ສານປົກຄອງສູງສຸດ ຂອງໄທຍ ຍົກຟ້ອງຄະດີ ຊື້-ຂາຍໄຟຟ້າ ຈາກເຂື່ອນ ໄຊຍະບູຣີ
ສານປົກຄອງກາງຂອງໄທຍ ໄດ້ນັດອ່ານຄຳພິພາກສາ ຂອງສານປົກຄອງສູງສຸດ ໂດຍໄດ້ຢືນຕາມຄຳພິພາກສາ ຂອງສານປົກຄອງຊັ້ນຕົ້ນ ຄືໃຫ້ຍົກຟ້ອງ ກໍຣະນີເຄືອຂ່າຍ ຊາວໄທຍ 8 ແຂວງລຸ່ມແມ່ນໍ້າຂອງ ຟ້ອງຮ້ອງ ສັນຍາການ ຊື້-ຂາຍ ໄຟຟ້າ ຈາກເຂື່ອນໄຊຍະບູຣີ ຂອງ 5 ໜ່ວຍງານ ທີ່ກ່ຽວຂ້ອງ ຂອງພາກຣັຖໃນປະເທດໄທຍ.
ຄູ່ຜົວເມັຽ ຂົນຢາເສບຕິດ ເຂົ້າລາວ ຖືກຈັບ ຢູ່ບໍ່ແກ້ວ
2022-08-17ຄູ່ຜົວເມັຽ ຖືກເຈົ້າໜ້າທີ່ຈັບ ໃນຂໍ້ຫາຄອບຄອງຢາບ້າ ຈຳນວນ 6,608,000 ເມັດ ອີງຕາມຂໍ້ມູນຈາກ ເຈົ້າໜ້າທີ່ ແຂວງບໍ່ແກ້ວ ເມືອວັນທີ 06 ສິງຫາຜ່ານມາ ກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ນຳຈັບ ຜູ້ລັກລອບ ຂົນຢາເສພຕິດ ຈາກປະເທດພະມ້າ ເຂົ້າມາແຂວງບໍ່ແກ້ວ.
ນາຍທຶນຈີນ ບຸກລຸກ ເອົາດິນຊາວບ້ານ ຢູ່ຈຳປາສັກ
2022-08-17ເກີດບັນຫາ ນາຍທຶນຈີນ ຍາດເອົາດິນ ທຳການກະເສຕ ຂອງຊາວບ້ານ ບ້ານແກ້ງໄມ້ເຮັ້ຍ ປະມານ 20 ຄອບຄົວ ຢູ່ເມືອງຊະນະສົມບູນ ແຂວງຈໍາປາສັກ ຮວມເກືອບ 90 ເຮັກຕ້າຣ໌ ຂະນະທີ່ ອຳນາດການປົກຄອງທ້ອງຖິ່ນ ມີສ່ວນຮູ້ເຫັນ ເປັນໃຈ ກັບນາຍທຶນຈີນ, ອີງຕາມຂໍ້ມູນ ຈາກກຸ່ມຜູ້ເສັຍຫາຍ.
ປະຊາຊົນ ຢາກເຫັນຣັຖບານ ເປີດເຜີຍໂຕ ຜູ້ສໍ້ຣາສ-ບັງຫຼວງ
ປະຊາຊົນ ແຂວງໄຊຍະບູຣີ ຮຽກຮ້ອງໃຫ້ຣັຖບານ ກວດກາ ທຸກໂຄງການ ພັທນາ ເພື່ອຕ້ານການສໍ້ຣາສ ບັງຫລວງ ແລະການກະທໍາຜິດອື່ນໆ ຂອງສະມາຊິກພັກ ແລະພະນັກງານຣັຖ ຊຶ່ງ ໃນ 6 ເດືອນຕົ້ນປີນີ້ ກວດພົບ 38 ໂຄງການໃຫຍ່ ທີ່ປະຕິບັດ ຜິດກົດໝາຍ, ເສັຍຫາຍ 45 ຕື້ກີບ ແຕ່ທາງການ ບໍ່ມີການເປີດເຜີຍ ຜູ້ກະທຳຜິດ.