ປ້າຍໂຄສະນາ ເປັນພາສາຈີນ, ຜິດລະບຽບ ຖືກທາງການລາວ ຮື້ຖອນ
ທາງການແຂວງເຊກອງ ຮື້ຖອນປ້າຍ ຂອງບໍຣິສັດຈີນ ທີ່ບໍ່ຖືກຕ້ອງ ຕາມລະບຽບກົດໝາຍ ຂນະທີ່ ກະຊວງຖແລງຂ່າວ ວັທນະທັມ ແລະທ່ອງທ່ຽວ ກໍມີແຜນ ຈະເຂັ້ມງວດຂຶ້ນ ຕໍ່ບັນຫາປ້າຍບໍ່ຖືກຕ້ອງ ໂດຍປ້າຍເຫຼົ່ານັ້ນ ມີເນື້ອໃນ, ພື້ນສີ ໂຕໜັງສື ບໍ່ສອດຄ່ອງ ກັບກົດໝາຍ ແລະ ຍັງເປັນພາສາຈີນ ທັງໝົດ.
ໂຄງການຮ່ວມມື ຕ້ານການລັກຕັດໄມ້ ລະຫວ່າງ ລາວ-ສະຫະຣັຖ
2023-01-26ລາວ ແລະ ສະຫະຣັຖ ອາເມຣິກາ ຮ່ວມມືກັນ ໃນໂຄງການ ຕ້ານ, ສະກັດກັ້ນ ປາບປາມ ການລັກຕັດໄມ້ ແລະການຄ້າຂາຍໄມ້ຜິດກົດໝາຍ ໂດຍເລັ່ງໃສ່ 3 ເມືອງ ຂອງແຂວງຈໍາປາສັກ ທີ່ຕິດກັບຊາຍແດນກັມພູຊາ ຊຶ່ງມີຊາວບ້ານ ລັກຕັດໄມ້ໃຊ້ເອງ ແລະຂາຍໃຫ້ພວກພໍ່ຄ້າໄມ້ຈຳນວນຫຼາຍ.
ຄົນງານລາວ ທີ່ຖືກຈັບຢູ່ມາເລເຊັຽ ກັບເຖິງບ້ານແລ້ວ
2023-01-26ທ້າວ ສົມໄຊ ສິຣິຈັນໂທ ອາຍຸ 35 ປີ ຊາວບ້ານ ບ້ານທ່າຊ້າງ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ທີ່ໄປເຮັດວຽກປະມົງ ຢູ່ມາເລເຊັຽ ແລະຖືກຈັບຈົນຮອດ ວັນທີ 12 ມົກກະຣາ 2023, ຂະນະທີ່ ທາງສະຖານທູຕລາວ ປະຈຳປະເທດມາເລເຊັຽ ກໍເຕືອນຄົນງານລາວ ທີ່ຈະໄປເຮັດວຽກ ຂໍໃຫ້ໄປໃຫ້ຖືກຕ້ອງ ຕາມກົດໝາຍ.
ແຂວງສາຣະວັນ ແຈ້ງການຫ້າມ ບໍຣິການ ສັງວຽນຕີໄກ່
ສັງວຽນໄກ່ຕີ ຢູ່ແຂວງສາຣະວັນ ຖືກທາງການສັ່ງປິດ ຫຼື ຫ້າມເປີດເດັດຂາດ ເນຶື່ອງຈາກວ່າ ສັງວຽນຕີໄກ່ ຖືວ່າມີການພະນັນ ປະປົນຢູ່ນຳ ຫຼືແມ່ນແຕ່ເກີດເຫດຄົນຕີກັນ ໃນເວລາຕີໄກ່ ສ່ວນຜູ້ປະກອບການ ສັງວຽນໄກ່ຕີ ເຫັນວ່າບໍ່ສົມຄວນປິດ ເນື່ອງຈາກ ເປັນບ່ອນທຳມາຫາກິນ ສ້າງລາຍໄດ້ໃຫ້ຫຼາຍຄອບຄົວ.
ວາງສີລາຣຶກ ເຣີ່ມກໍ່ສ້າງເຂດ ໂລຈິສຕິກ ພາຣ໌ກ ຢູ່ບ້ານດົງໂພສີ ນະຄອນຫຼວງວຽງຈັນ; ຂະນະທີ່ ປະຊາຊົນ ຜູ້ທີ່ຖືກຜົລກະທົບ ດ້ານທີ່ດິນ ກັງວົນໃຈ ຢ້ານບໍ່ໄດ້ ຄ່າຊົດເຊີຍ ຫຼື ໄດ້ຄ່າຊົດເຊີຍ ທີ່ບໍ່ເໝາະສົມ.