແລະສາເຫດຂອງໄຟໄໝ້ນັ້ນເທື່ອ.
2022-08-12
ອາສາສມັກ ຊາວໜຸ່ມ-ເຍົາວະຊົນ ຈຳນວນ 95 ຄົນ ໄດ້ຮັບການຝຶກອົບຮົມ ເພື່ອໃຫ້ສາມາດ ນຳເອົາ ຄວາມຮູ້ ເຣື່ອງການປ້ອງກັນ ພະຍາດເອດສ໌ ແລະ ການຕ້ານ ການຄ້າມະນຸສ ເຜີຍແຜ່ສູ່ກຸ່ມແມ່ຍິງ ແລະ ເດັກຍິງທີ່ ຢູ່ຕາມແລວທາງ ຣົຖໄຟລາວ-ຈີນ.
2022-08-12
ຈັດກອງປະຊຸມ ຮ່ວມມືລະຫວ່າງ ແຂວງບໍ່ແກ້ວ ຂອງລາວ ແລະ ແຂວງຊຽງຮາຍ ຂອງໄທຍ ໃນການສະກັດກັ້ນ ການຄ້າສັດປ່າ ຜິດກົດໝາຍ ຂ້າມຊາຍແດນ ທີ່ພໍ່ຄ້າຊາວຈີນ ແລະວຽດນາມ ຮັບຊື້ໃນລາຄາສູງ ຈຶ່ງເປັນທີ່ດຶງດູດ ໃຫ້ຊາວບ້ານ ພາກັນລ້າສັດປ່າຫ່ວງຫ້າມ ຂາຍຂ້າມຊາຍແດນ.
2022-08-12
ເກີດພັຍນ້ຳຖ້ວມຢ່າງໜັກ ໃນຫຼາຍແຂວງຂອງລາວ ຊຶ່ງເຫດເກີດມາຈາກ ພະຍຸດີເພຣສຊັນ, ສ້າງຄວາມເສັຽຫາຍ ເປັນວົງກວ້າງ ກັບຊັພສິນ, ເຮືອນຊານ, ໄຮ່ນາ, ຮົ້ວສວນ ແລະປະຊາຊົນ ໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ກັບອຸທົກກະພັຍ ໃນຄັ້ງນີ້.
2022-08-11
ບໍຣິສັດ ຂອງນັກລົງທຶນຈີນ ຈົກຖນົນ-ຕັດທາງທຽວ ຈົນຊາວບ້ານ ໃຊ້ທຽວໄປທຳມາຫາກິນບໍ່ໄດ້ ໃນເຂດບ້ານບໍ່ໂພນຕິ້ວ, ເມືອງຫີນບູນ ແຂວງຄຳມ່ວນ, ແຕ່ບັນຫາດັ່ງກ່າວນີ້ ກໍພວມຢູ່ໃນຂັ້ນຕອນການປະຊຸມ ເພື່ອຫາທາງແກ້ໄຂ ໃຫ້ຊາວບ້ານກັບໄປຫາກິນໄດ້ຄືນ.
2022-08-11
ນ້ຳຖ້ວມ ນະຄອນຫຼວງວຽງຈັນ ໃນໄລຍະວັນທີ 7 ສິງຫາ ທີ່ຜ່ານມານີ້ ມີຜູ້ໄດ້ຮັບຜົລກະທົບ ຢ່າງໜ້ອຍ 800 ປາຍຄອບຄົວ ຢູ່ເມືອງສີໂຄດຕະບອງ ຊຶ່ງປັດຈຸບັນນີ້ ໄດ້ຮັບຄວາມຊ່ອຍເຫຼືອ ເບື້ອງຕົ້ນແລ້ວ ແລະ ສະຖານະການ ນ້ຳຖ້ວມກໍໄດ້ຫລຸດລົງ ເກືອບເປັນປົກກະຕິແລ້ວ.
2022-08-11
ທາງການລາວ ເຈຣະຈາ ກັບຈີນ ຂໍເປີດດ່ານສາກົລ ບໍ່ເຕັນ-ບໍ່ຫານ ຄືນ ເພື່ອໃຫ້ສາມາດ ໄປ-ມາໄດ້ ບໍ່ມີຄວາມຄືບໜ້າ ຍ້ອນຈີນຍັງໃຊ້ມາຕການປ້ອງກັນ ໂຄວິດ-19 ຢ່າງເຂັ້ມງວດຢູ່ ເຮັດໃຫ້ຜູ້ປະກອບການ ທ່ອງທຽວ ຈຳນວນນຶ່ງ ໄດ້ຮັບຜົລກະທົບ ນຳດ້ວຍ.
2022-08-11
ບັນຫາການຂາດແຄນ ນໍ້າມັນເຊື້ອເພີງ ຢູ່ປະເທດລາວ ອາຈເກີດຂຶ້ນອີກ ຍ້ອນວ່າ ປັດຈຸບັນ ຫາຊື້ນໍ້າມັນ ໃສ່ຣົຖຍາກ, ນໍ້າມັນ 200 ລ້ານລິດ ທີ່ຣັຖບານມີ ກໍຈະໝົດພາຍໃນ ທ້າຍເດືອນສິງຫານີ້.
2022-08-11
ມີການພຍາຍາມ ທໍາການຣັຖປະຫານ ອີກເທື່ອນຶ່ງ ໂດຍນາຍພົນທ້າວມາ ຜູ້ບັນຊາການ ກອງທັບອາກາດ ຂອງຣັຖບານເອງ.
2022-08-11
ການກໍ່ສ້າງ ເຂື່ອນໄຟຟ້າ ນ້ຳພາກ, ເລັ່ງປະຕິຮູບ ຣັຖວິສາຫະກິຈ ໄຟຟ້າລາວ ທີ່ມີໜີ້ສູງ, ການຄ້າມະນຸສ ຍັງເປັນພັຍຂົ່ມຂູ່ ຕໍ່ ກັບແມ່ຍິງລາວ ທີ່ຢູ່ເຂດຫ່າງໄກ ສອກຫຼີກ.
2022-08-10
ໂຄງການອາຫານໂລກ ປະຈຳລາວ ແຈ້ງວ່າ ໂຄງການຊ່ອຍເຫຼືອ ອາຫານທ່ຽງໃນໂຮງຮຽນ ທີ່ຊ່ອຍເຫຼືອ 900 ປາຍໂຮງຮຽນ ໝົດລົງແລ້ວ, ແຕ່ກໍຍັງຊ່ອຍເຫຼືອ ດ້ານວິຊາການຕໍ່ໄປ ແລະ ໄດ້ມອບໂອນ ໂຄງການອາຫານທ່ຽງໃນໂຮງຮຽນ ໃຫ້ຣັຖບານລາວ ສືບຕໍ່ສນັບສນູນຕໍ່ໄປ.
2022-08-10
ທາງການລາວ ແຈ້ງເຕືອນປະຊາຊົນ ແຄມນ້ຳເຊກອງ ແລະ ລຳນ້ຳສາຂາ ໃຫ້ລະວັງນ້ຳຖ້ວມ ເພາະທາງການວຽດນາມ ຈະລະບາຍນ້ຳ ອອກຈາກເຂື່ອນ ທີ່ຢູ່ໃກ້ກັບແຂວງເຊກອງ ຊຶ່ງປະຊາຊົນລາວ ທີ່ຢູ່ທ້າຍເຂື່ອນ ອາຈຈະໄດ້ຮັບຜົນກະທົບ ໃນການປ່ອຍນ້ຳ ຂອງວຽດນາມໃນຄັ້ງນີ້.
2022-08-10
ຊາວບ້ານ ຫຼາຍຮ້ອຍຄອບຄົວ ກຳລັງໄດ້ຮັບ ຄວາມເດືອດຮ້ອນ ຍ້ອນພັຍນໍ້າຖ້ວມ ຢູ່ຫຼາຍແຂວງທາງພາກໃຕ້ ຂອງລາວ ເຣີ່ມແຕ່ວັນທີ 06 ສິງຫາ ທີ່ຜ່ານຈົນມາຮອດປັດຈຸບັນ ກຳລັງລໍຖ້າ ການຊ່ອຍເຫຼືອ ຈາກເຈົ້າໜ້າທີ່ຣັຖບານ.
2022-08-10
ຊາວບ້ານ ທີ່ອາຈຈະເສັຽດິນ ໃຫ້ກັບແຜນຂຍາຍພື້ນທີ່ ພັທນາເພີ່ມ ໃນເຂດພັທນາ ເສຖກິຈໃໝ່ ສີທັນດອນ ໂດຍແມ່ນ ນັກລົງທຶນຈີນ ໄດ້ຮັບສັມປະທານ ຈາກຣັຖບານລາວ ຊຶ່ງທາງໂຄງການ ມີແຜນຈະຕຣຽມສ້າງ ໂຮງແຮມແຄນຄູ່ ແລະເຂດໂລຈິສຕິກ ລະຫວ່າງ ລາວ, ກັມພູຊາ ແລະ ໄທຍ ພ້ອມກັນນີ້ ຊາວບ້ານ ກໍຮຽກຮ້ອງໃຫ້ຈ່າຍ ຄ່າຊົດເຊີຍທີ່ສົມເຫດສົມຜົນ ແລະຂໍໃຫ້ຈ່າຍຄ່າຊົດເຊີຍກ່ອນໃຫ້ຊາວບ້ານຍ້າຍອອກ.
2022-08-09
ແຜນການຟື້ນຟູ ຜົລກະທົບຈາກພັຍພິບັດ ເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ຢູ່ເມືອງສນາມໄຊ ແຂວງອັດຕະປື ບໍຣິສັດ ຜູ້ພັທນາໂຄງການ PNPC ໄດ້ຈ່າຍຄ່າຊົດເຊີຍ ຜົລເສັຽຫາຍທັງໝົດ 828 ຕື້ປາຍກີບ ອີງຕາມ ຂໍ້ມູນ ຈາກ ເຈົ້າແຂວງ ແຂວງອັດຕະປື ທີ່ກ່າວຕໍ່ສື່ມວນຊົນ ໃນວັນທີ 22 ກໍຣະກະດາ 2022 ນີ້ ຂະນະທີ່ຜູ້ປະສົບພັຍ ຍັງໄດ້ຮັບຄວາມເດືອດຮ້ອນ ເພາະທຳມາຫາກິນບໍ່ໄດ້.