ເຣື້ອງທີ່ເກັບບັນທຶກໄວ້
2022-06-19
ຊາວລາວຈຳນວນ ຫຼາຍຮ້ອຍຄົນ ຕໍ່ແຖວຍາວຢຽດ ລໍຖ້າເຮັດ ພາສພອຣ໌ທ, ປະຊາຊົນ ສເນີໃຫ້ ແກ້ໄຂບັນຫາ ເງິນກີບອ່ອນຄ່າ, ຂາດເງິນຕຣາ ຕ່າງປະເທດ, ຍົກເລີກແຈ້ງການໃຫ້ MoneyGram ຈ່າຍເງິນກີບ ພາຍຫຼັງ ສຽງວິຈານ.
2022-06-18
ຄັງສຳຮອງ ເງິນຕຣາຕ່າງປະເທດຕໍ່າ ສົ່ງຜົລເຮັດໃຫ້ ເງິນເຟີ້ສູງຂຶ້ນ, ນ້ຳມັນຂາດແຄນ, ນັກລົງທຶນ ແລະ ປະຊາຊົນ ຂາດຄວາມໝັ້ນໃຈ ຕໍ່ຄ່າເງິນກີບລາວ. ພາກທຸຣະກິຈ ແນະນຳ ໃຫ້ເພີ່ມ ຄັງສຳຮອງ ເງິນຕຣາດ່ວນ.
2022-06-17
ຣົຖເຖື່ອນ ຍັງແກ້ໄຂຍາກ ຍ້ອນມີພະນັກງານ, ທະຫານ ຕຳຣວດ ກ່ຽວຂ້ອງ ເຖິງແມ່ນວ່າ ທາງຣັຖບານ ຈະອອກກົດໝາຍ ເພື່ອປາບປາມ ແຕ່ກໍຍັງພົບຂໍ້ຫຍຸ້ງຍາກຫຼາຍດ້ານ ໂດຍສະເພາະ ຜູ້ຄອບຄອງ ຣົຖເຖື່ອນ ເປັນພະນັກງານຣັຖ.
2022-06-17
ຫຼາຍພາກສ່ວນ ສົ່ງເສີມໃຫ້ຄົນລາວ ຊ່ອຍກັນໃຊ້ສິນຄ້າລາວ ເພື່ອຫຼຸດຜ່ອນການນຳເຂົ້າ ຈາກຕ່າງປະເທດ ຂະນະທີ່ສິນຄ້າລາວ ສ່ວນຫຼາຍ ພັດມີລາຄາແພງ ແລະ ຄຸນນະພາບ ຍັງບໍ່ດີສ່ຳສິນຄ້າ ຕ່າງປະເທດ.
2022-06-17
ຊາວບ້ານ ຢູ່ແຂວງອຸດົມໄຊ ທີ່ໄດ້ຮັບຜົລກະທົບ ຈາກໂຄງການກໍ່ສ້າງ ທາງຣົຖໄຟ ລາວ-ຈີນ ໄດ້ຄ່າຊົດເຊີຍຍັງບໍ່ຄົບຖ້ວນ ເຖິງແມ່ນວ່າ ໂຄງການທາງຣົຖໄຟລາວ-ຈີນ ເປີດນຳໃຊ້ ເປັນເວລາ ເຄິ່ງປີແລ້ວກໍຕາມ ຊຶ່ງຊາວບ້ານ ຜູ້ເສັຍທີ່ດິນໃຫ້ກັບໂຄງການ ຫວັງວ່າຈະໄດ້ຮັບ ຄ່າຊົດເຊີຍທີ່ຍັງເຫຼືອຢູ່.
2022-06-17
ພາຍໃນ 1 ປີທີ່ຜ່ານມາ ມີຈຳນວນ ຜູ້ຖືກເຄາະຮ້າຍ ຈາກການຄ້າມະນຸສ ໄດ້ຮັບການຊ່ອຍເຫຼືອ ຈາກທາງການ ແຂວງບໍ່ແກ້ວແລ້ວ 477 ຄົນ ແລະບັນຫາ ການຄ້າມະນຸສ ຢູ່ໃນເຂດເສຖກິຈ ພິເສດ ສາມຫລ່ຽມຄຳ ຈະບໍ່ໝົດໄປ ເພາະເປັນເຂດ ທີ່ເຈົ້າໜ້າທີ່ລາວ ບໍ່ສາມາດເຂົ້າໄປ ກວດກາ ແລະປະຕິບັດໜ້າທີ່ໄດ້.
2022-06-16
ປະຊາຊົນຊາວໄທຍ ລຸ່ມແມ່ນ້ຳຂອງ ສເນີຂໍ້ກັງວົນ ຂອງຕົນກ່ຽວກັບ ໂຄງການກໍ່ສ້າງ ເຂື່ອນຊະນະຄາມ ຕໍ່ຜູ້ກວດກາແຜ່ນດິນ (ໄທຍ) ແລະ ຄະນະຂອງທ່ານ ໂດຍແມ່ນທາງການ ແຂວງເລີຍ ໄດ້ຈັດເວທີ ຮັບຟັງຄວາມຄິດເຫັນ ໃນຄັ້ງນີ້ ຊຶ່ງມີຊາວໄທຍ 6 ແຂວງລຸ່ມແມ່ນ້ຳຂອງ ແລະສະພາອົງກອນ ຊຸມຊົນ 7 ແຂວງລຸ່ມແມ່ນ້ຳຂອງ ເຂົ້າຮ່ວມ.
2022-06-16
ສປປ ລາວ ຂາດດຸນການຄ້າ 2 ເດືອນຕິດຕໍກັນ ຮວມມູນຄ່າ 150 ລ້ານໂດລ້າຣ໌ສະຫະຣັຖ ແຍກເປັນເດືອນເມສາ ຂາດດຸນ 48 ລ້ານໂດລ້າຣ໌ສະຫະຣັຖ ແລະເດືອນພຶສພາ ຂາດດຸນ 102 ລ້ານໂດລ້າຣ໌ສະຫະຣັຖ ໂດຍປະເທດລາວ ຂາດດຸນການຄ້າ ກັບໄທຍ ແລະຈີນຫຼາຍທີ່ສຸດ.
2022-06-16
ທາງການລາວ ຈະຂຶ້ນຄ່າແຮງງານຂັ້ນຕ່ຳ ເປັນ 1,300,000 ພາຍໃນເດືອນພຶສພາ ປີ 2023 ຂະນະທີ່ຄົນງານລາວ ເຫັນວ່າ ຄ່າແຮງຂັ້ນຕ່ຳ ໃນປັດຈຸບັນ ບໍ່ສອດຄ່ອງ ກັບຄ່າຄອງຊີບ, ຊີວິດການເປັນຢູ່, ບໍ່ສົມເຫດສົມຜົລ ຈົນເຮັດໃຫ້ຫຼາຍຄົນ ຈຳເປັນຕ້ອງຫາທາງ ໄປຊອກເຮັດວຽກ ຢູ່ປະເທດໄທຍ.
2022-06-16
ການເຮັດພາສປອດ ໃນນະຄອນຫຼວງວຽງຈັນ ຍັງມີຄວາມແອອັດ ແລະ ຕ້ອງໄດ້ລໍຖ້າດົນຄືເກົ່າ ເຖິງແມ່ນວ່າ ພາກສ່ວນທີ່ກ່ຽວຂ້ອງ ຈະເປີດຮັບຄຳຮ້ອງ ເພີ່ມເປັນ 500 ຄົນຕໍ່ມື້ ເພື່ອຫລຸດບັນຫາ ການຂໍເຮັດໜັງສືຜ່ານແດນ.
2022-06-15
ສະມາຊິກ ສະພາແຫ່ງຊາດ (ສສຊ) ສເນີແກ້ໄຂບັນຫາ ລາຄານໍ້າມັນແພງ, ການຂາດແຄນນ້ຳມັນ ແລະ ອັດຕຣາເງິນເຟີ້ ຢ່າງເລັ່ງດ່ວນ, ຊຶ່ງບັນຫາດັ່ງກ່າວ ເປັນພັຍ ກໍ່ໃຫ້ເກີດຄວາມສ່ຽງ ຕໍ່ເສຖກິຈ ເຮັດໃຫ້ເສຖກິຈທົດຖອຍ ແລະ ເປັນອຸປະສັກ ໃນການບັນລຸເປົ້າໝາຍ ທາງດ້ານເສຖກິຈ-ສັງຄົມ.
2022-06-15
ຄົນລາວສ່ວນໃຫຍ່ ຍັງບໍ່ນິຍົມໃຊ້ ແອັພພລິເຄຊັ້ນ (Application) LoudChat ໃນຂະນະທີ່ ພາກປະຊາສັງຄົມ ຮູ້ສຶກກັງວົນ ເຣື່ອງຄວາມປອດພັຍ ຂໍ້ມູນສ່ວນບຸກຄົນ ແລະ ການສິ້ງຊອມເບິ່ງ ຈາກພາກຣັຖ.
2022-06-15
ຄົນໄທຍ 13 ຄົນ ທີ່ຖືກຕົວະ ໄປເຮັດວຽກ ເປັນສະແກມເມີ້ຣ໌ ຢູ່ກາສິໂນ ຄິງສ໌ໂຣມັນສ໌ ໃນເຂດເສຖກິຈພິເສດ ສາມຫຼ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ຮັບການຊ່ອຍເຫຼືອ ເດີນທາງກັບ ປະເທດໄທຍແລ້ວ ຫຼັງຈາກນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງຂອງໄທຍ ຈະດໍາເນີນການສືບສວນ ຫາຂບວນການ ທີ່ຕົວະຄົນໄທຍ ຂ້າມໄປ ເຮັດວຽກຢູ່ລາວ.
2022-06-15
ຄຣູອາສາສມັກ ທ່ານນຶ່ງ ທີ່ສອນຢູ່ໂຮງຮຽນປະຖົມ ບ້ານດົງຄັນຈ້ອງ ເມືອງຊົນນະບູຣີ ແຂວງສວັນນະເຂດ ໄດ້ 8 ປີ ໂດຍທີີ່ບໍ່ໄດ້ຮັບເງິນເດືອນ ຫຼື ເງິນອຸດໝູນໃດໆ ຕັດສິນໃຈລາອອກ ເພື່ອໄປປະກອບອາຊີບອື່ນ ຍ້ອນບໍ່ໄດ້ຮັບໂອກາດ ເຂົ້າເປັນຣັຖກອນຄຣູໃນປີນີ້.
2022-06-15
ທາງການລາວ ໄດ້ສັ່ງປິດ ຮ້ານແລກປ່ຽນເງິນຕຣາ ທີ່ບໍ່ແມ່ນໂຕແທນທນາຄານ 101 ແຫ່ງ ແລະ ຖອນໃບອະນຸຍາດ ຮ້ານທີ່ຖືກກົດໝາຍ 137 ຮ້ານ ຍ້ອນກຳນົດອັດຕຣາແລກປ່ຽນ ທີ່ສູງກວ່າທນາຄານ ກຳນົດ.